ການສົ່ງອອກສິນຄ້າຂອງຫວຽດນາມໃນ 6 ເດືອນຕົ້ນປີ 2014 ມີສັນຍານດີຂຶ້ນ

(vovworld)-​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດນາມ ບັນລຸ​ເກືອບ 71 ຕື້ USD(​ເກືອບ​ເທົ່າ​ກັບ​ລະດັບ​ທັງ​ປີ 2010), ​ເພີ່ມ​ຂຶ້ນ 15% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ບັນດາ​ຕົວ​ເລກ​ນີ້​ສະ​ແດງ​ໃຫ​້​ເຫັນ​ວ່າ  ການ​ສົ່ງ​ອອກ​ຍັງ​ແມ່ນ​ຈຸດ​ເດ່ັ່ນຂອງ​ພື້ນຖານ​ເສດຖະກິດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຽງ​ຄູ່​ກັບ​ບັນດາ​ຕົວ​ເລກ​ທີ່​ຫນ້າປະ​ທັບ​ໃຈ​ນັ້ນ, ຫວຽດນາມ ຕ້ອງ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ຕໍ່ຫນ້າ ​ເມື່ອ​ມຸ່ງ​ໄປ​ສູ່​ຈຸດໝາຍ​ເພີ່ມ​ທະວີ​ການ​ສົ່ງ​ອອກ​ຢ່າງ​ໝັ້ນຄົງ.

ການສົ່ງອອກສິນຄ້າຂອງຫວຽດນາມໃນ 6 ເດືອນຕົ້ນປີ 2014 ມີສັນຍານດີຂຶ້ນ - ảnh 1
ພາບປະກອບ:internet

        ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ມີ 13 ປະ​ເພດ​ສິນຄ້າ​ສົ່ງ​ອອກ​ບັນລຸ​ວົງ​ເງິນ​ແຕ່ 1 ຕື້ USD ຂຶ້ນ​ໄປ. ຄາດ​ຄະ​ເນ​ທັງ​ປີ ຈະ​ມີ ສິນ​ຄ້າ 22 ປະ​ເພດ, ສູງ​ກວ່າ​ເມື່ອ​ທຽບ​ໃສ່​ປີ​ກ່ອນ 1 ປະ​ເພດ ​ແລະ ​ເປັນ​ຄັ້ງ​ທຳ​ອິດ ຫວຽດນາມ ມີ ​ສິນຄ້າ 2 ປະ​ເພດ ຄື​ໂທລະສັບ, ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ ບັນລຸ​ວົງ​ເງິນ​ສົ່ງ​ອອກ​ກວ່າ 20 ຕື້ USD. ມີ​ແຂວງ​ຫນຶ່ງ​ຕ່ືມ​ອີກ​ບັນລຸ​ວົງ​ເງິນ​ສົ່ງ​ອອກ​ກວ່າ 1 ຕື້ USD ນັ້ນ​ແມ່​ນ​ແຂວງ ທາຍ​ງວຽນ ​ແລະ ອາດ​ຈະ​ມີ 20 ​ແຂວງ,​ນະຄອນ ບັນລຸ​ວົງ​ເງິນ​ສົ່ງ​ອອກ​ກວ່າ 1 ຕື້ USD ​ໃນ​ປີ​ນີ້.

        ​ເບິ່ງ​ລວມ​ແລ້ວ​ ​ໃນ 6 ​ເດືອນ​ຕົ້ນ​ປີ, ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ທັງ​ປະ​ເທດ​ບັນລຸ​​ເກືອບ 15 ຕື້ USD, ​ເພີ່ມ​ຂຶ້ນ​ເກືອບ 13% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນັບ​ແຕ່​ເດືອນ 5 ຈະ​ມາ​ເຖິງ, ການ​ສົ່ງ​ອອກ​​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ​ບາງ​ປະ​ເພດ ​ໄປ​ຍັງ​ຈີນ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່. ​ໃນ​ສະພາບ​ກາ​ນຄື​ແນວ​ນັ້ນ, ​ເລື່ອງ​ເປີດ​ກວ້າງ​ຕະຫລາດ​ໃຫມ່​ຍິ່ງ​ມີ​ຄວາມ​ຈຳ​ເປັນ. ນີ້​ກໍ​ແມ່ນ​ທິດ​ກ້າວ​ເດີນ​ຂອງ​ວິ​ສາ​ຫະກິດ​ສົ່ງ​ອອກ ຫລາຍ​ແຫ່ງຢູ່​ຫວຽດນາມ​ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ຫລີກ​ລ້ຽງ​ການ​​ອາໄສຕະຫລາດ​ໃດ​ຫນຶ່ງ. ທ່ານ ຟ້າ​ມກວກ​ທາຍ​, ຜູ້ຕາງຫນ້າ​ບໍລິສັດ​ໃຫຍ່​ຜັກ,ໝາກ​ໄມ້ ​ແລະ ຜະລິດ​ຕະພັນ​ກະ​ເສດ ​ແບ່ງປັນ​ວ່າ:

        “​ໄລຍະ​ຈະ​ມາ​ເຖິງ ຄາດ​ຄະ​ເນ​ການ​ສົ່ງ​ອອກ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ການ​ກຳນົດ​ທິດ​ຂອງ​ພວກ​ຂ້າພະ​ເຈົ້າ ​ແມ່ນຫັນ​ຕະຫລາດ, ການ​ຜະລິດ​ສິນຄ້າມີມູນຄ່າເພີ່ມສູງ​ເປັນ​ຫລາຍ​ຮູບ​ຫລາຍ​ແບບຄື: ໝາກ​ນັດ, ໝາກ​ລີ​ນຈີ່​ແຊ​ເຢັນ​ສົ່ງ​ໄປ​ຂາຍ​ຢູ່​ຕະຫລາດ​ສ​ເກົາຫລີ, ຍີ່ປຸ່ນ​ດີ​ທີ່​ສຸດ, ຊ້ຳ​ບໍ່​ໜຳ ຍັງ​ສົ່ງ​ໄປ​ຂາຍ​ຢູ່​ອ​າ​ເມ​ລິກາ ​ແລະ ຕະຫລາດ​ແຫ່ງ​ໃຫມ່​ຈຳນວນ​ຫນຶ່ງ.”

        ອີກ​ບັນຫາ​ຫນຶ່ງ​ທີ່​ວາງ​ອອກ​ສຳລັບ​ການ​ສົ່ງ​ອອກ​ຂອງ​ຫວຽດນາມ ​ແມ່ນ​ເພີ່ມ​ມູນ​ຄ່າ​ຜະລິດ​ຕະພັນ ພ້ອມ​ທັງ​ຫລຸດຜ່ອນ​ການ​ອາໄສວັດຖຸດິບນຳເຂົ້າຈາກຕະຫລາດ ​ແຫ່ງ​ຫນຶ່ງ​ເພື່ອ​ຫລີກ​ລ້ຽງ​ຄວາມ​ສ່ຽງ​ເມື່ອ​ຕະຫລາດ​ເກີດ​ການຫັນປ່ຽນ. ຕຳ່​ແຜ່ນ​ຕັດຫຍິບ, ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຂະ​ແຫນງ​ສົ່ງ​ອອກ​ປາຍ​ແຫລມ​ຂອງ​ຫວຽດນາມ, 6 ​ເດືອນ​ຕົ້ນ​ປີ​ບັນລຸ​ໄດ້​ກວ່າ 10 ຕື້ USD, ​ແຕ່​ໝາກຜົນ​ນີ້​ກໍ​ຊ້ອນ​ແຝງ​ຫລາ​ຍບັນຫາ​ຕ້ອງ​ແກ້​ໄຂ, ​ຍ້ອນ​ວ່າ ວັດ​ຖຸດິບ​ສ່ວນ​ຫລາຍ​ແມ່ນ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ, ​ໃນ​ນັ້ນ ນຳ​ເຂົ້າ​ຈາກ​ຈີນ​ກວມ​ເກືອບ 40%. ທ່ານ ​ເຈີນ​ວັນ​ຄາງ, ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຫຸ້ນ​ສ່ວນ​ຕັດຫຍິບ ດົງ​ບີ​ງ(​ແຂວງ ບັກ​ນີງ) ຖື​ວ່າ: ບັນຫາ​ຕົ້ນຕໍປະຈຸ​ບັນ ຕ້ອງ​ຫລຸດຜ່ອນ​ການ​ອາໄສ​ວັດ​ຖຸດິບ​ທີ່​ນຳ​ເຂົ້າ​ຈາ​ກຕ່າງປະ​ເທດ ດ້ວຍ​ການ​ນຳ​ໃຊ້​ວັດຖຸ​ດິບ​ຜະລິດ​ພາຍ​ໃນ​ປະ​ເທດ, ສຸມ​ໃສ່​ເພີ່ມ​ມູນ​ຄ່າ​ເພີ່ມ​ຂອງ​ຜະລິ​ດຕະພັນ.

        “​ໂດຍແມ່ນ​ຫນຶ່ງ​ໃນ​ບັນດາ​ວິ​ສາ​ຫະກິດ​ຜະ​ລິດ​ແບບ​ຮັບ​ຈ້າງ​ເປັນ​ຕົ້ນ, ​ແຕ່​​ໄລຍະ​ມໍ່ໆ​ມາ​ນີ້ ພວກ​ຂ້າພະ​ເຈົ້າ​ພວມ​ຫັນ​ໄປ​ສູ່ຮູບ​ການ FOB(​ເປັນ​ເຈົ້າ​ການ​ໃນ​ການ​ຜະລິດ​ວັດຖຸ​ດິບ) ​ແລະ ຍູ້​ແຮງ​ການ​ນຳ​ໃຊ້​ວັດ​ຖຸດິບ​ພາຍ​ໃນ​ປະ​ເທດ​ເພື່ອ​ຮັບ​ໃຊ້​ຕາມ​ໃບ​ຊັ່ງ​ຊື້​ສິນຄ້າ ຕາມ​ຮູບ​ການ FOB. ຫລື ຍູ້​ແຮງ​ການ​ຊື້​ແຜ່ນ​ແພ​ຢູ່​ບັນດາ​ຕະຫລາດ​ອື່ນ​ຄື: ​ໄທ, ສິງກະ​ໂປ… ​ເພື່ອ​ຫລຸດຜ່ອນ​ການ​ອາໄສ​ວັດຖຸ​ດິບ​ຈາກ​ຕະຫລາດ​ແຫ່ງ​ຫນຶ່ງ.”

        ບັນດາ​ວິ​ສາ​ຫະກິດ ພວມ​ຜັນ​ຂະຫຍາຍ​ການ​ລົງທຶນ​ເຂົ້າ​ເຂດ​ຜະລິດ​ວັດຖຸ​ດິບ, ຊ່ວຍ​ສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ ​ເຂົ້າ​ຮ່ວມ​ລະບົບ​ມູນ​ຄ່າ​ຢ່າງ​ເລິກ​ເຊິ່ງກວ່າ, ຈາກ​ນັ້ນ ຊ່ວຍ​ສິນຄ້າ​ສົ່ງ​ອອກ​ສາມາດ​ເຂົ້າ​ຮ່ວມ​ຕະຫລາດ​ອື່ນ​ຫລາຍ​ແຫ່ງ​ກວ່າ ດ້ວຍ​ມູນ​ຄ່າ​ສູງ​ກວ່າ. ​ ​ໃນ​ໄລຍະ​ຜ່ານ​ມາ ​ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ​ດຶງ​ດູດ​ຫລາຍ​ໂຄງການ​ລົງທຶນ​ເຂົ້າ​ເຕັກ​ໂນ​ໂລ​ຊີ​ຕຳ່​ແຜ່ນ, ຍ້ອມ​ສີ, ສ້າງ​ແຜນ​ກຳນົດ​ພັດທະນາ​ອຸດສາຫະກຳ​ສຳຮອງ​ສຳ​ເລັດ​ ກໍ​ແມ່ນ​ທິດ​ກ້າວ​ເດີນ​ອັນ​ຖືກຕ້ອງ​ເພ່ືອ​​ເພີ່ມ​ທະວີ​ການ​ສົ່ງ​ອອກ​ບັນດາ​ປະ​ເພດ​ສິນຄ້າ​ເປັນປາຍແຫລມ.

        ​ໃນ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນອອກ​ພວມ​ເກີດ​ການ​ຜັນ​ແປ​ຢ່າງ​ສັບສົນ, ອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ບໍ່​ຫນ້ອຍ​ເຖິງ​ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດນາມ, ທ່ານ ຫວູຮູ​ຍຮ່ວາງ, ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ ​ໄດ້​ຢືນຢັນ​ແຜນ​ນະ​ໂຍບາຍ​ຂອງ​ລັດຖະບານ ​ແມ່ນ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ປະ​ເພດ​ສິນຄ້າ ​ແລະ ຕະຫລາດ​ສົ່ງ​ອອກ​ຄືນ​ໃຫມ່, ພ້ອມ​ທັງ ມີ​ບັນດາ​ນະ​ໂຍບາຍ​ຫນູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດຢ່າງ​ທັນ​ການ.

        “​ແຜນ​ນະ​ໂຍບາຍ​ຂອງ​ລັດຖະບານ ​ແມ່ນ​ເປີດ​ກວ້າງ​ຕະຫລາດ​ສົ່ງ​ອອກ​ແຫ່ງ​ໃຫມ່​ຕື່ມ​ອີກ ​ແລະ ບັນດາ​ຕະຫລາດ​ນຳ​ເຂົ້າ​ໃຫມ່ ​ເພື່ອ​ຫລີກ​ລ້ຽງ​ການ​ອາໄສ​ຄູ່​ຮ່ວມ​ມື​ໃດ​ຫນຶ່ງ. ຄຽງ​ຄູ່ກັນ​ນັ້ນ, ພວກ​ເຮົາ​ຕ້ອງ​ເພີ່ມ​ທະວີ​ການ​ພັດທະນາ​ຮາກ​ຖານ​ການ​ຜະລິດ​ວັດຖຸ​ດິບ. ລັດຖະບານ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ກ່ຽວ​ກັບ​ກົນ​ໄກ​ນະ​ໂຍບາຍ​ໃຫ້​ແກ່​ການ​ຜະລິດ​ກະສິກຳ, ​ເພີ່ມ​ມູນ​ຄ່າ​ເພີ່ມ, ​ເພີ່ມ​ຄວາມ​ສາມາດ​ສົ່ງ​ອອກ, ​ຜ່ານ​ນັ້ນ ການ​ສົ່ງ​ອອກ​ສິນຄ້າ​ນັບ​ມື້​ນັບ​ເປັນ​ປົກກະຕິ ​ແລະ ໝັ້ນຄົງ​ກວ່າ.”

        ​ເລື່ອງ​ຕັ້ງຫນ້າ​ເຈລະຈາ​ເພື່ອ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ກັບ​ສະຫະພາບ​ເອີ​ລົບ ​ແລະ ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາ​ຊີ​ຟີ​ກ (TPP) ກໍ​ຈະ​ເປີດ​ປະຕູ​ຕະຫລາດ​ສິນຄ້າ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ປະ​ເພດ​ສິນຄ້າ​ມີ​ທ່າ​ໄດ້​ປຽບ​ຂອງ​ຫວຽດນາມ​ຄື: ເຄື່ອງຕຳ່​ແຜ່ນ​ຕັດຫຍິບ, ​ເກີບ​ຫນັງ, ຜະລິດ​ຕະພັນ​ກະ​ເສດ.. ​​ແຊກ​ຊືມ​​ເຂົ້າ​ບັນດາ​ຕະຫລາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນດ້ວຍ​ຂອບ​ຂະຫນາດ​ໃຫຍ່, ຫລຸດຜ່ອນ​ການອາໄສ​ບາງ​ຕະຫລາດ​ສົ່ງ​ອອກ ​ແລະ ຮັບປະກັນ​ການ​ສົ່ງ​ອອກ​ສິນຄ້າ​ເປັນ​ປົກກະຕິ, ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ