ການສົ່ງອອກເຄື່ອງຕຳ່ແຜ່ນຕັດຫຍິບຂອງຫວຽດນາມ ເຕີບໂຕພໍສົມຄວນໃນຕົ້ນປີ 2013

(vovworld)- ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2013, ສະພາບ​ການ​ຜະລິດ, ສົ່ງ​ອອກ​ເຄື່ອງຕຳ່ແຜ່ນ​ຕັດຫຍິບ​ຂອງ​ຫວຽດນາມ ບັນລຸ​ລະດັບ​ເຕີບ​ໂຕ​ດີ​ພໍ​ສົມຄວນ ​ໃນ​ຂະນະ​ທີ່​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ໄດ້ຮັບ​ໃບ​ສັ່ງຊື້​ສິນຄ້າ​ໃຫ​້ທັງ​ປີ. ​ເຖິງ​ຢ່າງ​​ໃດກໍ​ຕາມ, ຕາມ​ການ​ຄາດ​ຄະ​ເນ​ແລ້ວ​, ຕະຫລາດ​ໂລກ​ຍັງ​​ສາມາດ​ຟື້ນ​ຕົວຢ່າງ​ຊັກ​ຊ້າ, ສະ​ນັ້ນ ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ໄດ້​ເລືອກ​ເຟັ້ນບັນດາ​ມາດ​ຕະການ​ພັດທະນາ​ເປັນ​ປົກກະຕິ​ ​​ແລະ ໝັ້ນຄົງ

ການສົ່ງອອກເຄື່ອງຕຳ່ແຜ່ນຕັດຫຍິບຂອງຫວຽດນາມ ເຕີບໂຕພໍສົມຄວນໃນຕົ້ນປີ 2013 - ảnh 1
ພາບປະກອບ:internet

        ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສະພາບ​ການ​ສົ່ງ​ອອກ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ​ຂອງ ຫວຽດນາມ ​ໃນ​​ຊຸມ​ເດືອ​ນຕົ້ນ​ປີ 2013 ບັນລຸ​​ລະດັບເຕີບ​ໂຕ​ດີ​ພໍ​ສົມຄວນ. ​ມີວິ​ສາ​ຫະກິດ​ສ່ວນ​ຫລາຍ​ໄດ້​ຮັບ​ໃບ​ສັ່ງຊື້​ສິນຄ້າ​ໝົດ​ໄຕ​ມາດ​ທີ 1, ຊ້ຳ​ບໍ່​ໜຳ ບາງ​ວິ​ສາ​ຫະກິດ ຍັງ​ໄດ້​ຮັບ​ໃບ​ສັ່ງ​​ຊື້​ສິນຄ້າ​ຮອດໄຕ​ມາດ​ທີ 2, ທີ 3 ຂອງ​ປີ 2013 ​ແລ້ວ. ພິ​ເສດ ບາງ​ຕະຫລາດ​ໃຫຍ່​ຄື ອາ​ເມ​ລິ​ກາ, ຍີ່​ປຸ່ນ, ພາຍຫລັງ​ໄລຍະ​ຫນຶ່ງ​ທີ່ຫລຸດຜ່ອນ​ໃບ​ສັ່ງງ​ຊື້​ສິນຄ້າ, ​ມາ​ຮອດ​ປະ​ຈຸບັນ ​ເຂົາ​ເຈົ້າ​ໄດ້​ສະ​ເຫ​ນີ​ເພີ່ມ​ໃບ​ຊ່ັງ​ຊື້​ສິນຄ້າຄືນ​ໃຫມ່. ​ສິ່ງ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ບັນຍາ​ກາດ​ການ​ຜະລິດ​ໃນ​ຊຸມ​ເດືອນ​ຕົ້ນ​ປີ​ຂອງ​ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ​ຟົດ​ຟື້ນ​ຂຶ້ນ​ຕື່ມ. ບັນດາ​ບໍລິສັດ​ໃຫຍ່​ໃນ​ກຸ່ມ​ບໍລິສັດ​ຕຳ​່​ແຜ່ນ​ຕັດຫຍິບ ຫວຽດນາມ (Vinatex) ຄື: ບໍລິສັດ​ໃຫຍ່ ຟອງ​ຟູ, ຫວຽດຕຽນ, ບໍລິສັດຕັດ​ຫຍິບ​ເລກ 10, ດຶກ​ຢາງ, ບໍລິສັດຕຳ່​ແຜ່ນ​ຕັດຫຍິບ​ຮ່າ​ໂນ້ຍ ຫລື ບັນດາ​ບໍລິສັດ​ຕຳ່​ແຜ່ນ​ຕັດຫຍິບ ​ເຫ້ວ, Vinatex ດາ​ຫນັງ, ບໍລິສັດຕຳ່​ແຜ່ນ​ອຸດສາຫະກຳ ຮ່າ​ໂນ້ຍ ​… ພວມ​ສືບ​ຕໍ່​ສຸມ​ກຳລັງ​ແຮງ​ເພື່ອ​ຮັກສາ​ທ່າ​ເຕີບ​ໂຕ​​ໃນການ​ສົ່ງ​ອອກ. ຕາມ​ຕົວ​ເລກ​ຫລ້າ​ສຸດຂອງ​ກະຊວງ​ອຸດສາຫະກຳ​ການ​ຄ້າຫວຽດນາມ ​ແລ້ວ, ວົງ​ເງິນ​ສົ່ງ​ອອກ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ​ໃນ​ເດືອນ 1/2013 ຂອງ​ຫວຽດນາມ ບັນລຸ 1,05 ຕື້ USD, ​ເພີ່ມ​ຂຶ້ນ 28,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມ​ການ​ຄາດ​ຄະ​ເນ​ຂອງ​ສະຫະ​ສະມາຄົມ​ຕຳ່​ແຜ່ນ​ຕັດຫຍິບຫວຽດນາມ ​ແລ້ວ, ຕະຫລາດ​ຕຳ່​ແຜ່ນ​ຕັດຫຍິບ​ຢູ່​ບັນດາ​ຕະຫລາດ​ໃຫຍ່​ຍັງ​ຄົງ​​ສາມາດ​ຟື້ນ​ຕົວຢ່າງ​ຊັກ​ຊ້າ, ຮຽກຮ້ອງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕຳ່​ແຜ່ນ​ຕັດຫຍິບ ຫວຽດນາມ ຕ້ອງ​ມີ​ບັນ​ດາ​ມາດ​ຕະການ​ພັດທະນາ​ແບບ​ຍືນ​ຍົງ. ຄຽງ​ຄູ່​ກັບ​ການ​ຮັກສາ​ອັດຕາ​ສ່ວນ​ຢູ່​ບັນດາຕະຫລາດ​ເດີມ​ແລ້ວ,  ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ກໍ​ຕັ້ງຫນ້າ​ຊອກ​ຫາ​ຕະຫລາດ​ໃຫມ່, ພ້ອມທັງ​ປະຕິບັດ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ ​ເພື່ອ​ສ້າງ​ຜະລິດ​ຕະພັນ​ສິນຄ້າ​ທີ່​ມີ​ມູນ​ຄ່າ​ເພີ່ມ​​ໃຫ້​ສູງ​ກວ່າ. ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່ວຽນ, ຜູ້ອຳ​ນວຍ​ການ​​ບໍລິສັດ​ໃຫຍ່​ຕຳ່​ແຜ່ນ​ຕັດຫຍິບ​ເລກ 10 ຖື​ວ່າ:

        “​ໃນ​ເງື່ອນ​ໄຂ​ປະຈຸ​ບັນ, ​ເສັ້ນທາງ​ຫນຶ່ງ​ດຽວ​ສາມາດ​ຄົງ​ຕົວ ​ແລະ ພັດທະນາ​ໄດ້ ນັ້ນ​, ດ້ານ​ຫນຶ່ງ​​ແມ່ນຕ້ອງຫລຸດຜ່ອນ​ລາຍ​ຈ່າຍ, ດ້ານ​ອື່ນ​ອີກ​ແມ່ນຕ້ອງ​ເພີ່ມ​ທະວີ​ວຽກ​ງານ​ຄົ້ນ​ຄ້ວາ, ພັດທະນາ​ຮູບ​ແບບ​ຜະ​ລິດ​ຕະພັນ. ຄຽງ​ຄູ່​ກັນ​ນັ້ນ ຕ້ອງ​ຍົກ​ສູງ​ຄວາມ​ສາມາດ​ບໍລິຫານ​ວິ​ສາ​ຫະກິດ, ຈັດ​ຕັ້ງ​ການ​ຜະລິດ​ຢ່າງ​ເໝາະ​ສົມ, ບຳລຸງ​ສີມື​ການ​ຊ່າງ​ໃຫ້​ແກ່​ກຳມະກອນ, ພະນັກງານ, ລັດຖະກອນ ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສາມາດຕອບ​ສະໜອງໄລຍະ​ເວລາ​ມອບ​ສິນຄ້າ​ກໍ​ຄື​ທຸກ​ຄຳ​ຮຽກຮ້ອງ​ຕ້ອງການ​ທີ່ນັບ​ມື້​ນັບ​ສູງ​ຂອງ​ລູກ​ຄ້າ, ​ແຕ່​ລາຄາ​ຕ້ອງ​ເໝາະ​ສົມ.”

        ບໍລິສັດ​ໃຫຍ່​ຕຳ່​ແຜ່ນ​ຕັດຫຍິບ ດຶກ​ຢາງ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ຕົ້ນຕໍ​ໄປ​ຍັງ​ຕະຫລາດ​ອາ​ເມ​ລິ​ກາ ​ແລະ ​ເອີ​ລົບ, ​ໃນ​ນັ້ນ​ການ​ສົ່ງ​ອອກ​ໄປ​ຍັງ ອາ​ເມ​ລິ​ກາ ກວມ​ປະມານ 55% ​ແລະ ຕະ​ຫລາດ​ເອີ​ລົບ​ແມ່ນ 30%, ​ແຕ່​ໃນ​ປີ​ກາຍນີ້ ​ໃບ​ສັ່ງ​ຊື້​ສິນຄ້າຢູ່​ຕະຫລາດ​ສອງ​ແຫ່ງ​ດັ່ງກ່າວ​ຖືກ​ຫລຸດ​ລົງ. ​ໂດຍ​ອີງ​ໃສ່​ຄວາມ​ສະດວກ​​ຍ້ອນມີ​ໃບ​ສັ່ງ​ຊື້​ສິນຄ້າ​ໃນ​​ຕົ້ນ​ປີ, ບໍລິສັດ​ໃຫຍ່​ຕຳ່​ແຜ່ນ​ຕັດຫຍິບ ດຶກ​ຢາງ ​ໄດ້​ວາງ​ຄາດໝາຍ​​ສົ່ງ​ອອກ​ບັນລຸ​​ໃຫ້​ໄດ້ປະມານ 50 ລ້ານ USD ​ໃນ​ປີ​ນີ້. ທ່ານ ຮ່ວາງ​ເຫ້ວຢູງ (Hoang Ve Dung) , ປະທານ​ສະພາບໍລິຫານ, ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຕຳ່​ແຜ່ນ​ຕັດຫຍິບ ດຶກ​ຢາງ ​ໃຫ້​ຮູ້​ວ່າ:

        “ສຳລັບ​ຕະຫລາດ​ເດີມ ພວກຂ້າພະ​ເຈົ້າ​ຍັງ​ຄົງ​ສືບ​ຕໍ່​ສົ່ງ​ອອກ​ສິນຄ້າ, ບັນຫາ​ນັ້ນ​ແມ່ນຕ້ອງ​ມີ​ມາດ​ຕະການ​ເຮັດ​ແນວ​​​ໃດເພື່ອ​ສ້າງ​ລະບົບ​ສະຫນອງ​ສິນຄ​້າ​ໃຫ້ໄດ້, ນັບ​ແຕ່ການ​ອອກ​ແບບ, ການຜະລິດ, ຕະຫລອດ​ຮອດ​ການ​ແຈກ​ຢາຍ ​ແລະ ດີ​ທີ່​ສຸດແມ່ນ​ຕ້ອງເພີ່ມ​ປະລິມານ​ການ​ສົ່ງ​ອອກສິນຄ້າໄປ​ຍັງ​ຕະຫລາດ​ດັ່ງກ່າວ. ນອກ​ນັ້ນ ພວກ​ຂ້າພະ​ເຈົ້າ​ຍັງ​ມຸ່ງ​ໄປ​ເຖິງ​ບັນດາ​ຕະຫລາດ​​ໃຫມ່​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ພິ​ເສດ ​ແມ່ນຕະຫລາດ​ລັດ​ເຊຍ, ​ເບ​ລາຣຸດ, ກາ​ຊັກ​ສະຖານ…”

ການສົ່ງອອກເຄື່ອງຕຳ່ແຜ່ນຕັດຫຍິບຂອງຫວຽດນາມ ເຕີບໂຕພໍສົມຄວນໃນຕົ້ນປີ 2013 - ảnh 2
ການສົ່ງອອກເຄື່ອງຕຳ່ແຜ່ນຕັດຫຍິບ ຫວຽນາມ ໃນຊຸມເດືອນຕົ້ນປີບັນລຸການເຕີບໂຕດີພໍສົມຄວນ
ພາບ:tamnhin.net

        ຄວາມ​ຈິງ​​ໃຫ້​ເຫັນ​ວ່າ, ບັນດາ​ຕະຫລາດ​ໃຫມ່ ຊື່​ງຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ​ພວມ​ມີ​ຄື: ບັນດາ​ຕະຫລາດ SNG, ຕາ​ເວັນ​ອອກ​ກາງ, ​ອາ​ຟຼິກາ ມູນ​ຄ່າ​ລາຍ​ຮັບ​ບັນລຸ​ພຽງ 30- 50 ລ້ານ USD/ປີ, ສະ​ນັ້ນ ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ບັນດາ​ຕະຫລາດ​ໃຫມ່​​ແມ່ນບໍ່​ຫລາຍ, ສະ​ນັ້ນ ຄຽງ​ຄູ່​ກັບ​ການ​ຊອກ​ຫາ​ຕະຫລາດ​ໃຫມ່ ຫນ້າ​ທີ່​ຂອງ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ ຍັງ​ຄົງ​ຕ້ອງ​ຮັກສາ​ຕະຫລາດ​ເດີມ. ທ່ານ ​ເລ​ຕຽນ​ເຈື່ອງ, ຮອງ​ປະທານ​ປະຈຳ​ກຸ່ມ​ບໍລິສັດ​ໃຫຍ່​ຕຳ່​ແຜ່ນ​ຕັດຫຍິບ ຫວຽດນາມ ຖື​ວ່າ:

        “ພວກ​ເຮົາ​ຕ້ອງ​ຮັກສາ​ບັນດາ​ຕະຫລາດ​ເດີມ​​ໄວ້ເປັນ​ຢ່າງ​ດີ ​ແລະ ຕ້ອງ​ເພີ່ມ​ອັດຕາ​ສ່ວນ​ສິນຄ້າ​ຢູ່​ຕະຫລາດ​ນັ້ນ ​ເພື່ອ​ປະຢັດ​ລາຍ​ຈ່າຍ ກໍ​ຄື​ພັດທະນາ​ຕະຫລາດ​ໃຫມ່. ພວກ​ເຮົາ​ຮູ້​ນຳ​ກັນ​ແລ້ວ​ວ່າ: ສະ​ເພາະ​ຕະຫລາດ ອາ​ເມ​ລິ​ກາ ກວມ​ອັດຕາ​ສ່ວນ ຈຳ​ຫນ່າຍ​​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບກວ່າ 50% ຂອງ​ໂລກ, ສະ​ນັ້ນ ຍາ​ດ​ໄດ້ 1-2% ອັດຕາ​ສ່ວນ​ຢູ່ຕະຫລາດ​ອາ​ເມ​ລິ​ກາ ກໍ​ສວມບົດບາດ​ສຳຄັນ​ໃນ​ການ​​ພັດທະນາ​ລວມຂອງ​ທົ່ວ​ຂະ​ແຫນງ.”

        ​ໃນ 3 ປີ​ມາ​ນີ້, ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ ຫວຽດນາມ ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​ພັດທະນາ​ຕະຫລາດ​ໃຫມ່​ຄື: ສ​ເກົາຫລີ, ​ໄຕ້​ຫວັນ, ລັດ​ເຊຍ, ປະກອບສ່ວນ​ຍົກ​ສູງ​ວົງ​ເງິນ​ສົ່ງ​ອອກ​ຂອງ​ທົ່ວ​ຂະ​ແຫນງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ,​ໃນ​ປີ 2013 ຕະຫລາດ​ຈຳຫນ່າຍ​ຈຸດ​ສຸມ​ຂອງ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ ຫວຽດນາມ ຍັງ​ຄົງ​ແມ່ນ​ອາ​ເມ​ລິ​ກາ, ຍີ່​ປຸ່ນ, ​ເອີ​ລົບ. ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ ຫວຽດນາມ ປາດ​ຖະຫນາຢາກ​ສູ້​ຊົນ​ຮັກສາ​ລະດັບ​ຈະ​ເລີ​ນເຕີບ​ໂຕຈາກ 10%  ​ຂຶ້ນເຖິງ​ເກືອບ 12% ​ໃນ​ປີ 2013.

ຕອບກັບ

ຂ່າວ/ບົດ​ອື່ນ