ການ​ເຕີບ​ໂຕ​ປີ​2020: ກ​ຳ​ລັງ​ຫ​ນູນ​ຈາກ​ບັນ​ດາ​​ໝວດສິນ​ຄ້າ​ທີ່ມີ​ທ່າ​ໄດ້​ປຽບ​

(VOVWORLD) -ປີ 2019 ການເຕີບໂຕ  GDP ບັນລຸ 7,02% ນີ້ແມ່ນປີທີສອງລຽນຕິດ ການເຕີບໂຕເສດຖະກິດຂອງຫວຽດນາມ ບັນລຸກວ່າ 7%. ບັນດາຜູ້ຊ່ຽວຊານດ້ານເສດຖະກິດໄດ້ໃຫ້ຂໍ້ສັງເກດວ່າ: ໝາກຜົນນີ້ ຈະແມ່ນປະຖົມປັດໄຈ ສ້າງທ່ວງທ່າສືບຕໍ່ການເຕີບໂຕໃນປີ 2020 ພ້ອມທັງຖືວ່າ ກຳລັງຫນູນ ຈະນອນໃນບັນດາໝວດສິນຄ້າມີທ່າໄດ້ປຽບ.
ການ​ເຕີບ​ໂຕ​ປີ​2020: ກ​ຳ​ລັງ​ຫ​ນູນ​ຈາກ​ບັນ​ດາ​​ໝວດສິນ​ຄ້າ​ທີ່ມີ​ທ່າ​ໄດ້​ປຽບ​ - ảnh 1ພາບປະກອບ: Baodautu.vn 

ດ້ວຍໝາກຜົນການເຕີບໂຕ GDP ປີ 2019 ບັນລຸ 7,02% ຫວຽດນາມ ໄດ້ຮັບການຕີລາຄາວ່າ ມີການເຕີບໂຕຢູ່ໃນລະດັບສູງພໍສົມຄວນເມື່ອທຽບໃສ່ບັນດາປະເທດໃນ ອາຊີ. ຄຽງຄູ່ກັນນັ້ນ ບັນດາຄາດໝາຍໄພເງິນເຟີ້, ການຂາດດຸ່ນງົບປະມານ ຫລື ຂອບຂະຫນາດສະສົມເງິນຕາຕ່າງປະເທດໄດ້ຮັບການປັບປຸງໃນໄລຍະຜ່ານມາ ຊ່ວຍເພີ່ມທະວີການຮັບມືກັບສິ່ງທ້າທາຍອາດຈະເກີດຂຶ້ນໃນອະນາຄົດ ຂອງພື້ນຖານເສດຖະກິດ ຫວຽດນາມ. ທ່ານ ຫງວຽນດີງກູງ ອະດີດ ຫົວຫນ້າ ສະຖາບັນຄົ້ນຄ້ວາຄຸ້ມຄອງເສດຖະກິດສູນກາງ ໄດ້ໃຫ້ຂໍ້ສັງເກດວ່າ: ກຳລັງແຮງຂອງພື້ນຖານເສດຖະກິດ ຫວຽດນາມ ໄດ້ເພີ່ມຂຶ້ນ ເມື່ອບັນດາຕົວເລກຄື: ການຂາດດຸ່ນງົບປະມານ, ຫນີ້ສາທາລະນະຈາກຕ່າງປະເທດ, ລະດັບການເພີ່ມການສະຫນອງເງິນລ້ວນແຕ່ຫລຸດລົງ ໃນຂະນະການສະສົມເງິນຕາຕ່າງປະເທດສືບຕໍ່ເພີ່ມຂຶ້ນ, ອັດຕາແລກປ່ຽນເງິນຕາມີຄວາມເປັນປົກກະຕິ. ນີ້ແມ່ນປະຖົມປັດໄຈສຳຄັນເພື່ອໃຫ້ປີນີ້ ພື້ນຖານເສດຖະກິດຫວຽດນາມ ສືບຕໍ່ພັດທະນາຢ່າງມີສະຖຽນລະພາບ.

“ເສດຖະກິດພາກເອກະຊົນໃນປີນີ້ ຍັງຄົງສືບຕໍ່ໃນທ່າພັດທະນາ ແລະ ແມ່ນກຳລັງຫນູນຊຸກຍູ້ການເຕີບໂຕເສດຖະກິດຫວຽດນາມ. ປີ 2020 ການປ່ອຍເງິນລົງທຶນຂອງລັດ ຈະໄດ້ຮັບການປັບປຸງ. ພວກເຮົາເຊື່ອໝັ້ນວ່າ ປີ 2020 ພື້ນຖານເສດຖະກິດ ຫວຽດນາມ ຍັງຄົງສືບຕໍ່ມີຄວາມສະຖຽນລະພາບ ແລະ ເຕີບໂຕຢູ່ໃນລະດັບ 6,8 -7%”

ທ່ານ ຫວູຕຽນລົກ ປະທານ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຖືວ່າ: ບັນດາການຄາດຄະເນ, ການກຳນົດທິດ ຈາກແງ່ມູມທີ່ແຕກຕ່າງກັນ ໄດ້ສະແດງໃຫ້ເຫັນທິດທາງເພື່ອໃຫ້ປະເທດຊາດສືບຕໍ່ການເຕີບໂຕ ແລະ ພັດທະນາ. ເມື່ອຕີລາຄາກ່ຽວກັບກາລະໂອກາດລົງທຶນໃຫ້ໝວດສິນຄ້າ ແລະ ຂົງເຂດ ໃນໄລຍະ 2020 – 2030, ທ່ານ ຫວູຕຽນລົກ ຖືວ່າ ກາລະໂອກາດຈະນອນໃນບັນດາໝວດສິນຄ້າທີ່ມີທ່າແຮງ.

“ໃນປີ 2020 ແລະ ຊຸມປີຕໍ່ໄປ, ກາລະໂອກາດການລົງທຶນ ຈະນອນໃນບັນດາໝວດສິນຄ້າທີ່ມີທ່າໄດ້ປຽບຄື: ຕຳແຜ່ນຕັດຫຍິບ, ເກີບຫນັງ, ເຄື່ອງເຟີນີເຈີ, ເອເຕັກໂຕນິກ, ຜະລິດຕະພັນກະເສດ ແລະ ສິນໃນນ້ຳ…. ຄວາມສາມາດບົ່ມຊ້ອນກໍ່ນອນໃນບັນດາຂົງເຂດຫາກໍ່ພົ້ນເດັ່ນຂຶ້ນຄື: ເສດຖະກິດຂຽວ, ເສດຖະກິດປະດິດຄິດສ້າງ, ເສດຖະກິດ ດີຈີຕອນ, ພັດທະນາຕົວເມືອງອັດສະລິຍະ.. ໄດ້ຮັບການຕີລາຄາວ່າ ມີຫລາຍກາລະໂອກາດໃຫຍ່ໃຫ້ແກ່ບັນດາວິສາຫະກິດມາຄົ້ນຫາ.”

ບັນດານັກຊ່ຽວຊານເສດຖະກິດ ຄາດຄະເນວ່າ ໃນ 5 ຂົງເຂດດຳເນີນທຸລະກິດມີການພັດທະນາຢ່າງແຮງໃນປີນີ້ ແມ່ນ ໝວດສິນຄ້າອຸປະໂພກ ບໍລິໂພກ, ການທ່ອງທ່ຽວ ແລະ ບັນດາຂະແຫນງພັດທະນາໄດ້ຊົມໃຊ້ຈາກການທ່ອງທ່ຽວ, ຂະແຫນງຂົນສົ່ງ Logistics, ຂະແຫນງກໍ່ສ້າງ ແລະ ວັດສະດຸກໍ່ສ້າງ, ຂະແຫນງກະສິກຳ ແລະ ບັນດາບໍລິການຫນູນຊ່ວຍໃຫ້ແກ່ກະສິກຳ. ພ້ອມກັນນັ້ນ ກໍ່ຖືວ່າ ສິ່ງທີ່ສ້າງກຳລັງຫນູນການເຕີບໂຕເສດຖະກິດໃນປີ 2020 ແມ່ນຂະແຫນງດຳເນີນທຸລະກິດຂຸດຄົ້ນຕະຫລາດພາຍໃນ ດ້ວຍກຳລັງຊື້ສິນຄ້າຂອງພົນລະເມືອງນັບ 100 ລ້ານຄົນ. ທ່ານ ຫງວຽນດຶກຮຸ່ງລີງ ຜູ້ອຳນວຍການສະຖາບັນຄົ້ນຄ້ວາ ແລະ ພັດທະນາ, ສັງກັດບໍລິສັດ CPCK SSI ຖືວ່າ:

“ການເຕີບໂຕໃຫ້ແກ່ໄລຍະຍາວຂອງຫວຽດນາມ ຍັງຄົງແມ່ນບັນດາຂະແຫນງສຸມໃສ່ຕະຫລາດພາຍໃນ ເພາະວ່າ ຕະຫລາດນີ້ແມ່ນໃຫຍ່ຫລວງ ແລະ ແມ່ນແຫ່ງເພື່ອໃຫ້ພວກເຮົາກຽມກ່ອນທີ່ເປີດກວ້າງອອກສູ່ບັນດາຕະຫລາດສົ່ງອອກຕ່າງປະເທດ. ດ້ວຍພົນລະເມືອງ 100 ລ້ານຄົນນີ້ ຕະຫລາດພາຍໃນ ບໍ່ພຽງແຕ່ແມ່ນຂົງເຂດຂາຍຍ່ອຍ ແລະ ສິນຄ້າອຸປະໂພກ ບໍລິໂພກ ເທົ່ານັ້ນ ຫາກນັບທັງສິລະປະ, ການບັນເທິງ ແລະ ການສຶກສາອີກດ້ວຍ. ຄວາມຕ້ອງການຂອງຕະຫລາດກ່ຽວກັບບັນດາຂະແຫນງນີ້ແມ່ນມີຄວາມສາມາດບົ່ມຊ້ອນແຕ່ຂອບຂະຫນາດບໍລິການ ແລະ ຄຸນນະພາບຂອງບັນດາວິສາຫະກິດພາຍໃນປະເທດຍັງຈຳກັດຢູ່”

ເຖິງວ່າ ຫວຽດນາມ ມີພື້ນຖານດີ ແລະ ມີຄວາມສະດວກເພື່ອໃຫ້ພື້ນຖານເສດຖະກິດສືບຕໍ່ພັດທະນາ ແຕ່ເຖິງຢ່າງໃດກໍຕາມ ບັນດາຄວາມສ່ຽງ, ຜົນສະທ້ອນຈາກສະພາບແວດລ້ອມພາຍນອກ ກໍ່ຄື ບັນດາສິ່ງທ້າທາຍ, ຄວາມອ່ອນດ້ອຍພາຍໃນ ຄວນໄດ້ຮັບຄວາມເອົາໃສໃສ່ແກ້ໄຂ. ສະນັ້ນ ການປະຕິຮູບລະບອບລະບຽບການ, ການແກ້ໄຂຄວາມຕິດຂັດໃນສະພາບການລົງທຶນດຳເນີນທຸລະກິດ ແມ່ນບັນດາບຸລິມະສິດຄວນສຸມໃສ່ໃນໄລຍະຈະມາເຖິງ. ຜ່ານນັ້ນ ເພື່ອສ້າງກຳລັງຫນູນ ໃຫ້ແກ່ພື້ນຖານເສດຖະກິດພັດທະນາໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ