ການສົ່ງອອກແບບຍືນຍົງ: ມຸ່ງໄປເຖິງມູນຄ່າເພີ່ມສູງ

(VOVWORLD) - ໃນ 4 ເດືອນຕົ້ນປີ, ຫວຽດນາມ ບັນລຸວົງເງິນສົ່ງອອກກວ່າ 43 ຕື້ USD, ເພີ່ມຂຶ້ນເກືອບ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ໃນໄລຍະຈະມາເຖິງ, ຫວຽດນາມ ພວມຢືນຢູ່ຕໍ່ໜ້າກາລະໂອກາດອັນໃຫຍ່ຫຼວງເພື່ອເພີ່ມມູນຄ່າສົ່ງອອກ ເມື່ອບັນດາສັນຍາຫັນການຄ້າເປັນເສລີເລີ່ມມີຜົນສັກສິດ. ເຖິງຢ່າງໃດກໍ່ຕາມ, ຄຽງຂ້າງບັນດາກາລະໂອກາດເຊິ່ງບັນດາສັນຍານີ້ນຳມາໃຫ້, ຍັງຕ້ອງມີບັນດາມາດຕະການແກ້ໄຂເພື່ອຫັນປ່ຽນໂຄງປະກອບເພື່ອເພີ່ມມູນຄ່າການສົ່ງອອກ ແລະ ມຸ່ງໄປເຖິງການສົ່ງອອກແບບຍືນຍົງ. ບົດຂຽນຂອງຈຸງຖຸຍ, ນັກຂ່າວ VOV.
ການສົ່ງອອກແບບຍືນຍົງ: ມຸ່ງໄປເຖິງມູນຄ່າເພີ່ມສູງ - ảnh 1( ພາບປະກອບອີນເຕີແນັດ )

ໃນຊຸມປີມໍ່ໆມານີ້, ຫວຽດນາມ ຄ່ອຍໆກາຍເປັນປະເທດທີ່ມີວົງເງິນສົ່ງອອກຢ່າງໃຫຍ່ຫຼວງ. ເຖິງຢ່າງໃດກໍ່ຕາມ, ມູນຄ່າເພີ່ມຂອງຫຼາຍຂະແໜງຜະລິດສິນຄ້າສົ່ງອອກຍັງຢູ່ໃນລະດັບຕ່ຳ ແລະ ບໍ່ຍືນຍົງ. ສາຍເຫດຕົ້ນຕໍແມ່ນສ່ວນຫຼາຍຍັງສົ່ງອອກວັດຖຸດິບ ຫຼື ປຸງແຕ່ງໃນຂັ້ນຕົ້ນ. ເຖິງວ່າຫວຽດນາມ ໄດ້ເຂົ້າຮ່ວມລະບົບສະໜອງທົ່ວໂລກແລ້ວກໍ່ຕາມ, ແຕ່ຜະລິດຕະພັນສົ່ງອອກຕົ້ນຕໍທີ່ນຳມາເຊິ່ງມູນຄ່າເພີ່ມສູງ ແລະ ສາມາດຄອບງຳຕະຫຼາດແມ່ນບໍ່ມີຫຼາຍ. ເພື່ອບັນລຸໄດ້ຜົນສຳເລັດໃນຕະຫຼາດ, ບັນດາວິສາຫະກິດຕ້ອງມີຍຸດທະສາດ, ມີທິດກ້າວເດີນໃດໜຶ່ງໃນການຊອກຫາຕະຫຼາດ. ບໍລິສັດນ້ຳນົມ TH True milk ແມ່ນໜຶ່ງໃນຈຳນວນໜ້ອຍບັນດາວິສາຫະກິດບັນລຸຜົນສຳເລັດໃນການສົ່ງເສີມການຄ້າຢູ່ 40 ປະເທດໃນໂລກ, ທ່ານ ຫງວຽນກວາງຟີຕິ໋ນ, ຜູ້ອຳນວຍການດຳເນີນທຸລະກິດຂອງບໍລິສັດນ້ຳນົມ TH True milk, ແບ່ງປັນວ່າ.

        “ພວກຂ້າພະເຈົ້າພວມຄົ້ນຄ້ວາ ແລະ ຊອກຫາບາງຕະຫຼາດຕື່ມອີກຄື: ລາວ, ມຽນມາ, ອິນໂດເນເຊຍ, ບັນດາຕະຫຼາດໃກ້ໆນີ້ເພື່ອຊອກຫາກາລະໂອກາດເພື່ອສົ່ງອອກ ແລະ ສົ່ງເສີມດ້ານການຄ້າຕື່ມອີກ… ເມື່ອໄດ້ກຳນົດການລົງທຶນປະເພດສິນຄ້າໃດ, ກຸ່ມສິນຄ້າໃດ ກໍ່ລ້ວນແຕ່ຕ້ອງເຄົາລົບປະຕິບັດບັນດາມາດຕະຖານສາກົນຢ່າງເຂັ້ມງວດ. ເມື່ອເລີ່ມຂາຍຜະລິດຕະພັນນັ້ນຢູ່ຕະຫຼາດ ຕ້ອງບັນລຸທຸກມາດຕະຖານ ກໍຄືບັນດາມາດຕະຖານຂອງ WTO ກໍຄືຂອງໂລກ…”

        ປະຈຸບັນ, ການສົ່ງອອກຂອງຫວຽດນາມ ຍັງຕ້ອງອີງໃສ່ຕະຫຼາດໂລກເປັນສ່ວນຫຼາຍ, ຍ້ອນເຫດນັ້ນ, ເມື່ອຄວາມຕ້ອງການຂອງໂລກຖືກຫຼຸດລົງ ຈະສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງວົງເງິນສົ່ງອອກຂອງຫວຽດນາມ. ບັນຫາທີ່ໄດ້ວາງອອກແມ່ນຕ້ອງຍູ້ແຮງການຫັນປ່ຽນໂຄງປະກອບໃນການສົ່ງອອກ. ປະຈຸບັນ, ໂຄງປະກອບຂອງບັນດາຜະລິດຕະພັນສົ່ງອອກໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງ, ສິນຄ້າອຸດສາຫະກຳໄດ້ບືນຕົວຂຶ້ນກວມເອົາ 80% ມູນຄ່າສົ່ງອອກ. ເຖິງຢ່າງໃດກໍ່ຕາມ, ສິນຄ້າອຸດສາຫະກຳຕົ້ນຕໍຍັງແມ່ນຮູບແບບອຸດສາຫະກຳນ້ອຍ, ໃນຂະນະທີ່ບັນດາຜະລິດຕະພັນກະເສດຍັງຖືກຈຳກັດດ້ານການປຸງແຕ່ງຢູ່, ສະນັ້ນມູນຄ່າເພີ່ມຕ່ຳ. ຄຽງຂ້າງນັ້ນ, ມີສິນຄ້າຫຼາຍປະເພດປະສົບກັບບັນຫາກ່ຽວຂ້ອງເຖິງການຮັບປະກັນຫຼັກອະນາໄມດ້ານສະບຽງອາຫານ. ທ່ານ ເຈີນແທງຫາຍ, ຮອງຫົວໜ້າກົມສົ່ງອອກ, ນຳເຂົ້າ, ກະຊວງອຸດສາຫະກຳການຄ້າ ຖືວ່າ, ເພື່ອສົ່ງອອກແບບຍືນຍົງ ເລື່ອງປັບປຸງມູນຄ່າເພີ່ມໃຫ້ສິນຄ້າສົ່ງອອກແມ່ນບັນຫາທີ່ພວມວາງອອກຢ່າງຮີບດ່ວນ. ຕາມນັ້ນແລ້ວ, ຕ້ອງໃຫ້ບຸລິມະສິດພັດທະນາອຸດສາຫະກຳໜູນຊ່ວຍ; ລົງທຶນວິທະຍາສາດເຕັກໂນໂລຊີເຂົ້າໃນການຜະລິດ, ພັດທະນາຕະຫຼາດ.

        “ກ່ຽວກັບວິສາຫະກິດ, ວຽກງານພັດທະນາຕະຫຼາດແມ່ນນອນໃນບັນຫາສົ່ງເສີມການຄ້າ, ໂຄສະນາ ແລະ ສ້າງເຄື່ອງໝາຍການຄ້າ. ນີ້ແມ່ນບັນຫາເຊິ່ງລັດບໍ່ສາມາດເຮັດແທນໄດ້. ວິສາຫະກິດຈະຕ້ອງຊອກຮູ້, ສ້າງເອງ ແລະ ມີບັນດາຍຸດທະສາດສະເພາະເພື່ອພັດທະນາເຄື່ອງໝາຍການຄ້າ, ພັດທະນາຕະຫຼາດຂອງຕົນເອງ. ຄຽງຂ້າງນັ້ນ ແມ່ນຍູ້ແຮງການຮ່ວມສຳພັນລະຫວ່າງບັນດາວິສາຫະກິດ, ຮ່ວມສຳພັນເພື່ອເຮັດແນວໃດທັງປະຊາຄົມຂອງພວກເຮົາມີຄວາມເຕີບໃຫຍ່, ເຂັ້ມແຂງ.”

ສ່ວນທ່ານ ວໍຈິ໋ແທ່ງ, ນັກຊ່ຽວຊານດ້ານເສດຖະກິດຖືກວ່າ: ລັດຕ້ອງມີບັນດານະໂຍບາຍສົ່ງເສີມພັດທະນາອຸດສາຫະກຳໜູນຊ່ວຍຕື່ມອີກ ໃນບັນດາຂະແໜງອຸດສາຫະກຳກົນຈັກ, ຜະລິດເຄື່ອງອາໄຫລ່, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ… ເພື່ອແນໃສ່ເພີ່ມອັດຕາສ່ວນຂອງສິນຄ້າພາຍໃນ. ເພື່ອຍົກສູງມູນຄ່າສົ່ງອອກໃນຂະແໜງກະສິກຳ ຕ້ອງຈັດຕັ້ງຕາມລະບົບຮ່ວມສຳພັນ ຜ່ານບັນດາສັນຍາຈຳໜ່າຍຜະລິດຕະພັນກະເສດລະຫວ່າງຊາວກະສິກອນ, ສະຫະກອນ ແລະ ວິສາຫະກິດ….

“ບົດບາດຂອງການສົ່ງເສີມການຄ້າແມ່ນມີຄວາມໝາຍສຳຄັນຍິ່ງ. ດ້ວຍໄລຍະຄືປະຈຸບັນ, ສິ່ງສຳຄັນກວ່າໝູ່ແມ່ນການເຊື່ອມຕໍ່. ການເຊື່ອມຕໍ່ນັບທັງກັບບັນດາປະເທດໃຫຍ່, ບັນດາປະເທດເຂັ້ມແຂງ, ປະເທດເກັ່ງກ້າ. ວຽກງານທັງໝົດເຫຼົ່ານັ້ນແມ່ນເພື່ອຄາດໝາຍຍົກສູງເຄື່ອງໝາຍການຄ້າ ແລະ ມູນຄ່າເພີ່ມຂອງສິນຄ້າຫວຽດນາມ, ພິເສດແມ່ນສິນຄ້າ ແລະ ການບໍລິການສົ່ງອອກ. ຢາກເຮັດໄດ້ຄືແນວນັ້ນ, ວຽກງານຕ້ອງປັບປຸງກວ່າໝູ່ ພ້ອມກັບແຫຼ່ງຊັບພະຍາກອນມະນຸດແມ່ນການເຊື່ອມຕໍ່. ການເຊື່ອມຕໍ່ກັບທ້ອງຖິ່ນ, ກັບວິສາຫະກິດ ແລະ ພິເສດແມ່ນເຊື່ອມຕໍ່ບັນດາຄູ່ຮ່ວມມືພາຍນອກ”.

ເພື່ອຍູ້ແຮງການສົ່ງອອກຕາມທິດຍົກສູງມູນຄ່າເພີ່ມ ກໍ່ຕ້ອງມີການສົມທົບລະຫວ່າງບັນດາກະຊວງ, ຂະແໜງການໃນການປັບປຸງລະບຽບການສົ່ງອອກ, ນຳເຂົ້າໃຫ້ສະດວກກວ່າ ເພື່ອແນໃສ່ສ້າງສະພາບແວດລ້ອມແກ່ງແຍ້ງດຳເນີນທຸລະກິດຢ່າງປອດໄສ. ນີ້ກໍ່ແມ່ນປັດໃຈສຳຄັນ, ຮັບປະກັນໃຫ້ການສົ່ງອອກຂອງຫວຽດນາມ ມຸ່ງໄປເຖິງການພັດທະນາເປັນປົກກະຕິ ແລະ ຍືນຍົງ.

 

ຕອບກັບ

ຂ່າວ/ບົດ​ອື່ນ