ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ເພື່ອ​ຍົກ​ສູງ​ຄຸນຄ່າ​ການ​ຜະລິດ​ກະສິກຳ

(vovworld) - ​ເພື່ອ​ຊຸກຍູ້​ຂະ​ແຫນງ​ກະສິກຳພັດທະນາ, ວິທີ​ຫນຶ່ງ​ດຽວ​ແມ່ນ​ໝູນ​ໃຊ້ເຕັກ​ໂນ​ໂລ​ຊີ​ສູງ​ເຂົ້າ​​ໃນການ​ຜະລິດ​ຈຶ່ງ​ສາມາດ​ປ່ຽນ​​ໃຫມ່ພາບພົດ​ຂະ​ແຫນງ ​ກະສິກຳ​​ໄດ້. ນີ້​ກໍ​ແມ່ນ​ເນື້ອ​ໃນ​ຕົ້ນຕໍ​ໃນ​ເວທີ​ປາ​ໄສ​ນະ​ໂຍບາຍ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​​ເຂົ້າໃນ​ຂະ​ແຫນງກະສິກຳ​ຜ່ານ​ຄູ່​ຮ່ວມ​ມື​ລະຫວ່າງ ​ພາກ​ລັດ ​ແລະ ​ພາກເອກະ​ຊົນ ຊຶ່ງຖືກຈັດ​ຕັ້ງ​ຂຶ້ນ​ຢູ່ ຮ່າ​ໂນ້ຍຫວ່າງ​ແລ້ວ​ນີ້.

ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ເພື່ອ​ຍົກ​ສູງ​ຄຸນຄ່າ​ການ​ຜະລິດ​ກະສິກຳ - ảnh 1
ຊາວກະສິກອນນຳໃຊ້ລະບົບຫົດນ້ຳທັນສະໄຫມເຂົ້າໃນການຜະລິດ
ພາບປະກອບ: internet

        ​ໃນ​ໄລຍະ​ກວ່າ 20 ປີ ຜ່ານ​ມາ, ຫວຽດນາມ ບ​ັນລຸ​ໄດ້​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ​ໃນ​ການ​ຜະລິດ​ກະສິກຳ, ບໍ່​ພຽງ​ແຕ່​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ​ເທົ່າ​ນັ້ນ, ຫວຽດນາມ ​ໄດ້​ກາຍ​ເປັນ​ປະ​ເທດ​ນຳ​ຫນ້າ​​ໂລກໃນ​ການສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ ​ດ້ວຍ​ສິນຄ້າ​ຫລາຍປະ​ເພດຄື: ​ເຂົ້າສານ, ກາ​ເຟ, ຢາງພາລາ, ໝາກມ່ວງ​ຫິມະພານ, ຊາ, ສິນ​ໃນ​ນ້ຳ. ​ຫນຶ່ງ​ໃນ​ບັນດາ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນງານ​ດັ່ງກ່າວ ​ນັ້ນ​ແມ່ນ ຫວຽດນາມ ພວມ​ຍູ້​ແຮງ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ ​ເພື່ອ​ສ້າງ​ບັນດາ​ຜະລິດ​ຕະພັນ​ກະ​ເສດ​ສົ່ງ​ອອກ​ທີ່ມີ​ມູນຄ່າ ​ແລະ ມີ​ລັກສະນະ​ແກ້ງ​ແຍ້​ງສູງ. ຕາມ​ທິດ​ນີ້, ລັດຖະບານ ຫວຽດນາມ ​ໄດ້​​ເຊັນ​ອະນຸມັດ​ແຜນ​ຮ່າງ​ສັງ​ລວມກ່ຽວ​ກັບ​ການພັດທະນາ​ກະສິກຳ​ແຕ່​ນີ້​ຮອດ​ປີ 2020 ຊຶ່ງ​ຈຸດ​ສຸມ​ແມ່ນ​ສົ່ງ​ເສີມ​ການ​ລົງທຶນ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີສູງເຂົ້າ​ໃນ​ຂົງ​ເຂດ​ກະສິກຳ​ດ້ວຍ​ຈຸດໝາຍ​ນຳ​ອັດຕາ​ສ່ວນ​ມູນຄ່າ​ການ​ຜະລິດ​ກະສິກຳ​ໝູນ​ໃຊ້​ເຕັກ​ໂນ​ສູງ​ກວມ​ແຕ່ 10 - 15% ຍອດ​ມູນ​ຄ່າ​ການ​ຜະລິດ​ກະສິກຳ. ​ເພື່ອ​ປະຕິບັດ​ຈຸດໝາຍ​ດັ່ງກ່າວ​ໃຫ້​ໄດ້, ລັດຖະບານ ​ໄດ້​ປະກາດ​ໃຊ້​ຫລາຍ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ລົງທຶນ​ພາກ​ເອກະ​ຊົນ, ປະຕິບັດ​ການ​ກວດກາ, ຈັດ​ແບ່ງປະ​ເພດ​ບັນດາ​ໂຄງການ​ລົງທຶນ, ດັດປັບ​ແຫ​ລ່ງທຶນ ​ແລະ ສົ່ງ​ເສີມ​ຮູບ​ການ​​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ ​ເປັນ​ຕົ້ນ​ແມ່ນ​ບັນດາ​ຮູບ​ການ​ລົງທຶນ PPP (ຄູ່​ຮ່ວມ​ມື​ລະຫວ່າງພາກ​ລັດ ​ແລະ ​ເອກະ​ຊົນ) ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ. ທ່ານ Nguyen Van An ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ Thai Hoa ​ໃຫ້​ຮູ້​ວ່າ:

        “ການ​ຮ່ວມ​ມື​ຢູ່​ທີ່​ນີ້ ບໍ່​ພຽງ​ແຕ່​​ລະຫວ່າງ​ວິ​ສາ​ຫະກິດ​ກັບ​ຊາວ​ກະສິກອນ​ເທົ່າ​ນັ້ນ ຫາກ​ຮ່ວມ​ມື​ລະຫວ່າງ​ອຳນາດ​ການ​ປົກຄອງ, ລັດ, ວິ​ສາ​ຫະກິດ, ຊາວ​ກະສິກອນ ນັບ​ທັງ​ອົງການ​ເສດຖະກິດ​ສາກົນອີກ ຈຶ່ງ​ສາມາດສ້າງ​ເປັນ​ຮູບ​ແບບ​ການ​ຮ່ວມ​ມື​ລະຫວ່າງ​ພາກ​ລັດ ​ແລະ ​ເອກະ​ຊົນ​, ​ເຮັດ​ຄື​ແນວນັ້ນ​ຈຶ່ງ​ມີ​ປະສິດທິ​ຜົນ​ໄດ້.”

ທີ່​ເວທີ​ປາ​ໄສ​ນະ​ໂຍບາຍ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ​ຜ່ານ​ການ​ຮ່ວມ​ມື​ລະຫວ່າງ​ພາກ​ລັດ ​ແລະ ​ເອກະ​ຊົນ ຫາ​ກໍ່​ຖືກ​ຈັດ​ຕັ້ງ​ຂຶ້ນ​ຢູ່​ຮ່າ​ໂນ້ຍ, ຜູ້ຕາງຫນ້າ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ຢືນຢັນ​ວ່າ: ທັດສະນະ​ຂອງ​ລັດຖະບານ ຫວຽດນາມ ​ແມ່ນຕ້ອງ​ມີ​ນະ​ໂຍບາຍ​ຢ່າງ​ແຂງ​ຂັນເພື່ອ​ດຶງ​ດູດບັນດາ​ວິ​ສາ​ຫະກິດ​, ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​​ ​ລົງທຶນ​ເຂົ້າ​​ໃນຂົງ​ເຂດ​ກະສິກຳ ​ແລະ ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ລົງທຶນຖືກ​ກັບ​ວິທີ ຈະ​ສ້າງປະຖົມ​ປັດ​ໄຈ​ເພື່ອ​ໃຫ້​ກະສິກຳ​ມີ​ບາດກ້າວ​ພັດທະນາ​ຢ່າງ​ແຮງ. ຄວາມ​ຈິງ​ໃຫ້​ເຫັນ​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ມີວິ​ສາ​ຫະກິດ​ຫລາຍ​ແຫ່ງ​ໄດ້​ໝູນ​ໃຊ້​ວິທະຍາ​ສາດ​ເຕັກ​ໂນ​ໂລ​ຊີ​ສູງ​ເຂົ້າ​ໃນ​ການ​ຜະລິດ ​ແລະ ປຸງ​ແຕ່ງ ​ສ້າງ​ບາດກ້າວ​ບຸກທະລຸ​ກ່ຽວ​ກັບ​ຄຸນຄ່າ​ປະລິມານ​ການ​ຜະລິດ. ຕົວຢ່າງ​ຄື: ​ນຳ​ເຂົ້າ​ເຂັດ​ລັບ​ເຕັກ​ໂນ​ໂລ​ຊີ​ພ້ອມ​ກັບ​ເຕັກນິກກ່ຽວ​ກັບ​ການລ້ຽງ​ງົວ​ນົມ​ຂອງ ອິດສະຣາ​ແອນ, ກໍ່ສ​້າງ​ໂຮງງານ​ປຸງ​ແຕ່ງ​ນ້ຳນົມດ້ວຍ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄຫມ​ຢູ່​ແຂວງ ​ Nghe An, ສ່ວນ​ກຸ່ມ​ບໍລິສັດ TH ລົງທຶນ​ເຂົ້າ​ຂົງ​ເຂດ​ກະສິກຳ​ກໍ​ໄດ້​ຮັບ​ຜົນ​ດີ​ທີ່​ສຸດ. ກ່ອນ​ນີ້ ມູນ​ຄ່າ​ການ​ຜະລິດ​ຢູ່​   ເມື​ອງ Nghia Dan ​ແຂວງ Nghe An ພຽງ​ແຕ່​ບັນລຸ​ 50 -70 ລ້ານ/​ເຮັກຕາ,​ ​ແຕ່ ພາຍຫລັງ​ກຸ່ມ​ບໍລິສັດ TH ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີສູງເຂົ້າ​ໃນ​ການ​ຜະລິດ, ມູນ​ຄ່າ​ການ​ຜະລິດ​ກໍ​ເພີ່ມ​ຂຶ້ນ​ທົບ​ກວ່າ 20 ​ເທົ່າ ​ແຕ່ 500 - 1,5 ຕື້​ດົ່ງ/​ເຮັກຕາ. ບໍ່​ພຽງ​ແຕ່​ກຸ່ມ​ບໍລິສັດ TH  ​ເທ່ົາ​ນັ້ນ ຫາກ​ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ ກໍ​ຄື​ລະບົບຟາ​ມຂອງ​ຊາວ​ກະສິກອນ​ກໍ​ໄດ້​ປະສົບ​ຜົນ​ໃນ​ການ​ໝູນ​ໃຊ້​ເຕັກ​ໂນ​ຊີ​ສູງເຂົ້າ​ໃນ​ການ​ຜະລິດ​ກະສິກຳ. ມີ​ຫລາຍ​ຮູບ​ແບບ​ການ​ຜະລິດ​ດອກ​ໄມ້, ຕົ້ນ​ໄມ້​ປະດັບ​ເອ້​ດ້ວຍ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ຢູ່ ຮ່າ​ໂນ້ຍ, ດາລາ​ດ, ນະຄອນ ​ໂຮ່ຈິ​ມີນ ​ກໍສ້າງ​ລາຍ​ຮັບ​ມາໃຫ້​ປະຊາຊົນ​​ແຕ່ 600 ລ້ານ - 1 ຕື້​ດົ່ງ/​ເຮັດ​ຕາ/ປີ. ຕາ​ແສງ Tay Tuu ​ເມືອງ Tu Liem, Ha Noi ພັດທະນາ​ອາຊີບ​ປູກ​ດອກ​ໄມ້, ຕົ້ນ​ໄມ້​ປະດັບ​ເອ້​ມາໄດ້ 12 ປີ ​ແລ້ວ, ​ແຕ່​ພຽງ​ໃນ 3 ປີ ມໍ່ໆມາ​ນີ້, ອາຊີບ​ປູກ​ດອກ​ໄມ້ຈຶ່ງ​ພັດທະນາ​ຢ່າງ​ແທດ​ຈິງ ຍ້ອນ​ໄດ້​ນຳ​ໃຊ້​ຂັ້ນ​ຕອນ​ສ້າງ​ແນວ​ພັນ ​ແລະ ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງໃນ​ການ​ບົວ​ລະ​ບັດ​ທີ່​ກ້າວຫນ້າ. ມີ​ຫລາຍ​ຄອບຄົວ​ໄດ້​​ປູກ​ດອກ​ໄມ້​ໃນ​ເຮ​ືອນ​ແກ້ວ ​ ​ນຳ​ມາ​ຊຶ່ງ​ລາຍ​ຮັບ​ສູງ​ທົບ​ສອງ​ເທົ່າ​ເມື່ອ​ທຽບ​ໃສ່​ກ່ອນ​ນີ້. ດຣ Dang Van Dong ຫົວຫນ້າ ພະ​ແນ​ກຄົ້ນ​ຄ້ວາດ​ອກ​ໄມ້ ​ແລະ ຕົ້ນ​ໄມ້​ປະດັບ​ເອ້ ສັງກັດ​ສະ​ຖາ​ບັນ​ຜັກ, ໝາກ​ໄມ້, ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ຊາວ​ກະສິກອນຈຳນວນຫນຶ່ງ​ພວມ​ນຳ​ໃຊ້​​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວຫນ້າ​ໃນ​ການ​ຜະລິດ​ຄື ​ໃຊ້ຮົ່ມ, ນຳ​ໃຊ້​ລະບົບ​ຫົດ​ນ້ຳ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ, ນຳ​ໃຊ້​​ແນວ​ພັນ​ທີ່​ດີ, ນັ້ນ​ແມ່ນ​ບາດກ້າວ​ທຳ​ອິດ​ຂອງ​ພື້ນຖານ​ກະສິກຳ​ທີ່ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ. ”

ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ເພື່ອ​ຍົກ​ສູງ​ຄຸນຄ່າ​ການ​ຜະລິດ​ກະສິກຳ - ảnh 2
ພາບປະກອບ: i nternet

        ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ກໍ​ໄດ້​ຍື່ນ​ສະ​ເຫ​ນີຕໍ່​ລັດຖະບານ​ແຜນ​ຮ່າງ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ຮອດ​ປີ 2020. ຜ່ານ​ແຜນ​ຮ່າງ​ບັນດາມາດຕະຖານ​ກ່ຽວ​ກັບ​​ເສດຖະກິດ, ​ເຕັກ​ນິກລ້ວນ​ແຕ່​ຕ້ອງ​ສູງ​ກວ່າ 30% ​ເມື່ອ​ທຽບ​ກັບ​ເຕັກ​ໂນ​ໂລ​ຊີ​ທີ່ພວມ​ນຳ​ໃຊ້. ກະສິກຳ​ໝູນ​​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ ຕ້ອງ​ຮັບປະກັນ​ລະບົບ​ຄົບ​ວົງ​ຈອນ, ຈາກ​ການ​ຜະລິດ​ແນວ​ພັນ​ຕະຫລອດ​ຮອດ​ການ​ຈຳຫນ່າຍ​ຜະລິດ​ຕະພັນ. ສູ້​ຊົນ​ຮອດ​ປີ 2020 ຢູ່​ແຕ່ລະ​ແຂວງ​ຈຸດ​ສຸມ​ກ່ຽວ​ກັບ​ດ້ານ​ເສດຖະກິດ ມີ​ວິ​ສາ​ຫະກິດຢ່າງ​ຫນ້ອຍ​ສຸດ 10 ​ແຫ່ງ ທີ່ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ມີ​ເຂດ​ຜະລິດ​ກະສິກຳ​ໝູນ​ໃຊ້​ເຕັກ​ໂນ​​ໂລ​ຊີ​ສູງປະມານ 10 ​ແຫ່ງ. ຄວາມ​ຈິງ​ຊີ້​ໃຫ້​ເຫັນ​ວ່າ ການນຳ​ເຕັກ​ໂນ​ໂລ​ຊີ​ສູງ​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ​ຈຶ່ງ​ສາມາດ​​ເຮັດ​ໃຫ້​ຂະ​ແຫນງກະສິກຳ​ມີ​ການ​ປ່ຽນ​ແປງ ​ແລະ ພັດທະນາ​ຕາມ​ທິດ​ກ້າວຫນ້າ ​ແລະ ຍືນ​ຍົງ​ໄດ້.

 

ຕອບກັບ

ຂ່າວ/ບົດ​ອື່ນ