ການສົ່ງອອກເຂົ້າສານມີຄຸນນະພາບສູງ,ທິດທາງໃໝ່ໃຫ້ແກ່ຂະແໜງເຂົ້າສານຫວຽດນາມ

(vovworld) - ເຖິງວ່າ, ຫວຽດ​ນາມມີ​ປະ​ລິ​ມານ​​ເຂົ້າ​ສານ​ສົ່ງ​ອອກຢືນ​ອັບ​ດັບ​ທີ 3 ໃນ​ໂລກ, ແຕ່​​ມູນ​ຄ່າ​ຂອງ​ເຂົ້າ​ສານ​ຫວຽດ​ນາມ ພວມ​ຢູ່​ໃນ​ລະ​ດັບ​​ປານ​ກາ​ງ​ຕ່ຳ. ເພື່ອ​ໃຫ​້​ເຂົ້າ​ສານ​ຫວຽດ​ນາມ ສາ​ມາດ​ແຊກ​ຊຶມ​ເຂົ້າ​ບັນ​ດາ​ຕະ​ຫຼາດ​ໃຫຍ່​ ໃນ​ສະ​ພ​າບ​ເຊື່ອມ​ໂຍງ​ເສດ​ຖະ​ກິດເຂົ້າ​ກັບ​ສາ​ກົນນັ້ນ, ມີ​ວິ​ສາ​ຫ​ະ​ກິດ​ສົ່ງ​ອອກ​ເຂົ້າ​ສານຫຼາຍ​ແຫ່ງ​​ພວມມຸງ​ໄປ​ເຖິງ​ການ​ສົ່ງ​ອອກເຂົ້າ​ສານ​ທີ່​ມີ​ຄຸນ​ນະ​ພາບ​ສູງ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຈຸງ​ທຸຍ ​ທີ່​ມີ​ຫົວ​ຂໍ້​ວ່າ “ການສົ່ງ​ອອກ​ເຂົ້າ​ສານ​ມີ​ຄຸນ​ນະ​ພາບ​ສູງ, ທິດ​ທາງ​ໃໝ່​ໃຫ້​ແກ່​ຂະ​ແໜງ​ເຂົ້າ​ສານ​ຫວຽດ​ນາມ’.

ການສົ່ງອອກເຂົ້າສານມີຄຸນນະພາບສູງ,ທິດທາງໃໝ່ໃຫ້ແກ່ຂະແໜງເຂົ້າສານຫວຽດນາມ - ảnh 1
(ພາບ​ປະ​ກອບ)

ໃນ​ຊຸມ​ປີມໍ່ໆ​ມານີ້, ການ​ສົ່ງ​ອອກ​ເຂົ້າ​ສານ​ທີ່​ມີ​ມູນ​ຄ່າໂພ​ສະ​ນາ​ການ​ສູງ, ໄດ້​ປະ​ກອບ​ສ່ວນ​ເພີ່ມ​ປະ​ລິ​ມານ​ການ​ຜະ​ລິດ​ເຂົ້າ​ສານ​​ມີຄຸນ​ນະ​ພາບ​ສູງ ໃນ​ໂຄງ​ປະ​ກອບ​​ເຂົ້າ​ສານ​​ສົ່ງ​ອອກຂອງ​ຫວຽດ​ນາມ. ປະ​ຈຸ​ບັນ, ເຂົ້າ​ສານ​ທີ່​ມີ​ຄຸນ​ນະ​ພາບ​ສູງກວມ​ເອົາ 27% ປະ​ລິ​ມານ​ເຂົ້າ​ສາ​ນ​ສົ່ງ​ອອກ​ຂອງ​ຫວຽດ​ນາມ. ການ​​ສົ່ງ​ອອກເຂົ້າ​ສານ​​ທີ່ມີ​ຄຸນ​ນະ​ພາບ​ສູງ ໄດ້​ຮັບ​ຖື​ວ່າ ແມ່ນ​ທິດ​ທາງ​​ທີ່​ສຳ​ຄັນ, ຢືນ​ຢັນ​ເຄື່ອງ​ໝາຍ​ ເຂົ້າ​ສານ​ຫວຽດ​ນາມ ​ໃນຕະ​ຫຼາດ​​ເທື່ອ​ລະ​ກ້າວ, ພ້ອມ​ທັງ​ປະ​ກອບ​ສ່ວນ​​ປ່ຽນ​ແປງວິ​ທີ​ການ​ຜະ​ລິດ​ເຂົ້າ​ສານ​​​ທີ່ມີ​ຄຸນ​ນະ​ພາບ​ຕ່ຳ​​ໃນ​ຫຼາຍ​ປີ​ຜ່ານ​ມາ​ຂອງ​ປະ​ຊາ​ຊົນ.

        ​ບັນ​ດາວິ​ສາ​ຫະ​ກິດ​ສົ່ງ​ອອກ​ເຂົ້າ​ສານ​​ເກືອບ​ທັງ​ໝົດ​ລ້ວນ​ແຕ່​ໃຫ້​ຂໍ້​ສັງ​ເກດ​ວ່າ, ເຂົ້າ​ສານ​​ທີ່ມີ​ຄຸນ​ນະ​ພາບ​ສູງມີ​ລາ​ຄາ​​ສູງກວ່າ​ຫຼາຍ ເມື່ອ​ທຽບ​ໃສ່​ເຂົ້າ​ສານ​​ທີ່ມີຄຸນ​ນະ​ພາບ​​​ປານ​ກາງ ແລະ ຕ່ຳ. ​ໂດຍລະ​ອຽດ​ແມ່ນ, ເຂົ້າ​ສານ​​ທີ່ມີ​ຄຸນ​ນະ​ພາບ​ສູງ ​ມີ​ລາ​ຄາ 700 USD/ໂຕນ, ໃນ​​ຂະ​ນະ​ນັ້ນ ​ເຂົ້າ​ສານ​ທຳ​ມະ​ດາ​​ມີລາ​ຄາ​ພຽງ​ແຕ່ 370 – 380 USD/ໂຕນ​ເທ​ົ່າ​ນັ້ນ. ສະ​ນັ້ນ, ກຸ່ມ​ບໍ​ລິ​ສັດ ໂລກ​ເຈີຍ ພວມ​ຫັນ​ໄປ​ສູ່​ການ​ສົ່ງ​ອອກເຂົ້າ​ສານທີ່​ມີ​ຄຸນ​ນະ​ພາບ​ສູງ​ຢ່າງ​ແຮງ. ທ່ານ ຟ້າມ​ແທງ​ທໍ້, ຮອງ​ຜ​ູ້​ອຳ​ນວຍ​ການ​​ຂະ​ແໜງ​ທັນ​ຍາ​ຫານກຸ່ມ​ບ​ໍ​ລິ​ສັດ ໂລກ​ເຈີຍ ໃຫ້​ຮູ້​ວ່າ.

        “​ການ​ຜະ​ລິດ​ເຂົ້າ​ສານ​ຂອງ​ກຸ່ມບ​ໍ​ລິ​ສັດ ແມ່ນ​ຕາມ​ຮູບ​ແບບ​ຮ່ວມ​ມື​ກັບ​ຊາວ​ກະ​ສິ​ກອນ​ເພື່ອ​​ຜະ​ລິດ​ຕາມ​ລະ​ບົບມູນ​ຄ່າ. ພວກ​ຂ້າ​ພະ​ເຈົ້າ​ລົງ​ທຶນ​ໃຫ້​ຊາວ​ກະ​ສິ​ກອນ​​ນັບ​ແຕ່​ດ້ານວັດ​ຖຸອຸ​ປະ​ກອນກະ​ສິ​ກຳ​ສົ້ນ​ເຂົ້າ ແລະ ພ້ອມ​ກັບ​ຊາວ​ກະ​ສິ​ກອນຈັດ​ຕັ້ງ​ການປູກ​ເຂົ້າ ແລະ ລົງ​ນາມ​ໃນ​ສັນ​ຍາ, ຮອດ​ໄລ​ຍະ​ເກັບ​ກ່ຽວ ຈະ​ເກັບ​ຊື້​ຕາມ​ລາ​ຄາ​ຂອງ​ຕະ​ຫຼາດ. ກຸ່ມ​ບໍ​ລິ​ສັດ​ມຸ່ງ​​ໄປເຖິງ​ບັນ​ດາ​ຕະ​ຫຼາດ​ຂັ້ນ​ສູງ​ຄື: ອາ​ເມ​ລິ​ກາ, ຮົ່ງ​ກົງ, ສິງ​ກະ​ໂປ ແລະ ບາງ​ປະ​ເທດ​ອີ​ຢູ”.

ການສົ່ງອອກເຂົ້າສານມີຄຸນນະພາບສູງ,ທິດທາງໃໝ່ໃຫ້ແກ່ຂະແໜງເຂົ້າສານຫວຽດນາມ - ảnh 2
(ພາບ​ປະ​ກອບ)

ຕາມບ​ັນ​ດາ​ນັກ​ຊ່ຽວ​ຊານ​ໃນ​ຂະ​ແໜງ​ກະ​ສິ​ກຳ​ແລ້ວ, ຄວາມ​ຕ້ອງ​ການ​ເຂົ້າ​ສານ​​​ທີ່ມີ​ຄຸນ​ນະ​ພາບ​ສູງ​ຂອງ​ຕ​ະ​ຫຼາດ​ໂລກ​ນັບ​ມື້​ນັບ​ສູງ​ຂຶ້​ນ, ແຕ່​ຄວາມ​ສາ​ມາດ​ຕອບ​ສະ​ໜອງ​ຂອງວິ​ສາ​ຫ​ະ​ກິດ​ຫວຽດ​ນາມ ຍັງຈຳ​ກັດ​ຢູ່. ໜຶ່ງ​ໃນ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ໂດຍ​ກົງ​ນັ້ນ​ແມ່ນ​ຕ້ອງ​ແກ່ງ​ແຍ້ງ​ກັບ​ເຂົ້າ​ສານ​ຂອງ​ໄທ, ເຊິ່ງ​ແມ່ນ​ປະ​ເທດ​ທີ່​ມີ​ເຄື່ອງ​ໝາຍເຂົ້າ​ສານ​ຫອມ​ທີ່​ມີ​ຊື່​ສຽງ​ ນັບ​ທັງ​ທາງ​ດ້ານ​ຄຸນ​ນະ​ພາບ ແລະ ເຄື່ອງ​ໝາຍ​ການ​ຄ້າແລ້ວ. ພ້ອມ​ກັນ​ນັ້ນ ແມ່ນ​ເຂົ້າ​​ລະ​ດູ​ທີ່​ມີ​ຊື່​ສຽ​ງຂອງ​ກຳ​ປູ​ເຈຍ. ແຕ່​ວ່າ, ຖ້າ​ຕິດ​ພັນ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຕ​ະ​ຫຼາດ​ຢ່າງ​ໃກ້​ຊິດ, ຍູ້​ແຮງ​ການ​ຜ​ະ​ລິດ ແລະ ສົ່ງ​ອອກ​ເຂົ້າ​ສານ​​ທີ່ມີ​ຄຸນ​ນະ​ພາບ​ສູງ, ໃນ​ອະ​ນາ​ຄົດ, ຂະ​ແໜງ​ເຂ​ົ້າ​ສານ​ຫວຽດ​ນາມ ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງ​ຜົ​ນກຳ​ໄລ​ສູງເທົ່າ​ນັ້ນ ຫາ​ກຍັງ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ ແລະ ພັດ​ທະ​ນາ​​ໄດ້ຢ່າງ​ງ່າຍ​ອີກ​ດ້ວຍ. ເພື່ອ​ເຮັດ​ສິ່ງ​ດັ່ງ​ກ່າວ​ໃຫ້​ໄ​ດ້, ​ນັບ​ແຕ່ການ​ຜະ​ລິດ ຕະ​ຫຼອດ​ຮອດ​ການ​ຈຳ​ໜ່າຍ​ຕ້ອງ​ມີ​ຄວາມ​ຄົບ​ຊຸດ. ພິ​ເສດ, ​ແມ່ນຕ້ອງ​ປ່ຽນ​ແປງ​​ຈີນ​ຕະ​ນາ​ການ​ໃນ​ການ​ສົ່ງ​ອອກ ແລະ ເພີ່ມ​ທະ​ວີ​ການ​ຊອກ​ຫ​າ​ບັນ​ດາ​ຕະ​ຫຼາດບໍ່​ກວ້າງໃຫຍ່​ແຕ່​ນຳ​ມາ​ເຊິ່ງ​ມູນ​ຄ່າ​ສູງ.

        ​ຕາມປະ​ລິ​ຍາ​ເອກ ຫງວຽນ​ໂດ້​ແອງ​ຕວນ​, ຫົວ​ໜ້າ​ສະ​ຖາ​ບັນ​ນະ​ໂຍ​ບາຍ ແລະ ຍຸດ​ທະ​ສາດ​ພັດ​ທະ​ນາ​ກະ​ສິກຳ​ຊົນ​ນະ​ບົດ ແລ້ວ, ໃນ​ສະ​ພາບ​ຕະ​ຫຼ​າດ​ເຂ​ົ້າ​ສານ​​ຂອງຫວຽດ​ນາມ ຄື​ປະ​ຈຸ​ບັນ, ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ ແລະ ຜະ​ລິດ​ເຂົ້າ​ສານ​ມີ​ຄຸນ​ນະ​ພາບ​ສູງ​ແມ່ນ​ປັດ​ໃຈ​ສຳ​ຄັນ​ທີ່​ສຸດ. ແຕ​່​ວ່າ, ວ​ຽກ​ງານນີ້ບໍ່​ສາ​ມາດ​ປະ​ຕ​ິ​ບັດ​ໄດ້​ໃນ​ໄລ​ຍະ​ສັ້ນ, ຫາກ​ຕ້ອງ​ປະ​ຕິ​ບັດ​​ຕາມ​ຂັ້ນ​ຕອນ​ຄົບ​ວົງ​ຈອນ​ຈາກ​ໂຄງ​ປະ​ກອບ​ຜົນ​ລະ​ປູກ​ ເຖິງ​ຊົນ​ລະ​ປະ​ທານ, ການ​ປູກ​ຝັງ​.

        “ເພື່ອ​ຜະ​ລິດ​ເຂົ້າ​ສານໃໝ່​ມີ​ຄຸນ​ນະ​ພາບ​ສູງ​ ຕ້ອງ​​ມີ​ເວ​ລາ​​ຢ່າງ​ແນ່ນອນ. ແຜນ​ນະ​ໂຍ​ບາຍ​ຂອງ​ຂະ​ແໜງ​ກະ​ສິ​ກຳ ​ແມ່ນ​ຢາກ​ຫັນ​ໂຄງ​ປະ​ກອບ​ຂະ​ແໜງ​ເຂົ້າ​ສານ​ຕາມ​ທິດ ຫັນ​ຈາກ​ຕະ​ຫຼາດ​ຕ້ອງ​ການ​ເຂົ້າ​ສານ​ຄຸນ​ນະ​ພາບ​ທຳ​ມະ​ຫາ ໄປ​ສູ່ຕະ​ຫຼ​າດ​ຕ້ອງ​ການ​ເຂົ້າ​ສານ​ມີ​ຄຸນ​ນະ​ພາບ​ສູງ ເທື່ອ​ລະ​ກ້າວ. ຍ້ອນ​ວ່າ ປະ​ຈຸ​ບັນ ​ບັນ​ດາ​ປະ​ເທດຄູ່​ແຂ່ງ​ຂ​ອງພວກ​ເຮົາ​​ໃກ​້​ຈະ​ທຽບ​ທັນ​ກັບພວກ​ເຮົາ​ແລ້ວ”.

        ​ທ່ານ​ເລ​ວັນ​ແບ່ງ, ຫົວ​ໜ້າ​ກົມ​​ຜະ​ລິດປູງ​ແຕ່ງຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ແລະ ​ອາ​ຊີບ​ເກືອ​, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຖື​ວ່າ, ​ຢາກຍ​ູ້​ແຮງ​ການ​ສົ່ງ​ອອກ ຕ້ອງ​ສ້າງ​​ບັນ​ດາ​ເຄື່ອງ​ໝາຍ​ການ​ຄ້າ​ເຂົ້າ​ສານ​ທີ່​ມີ​ຄຸນ​ນະ​ພາບ​ສູງ​​ຢ່າງ​ໝັ້ນ​ຄົງ​ໃຫ້​ໄດ້.

        “ປະ​ຈຸ​ບັນ, ກ່ຽວ​ກັບ​ແນວ​ພັນເຂົ້າຫວຽດ​ນາມ ບໍ່​ອຶດ, ແຕ່​ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ​ຕ້ອງ​ມີ​ເຄື່ອງໝາຍ​ການ​ຄ້າ, ມີ​ຈຳ​ນວນ​ຫຼ​າຍ, ສະ​ໝ່ຳ​ສະ​ເໝີ, ປະ​ລິ​ມານຢາ​ຂ​້າ​ສັດ​ຕູ​ພືດ​​ຕ້ອງຮັບ​ປະ​ກັນ​ຕາມມາດ​ຕະຖານທີ່​​ໄດ້​ຮັບອະ​ນຸ​ຍາດ. ​ຕ້ອງ​ມີແນວ​ພັນ​ເຂົ້າ​ໄດ້​ດີ, ຄົບ​ຊຸດ, ​ຍຸດ​ທະ​ສາດ​ກໍ່​ສ້າງ​ເຄື່ອງໝາຍ​​ເຂົ້າ​ສານ ຈຶ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ໄດ້”.

        ແຜນ​​ຮ່າງ​ພັດ​ທະ​ນາ​ເຄື່ອງໝາຍ​ເຂົ້າ​ສານ​ແຫ່ງ​ຊາດ​ຮອດ​ປີ 2020, ວິ​ໄສ​ທັດເຖິງ​ປີ 2030 ຂອງ​ຫວຽດ​ນາມ ໄດ້​ວາງ​ອອກ​ຄາດ​ໝາຍ​ແມ່ນ ຮອດ​ປີ 2030, ເຂົ້າ​ສານຫອ​ມ ແລະ ເຂົ້າ​ສານ​ພິ​ເສດ​ຈະ​ກວມ​​ປະ​ມານ 30% ຍອດຈ​ຳ​ນວນ​ເຂົ້າ​ສານ​ສົ່ງ​ອອກ​ຂອງ​ຫວຽດ​ນາມ. ແຕ່​ເພື່ອ​ຍູ້​ແຮງ​ການ​ສົ່ງ​​ອອກເຂົ້າ​ສານ​ເຂົ້າ​ຕະ​ຫຼາດ​ອາ​ເມ​ລິ​ກາ, ຍີ່​ປ​ຸ່ນ, ອົດ​ສະ​ຕາ​ລີ ໃຫ້​ໄດ້, ບັນ​ດາ​ວິ​ສາ​ຫ​ະ​ກິດ ແລະ ຊາວ​ກະ​ສິ​ກອນ​ຕ້ອງ​ລົງ​ທຶນ​​ຫຼາຍໃຫ້​ການ​ພັ​ດ​ທະ​ນາ​​ແນວ​ພັນ​ເຂົ້າ​, ຮັບ​ປະ​ກັນ​ຄຸນ​ນະ​ພາບ​ຂອງ​ເຂົ້າ​ສານ, ສ້າງ​ເ​ຄື່ອງ​ໝາຍ​ການ​ຄ້າ ແລະ ສົ່ງ​ເສີມ​ດ້ານ​ການ​ຄ້າ. ນີ້​ກໍ​ແມ່ນ​ບັນ​ດາ​ມາດ​ຕ​ະ​ການ​ແກ້​ໄຂ​ທີ່​ຈຳ​ເປັນ​ໃນ​ວິ​ວັດ​ແຫ່ງ​ການ​ຈັດ​ຕັ້ງ​ການ​ຜ​ະ​ລິດ​ເຂົ້າ​ສານ​ຄື​ນ​ໃໝ່, ຍົກ​ສ​ູງ​ຄຸນ​ນະ​ພາບ ແລະ ມູນ​ຄ່າ​ໃຫ້​ເຂົ້າ​ສານ​ຫວຽດ​ນາມ ເທື່ອ​ລະ​ກ້າວ.

ຕອບກັບ

ກັນ​ຍາ ແກ້ວ​ລິ​ດາ​ວົງ

ຮຽນທີ່ເຄົາລົບ ການ ສ່ົງອອກເປັນໄປໄດ້ບໍ່ ທີ່ຈະຂ່າວ ເພື່ອຜັນຂະຫຍາຍການສ່ົງ ອອກ ຂອງລາວ ເອງ ຫລື ເປົ້າໝາຍການສ່່ົງອອກຂອງປະເທດລາວ ເຊື່ງເຫັນ ໃນສື່ຕ່າງໆ ສ່ວນໃຫຍ່ແລ້ວແມ່ນເປັນ​ປະ​ເທດ​ອື່ນ
ເພື້ອຮັບຮູ້ ແລະ ຕັ້ງເປົ້າໝາຍຮ່ວມກັນໃຫ້ສື່ໃນປະເທດລາວ ໃຫ້ຫລາຍຂື້ນເພີ່ມເຕີ່ມຈະເປັນການດີ
ຂໍສະເຫນີ
ດ້ວຍ​ຄວາມ​ເຄົາ​ລົບ

ຂ່າວ/ບົດ​ອື່ນ