ການສົ່ງອອກເຂົ້າສານຫວຽດນາມ ປີ 2011

      ຕາມ​ການ​ຕີ​ລາຄາ​ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ​ແລ້ວ, ປີ​ນີ້​ສືບ​ຕໍ່​ແມ່ນ​ປີທີ່ການ​ສົ່ງ​ອອກ​ເຂົ້າສານ​ຂອງ​ຫວຽດນາມ ປະສົບ​ຜົນສຳ​ເລັດດ້ວຍ ປະລິມານ ​ແລະ ຄຸນ​ຄ່າ​ລ້ວນ​ແຕ່​ບັນ​ລຸ​ລະດັບສະຖິຕິ​ໃຫມ່່ສິ່ງສຳຄັນ​ກວ່າ ນັ້ນ​ແມ່ນ​ຊາວ​ກະສິກອນ​ປູກ​ເຂົ້າ​ສ້າງ​ລາຍ​ຮັບ​​ໄດ້ຫລາຍ​​ເຊິ່ງບໍ່​ເຄີ​ຍມີ​ມາ​ກ່ອນ. ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2011 ​ແລະ ຕົ້ນ​ປີ 2012 ຫວຽດນາມ ພັດ​ມີ​ສັນຍາ​ສົ່ງ​ອອກ​ເຂົ້າສານ​ຫລາຍ​ສະບັບ​ທີ່​ໄດ້​ຮັບ​ກາ​ນລົງ​ນາມ. ດ້ວຍ​ສະພາບ​ດີ​ພໍ​ສົມຄວນ​ຄື​ແນວ​ນັ້ນ, ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ອາດ​ຈະ​ບັນລຸ​ລະດັບ​ສະຖິຕິ​ການ​ສົ່ງ​ອອກ​ເຂົ້າສານ​ແມ່ນ 7 ລ້ານ​ໂຕນ​ໃນ​ປີ 2011.

        ຕາມ​ສະຫະ​ສະມາຄົມ​ທັນ​ຍາ​ຫານ​ຫວຽດນາມ ​ແລ້ວ, ​ໄລ່​ມາ​ຮອດ​ຕົ້ນ​ເດືອນ 12 ປີ 2011, ບັນດາ​ວິ​ສາ​ຫະກິດ ​ໄດ້​ຈົດ​ທະບຽນ​ລົງ​ນາມ​ໃນ​ສັນຍາ​ສົ່ງ​ອອກ​ເຂົ້າສານ​ກວ່າ 7,3 ລ້ານ​ໂຕນ, ​ເພີ່ມ​ຂຶ້ນ​ກວ່າ 4% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່າຍ ​ແລະ​ໄດ້​ສົ່ງ​ເຂົ້າສານ 6, 7 ​ລ້ານ​ໂຕນ, ມູນ​ຄ່າ​ວົງ​ເງິນ​ສົ່ງ​ອອກບັນລຸ​ເກືອບ 3,3 ຕຶ້​ USD, ​ເພີ່ມ​ຂຶ້ນ 23%. ລາຄາ​ ເຂົ້າສານສົ່ງ​ອອກ​ ​ສະ​ເລ່ຍ ບັນລຸ​ເກືອບ 490 USD/​ໂຕນ ​ເພ​ີ່ມຂຶ້ນ​ເກືອບ 12% ​ເມື່ອ​ທຽບ​ກັບ​ປີ 2010.​​ໃນ​ຂະນະ​ນັ້ນ ການ​ສົ່ງ​ອອກ​ເຂົ້າສານ​ໃນ​ເດືອນ 12 ຄາດ​ວ່າ​ບັນລຸ​ປະມານ 400.000 ​ໂຕນ. ​ເປັນ​ອັນ​ວ່າ ຈຸດໝາຍ​ການ​ສົ່ງ​ອອກ​ເຂົ້າສານ 7 ລ້ານ​ໂຕນ​ໃນ​ປີ 2011 ​ເກືອບ​ຄື​ວ່າ​ຈະ​ບັນລຸ​ໄດ້​ຢ່າງ​ແນ່ນອນ. ຕາມ​ທ່ານ ຫວູຮູ​ຍຮ່ວາງ ລັດຖະມົນຕີກະຊວງ ອຸດສາຫະກຳ ​ແລະ ​ການ​ຄ້າ​ຫວຽດນາມ ​ແລ້ວ, ​ເລື່ອງ​ກະສິກຳ​ຫວຽດນາມ ບັນລຸ​ໄດ້​ໝາກຜົນ​ຮອບດ​້ານພໍ​ສົມຄວນ​​ໃນ​ການ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ, ຍ້ອນ​ວ່າ​ໃນ​ປີຜ່ານມາ ການ​ຜະລິດ​ໄດ້​ຮັບ​ຜົນ, ຊາວ​ກະສິກອນ​ຈຳຫນ່າຍ​ເຂົ້າສານ​​ດ້ວຍ​ລາຄາ​ສູງ, ລາຍ​ຮັບ​ບັນ​ລຸ​​​ເຖິງ 50% ກໍ​ແມ່ນ​ລະດັບ​ສູງ​ບໍ່​​ເຄີຍມີ​ມາ​ກ່ອນ. ການ​ສົ່ງ​ອອກ​ເຂົ້າສານ 7 ລ້ານ​ໂຕນ​ໃນ​ປີ​ນີ້ ​ແມ່ນ​ຕົວ​ເລກ​ສະຖິຕິ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຊາວກະສິກອນຍັງມີຄວາມວິຕົກກັງວົນ ເພາະວ່າ ປະລິມານເຂົ້າສານສົ່ງອອກເປັນຈຳ​ນວນ​ຫລາຍ ​ແຕ່​ລາຄາ​ຍັງ​ຕ່ຳ​ຢູ່​ເມື່ອ​ທຽບ​ໃສ່​ກັບ​ບັນດາ​ປະ​ເທດ​ພາຍ​ໃນ​ພາກ​ພື້ນ, ມີ​ບາງ​ໄລຍະ​ເຂົ້າສານ ສົ່ງ​ອອກ ​ຂອງ​ຫວຽດນາມ​ ​ມີ​ລາ​ຄາ​ຕ່ຳ​ກວ່າ ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແຕ່ 50 - 100 ​ໂດ​ລາ​ສະຫະລັດ/​ໂຕນ ຍ້ອນ​ຄຸນ​ນະພາ​ບບໍ່​ທັນ​ສະ​ໝ່ຳສະ​ເຫມີ ​ແລະ ການຜະລິດ​ເຂົ້າ​ຂະຫນາດ​ນ້ອຍ, ຊາວ​ກະສິກອນ​ຢູ່​ແຕ່ລະ​​ເຂດ​ກໍ​ນຳ​ໃຊ້​ແນວ​ພັນ​ເຂົ້າ​ແຕກ​ຕ່າງ​ກັນ. ທ່ານ ຫງວຽນ​ງອກ​ຈີ ຫົວຫນ້າ​ກົມ​ປູກຝັງ ສັງ​ກັດ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ຖື​ວ່າ:

“ການ​ຜະລິດ​ກະສິກຳ​ເວົ້າ​ລວມຂອງ​ຫວຽດນາມ ຍັງ​ກະ​ແຈກ​ກະ​ຈ່າຍ, ມີ​ຂອບຂະ​ຫນາດ​ນ້ອຍ ​ແລະ ບໍ່​ເປັນ​ຈຸ​ດສຸມ, ການ​ຜະລິດ​ເຂົ້າສານ​ກໍ​ນອນ​ໃນ​ສະພາບ​ຄື​ແນວ​ນັ້ນ ຍ້ອນ​​ເນື້ອ​ທີ່​ດິນ, ກ່ອນ​ອື່ນ​ໝົດ​ແມ່ນ​ເນື້ອ​ທີ່​ດິນ​ປູ​ກຝັງ​ຂອງຫວຽດນາມ​ຍັງ​ຫນ້ອຍ ​ເມື່ອ​ສະ​ເລ່ຍຕໍ່ຫົວ​ຄົນ. ທີ​ສອງ ​​ແມ່ນເນື້ອ​ທີ່​ດິນ​ປູກ​ເຂົ້າ​ຍັງ​ກະ​ແຈກ​ກະ​ຈ່າຍ ​ແລະ​ດ້ວຍ ຂະ​ຫນາດ​ນ້ອຍ.“

        ​ເພື່ອ​ໃຫ້​ເຂົ້າສານ​ຂອງ​ຫວຽດນາມ ບືນຂຶ້ນ​ສົມ​ກັບ​ຄຸນຄ່າ​ຂອງ​ມັນຢ່າງ​ແທ້​ຈິງ. ຕ້ອງ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ແກ້ງ​ແຍ້​ງ​ໃຫ້​ແກ່​ເຂົ້າສານ​ຫວຽດນາມ. ດ້ານ​ອື່ນ ຄວນ​ປັບປຸງ​ວິ​ທິການ​ຄຸ້ມ​ຄອງ, ສ້າ​ງລະບົບ​ສາງ​ສະ​ສົມ, ຮັກສາ, ຍົກ​ສູງ​ຄວາມ​ສາມາດ​ການ​ຄາດ​ຄະ​ເນ, ບໍລິຫານ, ຮັບ​ມື​ຢ່າງ​ມີ​ໄຫວ​ພິບ​ຕໍ່​ການ​​ເໜັງ​ຕີງ​ຂອງ​ຕະຫລາດ. ມີ​ຫລາຍ​ມາດ​ຕະການ ​ແລະ ບົດຮຽນ​ໃນ​ການ​ຜະລິດ​ເຂົ້າສານ​ໄດ້ ​ແລະ ພວມ​ຖືກ​ວາງ​ອອກ. ຕາມ​ບັນດາ​ຜູ້​ຊ່ຽວຊານ​ດ້ານເສດຖະກິດ​ແລ້ວ, ​ຊ່ອງ​ທາງ​ໃຫ້​ແກ່​ການ​ສ່ົງ​ອອກ​ເຂົ້າສານ​ຂອງ​ຫວຽດນາມ ຕ້ອງ​ໄປ​ຕາມ​ທິດ​ການ​ຜະລິດ,​ ທັງ​ຮັບປະກັນ​ປະລິມານ​, ທັງ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ບົດບາດ​ທ່ີ​ຕັ້ງ​ເຂົ້າສານ​ຫວຽດນາມ,​​ ​ໃນ​ນັ້ນ​ການ​ຫນູນ​ຊ່ວຍ, ປະສານ​ງານ​ຂອງ​ລັດ ມີ​ບົດບາດ​ສຳຄັນ.​ ທ່ານ ​ເລ​ວັນ​ແບ໋ນ ຫົວຫນ້າ​ສະ​ຖາ​ບັນ​ເຂົ້າສານ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​​ໃຕ້ຫວຽດນາມ ຖື​ວ່າ:

“ຢູ່​ຫວຽດນາມ​ປະຈຸ​ບັນ, ວິ​ສາ​ຫະກິດ​ຊື້ເຂົ້າ​ໂດຍ​ກົງ​ຈາກ​ຊາວ​ກະສິກອນ, ບັນຫາ​ຫລຸບ​ທຶນ ຫລື ​ມີ​ກຳ​ໄລ​ແມ່ນ​ວິ​ສາ​ຫະກິດຮັບຜິດຊອບ, ​ແຕ່​ໄລຍະ​ຜ່ານ​ມາ ຊາວ​ກະສິກອນ​ພັດສະ​ສົມ​ເຂົ້າ​ໄວ້​ດ້ວຍ​ຕົນ​ເອງ ບາງ​ເທື່ອ​ຢ້ານ​​ເຂົ້າ​ຕົກ​ໂໝກ ຕ້ອງ​ຂາຍ​ດ້ວຍ​ລາຄາ​ຕ່ຳ. ສະ​ນັ້ນ ​ເລື່ອງ​ເກັບ​ຊື້​​ເຂົ້າ​ເພື່ອສະ​ສົມ​ ​ແມ່ນ​ທາງ​ລັດ​​ເກັບຊື້. ​ເມື່ອ​ວິ​ສາ​ຫະກິດ​ມີ​ຄວາມ​ຕ້ອງການ​ສົ່ງ​ອອກ, ລັດ​ຕ້ອງ​ຈັດການ​ຂາຍ​ແບບ​ປະມູນລາ​ຄາ, ຈາກ​ນັ້ນພໍ່​ແມ່​ຊາວ​ກະສິກອນ​ຈຶ່ງ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ທຳ​ການ​ຜະລິດ.“

ການສົ່ງອອກເຂົ້າສານຫວຽດນາມ ປີ 2011  - ảnh 1

        ​ເພື່ອ​ພັດທະນາ​ເຂົ້າສານ​ຫວຽດນາມ ຕາມ​ທິດ​ໝັ້ນຄົງ, ບັນດາ​ນັກວິທະຍາສາດ​ຖື​ວ່າ: ຄວນ​ສ້າງ​ຂັ້ນ​ຕອນ​​ເປັນ​ຢ່າງ​ດີ​ທ່ີ​ມີ​ຕໍ່​ກະສິກຳ, ​ໃນ​ພາຍ​ພາກ​ຫນ້າ ຕ້ອງ​ນຳ​ໃຊ້​ມາດຕະຖານ​ການ​ຜະລິດ​ທີ່​ກ້າວຫນ້າ​ໃນ​ຂອບ​ຂະຫນາດ​ກວ້າງ​ຂວາງ, ຮັບປະກັນ​ຄຸນ​ນະພາ​ບຂອງ​ຕະຫລາດ​ເທື່ອ​ລະ​ກ້າວ, ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ລັດ, ຊາວ​ກະສິກອນ ​ແລະ ວິ​ສາ​ຫະກິດ​ຕາມ​ທິດ​ເອົາ​ໃຈ​ໃສ່​​ເຖິງຜົນ​ປະ​ໂຫຍ​ດຂອງຊາວນາ​ນ. ພິ​ເສດ ການ​ປະ​ກອບ​ກຳລັງ​ແຮງ​ຂອງ​ບັນດາ​ວິ​ສາ​ຫະກິດ ​ແລະ ບັນດາ​ນັກວິທະຍາສາດ​ໃນ​ການ​ຊ່ວຍ​ຊາວ​ກະສິກອນ​ສ້າງ “ບັນດາ​ທົ່ງ​ນາ​ແບບຢ່າງ“ ນັບ​ຮ້ອຍ​​ເຮັກຕາ ​ໄດ້ສ້າງ​ເງື່ອນ​ໄຂ​ນຳ​ແນວ​ພັນ​ເຂົ້າ, ທຶນຮອນ, ວິທະຍາສາດ​ເຕັກນິກ, ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ. ສາດສະດາຈານ ​ດອກ​ເຕີ ຫວໍ​ຕ່ອງ​ຊວັນ ຜູ້​ຊ່ຽວຊານ​ກະສິກຳ​ຖື​ວ່າ:

    “ວາງ​ແຜນ​ກຳນົດ​ເຂດ​ປູກ​ເຂົ້າ, ຈາກ​ນັ້ນ​ຈຶ່ງຈັດ​ຊຸດ​ອົບຮົມ​ການ​ປູກ​ເຂົ້າ​ເພື່ອ​ສາມາດ​ສົ່ງ​ອອກ​ໄດ້, ນຳ​​ໃຊ້​ມາດ​ຕະຖານ​ທັນ​ສະ​ໄຫມ​ຄື Glogap ຫລື  Vietgap ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ​ເພື່ອ​ມີ​ເຄື່ອງໝາຍ​​ເຂົ້າສານສົ່ງ​ອອກ, ​ເຮັດ​ໄດ້​ຄື​ແນວ​ນັ້ນ  ​ອິດ​ທິພົນ​ຊຶ່ສຽງ​ຂອງເຂົ້າສານ​ຫວຽດນາມ​ຈຶ່ງ​ປະກົດ​ຜົນ​ເປັນ​ຕິງ​ໄດ້“

        ​ໃນ​ເກືອບ​ຫນຶ່ງ​ທົດ​ສະ​ວັດ​ຜ່ານ​ມາ, ຫວຽດນາມ ຍາມ​ໃດ​ກໍ​ຢືນ​ອັນ​ດັບ 2 ​ໃນ​ໂລກ​ກ່ຽວ​ກັບ​ການ​ສົ່ງ​ອອກ​ເຂົ້າສານ. ການ​ພັດທະນາ​ການ​ຜະລິດ​ເຂົ້າສານ​ຂອງ​ຫວຽດນາມ​ໃນ​ໄລຍະ​ຜ່ານ​ມາ ບໍ່​ພຽງ​ແຕ່​ຄ້ຳປະກັນດ້ານ​ສະບຽງ​ອາຫານ,​ ສ້າງ​ຄວາມດຸນ​ດ່ຽງລະ​ຫວ່າງ​ການ​ສະຫນອງ ​ແລະ ຄວາມ​ຕ້ອງການ,​ ຮັກສາ​ລາຄາ​ທັນ​ຍາ​ຫານ​ພາຍ​ໃນ​ປະ​ເທດ​​ເປັນ​ປົກກະ​ຕິ​ເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ຂົງ​ເຂດ​ສ່ົງ​ອອກ​ຕົ້ນຕໍ, ນຳ​ມາ​ຊຶ່ງ​ຄຸນ​ຄ່າ​ກາ​ນສົ່ງ​ອອກ​ເປັນ​ປົກກະຕິ. ລະດັບ​ການ​ສົ່ງ​ອອກ​ເຂົ້າສານ 7 ລ້ານ​ໂຕນທີ່​ບັນລຸ​ໄດ້ ​ໃນ​ປີ 2011 ນັ້ນ​ແມ່ນ​ລະດັບ​ສະຖິຕິ ​ແມ່ນ​ສັນຍານ​ເປັນ​ຫນ້າ​ຊຶ່ນ​ຊົມ./.
                                                                                                                                         ໂຕຕວັນ

ຕອບກັບ

ຂ່າວ/ບົດ​ອື່ນ