ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ຂອງ​ກະ​ສິ​ກຳ​ຫວຽດ​ນາມ ໃນ EVFTA

(VOVWORLD) -ວັນທີ 8 ມິຖຸນາ, ສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA). ດ້ວຍບັນດາຄຳໝັ້ນສັນຍາຢ່າງແຮງກ່ຽວກັບການຫລຸດຜ່ອນພາສີ, EVFTA ສ້າງກາລະໂອກາດໃຫຍ່ໃຫ້ຫວຽດນາມ ຊຸກຍູ້ການສົ່ງອອກໄປຍັງຕະຫລາດ ເອີລົບ ພິເສດແມ່ນບັນດາປະເພດສິນຄ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ເຊິ່ງແມ່ນບັນດາປະເພດສິນຄ້າທີ່ມີທ່າໄດ້ປຽບຫລາຍຢ່າງໃນການແກ່ງແຍ້ງ. ດ້ານອື່ນ ບັນດາຄູ່ຮ່ວມມືດ້ານການຄ້າ ກໍ່ຮຽກຮ້ອງຫວຽດນາມ ຕ້ອງເປີດປະຕູສຳລັບສິນຄ້າຂອງປະເທດເຂົາເຈົ້າ. ເພາະສະນັ້ນ ຂະແຫນງກະສິກຳຫວຽດນາມ ພວມຢືນຢູ່ຕໍ່ຫນ້າບັນດາກາລະໂອກາດ ແລະ ສິ່ງທ້າທາຍອັນໃຫຍ່ຫລວງໃນເສັ້ນທາງການເຊື່ອມໂຍງເຂົ້າກັບສາກົນ.
ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ຂອງ​ກະ​ສິ​ກຳ​ຫວຽດ​ນາມ ໃນ EVFTA - ảnh 1 ພາບປະກອບ: ວາລະສານການເງິນ

ສະຫະພາບເອີລົບ (ອີຢູ) ປະຈຸບັນ ແມ່ນຕະຫລາດນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງຫວຽດນາມ ພຽງ ມີຫນ້າຢູ່ 17 ປະເທດ ໃນຍອດຈຳນວນ 27 ປະເທດສະມາຊິກຂອງ ອີຢູ. ເພາະສະນັ້ນ ເລື່ອງ EVFTA ໄດ້ຮັບການຮັບຮອງເອົາ ແມ່ນການ “ເປີດກວ້າງປະຕູ” ໃຫ້ແກ່ຂະແຫນງກະສິກຳ ສົ່ງຜະລິດຕະພັນໄປຂາຍຢູ່ຕະຫລາດທີ່ມີ ພົນລະເມືອງ 450 ລ້ານຄົນ. ທ່ານ ຫງວຽນກວັກຕວ໋ານ, ຫົວຫນ້າກົມປຸງແຕ່ງ ແລະ ພັດທະນາຕະຫລາດຜະລິດຕະພັນກະເສດ, ສັງກັດກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຖືວ່າ:

  “ຕະຫລາດ ເອີລົບ ມີ 27 ປະເທດສະມາຊິກ ສ່ວນຫລາຍແມ່ນບັນດາປະເທດທີ່ມີຄວາມຕ້ອງການນຳເຂົ້າຜະລິດຕະພັນກະເສດເຂດຮ້ອນ. ບັນດາໝວດສິນຄ້າມີທ່າແຮງຂອງຫວຽດນາມ ນັ້ນແມ່ນ ເຄື່ອງປ່າຂອງດົງ, ໝາກໄມ້, ສິນໃນນ້ຳ. ພິເສດ ບັນດາຜະລິດຕະພັນຄື ເຄື່ອງປ່າຂອງດົງ, ໝາກໄມ້ແມ່ນມີທ່າໄດ້ປຽບໃຫຍ່,”

ໃນຂອບເຂດສັນຍາ EVFTA, ມີພາສີເກືອບ 100% ປະເພດ ແລະ ວົງເງິນນຳເຂົ້າສິນຄ້າຂອງສອງຝ່າຍ ຈະຖືກຍົກເລີກພາສີນຳເຂົ້າ ພາຍຫລັງໄລຍະສັ້ນ. ສຳລັບ ອີຢູ ຫລາຍສຸດແມ່ນ 7 ປີ ແລະ ຫວຽດນາມ ແມ່ນ 10 ປີ. ມາຮອດປະຈຸບັນ ນີ້ແມ່ນລະດັບໃຫ້ຄຳໝັ້ນສັນຍາສູງສຸດ ຊື່ງຄູ່ຮ່ວມມືຫນຶ່ງໄດ້ສະຫງວນໃຫ້ຫວຽດນາມ ໃນບັນດາສັນຍາ FTA ທີ່ໄດ້ຮັບການລົງນາມ. ບັນດາບຸລິມະສິດກ່ຽວກັບພາສີ ແມ່ນ “ກຸນແຈ” ເປີດປະຕູສົ່ງຜະລິດຕະພັນກະເສດຂອງຫວຽດນາມ ໄປຂາຍຢູ່ຫລາຍປະເທດກວ່າອີກ. ເຖິງຢ່າງໃດກໍຕາມ ເພື່ອໃຫ້ມີເອກະສານອະນຸຍາດສົ່ງອອກສິນຄ້ານັ້ນ, ບັນດາວິສາຫະກິດສົ່ງອອກຕ້ອງຜ່ານຜ່າບັນດາ “ຮົ້ວກີດຂວາງ” ບໍ່ເປັນຮູບຮ່າງ.

ນັ້ນແມ່ນບັນດາຄຳຮຽກຮ້ອງທ່ີເຄັ່ງຄັດກ່ຽວກັບຄຸນນະພາບຜະລິດຕະພັນ, ຄວາມປອດໄພຫລັກອະນາໄມດ້ານສະບຽງອາຫານ, ຕົ້ນກຳເນີດຂອງຜະລິດຕະພັນກະເສດ ຊື່ງບັນດາປະເທດ ອີຢູ ວາງອອກ. ທ່ານ ຫງວຽນຈີຮ່ຽວ ນັກຊ່ຽວຊານເສດຖະກິດ ຖືວ່າ:

“ຕະຫລາດ ເອີລົບ ແມ່ນຕະຫລາດທີ່ມີຄວາມຕ້ອງການດ້ານຄຸນນະພາບສູງ. ລາຄາບໍ່ແມ່ນບັນຫາ ທີ່ ເຂົາເຈົ້າສົນໃຈ, ຫາກບັນຫາຫລັກແມ່ນຄຸນນະພາບຂອງສິນຄ້າ ແລະ ພິເສດ ແມ່ນຕົ້ນກຳເນີດຂອງສິນຄ້າ, ຂໍ້ມູນກ່ຽວກັບສິນຄ້າຕ້ອງຈະແຈ້ງ. ນັ້ນແມ່ນບັນຫາຊື່ງ ຫວຽດນາມ ພວມ ອ່ອນແອ”

ກ່ຽວກັບການແກ່ງແຍ້ງ, ບັນດາປະເພດຜະລິດຕະພັນກະເສດຂອງ ເອີລົບ ບໍ່ແກ່ງແຍ້ງໂດຍກົງກັບຜະລິດຕະພັນກະເສດຂອງຫວຽດນາມ. ເຖິງຢ່າງໃດກໍຕາມ ບັນດາວິສາຫະກິດຕ່າງປະເທດ ລ້ວນແຕ່ສາມາດຍາດແຍ່ງກາລະໂອກາດຈາກ EVFTA ເພື່ອຢຶດທ່າໄດ້ປຽບໃນຂັ້ນຕອນປຸງແຕ່ງ, ນຳມາເຊິ່ງມູນຄ່າເພີ່ມສູງສຸດ ໃນຂະນະທີ່ຫວຽດນາມ ພັດຍັງອ່ອນຢູ່.

ເມື່ອເຂົ້າຮ່ວມສັນຍາ EVFTA, ຫວຽດນາມ ຕ້ອງແກ່ງແຍ້ງກັບບັນດາຕະຫລາດທີ່ມີທ່າແຮງດ້ານເຕັກໂນໂລຊີ, ມີບັນດາຜະລິດຕະພັນຄຸນນະພາບສູງ. ໃນຂະນະນັ້ນ ບັນດາວິສາຫະກິດດຳເນີນທຸລະກິດຜະລິດຕະພັນກະເສດຂອງຫວຽດນາມ ສ່ວນຫລາຍແມ່ນວິສາຫະກິດຂະຫນາດນ້ອຍ ແລະ ຈຸນລະວິສາຫະກິດ ດ້ວຍຂອບຂະຫນາດ 97% ສະນັ້ນ ແຫລ່ງກຳລັງຍັງຈຳກັດຢູ່, ຄວາມສາມາດໃນການສຳຜັດຂໍ້ມູນຂ່າວສານ ແມ່ນຈຸດຕິດຂັດ. ໃນການແກ່ງແຍ້ງດ້ານການຄ້າ, ກຳລັງຄວາມສາມາດແກ່ງແຍ້ງຂອງບັນດາວິສາຫະກິດຫວຽດນາມ ຍັງຈຳກັດຫລາຍຢ່າງ.

ສິ່ງດັ່ງກ່າວ ໄດ້ວາງອອກ ຄຳ/ຄວາມ ຮຽກຮ້ອງຕ້ອງໃຫ້ມີການກະກຽມຢ່າງລະອຽດລະອໍ, ພິເສດ ແມ່ນນະໂຍບາຍ ແລະ ລະບອບລະບຽບການ. ທ່ານ ຫງວຽນດັງເຫງ໋ຍ, ຜູ້ອຳນວຍການສູນຄົ້ນຄ້ວາ ແລະ ໃຫ້ຄຳປຶກສາດ້ານກະສິກຳເຂດຮ້ອນ ເນັ້ນຫນັກວ່າ:

“ທີຫນຶ່ງ ພວກເຮົາຕ້ອງຈັດຕັ້ງການຜະລິດເພື່ອສ້າງເຄື່ອງໝາຍການຄ້າໃຫ້ແກ່ຜະລິດຕະພັນກະເສດ ຕອບສະຫນອງມາດຕະຖານຂອງຕະຫລາດແຕ່ລະແຫ່ງ. ທີສອງ ຕ້ອງຕອບສະຫນອງລັກສະນະແກ່ງແຍ້ງ ແລະ ຕ້ອງມີເຄື່ອງໝາຍການຄ້າຢ່າງແຮງ. ຖ້າພວກເຮົາຊອກຫາມາດຕະການເພື່ອຜ່ານຜ່າບັນດາສິ່ງທ້າທາຍນີ້ບໍ່ໄດ້ ພວກເຮົາຈະພາດກາລະໂອກາດອັນໃຫຍ່ຫລວງນີ້.”

ກາລະໂອກາດສົ່ງອອກຜະລິດຕະພັນກະເສດ ແມ່ນໃຫຍ່ຫລວງ. ເຖິງຢ່າງໃດກໍຕາມ ຂະແຫນງກະສິກຳ ແລະ ບັນດາວິສາຫະກິດ ຫວຽດນາມ ຄວນຍາດແຍ່ງກາລະໂອກາດນີ້ ເພື່ອຊອກຫາເສັ້ນທາງກ້າວເດີນ, ຊອກຫາມາດຕະການດີເລີດເພື່ອແຊກຊຶມເຂົ້າຕະຫລາດເອີລົບ ທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນໃຫ້ເລິກກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ