ການ​ສົ່ງ​ອອກ​ທາງ​ໄກ: ກາ​ລະ​ໂອ​ກາດ​ດີທີ່​ສຸດ​ເພື່ອ​ພັດ​ທະ​ນາ​ຂອບ​ຂະ​ຫ​ນາດ​ວິ​ສາ​ຫະ​ກິດ

(VOVWORLD) -ຊຸມປີມໍ່ໆມານີ້ ການຄ້າເອເລັກໂຕນິກ ໄດ້ພັດທະນາຢ່າງແຮງ ດ້ວຍລະດັບເຕີບໂຕສະເລ່ຍ ແມ່ນ 30%/ປີ, ໄດ້ປະກອບສ່ວນຫລາຍຢ່າງໃຫ້ແກ່ເສດຖະກິດຂອງປະເທດຊາດ. ໃນສະພາບການໂລກລະບາດໂຄວິດ 19 ພວມຜັນແປໄປຢ່າງສັບສົນໃນທົ່ວໂລກນັ້ນ, ບັນດາວິສາຫະກິດ ຫວຽດນາມ ພວມໄດ້ນຳໃຊ້ການຄ້າເອເລັກໂຕນິກເຂົ້າໃນການສົ່ງເສີມ, ໂຄສະນາການຄ້າ ແລະ ຊອກຫາຄູ່ຄ້າ, ປະຕິບັດການພົວພັນທຸລະກິດຢ່າງມີປະສິດທິຜົນ.
ການ​ສົ່ງ​ອອກ​ທາງ​ໄກ: ກາ​ລະ​ໂອ​ກາດ​ດີທີ່​ສຸດ​ເພື່ອ​ພັດ​ທະ​ນາ​ຂອບ​ຂະ​ຫ​ນາດ​ວິ​ສາ​ຫະ​ກິດ - ảnh 1

ການຄ້າເອເລັກໂຕນິກບໍ່ແມ່ນທ່າອ່ຽງຫາກແມ່ນຄວາມຈິງແລ້ວ

ຄວາມຊີນເຄີຍການບໍລິໂພກໃນທົ່ວໂລກພວມມີການປ່ຽນແປງ ສະນັ້ນ ຄວາມສາມາດຂາຍສິນຄ້າໃນທົ່ວໂລກກໍ່ນັບມື້ນັບສູງຂຶ້ນ. ການສົ່ງອອກທາງໄກ ບໍ່ແມ່ນທ່າອ່ຽງອີກແລ້ວ ຫາກແມ່ນ ຄວາມຈິງ. ທ່ານ ຫວູຕຽນລົກ ປະທານ ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຖືວ່າ: ກ່ອນນີ້ ການເຄື່ອນໄຫວ ນຳເຂົ້າ-ສົ່ງອອກ ເວົ້າລວມ ພຽງແຕ່ສະຫງວນໃຫ້ແກ່ບັນດາວິສາຫະກິດທີ່ມີຂອບຂະຫນາດໃຫຍ່, ມີກຳລັງແຮງດ້ານເສດຖະກິດ ການເງິນສູງ. ແຕ່ປະຈຸບັນ ການຄ້າເອເລັກໂຕນິກ ແລະ ການຄ້າເອເລກໂຕນິກຂ້າມຊາຍແດນ ໄດ້ມີການປ່ຽນແປງແລ້ວ ແລະ ບັນດາວິສາຫະກິດກາງ, ນ້ອຍ ແລະ ຈຸນລະວິສາຫະກິດ ມີໂອກາດກ້າວໄປເຊື່ອມໂຍງກັບການຄ້າທົ່ວໂລກ.

 “ການຄ້າເອເລັກໂຕນິກ ຫັນພື້ນຖານດ້ານການຄ້າບໍ່ມີພົມແດນໃນທຸກແງ່ມູມ, ກາລະເທສະ ແລະ ໃນສັງຄົມໃຫ້ປະກົດຜົນເປັນຈິງ. ບັນດາຄອບຄົວຢູ່ຫວຽດນາມ ສາມາດຊື້ໝາກໂປມສົດຢູ່ບັນດາປະເທດຝ່າຍຕາເວັນຕົກ ແລະ ກົງກັນຂ້າມ ບັນດາຄອບຄົວຢູ່ຝ່າຍຕາເວັນຕົກກໍ່ສາມາດສັ່ງຊື້ດອກໄມ້ສົດຢູ່ ດາລາດ. ການພົວພັນຕິດຕໍ່ໂດຍກົງລະຫວ່າງຜູ້ຜະລິດ ແລະ ຜູ້ບໍລິໂພກ ພິເສດແມ່ນຜູ້ບໍລິໂພກສັ່ງຊື້ສິນຄ້າ ພາໄປເຖິງນຳ ພື້ນການຜະລິດກາຍເປັນທ່າອ່ຽງທົ່ວໂລກ”

ທ່ານ ຫງວຽນຊວນຮຸ່ງ ຜູ້ອຳນວຍການຝ່າຍບໍລິຫານ ສູນຕິດຕໍ່ຄ້າຂາຍທົ່ວໂລກ Iexport.vn, ບໍລິສັດ Fado ຫວຽດນາມ ຖືວ່າ: ເພື່ອຍາດແຍ່ງບັນດາກາລະໂອກາດຊື່ງການຄ້າເອເລັກໂຕນິກນຳມາ ໃຫ້ນັ້ນ, ສ່ວນບຸກຄົນ ວິສາຫະກິດ ຫວຽດນາມ, ພິເສດ ວິສາຫະກິດຂະຫນາດກາງ ແລະ ນ້ອຍ ເມື່ອເຂົ້າຮ່ວມການຊື້ຂາຍທາງໄກ, ການຊື້ຂາຍຂ້າມຊາຍແດນ ຕ້ອງລົງທຶນແຫລ່ງຊັບພະຍາກອນມະນຸດ, ຍົກສູງກຳລັງຄວາມສາມາດດ້ານພາສາຕ່າງປະເທດ, ມີຄວາມເຂົ້າໃຈບັນດາຫລັກການໃນຂົງເຂດນີ້.

ທ່ານ ຫງວຽນຈູງທຶກ, ປະທານ ສະມາຄົມວິສາຫະກິດຂະຫນາດກາງ ແລະ ນ້ອຍ ຫວຽດ - ເຢຍລະມັນ ຖືວ່າ: ມີວິສາຫະກິດຂະຫນາດກາງ ແລະ ນ້ອຍ ຫລາຍແຫ່ງ ພວມພາດຫລາຍກາລະໂອກາດພົວພັນຄ້າຂາຍທົ່ວໂລກ, ກາລະໂອກາດພັດທະນາເຄື່ອງໝາຍວິສາຫະກິດ, ເພາະຍັງບໍ່ທັນລົງທຶນເຂົ້າໃນການກໍ່ສ້າງ, ພັດທະນາການຄ້າເອເລັກໂຕນິກໃຫ້ວິສາຫະກິດຂອງຕົນ.

 “ການຄ້າເອເລັກໂຕນິກແມ່ນທ່າອ່ຽງ. ໃນໄລຍະປະຈຸບັນ ຫາກວິສາຫະກິດບໍ່ຮູ້ໝູນໃຊ້ການຄ້າເອເລັກໂຕນິກເພື່ອຄ້າຂາຍສິນຄ້າ ແລະ ບໍລິການ ແມ່ນອາດຈະປະສົບກັບຄວາມຫຍຸ້ງຍາກໃນການດຳເນີນທຸລະກິດ. ການຄ້າເອເລັກໂຕນິກເຮັດໃຫ້ຫລຸດຜ່ອນລາຍຈ່າຍ, ນຳມາເຊິ່ງຫລາຍຮັບ ຫລາຍ ກວ່າ. ມີວິສາຫະກິດ ຂະຫນາດກາງ ແລະ ນ້ອຍ ຂອງຫວຽດນາມ ກວ່າ 40%  ໄດ້ນຳໃຊ້ການຄ້າເອເລັກໂຕນິກ. ຄວນໂຄສະນາກ່ຽວກັບຂອບຂະຫນາດ, ຮູບການດຳເນີນທຸລະກິດນີ້ໃຫ້ຫລາຍກວ່າອີກ ເພື່ອໃຫ້ວິສາຫະກິດເຫັນໄດ້ເຖິງຜົນປະໂຫຍດ ເວລານັ້ນ ເຂົາເຈົ້າເຂົ້າຮ່ວມຫລາຍກວ່າ.”

ເພື່ອຊ່ວຍໃຫ້ບັນດາສ່ວນບຸກຄົນ, ວິສາຫະກິດ, ກະຊວງອຸດສາຫະກຳ ການຄ້າຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງ ຫນູນຊ່ວຍນັກທຸລະກິດ-ວິສາຫະກິດ ເວົ້າລວມ, ພິເສດ ແມ່ນວິສາຫະກິດຂະຫນາດກາງ ແລະ ນ້ອຍ ຊຸກຍູ້ການພົວພັນການຄ້າຂ້າມຊາຍແດນຜ່ານອິນເຕີເນັດ. ນັ້ນຄື ບັນດາການເຄື່ອນໄຫວ “ສົ່ງເສີມການສົ່ງອອກຜ່ານການຄ້າເອເລັກໂຕນິກ Amazon, Alibaba”, “ ເພີ່ມທະວີການພົວພັນການຄ້າທາງໄກກັບບັນດາປະເທດໃນທົ່ວໂລກ ໂດຍມີການເຂົ້າຮ່ວມຂອງຫລາຍວິສາຫະກິດ, ຈັດຕັ້ງບັນດາຊຸດຝຶກອົບຮົມ ບຳລຸງສ້າງທາງອອນລາຍ ພ້ອມກັບການເຄື່ອນໄຫວອື່ນຫລາຍຢ່າງ. ທ່ານ ກາວກວັກຮຶງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຖືວ່າ:

  “ກະຊວງອຸດສາຫະກຳ ການຄ້າ ໄດ້ ແລະ ພວມຜັນຂະຫຍາຍຫລາຍມາດຕະການຄື ປະກາດໃຊ້ບັນດາເອກະສານທີ່ຈຳເປັນ ແລະ ເພີ່ມທະວີການໂອ້ລົມສົນທະນາກັບປະຊາຄົມວິສາຫະກິດ ເພື່ອແກ້ໄຂຄວາມຫຍຸ້ງຍາກ ຂໍ້ຕິດຂັດ ໃນການເຄື່ອນໄຫວຜະລິດດຳເນີນທຸລະກິດເວົ້າລວມ ແລະ ການສົ່ງອອກ-ນຳເຂົ້າເວົ້າສະເພາະ. ພວກຂ້າພະເຈົ້າຈະເປີດກວ້າງ ແລະ ພັດທະນາການບໍລິການສາທາລະນະທາງອອນລາຍຫລາຍກວ່າອີກ, ປະຕິບັດ ທິດນຳ ລັດຖະບານສ້າງສັນ ເພື່ອຮັບໃຊ້ປະຊາຊົນ, ວິສາຫະກິດໃຫ້ດີກວ່າເກົ່າ. ບັນດາວິສາຫະກິດ ຄວນເປັນເຈົ້າການຊອກຫາບັນດາທ່າອ່ຽງ, ຮູບແບບໃຫ້ເໝາະສົມ ແລະ ກະກຽມແຫລ່ງຊັບພະຍາກອນມະນຸດ, ແຫລ່ງກຳລັງແຮງຢ່າງເໝາະສົມເພື່ອເຂົ້າຮ່ວມການຫັນເປັນດີຈີຕອນ ໃນການນຳເຂົ້າ-ສົ່ງອອກ.”

ກະຊວງອຸດສາຫະກຳ ການຄ້າ ສົມທົບກັບບັນດາຫົວຫນ່ວຍທີ່ກ່ຽວຂ້ອງ ຫາກໍ່ເປີດຕົວ ພື້ນຖານຫນູນຊ່ວຍການສົ່ງອອກ ຫວຽດນາມ ECVN  ປີ 2020. ບໍ່ພຽງແຕ່ເພື່ອຊ່ວຍວິສາຫະກິດ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກໂດຍໄວຍ້ອນໂລກລະບາດໂຄວິດ ເທົ່ານັ້ນ ຫາກ ECVN ຍັງໄດ້ຮັບຄວາມຫວັງວ່າຈະຊ່ວຍວິສາຫະກິດ ສຳຜັດ, ຍາດແຍ່ງກາລະໂອກາດຈາກບັນດາສັນຍາການຄ້າລຸ້ນໃຫຍ່ໂດຍໄວ. ນີ້ແມ່ນບັນດາບາດກ້າວເດີນທີ່ຈຳເປັນ, ສ້າງຄວາມສະດວກຫລາຍທີ່ສຸດໃຫ້ແກ່ນັກທຸລະກິດ-ວິສາຫະກິດຫວຽດນາມ, ພິເສດແມ່ນກຸ່ມວິສາຫະກິດຂະຫນາດກາງ ແລະ ນ້ອຍ ທີ່ມີຄວາມຕ້ອງການເຂົ້າຮ່ວມການສົ່ງອອກທາງໄກ, ເຂົ້າຮ່ວມການຄ້າທົ່ວໂລກ ເພື່ອພັດທະນາເຄື່ອງໝາຍການຄ້າ ແລະ ເປີດກວ້າງຂອບຂະຫນາດ.

ຕອບກັບ

ຂ່າວ/ບົດ​ອື່ນ