ການສົ່ງອອກ ແລະ ບັນດາການປະກອບສ່ວນໃຫ້ແກ່ພື້ນຖານເສດຖະກິດໃນປີ 2014


(vovworld)- ປີ 2014, ຍອດ​ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ບັນ​ລຸກວ່າ 150 ຕື້ USD, ຊື່ງ​ແມ່ນ​ລະ​ດັບ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ. ດ້ວຍ​ຕົວ​ເລກ​ປະ​ທັບ​ໃຈ​ດັ່ງ​ກ່າວ, ການ​ສົ່ງ​ອອກ​ແມ່ນ​ຈ​ຸດ​ພົ້ນ​ເດັ່ນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ.

        ເບີ່ງ​ລວມ​ແລ້ວ,ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ໃນ​ປີ 2014 ເພີ່ມ​ຂຶ້ນກວ່າ 13,6% ເມື່ອ​ທຽບ​ໃສ່​ປີ 2013. ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ​ຕົ້ນ​ຕໍ​ສ່ວນ​ຫລາຍ​ບັນ​ລຸລະ​ດັບ​ເຕີບ​ໂຕ, ໃນ​ນັ້ນ ໝວດ​ສິນ​ຄ້າ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງກວມ​ອັດ​ຕາ​ສ່ວນ​ສູງ​ສຸດ, ກວ່າ 73%. ຕໍ່​ຈາກນັ້ນ ແມ່ນ​ຜະ​ລິ​ດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ ແລະ ເຊື້ອ​ເພີງ ໂລ​ຫະ. ​ໂທ​ລະ​ສັບ ແລະ ເຄື່ອງ​ອາ​ໄລ່​ມີ​ລະ​ດັບ​ການ​ສົ່ງ​ອອກ​ໃຫຍ່​ສຸດ, ຂຶ້ນ​ເຖິງ 24 ຕື້ USD. ຕໍ່​ມາ ແມ່ນ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ ດ້ວຍ​ມູນ​ຄ່າ​ເກືອບ 21 ຕື້ USD. ເປັນ​ຫນ້າ​ສົນ​ໃຈ ແມ່ນ​ໂຄງ​ປະ​ກອບ​ສິນ​ຄ້າ​ສົ່ງ​ອອກ​ໄດ້​ມີ​ການ​ຫັນ​ປ່ຽນ​ຕາມ​ທິດ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ, ໃນ​ນັ້ນ ມີ​ເຖິງ 16 ໝວດ​ສິນ​ຄ້າ​ບັນ​ລຸ​ວົງ​ເງິນ​ສົ່ງ​ອອກກວ່າ 2 ຕື້ USD. ໃນ​ຈຳ​ນວນ​ໝວດ​ສິນ​ຄ້ານັ້ນ ​ເຄື່ອງ​ຕ​່ຳ​ແຜ່​ນ​ຕັດ​ຫຍິບ ຍັງ​ຄົງ​ຮັກ​ສາ​ລະ​ດັບ​​ເຕີບ​ໂຕ​ສົ່ງ​ອອກ​ສູງ. ທ່ານ ເລ​ຕຽນ​ເຈື່ອງ, ຜູ້​ອຳ​ນວຍ​ການ​ໃຫຍ່ກ​ຸ່ມ​ບໍ​ລິ​ສັດ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ປີນີ້ ຕະ​ຫລາດສົ່ງ​ອອກ​ສິນ​ຄ້າ​ໃນ​ໂລກບໍ່​ເຕີບ​ໂຕ​ຫລາຍ​ປານ​ໃດ. ພົ້ນ​ເດັ່ນ​ຄື​ຕະ​ຫລາດ​ອາ​ເມ​ລິ​ກາ, ເຖິງ​ວ່າ ພື້ນ​ຖານ​ເສດ​ຖະ​ກິດ​ມີ​ສັນ​ຍານ​ດີ​ຂຶ້ນ, ແຕ່​ການ​ສົ່ງ​ອອກ​ສິ​ນ​ຄ້າ​ຂອງ ອາ​ເມ​ລິ​ກາ ພຽງ​ເພີ່ມ​ຂຶ້ນ​ເລັກ​ນ້ອຍ, ເອີ​ລົບ ເພີ່ມ​ຂຶ້ນ 9% ສ່ວນ ຍີ່​ປຸນ ການ​ໃຊ້​ສອຍ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ​ພັດຫລຸດ​ລົງ 1%. ໃນ​ສະ​ພາ​ວະ​ນັ້ນ, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຂອງ​ຫວຽດ​ນາມ ສົ່ງ​ໄປ​ຂາຍ​ຢູ່​ຕະ​ຫລາດ ອາ​ເມ​ລິ​ກາ  ຍັງ​ຄົງ​ເພີ່ມ​ຂຶ້ນ 12,5%, ສົ່ງ​ໄປ​ຍັງ​ເອີ​ລົບ​ເພ​ີ​່ມ​ຂຶ້ນ 17% ແລະ ສົ່ງ​ໄປ​ຍັງ​ຍີ່​ປຸ່ນຍັງ​ຮັກ​ສາເກືອບ 9%.”

        ປີ 2014, ຂ​ະ​ແຫນງ​ເກີບຫນັງ ຫວຽດ​ນາມ  ສືບ​ຕໍ່​ບັນ​ລຸ​ສະ​ຖິ​ຕິ​ໃຫມ່ ກ່ຽວ​ກັບ​ວົງ​ເງິນ​ສົ່ງ​ອອກ ບັນ​ລຸ 12 ຕື້ USD, ເພີ່ມ​ຂຶ້ນ 18% ເມື່ອ​ທຽບ​ໃສ່​ປີ​ກາຍ. ດ້ວຍ​ໝາກ​ຜົນ​ດັ່ງ​ກ່າວ, ປະ​ຈຸ​ບັນ ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ 10 ປະ​ເທດ ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ເກີບ​ຫນັງ​ໃຫຍ່​ສຸດ​ຢູ່​ໃນ​ໂລກ. ເປັນ​ຫນ້າ​ສົນ​ໃຈ ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ​ເກີ​ບ​ຫນັງ ໄດ້​ຍາດ​ແຍ່ງ​ບັນ​ດາ​ສິ່ງ​ສະ​ດວກ ຈາກ​ໂຄງ​ການ​ບຸ​ລິ​ມະ​ສິດ​ພາ​ສີທົ່ວ​ໄປ (GSP) ຊື່ງ​ສະ​ຫະ​ພາບ​ເອີ​ລົບ(EU) ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ ເມື່ອ​ເດືອນ 1/2014 ດ້ວຍ​ອັດ​ຕາ​ພາ​ສີ​ຫລຸດ​ລົງ​ແຕ່ 3-4%, ຊ່ວຍ​ຍູ້​ແຮງ​ການ​ສົ່ງ​ອອກ​ເຂົ້າ​ຕະ​ຫລາດ EU, ຊື່ງ​ແມ່​ນ​ຕະ​ຫລາດ​ສົ່ງ​ອອກ​ໃຫຍ່​ສຸດ​ຂອງຂະ​ແຫນງ​ເກີບ​ຫນັງ​ຫວຽດ​ນາມ. ທ່ານ​ນາງ ຟານ​ທິ​ແທນ​ຊວນ, ເລ​ຂາ​ທິ​ການ ສະ​ຫະ​ສະ​ມາ​ຄົມ​ເກີບ​ຫນັງ, ກະ​ເປົ່າ ຫວຽດ​ນາມ ໃຫ້​ຮູ້​ສັງ​ເກດ​ວ່າ:

ການສົ່ງອອກ ແລະ ບັນດາການປະກອບສ່ວນໃຫ້ແກ່ພື້ນຖານເສດຖະກິດໃນປີ 2014 - ảnh 1
ຫວຽດ​ນາມ​ສົ່ງ​ກູ້ງ​ໄປ​ຂາຍ​ຢູ່ ອາ​ເມ​ລິ​ກາ
ພາບ:vcci.com

        “ກ່ອນນີ້ ການ​ເຕີບ​ໂຕ​ພຽງ​ບັນ​ລຸ 15% ແຕ່​ມາ​ຮອດ​ປະ​ຈຸ​ບັນ ລະ​ດັບ​ຈະ​ເລີນ​ເຕີບ​ໂຕ​ຂອງ​ຂະ​ແຫນງ​ເກີ​ບ​ຫນັງ ບັນ​ລຸ 18%.  ການ​ພັດ​ທະ​ນາ​ດີ​ຄື​ແນວນັ້ນ ​ແມ່ນຍ້ອນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງວິ​ສາ​ຫະ​ກິດ​ເກ​ີບ​ຫນັງ, ທີ​ສອງ ແມ່ນ​ກຳ​ໄດ້​ກາ​ລະ​ໂອ​ກາດ​ຕະ​ຫລາດ​ພວມ​ນັບ​ມື້​ນັບ​ເປີດກວ້າງ ພິ​ເສດ ແມ່ນ ຜ່ານ​ບັນ​ດາ​ສັນ​ຍາ​ການ​ຄ້າ ຊື່ງ​ພວກ​ເຮົາ ໄດ້ ແລະ ພວມ​ເຈ​ລະ​ຈາ.”

        ປີ 2014 ເປັນ​ຂີດ​ໝາຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫລາຍ​ຢ່າງ​ໃນ​ການ​ສົ່ງ​ເສີມ​ການ​ຄ​້າ​ໄປ​ຍັງ​ຕະ​ຫລາດ​ສົ່ງ​ອອກ​ຈຸດ​ສຸມ​ຄື: ອາ​ເມ​ລິ​ກາ, EU, ລັດ​ເຊຍ.. ເພື່ອ​ເຈ​ລະ​ຈາ, ແກ້​ໄຂ​ຮົ້ວ​ກີດ​ຂວາງ, ເປີດກວ້າ​ງ​ຕະ​ຫລາດ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຕະ​ຫລາດ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ, ຫລີກ​ລ້ຽງ​ການ​​ອີງ​ໃສ່​ສ່ວນ​ໃຫຍ່​ຈາກ​ຕະ​ຫລາດ​ໃດ​ຫນຶ່ງ, ຈາກນັ້ນ ຫລຸດ​ຜ່ອນ​ຄວາມ​ເສຍ​ຫາຍ​ເມື່ອ​ມີ​ການ​ຜັນ​ແປ່​ຜິດ​ປົກ​ກະ​ຕິ. ຍ້ອນ​ເຫດນັ້ນ ການ​ສົ່ງ​ອ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ ບ​ັນ​ລຸ​ລະ​ດັບ​ເຕີບ​ໂຕ​​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ ດ້ວຍ​ວົງ​ເງິນ​ເກືອບ 31 ຕື້ USD, ເພີ່ມ​ຂຶ້ນກວ່າ 11% ເມື່ອ​ທຽບ​ໃສ່​ປີ​ກາຍ.

        ປີ 2014, ຫວຽດ​ນາມ ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ ແລະ ສ​ເກົາ​ຫລີ​ໂດຍ​ພື້ນ​ຖານ, ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ​ຫວຽດ​ນາມ ແລະ ສຳ​ພັນ​ທະ​ມິດ​ພາ​ສີ ລັດ​ເຊຍ -ເບ​ລາ​ຣຸດ- ກາ​ຊັກ​ສະ​ຖານ ແລະ ຈະ​ດຳ​ເນີນ​ບັນ​ດາ​ລະ​ບຽບ​ການ​ດ້ານ​ກົດ​ໝາຍ​ເພື່ອ​ສາ​ມາດ​ປະ​ຕິ​ບັດ​ສັນ​ຍາ​ໃນ​ປີ 2015. ໄລ​ຍະ​ຈະ​ມາ​ເຖິງ ຫວຽດ​ນາມ ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຍຸດ​ທະ​ສາດ​ຂ້າມ ປາ​ຊີ​ຟີກ (TPP) ແລະ ເຂົ້າ​ຮ່ວມ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ. ທ່ານ ໂດ໋​ທັງ​ຫາຍ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ຖື​ວ່າ: ນີ້​ແມ່ນ​ບັນ​ດາ​ກາ​ລ​ະ​ໂອ​ກາດ​ໃຫຍ່​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ເປີດກວ້າງ​ຕະ​ຫລາດ ແລະ ບັນ​ລຸ​ລະ​ດັບ​ຈະ​ເລີນ​ເຕີບ​ໂຕ​ສູງກວ່າ.

        “ການ​ສົ່ງ​ອອກ​ສືບ​ຕໍ່​ແມ່ນ​ຈຸດ​ພົ້ນ​ເດັ່ນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ໃນ​ສະ​ພາບ​ຫຍຸ້ງ​ຍາກ ແຕ່​ຍັງ​ຄົງ​ບັນ​ລຸ​ໄດ້​ແຜນ​ການ​ ຊື່ງ ສະ​ພາ​ແຫ່ງ​ຊາດ ແລະ ລັດ​ຖະ​ບານ​ມອບ​ໝາຍ​ໃຫ້, ທັງ​ເພີ່ມ​​ວົງ​ເງິນ​ສົ່ງ​ອອກ ທັງ​ສ້າງ​ເງິນ​ຕາ​ຕ່າງ​ປະ​ເທດ​ເກີນ​ດຸນ, ສ້າງວຽກ​ເຮັດ​ງານ​ທຳ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສິ່ງ​ດັ່ງ​ກ່າວ​ສືບ​ຕໍ່​ແມ່ນ​ທ່າ​ແຮງ​ຂອງ​ຫວຽດ​ນາມ. ປີ 2015, ມີ​ຢ່າງ​ຫນ້ອຍ​ສຸດ 2 ສັນ​ຍາ ນັ້ນ​ແມ່ນ​ສັນ​ຍາ FTA ຫວຽດ​ນາມ - ສ​ເກົາ​ຫລີ, ສັນ​ຍາ​ສຳ​ພັນ​ທະ​ມິດ​ພາ​ສີ ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ພິ​ເສດ​ວິ​ສາ​ຫະ​ກິດ​ສິນ​ໃນ​ນ້ຳ, ເກີບ​ຫນັງ​, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ.. ຊ​ຸກ​ຍູ້​ການ​ສົ່ງ​ອອກ​ເຂົ້າ​ບັນ​ດາ​ຕະ​ຫລາດນີ້.”

        ມີ​ຈຸດ​ພິ​ເສດຫນຶ່ງ​ອີກ ນັ້ນ​ແມ່ນ ເຖິງວ່າ ການ​ຈະ​ເລີນ​ເຕີບ​ໂຕ​ການ​ສົ່ງ​ອອກ​ຂອງ​ຂົງ​ເຂດ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ FDI ໄດ້ປະ​ກອບ​ສ່ວນກວ່າ 100 ຕື້ USD ລ​ວມ​ທັງ​ນ້ຳ​ມັນ​ອາຍ​ແກ​ສ, ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ແມ່ນກວ່າ 48 ຕື້ USD, ເພີ່ມ​ຂຶ້ນກວ່າ 10% ເມື່ອ​ທຽບ​ໃສ່​ປີ 2013,  ​ສະ​ແດງ​ໃຫ້​ເຫັນ​ທ່າ​ຟື້ນ​ຕົວ​ຂອງ​ການ​ຜະ​ລິດ​ພາຍ​ໃນ​ປະ​ເທດ.

  ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ປີ 2014 ການ​ສົ່ງ​ອອກ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ. ເຖິງວ່າ ປີ 2015 ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ ມີ​ການ​ຜັນ​ແປ​ຫລາຍ​ຢ່າງ, ແຕ່​ຜົນ​ການ​ສົ່ງ​ອອກ​ສິນ​ຄ້າໃນ​ປີນີ້ ຈະ​ແມ່ນ​ປະ​ຖົມ​ປັດ​ໄຈເພື່​ອ​ໃຫ້​ການສົ່ງ​ອອກ​ຫວຽດ​ນາມ ສືບ​ຕໍ່​ທ່າ​ເຕີບ​ໂຕ, ສູ້​ຊົນ​ບັນ​ລຸ​ວົງ​ເງິນ​ສົ່ງ​ອອກ ​ໃຫ້​ໄດ້160 ຕື້ USD ໃນ​ປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ