ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳບັນລຸໝາກຜົນຫລາຍພໍສົມຄວນ

(vovworld)- ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2012,​ ບັນດາ​​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳສົ່ງ​ອອກ​ຂອງ​ຫວຽດນາມ​ພວມ​ຟື້ນ​ຕົວ​ເທື່ອ​ລະ​ກ້າວ ​ແລະ ບັນລຸ​ໝາກຜົນ​ຫລາຍ​ພໍ​ສົມຄວນ. ​ໃນ​ນັ້ນ ຜະລິດ​ຕະພັນ​ກະ​ເສດ​ສົ່ງ​ອອກ​ບາງ​ປະ​​ເພດທີ່ບັນລຸ​ມູນ​ຄ່າກວ່າ 1 ຕື້ USD ລວມມີ: ສິນ​ໃນ​ນ້ຳ, ​ເຂົ້າສານ, ກາ​ເຟ, ​ເຄື່ອງ​ເຟີ​ນີ​ເຈີ, ຢາງພາລາ, ໝາກມ່ວງ​ຫິມະພານ.

ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳບັນລຸໝາກຜົນຫລາຍພໍສົມຄວນ - ảnh 1
ສິນໃນນ້ຳສົ່ງອອກບັນລຸລະດັບສູງໃນ 9 ເດືອນຕົ້ນປີ 2012
ພາບ:vietnam.vn

        ຕາມ​ຕົວ​ເລກ​ຂອງ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ​ແລ້ວ, ວົງ​ເງິນ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ຂອງ​ຫວຽດນາມ ​ໃນ 9 ​ເດືອນ​ຜ່ານ​ມາ​ບັນ​ລຸ​ໄດ້ 20,4 ຕື້ USD, ​ເພີ່ມ​ຂຶ້ນ​ກວ່າ 10% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ຫນ້າ​ສົນ​ໃຈ​ແມ່ນ ​ໃນ​ສະພາບ​ການ​ສົ່ງ​ອອກ​ລວມຂອງ​ທົ່ວ​ປະ​ເທດ, ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳຍັງ​ຄົງ​ຮັກສາ​ລະດັບ​ສົ່ງ​ອອກເປັນ​ປົກກະຕິ ​ແລະ ​​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນອີກ. ​​ປະຈຸ​ບັນ​, ສິນ​ໃນ​ນ້ຳສົ່ງ​ອອກບັນລຸ​ລະດັບສູງ​ສຸດ, ​ໃນ 9 ​ເດືອນ​ຕົ້ນ​ປີ​ບັນລຸ 4,5 ຕື້ USD, ​ເພີ່ມ​ຂຶ້ນ​ປະມານ 3,5 % ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ເຂົ້າສານ​ສົ່ງ​ອອກ​ 6,2 ລ້ານ​ໂຕນ, ບັນລຸ​ມູນ​ຄ່າ 2,78 ຕື້ USD. ​ເພື່ອ​ບັນລຸ​ໄດ້ໝາກຜົນ​ດັ່ງກ່າວແມ່ນ​ຍ້ອນ​ມີ​ນະ​ໂຍບາຍ​ຫນູນ​ຊ່ວຍ​ຊາວກະສິກອນ, ດ້ວຍ​ຈຸດໝາຍ​ພັດທະນາ​ກະສິກຳ​ແບບ​ຍືນ​ຍົງ, ລັດຖະບານ​ໄດ້​ມີ​ແຜນ​ນະ​ໂຍບາຍ​ກໍ່ສ້າງ​ລະບົບ​ສາງສາມາດ​ບັນຈຸ​ເຂົ້າສານ​ໄດ້ 4 ລ້ານ​ໂຕນ ​ແລະ ຖື​ວ່າ ນີ້​ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ​ສຳລັບ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ ​ເພື່ອ​ໃຫ້​ຫວຽດນາມ ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ແບບ​ອາຊີບ ທ່ານ​ນາງ Bui Thi Thanh Tam ຮອງ​ຜູ້ອຳນວຍການ​ບໍລິສັດ​ທັນ​ຍາ​ຫານ​ພາກ​ເຫນືອ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ບັນດາ​ປະ​ເທດ​ຄື ລັດ​ເຊຍ, ອິນ​ເດຍ ​ແລະ ມ້ຽນ​ມາ ​ໄດ້​ມີ​ນະ​ໂຍບ​າຍຢຸດຕິ​ການ​ສົ່ງ​ອອກ​ຊົ່ວຄາວ​ ເພື່ອ​ເພີ່​ມລະດັບ​ສະ​ສົມ​ພາຍ​ໃນ​ປະ​ເທດ ​ແລະ ຮັກສາລາຄາທັນ​ຍາ​ຫານພາຍ​​ໃນ​ປະ​ເທດ​ໃຫ້​ເປັນ​ປົກກະຕິ. ນີ້​ແມ່ນ​ສິ່ງທີ່ພວກ​ເຮົາ​ຕ້ອງຄິດ​ໄລ່​ເຖິງ, ບໍ່​ຄວນ​ຟ້າວ​ຝັ່ງ​ຂາຍ​ເຂົ້າສານ​ດ້ວຍ​ລາຄາ​ຕ່ຳ ຫາກ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະວີ​ການ​ສະ​ສົມ​ຊົ່ວຄາວ, ​ເມື່ອ​ຮອດເວລາ​ເໝາະ​ສົມ​ຈຶ່ງ​ຂາຍ ເຮັດຄື​ແນວ​ນັ້ນທັງ​ເພີ່ມ​ລາຍ​ຮັບ​ທັງ​ຮັບປະກັນ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ພໍ່​ແມ່​ຊາວ​ກະສິກອນ.”

        ຕາມ​ບັນດາ​ຜູ້​ຊ່ຽວຊານດ້ານ​ເສດຖະກິດ​ແລ້ວ, ​ການ​ສົ່ງ​ອອກ ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​​ໃນ​​ໄລຍະ​ຜ່ານ​ມາ​​ເຕີບ​ໂຕ ໄດ້​ສ່ອງ​ແສງ​​ໃຫ​້​ເຫັນ​ຄວາມ​ສາມາດ​ຮັບ​ມື ​ແລະ ກຳລັງ​​ແກ້​ງ​ແຍ້​ງຂອງ​ຂະ​ແຫນງ​ກະສິກຳ ຫວຽດນາມ​ໃນ​ສະພາບ​ເສດຖະກິດ​ໂລກ​ພວມຊຸດ​ໂຊມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ສະພາບຕະຫລາດ​ສົ່ງ​ອອກ​ຢູ່​ໂລກ​ພວມຜັນ​ແປ​​ໄປ​ຢ່າງ​ສັບສົນຍາກ​ທີ່​ຈະຄາດ​ຄະ​ເນ​ໄດ້ນັ້ນ, ​ເປັນ​ຕົ້ນ​​ແມ່ນໃນ​ຊຸມ​ເດືອນ​ທີ່​ຍັງ​ເຫລືອ​ຂອງ​ປີນີ້, ​ໄດ້ຮຽກຮ້ອງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຄວນ​ສືບຕໍ່​ກຳ​ໄດ້​ກາລະ​ໂອກາດ, ພິ​ເສດ​ຕ້ອງ​ມີ​ນະ​ໂຍບາຍ​ຫນູນ​ຊ່ວຍ​ຊຸກຍູ້​ການ​ຜະລິດ, ສ້າງ​ປະຖົມ​ປັດ​​ໄຈ​ເພື່ອ​ໃຫ້ກາ​ນສົ່ງ​ອອກ​ໝ້ັນຄົງ. ທີ່​ວາລະ​ປະຊຸມ​ປະຈຳ​ເດືອນ 9 ​ຂອງ​ລັດຖະບານ​ຜ່ານ​ມາ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຊີ້​ແຈງ​ວ່າ:

        “ປະ​ຈຸ​ບັນ ລາຄາ​ທັນ​ຍາ​ຫານ​ເພີ່ມ​ຂຶ້ນ, ມີ​ຕະຫລາດ​ຈຳຫນ່າຍ, ການ​ສົ່ງ​ອອກ​ພວມ​ບັນລຸ​ໝາກຜົນ​ດີ, ສະມັດ​ຕະພາບ​ທັນ​ຍາ​ຫານ​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ, ລະ​ດູການ​ຈະ​ມາ​ເຖິງ​ຖ້າ​ຫາກ​ພວກ​ເຮົາ​ຫນູນ​ຊ່ວຍ​ດ້ານ​ທຶນຮອນ​ໃຫ້​ແກ່​ຊາວ​ກະສິກອນ​ເປັນ​ຢ່າງ​ດີ ຂ້າພະ​ເຈົ້າ​ເຊື່ອໝັ້ນ​ວ່າ​ ລະ​ດູການ​ຕໍ່​ໄປກໍ່ຈະ​ໄດ້​ຮັບ​ຜົນ​ດີ​​. ທີ​ສອງ ທ່າ​ໄດ້​ປຽບ​ຂອງ​ຊາວ​ກະສິກອນ​ນັ້ນ​ແມ່ນ ສິນ​ໃນ​ນ້ຳ, ສົ່ງ​ອອກ​ປາຈາ, ບາ​ຊາ ​ແລະ ລ້ຽງ​ກຸ້ງ, ປະ​ຈຸ​ບັນ ຕະຫລາດ​ຈຳຫນ່າຍມີ​ຄວາມ​ສະດວກ​, ​ການ​ສົ່ງ​ອອກ​ເຕີບ​ໂຕຢ່າງແຮງ ສະ​ນັ້ນ ພວກ​ເຮົາ​ຄວນ​ຊຸກຍູ້​ທຸກ​ດ້ານ, ​ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​​ສົ່ງ​ອອກ​ທີ່ພວກ​ເຮົາ​ພວມ​ມີ​ທ່າ​ໄດ້​ປຽບ. ພວກ​ເຮົາ​ກໍ​ຄວນ​ຍູ້​ແຮງ​ການ​ປຸງ​ແຕ່ງ​ເພື່ອ​ຍົກ​ສູງຄຸນຄ່າ​ການ​ສົ່ງ​ອອກ.”

ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳບັນລຸໝາກຜົນຫລາຍພໍສົມຄວນ - ảnh 2
ຫວຽດນາມ ແມ່ນປະເທດສົ່ງອອກກາເຟຫລາຍກວ່າໝູ່ໃນໂລກ
ພາບ: internet

        ຕາມ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ແລ້ວ​,​ໃນ 9 ​ເດືອນຂອງ​ປີ 2012, ຍອດ​ວົງ​ເງິນ​ສົ່ງ​ອອກ​ລວມຂອງ​ທັງ​ປະ​ເທດ​ແມ່ນ 83,78 ຕື້ USD, ​ເປັນ​ຫນ້າ​ສົນ​ໃຈ​ແມ່ນ​ລະດັບ​ການ​​ສົ່ງ​ອອກ​ເພີ່ມ​ຂຶ້ນ​ສູງ​ກວ່າ​ລະດັບ​ການ​ນຳ​ເຂົ້າ ​ແລະ ຫວຽດນາມ​ໄດ້​ສົ່ງ​ອອກ​ສິນຄ້າ​​ເກີນ​ດູນ​ປະມານ 34 ລ້ານ USD.​​ໃນ​ນັ້ນ ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳສົ່ງ​ອອກ ​ໄດ້ປະກອບສ່ວນ​ຫລາຍ​ພໍ​ສົມຄວນ​ເຂົ້າ​ໃນ​ລະດັບການ​ສົ່ງ​ອອກ​ລວມ.

ຕອບກັບ

ຂ່າວ/ບົດ​ອື່ນ