ກາລະໂອກາດໃຫ້ແກ່ຜະລິດຕະພັນກະເສດຫວຽດນາມຢູ່ສູນຕິດຕໍ່ຄ້າຂາຍສິນຄ້າ

(VOVWORLD) -ວັນທີ 1 ມີຖຸນາ ປີ 2018, ດຳລັດເລກທີ 51 ຂອງລັດຖະບານຫວຽດນາມ ມີຜົນສັກສິດ. ດຳລັດສະບັບນີ້ ເພີ່ມເຕີມບາງມາດຕາໃນ ດຳລັດເລກທີ 158 ຂອງລັດຖະບານ ລົງວັນທີ 28 ເດືອນທັນວາປີ 2006 ກຳນົດລະອຽດກົດໝາຍການຄ້າກ່ຽວກັບການເຄື່ອນໄຫວຊື້ຂາຍສິນຄ້າ ຜ່ານພະແນກຕິດຕໍ່ຄ້າຂາຍສິນຄ້າ. ດຳລັດເລກທີ 51 ມີຫລາຍເນື້ອໃນເປີດ ແລະ ມີຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງສູນຕິດຕໍ່ຄ້າຂາຍສິນຄ້າ, ເປັນຕົ້ນແມ່ນເມື່ອສົ່ງສິນຄ້າອອກສູ່ຕ່າງປະເທດ, ຊ່ວຍຍົກສູງລັກສະນະແກ່ງແຍ້ງຂອງຜະລິດຕະພັນກະເສດຂອງຫວຽດນາມ.

ກາລະໂອກາດໃຫ້ແກ່ຜະລິດຕະພັນກະເສດຫວຽດນາມຢູ່ສູນຕິດຕໍ່ຄ້າຂາຍສິນຄ້າ - ảnh 1 ຕົ້ນໝາກພິກໄທ

ພາບ:daknong.gov.vn

ຫວຽດນາມ ແມ່ນປະເທດສົ່ງອອກຜະລິດຕະພັນກະເສດຢ່າງໃຫຍ່ຫລວງໃນໂລກ, ເປັນຕົ້ນແມ່ນ ກາເຟ, ໝາກມ່ວງຫິມະພານ, ໝາກພິກໄທ, ຢາງພາລາ.. ແຕ່ກ່ອນມາຮອດປະຈຸບັນ ລາຄາຜະລິດຕະພັນກະເສດສົ່ງອອກໂດຍແມ່ນວິສາຫະກິດຕ່າງປະເທດກຳນົດ. ມາດຕະຖານບັນດາປະເພດຜະລິດຕະພັນກະເສດນີ້ກໍ່ແມ່ນບັນດາວິສາຫະກິດຕ່າງປະເທດຈັດວາງເອງ. ທ່ານ ຫງວຽນດຶກຢູງ, ຮອງຜູ້ອຳນວຍການໃຫຍ່ ພະແນກຕິດຕໍ່ຄ້າຂາຍສິນຄ້າຫວຽດນາມ ໃຫ້ຮູ້ວ່າ:

        “ນອກຈາກຕິດຕໍ່ຄ້າຂາຍເປັນປະຈຳໄລຍະແລ້ວ ພວກຂ້າພະເຈົ້າກໍ່ໄດ້ຮ່ວມສຳພັນກັບບັນດາບໍລິສັດ logistic, ສາງ… ເພື່ອໃຫ້ວິສາຫະກິດເມື່ອມາສູນຕິດຕໍ່ຄ້າຂາຍສິນຄ້າຂອງພວກຂ້າພະເຈົ້າບໍ່ຕ້ອງການໄປຊອກຫາຫນ່ວຍຂົນສົ່ງ, ກວດກາສິນຄ້າ… ຫາກສູນຕິດຕໍ່ຄ້າຂາຍຈະຍົກອອກບັນດາບໍລິການເພື່ອໃຫ້ວິສາຫະກິດພົວພັນຕິດຕໍ່ຢ່າງສະດວກ ແລະ ຫລີກລ້ຽງຄວາມສ່ຽງ”

ລາຄາໝາກພິກໄທຫວຽດນາມ ພວມຢູ່ໃນລະດັບຕ່ຳ ແຕ່ຍ້ອນບໍ່ຄວບຄຸມລາຄາບໍ່ໄດ້, ບໍ່ມີລາຄາເພື່ອປຽບທຽບໃນໂລກ ສະນັ້ນ ຊາວກະສິກອນຈຳຕ້ອງຂາຍອອກ. ໃນຂະນະນັ້ນ ຢູ່ ອິນເດຍ ແລະ ບຣາຊີນ, ຍ້ອນມີສູນຕິດຕໍ່ຄ້າຂາຍໝາກພິກໄທ, ສະນັ້ນ ລາຄາແມ່ນຢູ່ໃນລະດັບຮັບຮູ້ໄດ້. ທ່ານນາງ ຫງວຽນມາຍແອງ, ຮອງປະທານສະຫະສະມາຄົມໝາກພິກໄທ ຫວຽດນາມ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ເຮັດວຽກກັບສະຫະສະມາຄົມໝາກພິກໄທ ອິນເດຍ ແລະ ປາດຖະຫນາຢາກຮ່ວມມືກັບເຂົາເຈົ້າ ເພື່ອເຂົ້າຮ່ວມສູນຕິດຕໍ່ຄ້າຂາຍນຳກັນ. ສະນັ້ນລາຄາໝາກພິກໄທ ອາດຈະມີຄວາມເປັນປົກກະຕິຢູ່ໃນທ້ອງຕະຫລາດ ແລະ ອາດຈະຢູ່ໃນລະດັບລາຄາເໝາະສົມ. ອິນເດຍ ກໍ່ມີຄວາມປາດຖະຫນາຢາກມາລົງທຶນຢູ່ຫວຽດນາມ ແລະ ເຂົ້າຮ່ວມສູນຕິດຕໍ່ຄ້າຂາຍໝາກພິກໄທ.”

        ສຳລັບ ກາເຟ, ກ່ອນນີ້ ກະຊວງອຸດສາຫະກຳ ການຄ້າ ໄດ້ທົດລອງໃຫ້ສູນຕິດຕໍ່ຄ້າຂາຍກາເຟ ບວນມາທວດ, ແຕ່ສູນນີ້ ພຽງເຄື່ອນໄຫວສອງສາມປີແມ່ນປິດປະຕູ. ວິສາຫະກິດຕ່າງປະເທດ ມາຊື້ ກາເຟຂອງຫວຽດນາມ ຕາມມາດຖານເຂົາເຈົ້າຈັດລາຄາຕ່ຳ ຫລັງຈາກນັ້ນນຳເອົາເມືອປຸງແຕ່ງຄືນ ແລະ ຂາຍໄດ້ລາຄາສູງ. ສະນັ້ນ ວິສາຫະກິດ ແລະ ຜູ້ປູກກາເຟ ປາດຖະຫນາເມື່ອສູນຕິດຕໍຄ້າຂາຍສິນຄ້າຢູ່ພາຍໃນປະເທດເຊື່ອມຕໍ່ພົວພັນຕິດຕໍ່ກັບສູນຕິດຕໍ່ພົວພັນຢູ່ຕ່າງປະເທດ ເວລານັ້ນ ຂໍ້ມູນຂ່າວຈະໂປ່ງໃສ, ຈະແຈ້ງກວ່າ, ລາຄາເຊື່ອມຕໍ່ກັບລາຄາຢູ່ໃນໂລກ, ຫລຸດຜ່ອນຄວາມສ່ຽງເມື່ອລາຄາມີຄວາມເຫນັງຕີງ. ທ່ານຫງວຽນຫຶວທັງ, ຜູ້ອຳນວຍການສະຫະກອນໝາກພິກໄທ ຊວນໂລກ ແຂວງ ດົງນາຍ ຖືວ່າ:

        “ພໍ່ແມ່ຊາວກະສິກອນ ແລະ ຂ້າພະເຈົ້າບໍ່ຮູ້ຈັກວ່າ ໝາກພິກໄທ ທີ່ຢາກໄດ້ແນະນຳຢູ່ສູນຕິດຕໍ່ຄ້າຂາຍເຂົາເຈົ້າຕ້ອງການມາດຖານໃດ. ພວກຂ້າພະເຈົ້າຢາກໃຫ້ບັນດານັກຄຸ້ມຄອງ, ຜູ້ຊ່ຽວຊານແນະນຳປະຕິບັດຕາມມາດຖານນັ້ນ ເພື່ອໃຫ້ໝາກພິກໄທໄດ້ແນະນຳຢູ່ສູນຕິດຕໍ່ຄ້າຂາຍໂດຍໄວ.”

ກາລະໂອກາດໃຫ້ແກ່ຜະລິດຕະພັນກະເສດຫວຽດນາມຢູ່ສູນຕິດຕໍ່ຄ້າຂາຍສິນຄ້າ - ảnh 2ຕົ້ນຢາງພາລາ

ພາບ:café.vn

        ວິສາຫະກິດດຳເນີນທຸລະກິດຜະລິດຕະພັນກະເສດກໍ່ເຊັ່ນດຽວກັນ, ຍ້ອນບໍ່ມີບົດຮຽນຫລາຍໃນຂົງເຂດນີ້ ສະນັ້ນ ຢາກໄດ້ຮັບການແນະນຳ, ຫນູນຊ່ວຍບັນດາທັກສະໃນການພົວພັນຕິດຕໍ່ຄ້າຂາຍສິນຄ້າຈາກບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບ. ທ່ານ ຈີ້ງດຶກມີງ, ປະທານສະຫະສະມາຄົມ ກາເຟ ແຂວງ ດັກລັກ ໃຫ້ຮູ້ວ່າ:

        “ບັນດາວິສາຫະກິດ, ທະນາຄານ, ບັນດາຫົວຫນ່ວຍ logistic ຕ້ອງປຶກສາຫາລືນຳກັນ ແລະ ບັນດາພະແນກພົວພັນຕິດຕໍ່ຢູ່ພາຍໃນປະເທດ ຕ້ອງຮ່ວມສຳພັນນຳກັນ. ພວກເຮົາທົດລອງບາງປະເພດສິນຄ້າ ຖ້າປະສົບຜົນສຳເລັດ ຈະສ້າງຄວາມໄວ້ເນື້ອເຊື່ອໃຈ.”

 ສິນຄ້າຜະລິດຕະພັນກະເສດຂອງຫວຽດນາມ ໄດ້ຮັບການແນະນຳຢູ່ສູນຕິດຕໍຄ້າຂາຍສິນຄ້າ ແລະ ຕິດຕໍ່ກັບສູນຕິດຕໍ່ຄ້າຂາຍຂອງຕ່າງປະເທດ ແມ່ນເລື່ອງບໍ່ງ່າຍດາຍ. ຖ້າຫາກຊາວກະສິກອນ, ວິສາຫະກິດ, ອົງການມີຫນ້າທີ່ຮັບຜິດຊອບພ້ອມກັນມານະພະຍາຍາມເພື່ອຕອບສະຫນອງບັນດາຂໍ້ກຳນົດຢ່າງເຄັ່ງຄັດຂອງຕະຫລາດ ຈະປະສົບຜົນສຳເລັດ. ເວລານັ້ນ ສິນຄ້າໄດ້ຮັບການແນະນຳຢູ່ສູນຕິດຕໍ່ຄ້າຂາຍຈະໄດ້ຫລຸດຜ່ອນຄວາມສ່ຽງຍ້ອນການເຫນັງຕິງຂອງຕະຫລາດ, ຄຸ້ມຄອງລາຄາໄດ້, ປະກອບສ່ວນຍົກສູງມູນຄ່າຜະລິດຕະພັນກະເສດຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ