ການສົ່ງອອກໂທລະສັບ ແລະ ຊິ້ນສ່ວນເອເລັກໂຕນິກ ບັນລຸລະດັບຈະເລີນເຕີບໂຕດີພໍສົມຄວນ

(vovworld) - ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ຜະລິດ​ຕະພັນສ່ົງ​ອອກ ຄື: ​ໂທລະ​ສັບ, ​​ເອ​ເລັກ​ໂຕ​ນິກ, ຊິ້ນ​ສ່ວນ​ເອ​ເລັກ​ໂຕ​ນິກ ​ຂອງ ຫວຽດນາມ ບັນລຸ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ດີ​ພໍ​ສົມຄວນ. ພິ​ເສດ ​ໄລ່​ຮອດ​ທ້າ​ຍ​ເດືອນ 8 ປີ​ນີ້, ການ​ສົ່ງ​ອອກ​ບັນດາ​ປະ​ເພດ​ສິນຄ້າ​ດັ່ງກ່າວ​ບັນລຸ​ລະດັບ​ເຕີບ​ໂຕ​ກະ​ໂດດຂັ້ນ, ມູນ​ຄ່າ​ການ​ສົ່ງ​ອອກ​ປະ​ເພດ​ສິນ​ຄ້າ​ ​ອຸດສາຫະກຳ​ເອ​ເລັກ​ໂຕ​ນິກຢືນ​ອັນ​ດັບ​ທີ 2, ຖັດຈາກ​ກາ​ນສົ່ງ​ອອກ​ເຄື່ອງ​ຕ່ຳ​​ແຜ່ນ​ຕັດຫຍິບ.

ການສົ່ງອອກໂທລະສັບ ແລະ ຊິ້ນສ່ວນເອເລັກໂຕນິກ ບັນລຸລະດັບຈະເລີນເຕີບໂຕດີພໍສົມຄວນ - ảnh 1
ການສົ່ງອອກໂທລະສັບ ແລະ ຊິ້ນສ່ວນເອເລັກໂຕນິກ ຂອງຫວຽດນາມ ບັນລຸລະດັບຈະເລີນເຕີບໂຕດີພໍສົມຄວນ
ພາບ: internet

        ​ໃນ 3 ປີ​ມາ​ນີ້,  ບັນດາ​ຜະລິດ​ຕະພັນ ໂທລະ​ສັບ, ​​​ເຄື່ອງເອ​ເລັກ​ໂຕ​ນິກ, ຊິ້ນ​ສ່ວນ​ເອ​ເລັກ​ໂຕ​ນິກ ສ່ົງ​ອອກ ​ຂອງ ຫວຽດນາມ ຍາມ​ໃດ​ກໍ​ນອນ​ໃນ​ຈຳນວນສິນຄ້າ 10 ປະ​ເພດ​ມີ​ວົງ​ເງິນ​ສົ່ງ​ອອກ​ຫລາຍ​ກວ່າ​ໝູ່​ຢູ່ ຫວຽດນາມ. ​ໃນ​ນັ້ນ, ລະດັບ​ຈະ​ເລີ​ນ​ເຕີບ​ໂຕຂອງ​ໝວດ​ຜະລິດ​ຕະພັນ​ເອ​ເລັກ​ໂຕ​ນິກ ​ແລະ ຊິ້ນ​ສ່ວນ​ເອ​ເລັກ​ໂຕ​ນິກປີ​ນີ້​ແມ່ນ​ສູງ​ກວ່າ​ປີ​ກ່ອນ. ​ຈາກ 2,76 ຕື້ USD ​ໃນ​ປີ 2009 ຂຶ້ນ​ເຖິງ 4,66 ຕື້ USD ​ໃນ​ປີ 2011. ກ້າວ​ເຂົ້າ​ສູ່ປີ 2012, ​ໄລ່​ຮອດ​ທ້າຍເດືອນ 8, ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ໂທລະ​ສັບ ​ແລະ ​ເຄື່ອງ​ອາ​ໄຫລ່​ບັນລຸ 7,41 ຕື້ USD, ​ໃນ​ຂະນະ ທີ່ ຄອມ​ພິວ​ເຕີ, ​ເອ​ເລັກ​ໂຕ​ນິກ ​ແລະ ​ເຄື່ອງ​ອາ​ໄຫລ່​ເອ​ເລັກ​ໂຕ​ນິກກໍ​ບັນລຸ 4,76 ຕື້ USD. ຄາດ​ວ່າ​ໝົດ​ປີ​ນີ້ ໝວດ​ສິນຄ້າ​ສົ່ງ​ອອກ​ທັງ​ສອງ​ດັ່ງກ່າວ​ສາມາດ​ບັນລຸ​ວົງ​ເງິນ​ສົ່ງ​ອອກ​ປະມານ 15 - 16 ຕື້ USD. ການ​ຂະຫຍາຍຕົວ​ຂອງ​ການສົ່ງ​ອອກ​ໂທລະ​ສັບ, ​ເອ​ເລັກ​ໂຕ​ນິກ ​ແລະ ​ ຊິ້ນ ​ສ່ວນ​ໃນ​ໄລຍະ​ຜ່ານ​ມາ​ບໍ່​ພຽງ​ແຕ່​ພິສູດ​ໃຫ້​ເຫັນ​ທິດ​ທາງ​ອັນ​ຖືກຕ້ອງ​ໃນ​ການ​ພັດທະນາ​ຂະ​ແຫນງ​ເອ​ເລັກ​​ໂຕ​ນິກ ຫວຽດນາມ​ເທົ່າ​ນັ້ນ ຫາກ​ຍັງສະ​ແດງ​ໃຫ້​ເຫັນ​ການ​ຫັນປ່ຽນ​​ສຳຄັນ​ຂອງ ຫວຽດນາມ ​ເພື່ອ​ນຳ​ຂະ​ແຫນງ​ເອ​ເລັກ​​ໂຕ​ນິກກາຍ​ເປັນ​ຂະ​ແຫນງ​ຈຸດ​ສຸ​ມບັນລຸ​ປະສິດທິ​ຜົນ​ສູງ. ຈາ​ກ​ການຕິດ​ຕັ້ງ​ບັນດາຜະລິດ​ຕະພັນ​ເອ​ເລັກ​ໂຕ​ນິກ​ໃຊ້​ສອຍ​ທຳ​ມະ​ດາ​ຮັບ​ໃຊ້​ຕະຫລາດ​ພາຍ​ໃນ​​ເທົ່າ​ນັ້ນ, ມາ​ຮອດ​ປະຈຸ​ບັນ ຂະ​ແຫນງ​ເອ​ເລັກ​ໂຕ​ນິກ ຫວຽດນາມ ​ໄດ້​ຫັນ​​ໄປ​ສູ່​ການ​ຜະລິດ​ບັນດາ​ ຊິ້ນ​ສ່ວນ​ເອ​ເລັກ​ໂຕນິກຮັບ​ໃຊ້​ການ​ສົ່ງ​ອອກ ​ແລະ ອອກ​ແບບ​ເອງ, ຜະ​ລິດ​ຕະພັນເອ​ເລັກ​ໂຕ​ນິກ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ​ຊ່ື​ງ​ໄດ້​ຮັບ​ການ​ຮັບຮູ້​ຈາກ​ຕະຫລາ​ດພາຍ​ໃນ ​ແລະ ​ໂລກ. ທ່ານ Nguyen Duc Thang ປະທານ​ສະພາ​ສະມາຊິກ​ບໍລິສັດ​ເອ​ເລັກ​ໂຕ​ນິກ Tien Dat ຖື​ວ່າ:

        “ປະຈຸ​ບັນ ການ​ສົ່ງ​ອອກ​ເອ​ເລັກ​ໂຕ​ນິກ ຫວຽດນາມ ພວມ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ, ສາມາດ​ບັນລຸ 50%/ປີ. ລະອຽດ​ແມ່ນ ປະຈຸ​ບັນ ການ​ສົ່ງ​ອອກ​ເອ​ເລັກ​ໂຕ​ນິກ ບັນລຸ​ກວ່າ 10 ຕື້ USD ​ໃນ​ຂະນະ​ທີ່ສອງ​ສາມ​ປີ​ກ່ອນ ພຽງ​ບັນລຸ​ໄດ້ 2 - 3 ຕື້​ເທົ່າ​ນັ້ນ USD. ພິ​ເສດ ປີ 2011 ບັນລຸ​ກວ່າ 10 ຕື້ USD ​ແລະ ປີ​ນີ້ ສາມາດ​ບັນລຸ​ລະດັບ 15 ຕື້ USD, ນັ້ນ​ແມ່ນ​ມີຜົນສຳ​ເລັດ​​ອັນໃຫຍ່​ຫລວງ​ຂອງ​ຂະ​ແຫນງ​ເອ​ເລັກ​ໂຕ​ນິກ ຫວຽດນາມ.”

        ລະດັບຈະ​ເລີ​ນ​ເຕີບ​ໂຕ​​ໃນການ​ສົ່ງ​ອອກ​ຂອງ​ຂະ​ແຫນງ​ເອ​ເລັກ​ໂຕ​ນິກ ​ໄລຍະ​ຜ່ານ​ມາ​ນັບ​ມື້​ນັບ​ດີ​ຂຶ້ນ, ​ເປັນ​ຕົ້ນ​​ແມ່ນໃນ​ສະພາບ​​ເສດຖະກິດ​ທົ່ວ​ໂລກ​ໄລຍະ​ຜ່ານ​ມາ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໄປຄຽງ​ຄູ່​ກັບ​ບັນດາ​ຜົນງານ​ນັ້ນ, ຂະ​ແຫນງ​ເອ​ເລັກ​ໂຕ​ນິກ ຫວຽດນາມ ຍັງ​​ມີຂໍ້​ຂາດ​ຕົກ​ບົກ​ຜ່ອງ​ບາງ​ຢ່າງ​ໃນ​ອົງ​ປະກອບ​ຜະລິດ​ຕະພັນ, ​ເປັນ​ຕົ້ນ​​ແມ່ນຂາດ​ຄວາມ​ດຸນ​ດຽງ​ລະຫວ່າງ​ເຄື່ອງ​ເອ​ເລັກ​ໂຕ​ນິກ​ໃຊ້​ສອຍ (70%)  ​ແລະ ​ເຄື່ອງ​ເອ​ເລັກ​ໂຕ​ນິກສະ​ເພາະ​ຂະ​ແໜງ (30%). ສະ​ນັ້ນ ​ເພື່ອ​ພັດທະນາ​ຂະ​ແຫນງ​ເອ​ເລັກ​ໂຕ​ນິກກວ່າ​ອີກ ຕ້ອງ​ມີ​ການ​ຫນູນ​ຊ່ວຍ​ຈາກ​ລັດ ​ແລະ ສະຫະ​ສະມາຄົມ​ໃນ​ການ​ເປີດ​ກວ້າງ​ກາລະ​ໂອກາດ​​ລົງທຶນ​​ໃຫ້​ແກ່​ຂະ​ແຫນງ. ທ່ານ Le Ngoc Son, ປະທານ​ສະຫະ​ສະມາຄົມ ​ເອ​ເລັກ​ໂຕ​ນິກ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ​ເຄື່ອງ​ເອ​ເລັກ​ໂຕ​ນິກຊົມ​ໃຊ້ ​ແລະ ເຄື່ອງ​ເອ​ເລັກ​ໂຕ​ນິກສະ​ເພາະ​ຂະ​ແໜງ ກວມອັດຕາ​ສ່ວນ 7/3 ​ໃນ​ຂະນະ​ບັນດາ​ປະ​ເທດ​ພັດທະນາ​ນັ້ນ​ທັງ​ພັດທະນາ ເຄື່ອງ​ເອ​ເລັກ​ໂຕ​ນິກຊົມ​ໃຊ້ ​ແລະ ເຄື່ອງ​ເອ​ເລັກ​ໂຕ​ນິກສະ​ເພາະ​ຂະ​ແໜງ ຕົວຢ່າງ​ຄື: ​ໂທລະພາບ, Audio, ​ໄຟຟ້າ... ​​ໄປຄຽງ​ຄູ່​ກັນ​ນັ້ນ ຍັງ​ມີ​ເອ​ເລັກ​ໂຕ​ນິກການ​ແພດ, ​ເອ​ເລັກ​ໂຕ​ນິກອຸດສາຫະກຳ. ສະ​ນັ້ນ ຄວນ​ມີ​ການ​ພັດທະນາ​ເພື່ອ​ສ້າງ​ຄວາມ​ສົມ​ດູ​ນກວ່າ​ອີກ.”

        ​ໃນ​ທ່າ​ອ່ຽງພັດທະນາ, ຂະ​ແຫນງ​ເອ​ເລັກ​ໂຕ​ນິກ ຫວຽດນາມ ​ໄລຍະ​ຜ່ານ​ມາ​ໄດ້​ມີ​ຫລາຍ​ໂຄງການ​ໃຫຍ່​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ຈາກ​ບັນດາ​ບໍລິສັດ​ເອ​ເລັກ​ໂຕ​ນິກຊັ້ນ​ນຳ​ຄື: Intell, Canon, Samsung, Nokia… ພ້ອມ​ກັນ​ນັ້ນ​ຍັງ​ຂະຫຍາຍ​ຫລາຍ​ໂຄງການ​ຜະລິດ​ເຄື່ອງ​ອາ​ໄຫລ່, ຊິ້ນ​ສ່ວນ​ອື່ນ. ນີ້​ກໍ​ແມ່ນ​ທິດ​​ເດີນ​ສະດວກ​ເພ່ືອ​ດຶງ​ດູດ​ບັນດາ​ໂຄງການ​ລົງທຶນ​ຂອງ​ຕ່າງປະ​ເທດ​ເຂົ້າ​ໃນ​ຂົງ​ເຂດ​ອຸດສາຫະກຳ​ເອ​ເລັກ​ໂຕ​ນິກ. ບັນດາ​ຕະຫລາດ​ສົ່ງ​ອອກ​ຊິ້ນ​ສ່ວນ​ເອ​ເລັກ​ໂຕ​ນິກຂອງ ຫວຽດນາມ ປະຈຸບັນ ​ແມ່ນ: ຍີ່ປຸ່ນ, ສ​ເກົາຫລີ, ສິງກະ​ໂປ, ມາ​ເລ​ເຊຍ. ​ເຄື່ອງ​ເອ​ເລັກ​ໂຕ​ນິກຂອງ ຫວຽດນາມ ກໍ​ແຊກ​ຊືມ​ເຂົ້າ​ຕະຫລາດ​ອາ​ເມ​ລິ​ກາ, ອາ​ເມ​ລິ​ກາ​ລາ​ຕີນ, ​ເອີ​ລົບ, ອາ​ຟຼີກາ ​ເທື່ອ​ລະ​ກ້າວ. ​ເຖິງ​ວ່າ ປະລິມານ​ການ​ສົ່ງ​ອອກສິນຄ້າ​ປະ​ເພດ​ນີ້​ຂອງ​ຫວຽດນາມ ຍັງ​ຈຳກັດ​ຢູ່​ເມ່ືອ​ທຽບ​ໃສ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນກໍ​ຕາມ ​ແຕ່​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​​ແມ່ນ​ວ່ອງ​ໄວ​ພໍ​ສົມຄວນ. ພິ​ເສດ ​ປະຈຸ​ບັນ ຫວຽດນາມ ​ໄດ້​ດຶງ​ດູດ​ ແຫ​ລ່ງ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ​ເປັນ​ຈຳນວນຫລວງ​ຫລາຍ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ສະຖານ​ທີ່​ໄວ້​ຫນ້າ​ເຊື່ອ​ຖື​ຂອງ​ບັນດາ​ນັກ​ລົງທຶນ​ເຂົ້າ​ຂົງ​ເຂດອຸດສາຫະກຳ​ເອ​ເລັກ​ໂຕ​ນິກ. ທ່ານ Le Ngoc Son, ປະທານ​ສະຫະ​ສະມາຄົມ ​ເອ​ເລັກ​ໂຕ​ນິກ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ລັດຖະບານ ຫວຽດນາມ ຈະ​ສ້າງ​ຍຸດ​ທະ​ສາດ​ພັດທະນາ​​ໃຫ້​ແກ່ຂະ​ແຫນງ​ອຸດສາຫະກຳ​ສຳຮອງ. ​ເມື່ອ​ບັນດາ​ວິ​ສາ​ຫະກິດ​ເອ​ເລັກ​ໂຕ​ນິກ​ໃຫຍ່​ເຂົ້າມາ​ລົງທຶນຢູ່ ຫວຽດນາມ ຕ້ອງ​ມີ​ບັນດາ​ວິ​ສາ​ຫະກິດ​ຜະລິດ​ຊິ້ນ​ສ່ວນ​ຫລື​ກຸ່ມ​ອຸ​ດສາ​ຫະກຳ​ສຳຮອງ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ເຂົາ​ເຈົ້າ. ຕາມ​ທິດກ້າວ​ເດີນນີ້, ຫວຽດນາມ ຈະ​ເຂົ້າ​ຮ່ວມ​ບັນດາ​ວິ​ສາ​ຫະກິດ​ຜະລິດ​ຊິ້ນ​ສ່ວນ​ສະຫນອງ​ຜະລິດ​ຕະພັນ​ໃຫ້​ແກ່​ວິ​ສາ​ຫະກິດ​ຕ່າງປະ​ເທດ.”

ການສົ່ງອອກໂທລະສັບ ແລະ ຊິ້ນສ່ວນເອເລັກໂຕນິກ ບັນລຸລະດັບຈະເລີນເຕີບໂຕດີພໍສົມຄວນ - ảnh 2
ພາບປະກອບ:baodautu.vn

        ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເພື່ອ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ແກ້​ງ​ແຍ້​ງ​ໃຫ້​ແກ່​ຂະ​ແຫນງ​ເອ​ເລັກ​ໂຕ​ນິກຢູ່​ທັງ​ຕະຫລາ​ດພາຍ​ໃນ ​ແລະ ຕ່າງປະ​ເທດ, ຫວຽດນາມ ພວມ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ອຸດສາຫະກຳ, ຄົ້ນ​ຄ້ວາ​ພັດທະນາ​ຜະລິດ​ຕະພັນ​ໃຫມ່ ​ແລະ ​ເພີ່ມ​ມູນ​ຄ່າ​ເພ່ີມ​ຂອງ​ຜະລິດ​ຕະພັນ. ​ເພື່ອ​ສ້າງ​ພື້ນຖານ ​ແລະ ຄວາມ​ເປັນ​ປົກກະຕິ​​ເພື່ອໃຫ້​​ຂະ​ແຫນງ​ອຸດສາຫະກຳ​ເອ​ເລັກ​ໂຕ​ນິກພັດທະນາ, ຫວຽດນາມ ພວມ​ສ້າງ​ນະ​ໂຍບາຍ​ສະດວກ​ກວ່າ​ເພື່ອ​ດຶງ​ດູດ​ວິ​ສາ​ຫະກິດ​ໃຫຍ່​ຢູ່​ໃນ​ໂລກ​ລົງທຶນ​ເຂົ້າ​ຫວຽດນາມ ກໍ​ຄື​ສ້າງ​ເງື່ອນ​ໄຂ​​ເພື່ອໃຫ້​​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ເຂົ້າ​ຮ່ວມວິວັດ​ການ​ນີ້. ​ເພື່ອ​ບັນ​ລຸ​ໄດ້​ຈຸດ​ໝາຍ​ນີ້ ບັນຫາ​ການ​ລົງທຶນ​ດ້ານພື້ນຖານ​ໂຄງ​ລ່າງ ​ແລະ ປະຕິບັດ​ບັນດາ​ປັດ​​​ໃຈ​ສ້າງ​ວິ​ສາ​ຫະກິດ​ສຳຮອງ​ຢ່າງ​ຄົບ​ຊຸດ​ພວມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ລັດ ​ແລະ ວິ​ສາ​ຫະກິດ. ນີ້​ແມ່ນ​ບັນດາ​ພື້ນຖານ​ສຳຄັນ​ເພື່ອ​ໃຫ້​ຂະ​ແຫນງ​ເອ​ເລັກ​ໂຕ​ນິກ ​ແລະ ຊິ້ນ​ສ່ວນ​ເອ​ເລັກ​ໂຕ​ນິກບັນລຸ​ມູນ​ຄ່າ​ການ​ສົ່ງ​ອອກ​​ເພີ່ມ​ຂຶ້ນ​ຢ່າງ​ແຮງ ​ແລະ ໝັ້ນຄົງ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ