ການ​ເສັງ startup ພ້ອມ​ກັບ Kawai ປີ 2024 ສ້າງສະໜາມ​ທີ່​ເປັນ​ປະ​ໂຫຍດ​ໃຫ້​ແກ່​ໄວ​ໜຸ່ມ

(VOVWORLD) - ການເສັງ startup ພ້ອມກັບ Kawai ຄັ້ງທີ 19 ປີ 2024 ຫາກໍ່ໄດ້ຮັບການປຸກລະດົມໃນທ້າຍເດືອນກຸມພາ ຜ່ານມາຢູ່ຮ່າໂນ້ຍ. ນີ້ແມ່ນການເສັງແນວຄວາມຄິດດຳເນີນທຸລະກິດ startup ສຳລັບຊາວໜຸ່ມ ໄດ້ຈັດຂຶ້ນທຸກໆປີ ນັບແຕ່ປີ 2006 ໂດຍສະໂມສອນ ນັກທຸລະກິດໃນອະນາຄົດ - ວ່າທີ່ນັກທຸລະກິດ (ມະຫາວິທະຍາໄລການຄ້າຕ່າງປະເທດ) ແລະ ໄດ້ຮັບການອຸປະຖຳຈາກກອງທຶນການສຶກສາ Kawai ຂອງ ຍີ່ປຸ່ນ. ນັບແຕ່ປີ 2014 ເປັນຕົ້ນມາ, ການເສັງ startup ພ້ອມກັບ Kawai ໄດ້ຮັບການອຸປະຖຳຈາກສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ.

ການເສັງ startup ພ້ອມກັບ Kawai ປີ 2024 ກໍມີ 3 ຮອບຄືກັນກັບການເສັງຂອງທຸກໆປີ. ແຕ່ວ່າ, ການເສັງປີນີ້ ມີຄວາມແຕກຕ່າງໜ້ອຍໜຶ່ງເມື່ອທຽບໃສ່ປີກ່ອນ. ທ່ານ ຟໍດຶກລອງ, ປະທານສະໂມສອນ ນັກທຸລະກິດໃນອະນາຄົດ ໃຫ້ຮູ້ວ່າ:

“ການເສັງ startup ພ້ອມກັບ Kawai ປີ 2024 ພຽງແຕ່ຕ້ອງການໃຫ້ບັນດາທິມທີ່ເຂົ້າຮອບ top 30 ທິມ ເຂົ້າຮ່ວມ 80% ເວລາທັງໝົດຂອງລາຍການ workshop, mentor, ການໃຫ້ຄຳປຶກສາແບບ 1 1... ເຊິ່ງປີກ່ອນໆ ແມ່ນຈັດໃຫ້ສຳລັບທິມທີ່ເຂົ້າຮອບ top 15 ທິມເທົ່ານັ້ນ. ພາຍຫຼັງການເສັງຄັດເລືອກຮອບທຳອິດ, ກຸ່ມ top 10 ທິມຈະໄດ້ລົງຕົວຈິງກ່ຽວກັບການເພີ່ມລະດັບຄວາມໄວການພັດທະນາ, ໄດ້ຮັບການໜູນຊ່ວຍຈາກບັນດາວິສາຫະກິດ ແລະ ຄູ່ຮ່ວມມືຕ່າງໆໃນຂົງເຂດຕ່າງໆເຊັ່ນ: marketting, ຮັບສະໝັກພະນັກງານ, ພັດທະນາຜະລິດຕະພັນທີ່ນຳມາເຊິ່ງຄຸນຄ່າດີທີ່ສຸດໃຫ້ແກ່ລູກຄ້າຂອງຕົນ. ໄປຄຽງຄູ່ຄຸນຄ່າແກ່ນສານນັ້ນ, ການເສັງ startup ພ້ອມກັບ Kawai ປີ 2024 ຍັງຍົກລະດັບວິວັດການ startup ດ້ວຍ 3 ປັດໄຈລເລິກສະເພາະ ເຊັ່ນ: ດ້ານຄວາມຮູ້, ບົດຮຽນ, ປະສົບການ ເພື່ອແນໃສ່ຊ່ວຍໃຫ້ບັນດາເພື່ອນໜຸ່ມພັດທະນາການ startup”.

ການ​ເສັງ startup ພ້ອມ​ກັບ Kawai ປີ 2024 ສ້າງສະໜາມ​ທີ່​ເປັນ​ປະ​ໂຫຍດ​ໃຫ້​ແກ່​ໄວ​ໜຸ່ມ - ảnh 1ການຖະແຫຼງຂ່າວປະກາດການເສັງ startup ພ້ອມກັບ Kawai 2024 (ພາບ: ງອກແອັງ)

ພາຍຫຼັງການເສັງ, ຄະນະຈັດຕັ້ງກໍໃຫ້ການໜູນຊ່ວຍບັນດາທິມທີ່ຍາດໄດ້ລາງວັນ ເຊັ່ນ ໃຫ້ຄຳປຶກສາຍຸດທະສາດສຳລັບການ startup ດ້ວຍຮູບການເຊື່ອມຕໍ່ກັບຜູ້ໃຫ້ຄຳປຶກສາ; ລະດົມທຶນໃຫ້ແກ່ການ startup ຜ່ານການເຄື່ອນໄຫວເຊື່ອມຕໍ່ການລົງທຶນ ແລະ ເຊື່ອມຕໍ່ກັບຄູ່ຮ່ວມມື. ຄະນະຈັດຕັ້ງການຮ່ວມມືກັບບັນດາຄູ່ຮ່ວມມືຈາກບັນດາລະບົບນິເວດ startup ຕ່າງປະເທດ ເຊັ່ນ: ຍີ່ປຸ່ນ, ສິງກະໂປ, ສ.ເກົາຫຼີ ເພື່ອເຊື່ອມຕໍ່ບັນດາໂຄງການກັບບັນດາລາຍການທີ່ໃຫຍ່ກວ່າ.

ເປົ້າໝາຍຂອງການເສັງ “startup ພ້ອມກັບ Kawai” ແມ່ນປູກລ້ຽງນັກທຸລະກິດລຸ້ນໃໝ່. ສະໂມສອນ ນັກທຸລະກິດໃນອະນາຄົດ ຍາມໃດກໍມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອປັບປຸງ ແລະ ປ່ຽນແປງໃໝ່ຮູບການ, ລະບຽບການຂອງການເສັງ ໃຫ້ແທດເໝາະກັບການພັດທະນາຂອງລະບົບນິເວດ startup ແລະ ຍູ້ແຮງນ້ຳໃຈ startup ຂອງຄົນລຸ້ນໜຸ່ມ. ທ່ານນາງ ຫງວຽນຟ້າມຮົ່ງແອັງ, ຮອງປະທານສະໂມສອນ ນັກທຸລະກິດໃນອະນາຄົດ, ໃຫ້ຮູ້ວ່າ:

“ແຕ່ລະປີ, ການເສັງ startup ພ້ອມກັບ Kawai ໄດ້ດຶງດູດ startup ທີ່ມີຄຸນນະພາບເຂົ້າຮ່ວມເປັນຈຳນວນຫຼາຍ. ບັນດາເພື່ອນໜຸ່ມ ກໍ່ມີຄວາມຮູ້, ປະສົບການບໍ່ແມ່ນໜ້ອຍ ແລະ ໄດ້ດຳເນີນການ startup ມາໄດ້ໄລຍະໜຶ່ງແລ້ວ. ນີ້ແມ່ນການພິສູດໃຫ້ຢ່າງຈະແຈ້ງເຖິງການແຜ່ກະຈາຍ ກໍຄືຄຸນຄ່າເຊິ່ງການເສັງ startup ພ້ອມກັບ Kawai ພວມມຸ່ງໄປເຖິງ. ສະໂມສອນນັກທຸລະກິດໃນອະນາຄົດ ແມ່ນສ່ວນໜຶ່ງຂອງເຄືອຂ່າຍສະໂມສອນ startup, ນະວັດຕະກຳ ແລະ ຫັນເປັນດີຈີຕອນຂອງນະຄອນຫຼວງ ຮ່າໂນ້ຍ, ໂດຍສັງກັດຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ”.

ລາງວັນການເສັງປີນີ້ ລວມມູນຄ່າເຖິງ 900.000 ເຢນ (ສະກຸນເງິນ ຍີ່ປຸ່ນ). ໃນນັ້ນ, ລາງວັນທີ 1 ມີມູນຄ່າ 400.000 ເຢນ, ລາງວັນທີ 2 ມີມູນຄ່າ 300.000 ເຢນ ແລະ ລາງວັນທີ 3 ໄດ້ 200.000 ເຢນໂດຍແບ່ງໃຫ້ 2 ທິມໄດ້ຮັບລາງວັນສູງສຸດ. ນອກຈາກນັ້ນແລ້ວ, ຍັງມີຫຼາຍລາງວັນທີ່ເປັນວັດຖຸພັນອື່ນໆ ມອບໃຫ້ແກ່ບັນດາທິມທີ່ເຂົ້າຮ່ວມອີກດ້ວຍ. ຜ່ານການຈັດຕັ້ງມາໄດ້ 18 ປີ, ການເສັງ “startup ພ້ອມກັບ Kawai ບັນລຸໄດ້ຕົວເລກທີ່ໜ້າຊື່ນຊົມ, ໂດຍມີນັກສຶກສາ 22.000 ຄົນເຂົ້າຮ່ວມ, ມີຜູ້ເຂົ້າເຖິງກວ່າ 80.000 ຄັ້ງ ແລະ ກວ່າ 2.200 ໂຄງການດຳເນີນທຸລະກິດ. ຜ່ານການເສັງ, ຫຼາຍໂຄງການໄດ້ຜັນຂະຫຍາຍຕົວຈິງ, ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດ, ສັງຄົມ, ພົ້ນເດັ່ນແມ່ນບັນດາເຄື່ອງໝາຍການຄ້າທີ່ມີຊື່ສຽງຄື: YBox, Kenh14, SpaceShare, ColorME, uCall, ຕະຫຼາດ Deli... ທ່ານນາງຮອງສາດສະດາຈານ. ປອ. ຟ້າມທູເຮືອງ, ຮອງອະທິການບໍດີມະຫາວິທະຍາໄລການຄ້າຕ່າງປະເທດ, ໃຫ້ຮູ້ວ່າ:

ຜ່ານການຈັດຕັ້ງມາໄດ້ 18 ຄັ້ງ, ເບິ່ງຕົວເລກດັ່ງກ່າວ, ພວກເຮົາກໍເຫັນໄດ້ເຖິງການແຜ່ກະຈາຍທີ່ກວ້າງຂວາງຂອງການເສັງ startup ພ້ອມກັບ Kawai. ມາຮອດປັດຈຸບັນ, ມີຫຼາຍຄົນພາຍຫຼັງເຂົ້າຮ່ວມການເສັງແລ້ວ ໄດ້ກັບມາເຂົ້າຮ່ວມການຈັດຕັ້ງການເສັງພ້ອມກັບຄະນະຈັດຕັ້ງ ແລະ ສ້າງເປັນບັນດາການເຄື່ອນໄຫວທີ່ມີລັກສະນະກະທົບຕອບກັບສັງຄົມໄດ້ດີກວ່າ, ພິເສດແມ່ນການແຜ່ກະຈາຍນ້ຳໃຈກ້າຄິດ, ກ້າທຳ, ກ້າເດີນຕາມຄວາມຝັນຂອງບັນດາເພື່ອນໜຸ່ມ”.

ການເສັງ startup ພ້ອມກັບ Kawai ນັບມື້ນັບຢັ້ງຢືນໄດ້ຄຸນນະພາບ, ອິດທິພົນຊື່ສຽງຕໍ່ກັບປະຊາຄົມ ກໍຄືບັນລຸໄດ້ທີ່ຕັ້ງໃດໜຶ່ງໃນລະບົບນິເວດ startup ແຫ່ງຊາດ. ການເສັງດັ່ງກ່າວໄດ້ສ້າງສະໜາມທີ່ເປັນປະໂຫຍດທາງດ້ານດຳເນີນທຸລະກິດ startup ໃຫ້ແກ່ໄວໜຸ່ມ, ໂດຍສະເພາະແມ່ນນັກສຶກສາ./.

ຕອບກັບ

ຂ່າວ/ບົດ​ອື່ນ