ການເຕີບໂຕຂຽວ: ກາລະໂອກາດໃຫ້ແກ່ ຫວຽດນາມ

ການເຕີບໂຕຂຽວ: ກາລະໂອກາດໃຫ້ແກ່ ຫວຽດນາມ - ảnh 1
ພະລັງງານຜະລິດຄືນໃຫມ່ ປະກອບສ່ວນສ້າງການເຕີບໂຕຂຽວ
ພາບ:baoninhthuan.com.vn

(vov) - ທ່ານ​ນາຍົກລັດຖະ​​ມົນ​ຕີ ຫງວຽນ​ເຕີນ​ຢູງ ຫາ​ກໍ​ມອບ​ໃຫ້​ກະຊວງ, ຂະ​ແຫນງ​ການ​ກ່ຽວຂ້ອງ ສ້າງ, ປະກອບ​ຄຳ​ເຫັນ​ເພື່ອ​ຮອດ​ເດືອນ 6/2012 ຕ້ອງ​ສຳ​ເລັດ​ຮ່າງ​ຍຸດ​ທະ​ສາດ​ການ​ເຕີບ​ໂຕຂຽວ ຂອງ​ຫວຽດນາມ ຮອດ​ປີ 2030 ວິ​ໄສ​ທັດຮອດ ປີ 2050.     ຕາ​ມການ​ກຳນົດ​ທິດ​ແລ້ວ​ ຫວຽດນາມ ຈະກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄຫມ​ໃນ​ປີ 2020,​​ໃນ​ຊຸມ​ປີ​ທີ່ຈະ​ມາ​ເຖິງ, ຄວາມ​ຕ້ອງການ​ລົງທຶນ​ຢູ່​ຫວຽດນາມ ຈະ​ໃຫຍ່​ຫລວງ​, ​ເປັນ​ຕົ້ນ​ແມ່ນໃນ​ຂົງ​ເຂດ​ອຸດສາຫະກຳ, ຄົມມະນາຄົມ​ຂົນ​ສົ່ງ, ການ​ພັດທະນາ​ເຂດ​ຕົວ​ເມືອງ. ​ເພື່ອ​ປະຕິບັດ​ຈຸດໝາຍ​ນີ້, ຫວຽດນາມ ມີ​ແຜນ​ນະ​ໂຍບາຍ​ປັບປຸງ​ຍຸດ​ທະ​ສາດການ​ເຕີບ​ໂຕ​ຂຽວ, ບໍ່ພຽງ​ແຕ່​ເພື່ອ​ເປັນການຍົກ​ສູງ​ປະສິດທິ​ຜົນ ​ແລະ ລັກສະນະ​ແກ້ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ​ເທົ່າ​ນັ້ນ ຫາກ​ຍັງ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢ່າງ​ມີ​ປະສິດທິ​ຜົນ​ອີກ​ດ້ວຍ ພ້ອມ​ທັງ​ບັນ​ເທົາ​ມົນລະ​ພິດ​ເຮືອນ​ແກ້ວ, ​ ​ພ້ອມກັບທົ່ວໂລກ ໃນຄວາມມານະ​ພະຍາຍາມ​ ​ ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

        ປະຈຸ​ບັນ ການ​ເຕີບ​ໂຕ​ຂຽວ​ພວມ​ແມ່ນ​ການ​ເລືອກ​ເຟັ້ນບຸລິມະສິດ​ໃນ​ນະ​ໂຍບາຍ​ພັດທະນາ​ຂອງ​ຫລາຍ​ປະ​ເທດ ​ໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ນັບ​ທີ່ມື້​ນັບ​ຮ້າຍແຮງ ​ແລະ ສົ່ງຜົນ​ສະທ້ອນ​ຢ່າງ​ຫນັກຫນ່ວງ. ສຳລັບ​ປະ​ເທດ​ພວມ​ພັດທະນາ​ຄືຫວຽດນາມ ການ​ເຕີບ​ໂຕ​ຂຽວ ຈະ​ເປ​ີດກາລະ​ໂອກາດອັນ​ໃຫຍ່​ຫຼວງໃນ​ການ​ຫັນປ່ຽນ​ອົງ​ປະກອບ​ເສດຖະກິດ, ສ້າງ​ວຽກ​ເຮັດ​ງານ​ທຳ, ​ເພີ່​ມລາຍ​ຮັບ​ໃຫ້​ແກ່​ປະຊາຊົນ. ຕາມ​ການ​ສະຖິຕິ​ຂອງ​ໂຄງການ​ພັດທະນາ​ສະ​ປະ​ປະຊາ​ຊາດ (UNDP) ​ແລ້ວ, ຍອດ​ລະດັບ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວຂອງ​ຫວຽດນາມໃນ ປີ 2000 ​​ແມ່ນ​ເທົ່າ​ກັບ ​ປະລິມານ cacbonnic 150 ລ້ານ​ໂຕນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ລະດັບ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ຄິດ​ໄລ່ຕາມຫົວ​ຄົນຢູ່​ຫວຽດນາມ ຍັງ​ຕ່ຳ​ກວ່າ​ຫລາຍ​ເມື່ອ​ທຽບ​ໃສ່​ກັບ​ບັນດາ​ປະ​ເທດ​ພວມ​ພັດທະນາ ​ແຕ່​ກໍ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ພ້ອມ​ກັນ​ນັ້ນ ຊັບພະຍາກອນ​ທຳ​ມະ​ຊາດ ກໍ​ຍັງບໍ່ທັນໄດ້​ຮັບ​ຖື​ວ່າ ​ແມ່ນ​ແຫ​ລ່ງກຳລັງ​ສຳຄັນຕົ້ນຕໍ ດັ່ງນັ້ນຈຶ່ງພາ​ໃຫ້ເກີດບັນຫາຕ່າງໆຄື: ​ປະສິດທິ​ຜົນ​ການ​ນຳ​​ໃຊ້​​ຍັງຕ່ຳ, ເກີດການ​ຮົ່ວ​ໄຫລ, ຟຸມ​ເຟືອຍ ແລະ ເຮັດໃຫ້ມົນ​ລະ​ພິດ​ສ່ິງ​​ແວດ​ລ້ອມ​​ເພີ່ມ​ຂຶ້ນ.

ທ່ານ ຫງວຽນ​ວັນ​ຕາຍ, ຫົວຫນ້າ​ສະຖານ​ບັນ​ຍຸດ​ທະ​ສາດ​ນະ​ໂຍບາຍ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ສັງກັດ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ ​ໄດ້​ໃຫ້​ຂໍ​້ສັງ​ເກດ​ວ່າ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ ບັນດາ​ການ​ເຄື່ອນ​ໄຫວ​​ຜະລິດ ນັບ​ມື້​ນັບ​ເພີ່​ມຂຶ້ນ​ຢ່າງ​​ແຮງ ​ແລະ ຄວາມ​ຕ້ອງການນຳ​ໃຊ້​ພະລັງງານ​ຈະ​ຫລາຍທີ່​ສຸດ.​ ສະ​ນັ້ນ ການ​ເຕີ​ບ​ໂຕ​ຂຽວ ​ແມ່ນ​ວິທີ​ການ​ພັດທະນາທີ່​ເໝາະສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ​ຂຽວ ​ແລະ ການ​ສ້າງ​ໂຄງ​ປະກອບ​ພື້ນຖານເສດຖະກິດ​ຄືນ​ໃຫມ່​. ທ່ານ ຫງວຽນ​ວັນ​ຕ່າ​ຍ ​ເວົ້າ​ວ່າ​:

“ການ​ເຕີບ​ໂຕຂຽວ ​ໄດ້​ກາຍ​ເປັນ​ທ່າ​ອ່ຽງທີ່​ຈຳ​ເປັນ. ຫວຽດນາມ ຕ້ອງ​ເຂົ້າ​ຮ່ວມທ່າ​ອ່ຽງນັ້ນ​. ສະ​ນັ້ນ ​ໜ້າວຽກ​ທຳ​ອິດນັ້ນ​ແມ່ນ ຫວຽດນາມ ຕ້ອງ​ກຳນົດ​ໄດ້​ ທີ່​ຕັ້ງບົດບາດ​ຂອງ​ຕົນ​ໃນ​ພື້ນຖານ​ເສດຖະກິດ​ຂຽວ ຈາກ​ນັ້ນຈະເປັນການຫັນປ່ຽນ​ພື້ນຖານ​ເສດຖະກິດ​ຂອງ​ຕົນ ຕາມ​ທິດ​ເສດຖະກິດ​ຂຽວ. ​ແຕ່ເຖິງ​ຢ່າງ​​ໃດ​ກໍ​ຕາມ, ປະຈຸ​ບັນ ​ແຕ່ລະ​ປ​ະ​ເທດ ພວມ​ເລືອກ​ເຟັ້ນວິທີ​ສຳ​ພັດ​ຕ່າງ​ກັນ ອີງ​ຕາມ​ລະດັບ​ການ ພັດທະນາ ກໍ​ຄື​ບັນຫາ​ເສດຖະກິດ, ຊັບພະຍາກອນ​ສິ່ງ​ແວດ​ລ້ອມ​ເພື່ອ​ມີ​ການ​ເລືອກ​ເຟັ້ນ​ໃຫ້​ເໝາະ​ສົມ.”

​        ໂດ​ຍອີງ​ໃສ່ 11 ຂົງ​ເຂດ​ຂອງ​ພື້ນຖານເສດຖະກິດຂຽວ​ຕາມ​ໂຄງການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຂອງ ສະ​ຫະປະຊາ​ຊາດ, ຫວຽດນາມ ມີ​ທ່າ​ໄດ້​ປຽບ​ຫລາຍ​ຢ່າງ ດ້ວຍ​ລັກສະນະ​ຊີວະ​ນາ​ໆ​ພັນ​ສູງ, ການ​ຜະລິດ​ກະສິກຳ​ກວມ​ອັດຕາ​ສ່ວນ​ໃຫຍ່​ໃນ​ພື້ນຖານ​ເສດຖະກິດ. ຄວາມ​ຈິງ​ແລ້ວ, ການ​ລົງທຶນ​ຍົກ​ລະດັບ​ກະສິກຳ ​ໃຫ້ກາຍ​ເປັນ​ພື້ນຖານ​ເສດຖະກິດຂຽວທີ່​ຜະລິດ ຜະລິດ​ຕະພັນ​ກະ​ເສດ​ທີ່ມີ​ຄຸນ​ນະພາ​ບສູງ ຈະ​ປະກອບສ່ວນ​ປັບປຸງທີ່ຕັ້ງຂອງ​ຫວຽດນາມໃຫ້ຢືນ​ອັນ​ດັບ​ຕົ້ນ​ໃນ​​ແຜນການ​ຮັບ​ມື​ກັບ​ວິ​ກິດ​ການໃນບັນຫາ​ຄ້ຳປະກັນ​​ດ້ານ​ສະບຽງ​ອາຫານ. ຄຽງ​ຂ້າງ​ນັ້ນ ການ​ປະມົງ, ສິນ​​ໃນ​ນ້ຳ ກໍ​ແມ່ນ​ທ່າ​​ແຮງ​ຄວນ​ໄດ້ຮັບການຂຸດ​ຄົ້ນ ປຸງ​ແຕ່ງ​ຕາມ​ທິດ​ສະອາດ​ກວ່າ ​ເປີດ​ແງ່​ຫວັງ​ໃນການ​ສົ່ງ​ອອກ​ໄປສູ່ຕະຫລາດ​ໃຫມ່​ຫລາຍ​ແຫ່ງ. ການທ່ອງທ່ຽວ​ຊີວະ​ພາບ, ພັກ​ຜ່ອນ​ບຳລຸງ​ສຸຂະພາບ, ພະລັງງານ​ຜະລິດຄືນ​ໃຫມ່ ​ແລະ ​ອື່ນໆ ລ້ວນ​ແຕ່​ແມ່ນ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ແຕ່​ບໍ່​ທັນ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ເທື່ອ. ທ່ານ ດ່າວຊວນ​ລາຍ, ຫົວຫນ້າ​ຫ້ອງການ​ພັດທະນາ​ແບບ​ຍືນ​ຍົງ ຂຶ້ນ​ກັບ​ໂຄງການ​ພັດທະນາ ສປຊ ຢູ່ ຫວຽດນາມ ຖື​ວ່າ: ດ້ວຍ​ທ່າ​ໄດ້​ປຽບ​ນັ້ນ, ຫວຽດນາມ ສາມາດ​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານ​ເສດຖະກິດ​ຂຽວ​ໄດ້.

“ການ​ເຕີບ​ໂຕຂຽວ ກ່ອນ​ອື່ນ​ໝົດ​ແມ່ນ​ສຸມ​ໃສ່​ການ​ນຳ​ໃຊ້​ແຫ​ລ່ງກຳລັງ, ຊັບພະ​ຍາ    ກ​ອນທຳ​ມະ​ຊາດ​ທີ່​ມີ​ຢູ່​​ແລ້ວໃນປະຈຸ​ບັນ ​ແລະ ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ. ສະ​ນັ້ນ ບໍ່​ແມ່ນວ່າ​ ​ເມື່ອພວກ​ເຮົາ​ມີ​ແຫ​ລ່ງງົບປະມານ​​, ພວກ​ເຮົາ​ຈຶ່ງ​ສາມາດສ້າງ ການໂຕຂຽວ​ໄດ້, ຫາກ​ພວກເຮົາສາດ​ມາດ​ອີງ​ໃສ່​ວິທີ​ການ​ອື່ນທີ່​ດີ​ກວ່າ​​ນັ້ນແມ່ນວິທີການ​ນຳ​ໃຊ້​ຊັບພະຍາກອນຢ່າງ​ເໝາະ​ສົມ​ກວ່າ. ​ເຮັດ​ໄດ້​ຄື​ແນວ​ນັ້ນ ການ​ເຕີບ​ໂຕ​ຂຽວຈະ​ບັນລຸ​​ໄດ້ສ່ວນ​ໃດ​ຫນ່ືງແລ້ວ.”

        ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ຂຽວ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ສ້າງຂຶ້ນ ​ແລະ ຈະ​ໄດ້ຮັບການປະຕິບັດ​ແຕ່​ປີ 2001 - 2030 ​ແລະ ວິ​ໄສ​ທັດຮອດ ປີ2050. ຍຸດ​ທະ​ສາດ​ນີ້ ​ແມ່ນ​ວິວັດ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່ ຕາມ​ທິດ​ຊຸກຍູ້​ການ​ພັດທະນາ​ບັນດາ​ຂະ​ແຫນງ​​ເສດຖະກິດ ອີງ​ໃສ່​ລະບົບ​ຊີວະ​ພາບ, ການ​ປ່ຽນ​ໃຫມ່​ເທັກ​ໂນ​ໂລ​ຊີ​ຜະລິດ​ຕາມ​ທິດຈຳກັດລະດັບ cacbon ​ແລະ ປ່ອຍ​ອາ​ຍພິດ​ເຮືອນ​ແກ້ວ​​ໃຫ້​ຢູ່​ໃນ​ລະດັບ​ຕ່ຳ, ຊຸກຍູ້​ການ​ນຳ​ໃຊ້​ແບບ​ຍືນ​ຍົງ, ພັດທະນາ​ການ​ບໍລິການ​ສິ່ງ​ແວດ​ລ້ອມ ​ແລະ ອຸດສາຫະກຳ​ຜະລິດ​ຄືນ​ໃຫມ່. ຕາມ​ທ່ານ ທ​້າຍກວາງ​ຈູງ, ຜູ້ອຳນວຍການ​ອົງການ​ໂລກ​ຂຽວ​ແລວ້, ​ເພື່ອ​ສ້າງ​ວິຖີ​ດຳລົງ​ຊີວິດ​ຂຽວ, ການ​ຊົມ​ໃຊ້​ຂຽວ​​ໃນ​ວົງ​ຄະນາ​ຍາດ ​ເພື່ອປະກອບສ່ວນ​ສ້າງ​ພື້ນຖານ​ເສດຖະກິດ​ຂຽວ ​ແມ່ນຈຳ​ເປັນ​ຕອ້ງຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ປະຊາຊົນ​ແຕ່ລະຄົນ.

“ພວກ​ເຮົາ​ຢາ​ກ​​ຫັນປ່ຽນ​ໄປ​ສູ່​ພື້ນຖານ​ເສດຖະກິດ​ຂຽວ ບັນຫາ​ສຳຄັນ ນັ້ນ​ແມ່ນ ການ​ສຶກສາ​ບຳລຸງ​ສ້າງ ນັບ​ແຕ່ສະຕິ​ຄວາມ​ຮັບ​ຮູ້​ຂອງ​ວົງ​ຄະນາ​ຍາດ ຕະຫລອດ​ຮອດ​ການ​ຄຸ້ມ​ຄອງ​ພື້ນຖານ​ເສດຖະກິດ​​ໃຫມ່ ຕ້ອງ​ໄດ້​ຮັບ​ການ​ບຳລຸງ​ສ້າງ. ພວກ​ເຮົາ​ບໍ່​ສາມາດ​ຫັນ​ໄປ​ສູ່​ພື້ນຖານ​ເສດຖະກິດ​ຂຽວ ດ້ວຍ​ຖັນ​ແຖວ​ຊັບພະຍາກອນ​ມະນຸດ​ທີ່ຍັງ​​ຄົງຮັບ​ໃຊ້ຮູບ​ແບບ​, ​ເສດຖະກິດ​ເກົ່າ. ຢາກ​ຫັນປ່ຽນ​​ເປັນ​ຢ່າງ​ດີ ພວກ​ເຮົາ​ຕ້ອງ​ວາງ​ບັນຫາ​ການ​ສຶກສາ​ຂຽວ​ເປັນ​ຕົ້ນຕໍ ​ແລະ ສຶກສາ​ໃຫ້​ລຸ້ນ​ນັກ​ທຸລະ​ກິດ ​ແລະ ນັກ​ຄຸ້ມ​ຄອງ​ລຸ້ນໃຫມ່ ​ເພື່ອສາມາດ​ຫັນສູ່​ພື້ນຖານ​ເສດຖະກິດ​ຂຽວໄດ້.”

​ເປັນ​ອັນວ່າ, ຫວຽດນາມ ພວມ​ມີ​ທ່າ​ໄດ້​ປຽບ​ຫລາຍ​ຢ່າງ​ ບົນ​ເສັ້ນທາງ​ມູ້​ງ​ໄປ​ເຖິງ​ພື້ນຖານ​ເສດຖະກິດ​ຂຽວ. ສະ​ນັ້ນ ຈຳ​ເປັນ​ຕ້ອງ​ຍາດ​ແຍ່ງ​ກາລະ​ໂອກາດ​ເພື່ອ​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ, ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຕາມ​ທິດ​ຂຽວ​ກວ່າ, ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ຂອງວົງ​ຄະນາ​ຍາດ, ສ້າງ​​ແບບ​ແຜນ​ການ​ດຳລົງ​ຊີວິດ​ຂຽວ, ການ​ອຸປະ​ໂພ​ກ ບໍລິ​ໂພ​ກ​​ຂຽວ, ປະກອບສ່ວນ​ສ້າງ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ຕໍ່ຫນ້າ​ບັນດາ​ການ​ກະທົບທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ຫວິ​ງຟອງ + ຜູ້​ຮ່ວມ​ງາ​ນ

ຕອບກັບ

ຂ່າວ/ບົດ​ອື່ນ