ກຳລັງ​ໜູນ​ໃຫ້​ແກ່​ປະ​ຊາ​ຄົມ​ startup ຫວຽດ​ນາມ

(VOVWORLD) -ການແຜ່ລະບາດຂອງພະຍາດໂຄວິດ - 19 ໄດ້ ແລະ ກຳລັງສົ່ງຜົນກະທົບບໍ່ດີຕໍ່ການເຄື່ອນໄຫວດ້ານເສດຖະກິດ ໃນນັ້ນມີ startup. ເຖິງຢ່າງໃດກໍຕາມ, ປະຊາຄົມ startup  ຫວຽດນາມ ພວມມີເງື່ອນໄຂອຳນວຍຄວາມສະດວກ ແລະ ກຳລັງໜູນທີ່ດີ ເພື່ອພັດທະນາ ແລະ ບືນຕົວຂຶ້ນ.

ຕາມກົມໃຫຍ່ສະຖິຕິແລ້ວ, ຈຳນວນວິສາຫະກິດຈົດທະບຽນກໍ່ຕັ້ງບໍລິສັດໃໝ່ໃນ 6 ເດືອນຕົ້ນປີ 2021 ແມ່ນປະມານກວ່າ 67.000 ແຫ່ງ, ເພີ່ມຂຶ້ນ 8,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ສະເພາະທຶນຈົດທະບຽນກໍເພີ່ມຂຶ້ນເຖິງ 34,3%. ໄລ່ລວມ 6 ເດືອນຕົ້ນປີ 2021, ນັບທັງຈຳນວນວິສາຫະກິດກໍ່ຕັ້ງໃໝ່ ແລະ ວິສາຫະກິດກັບມາເຄື່ອນໄຫວຄືນໃໝ່ ແມ່ນບັນລຸຫຼາຍກວ່າ 93.000 ແຫ່ງ, ເພີ່ມຂຶ້ນ 6,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020; ທຶນຈົດທະບຽນສະເລ່ຍສຳລັບວິສາຫະກິດທີ່ກໍ່ຕັ້ງໃໝ່ ແມ່ນຫຼາຍກວ່າ 14 ຕື້ດົ່ງ, ເພີ່ມຂຶ້ນກວ່າ 24%.

ກຳລັງ​ໜູນ​ໃຫ້​ແກ່​ປະ​ຊາ​ຄົມ​ startup  ຫວຽດ​ນາມ - ảnh 1ທ່ານຟ້າມຕວນຮຽບ - ຜູ້ອຳນວຍການສູນ BKHoldings (ພາບ:ulis.vnu.edu.vn) 

ຫົວໜ້າກົມໃຫຍ່ສະຖິຕິ ຫວຽດນາມ ຕີລາຄາວ່າ ການເພີ່ມຂຶ້ນກ່ຽວກັບດ້ານຈຳນວນ  ແລະ ທຶນຮອນຂອງວິສາຫະກິດສ້າງຕັ້ງໃໝ່ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມ ແລະ ນ້ຳໃຈ startup ຂອງປະຊາຄົມວິສາຫະກິດໃນການສະພາບການທີ່ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນ. ນີ້ກໍແມ່ນຄຳສັງເກດລວມຂອງນັກຊ່ຽວຊານ ກໍຄືຜູ້ຄຸ້ມຄອງບໍລິຫານຫຼາຍທ່ານໃນຂົງເຂດ startup. ທ່ານຟ້າມຕວນຮຽບ - ຜູ້ອຳນວຍການສູນ BKHoldings - ເຊິ່ງເປັນຮູບແບບວິສາຫະກິດໃນມະຫາວິທະຍາໄລແຫ່ງທຳອິດຢູ່ ຫວຽດນາມ, ທັງເປັນສະມາຊິກຄະນະບໍລິຫານ Techfest ຫວຽດນາມ, ຜູ້ຕາງໜ້າໃຫ້ແກ່ກອງທຶນເງິນລົງທຶນ startup ປະດິດຄິດສ້າງ BKFund ຖືວ່າ:

ກຸ່ມ startup ປ່ຽນແປງໃໝ່ປະດິດຄິດສ້າງ ມີທ່າແຮງອັນໜຶ່ງ ນັ້ນແມ່ນນ້ຳໃຈປ່ຽນແປງໃໝ່ປະດິດຄິດສ້າງ, ມີກົງຈັກການນຳພາຫຼາຍໜ້າທີ່ ແລະ ມີໄຫວພິບ. ກຸ່ມ startup ນີ້ ສາມາດປັບຕົວໄດ້ຢ່າງວ່ອງໄວ ແລະ ພິເສດແມ່ນມີນ້ຳໃຈ startup ສູງ, ນັ້ນແມ່ນ ຍາມໃດກໍບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຂອງຕະຫຼາດ. ນີ້ແມ່ນສັນຍານທີ່ຕັ້ງໜ້າໃນປະຊາຄົມ startup”.

ສ່ວນຕາມທ່ານ ຫງວຽນຫືວເລືອງ - ຮອງຜູ້ອຳນວຍການສູນ ໜູນຊ່ວຍວິສາຫະກິດ ຮ່າໂນ້ຍ, ພະແນກແຜນການ ແລະ ການລົງທຶນ ນະຄອນ ຮ່າໂນ້ຍ - ຜູ້ຕາງໜ້າຫົວໜ່ວຍຜັນຂະຫຍາຍ ແຜນຮ່າງ 4889  “ໜູນຊ່ວຍ startup ປະດິດຄິດສ້າງໃນບໍລິເວນນະຄອນ ຮ່າໂນ້ຍ ໄລຍະ 2019 – 2025”, ປະຊາຄົມ startup ພວມເອົາເງື່ອນໄຂຕົວຈິງທີ່ເຕັມໄປດ້ວຍສິ່ງທ້າທາຍນາໆປະການໃນປັດຈຸບັນ ມາເປັນກຳລັງໜູນ ເພື່ອພັດທະນາ. ໄປຄຽງຄູ່ກັນນັ້ນ, ການເຄື່ອນໄຫວ startup ຍັງມີກຳລັງໜູນອັນໃຫຍ່ຫຼວງອີກອັນໜຶ່ງ ນັ້ນແມ່ນ ພວມໄດ້ຮັບຄວາມສົນໃຈ, ການເອື້ອອຳນວຍຄວາມສະດວກ ນັບມື້ນັບດີຂຶ້ນກວ່າເກົ່າ ຂອງວຽກງານຄຸ້ມຄອງລັດ.  ທ່ານ ຫງວຽນຫືວເລືອງ ຢັ້ງຢືນວ່າ:

“ບັນດາເງື່ອນໄຂທີ່ປ່ຽນແປງໃນປັດຈຸບັນນີ້ ພັດເປັນກຳລັງໜູນເພື່ອໃຫ້ບັນດາ startup, ວິສາຫະກິດມານະພະຍາຍາມຊອກຫາຜະລິດຕະພັນ, ການບໍລິການ, ການດຳເນີນທຸລະກິດຮູບແບບໃໝ່ ທີ່ເໝາະສົມກັບສະພາບການໃໝ່. ພຶດຕິກຳຕົວຈິງໃນໄລຍະຜ່ານມາໄດ້ສະແດງໃຫ້ເຫັນວ່າ ຮູບແບບໃໝ່ໃນການດຳເນີນທຸລະກິດ ພວມນຳມາເຊິ່ງທ່າໄດ້ປຽບຫຼາຍຢ່າງ ເມື່ອທຽບໃສ່ຮູບແບບເກົ່າ. ທີສອງແມ່ນ ນະໂຍບາຍໜູນຊ່ວຍວິສາຫະກິດສະບັບຕ່າງໆຂອງລັດ ໄດ້ ແລະ ສືບຕໍ່ໄດ້ປະກາດໃຊ້, ຄົ້ນຄວ້າ, ສະຫຼູບ, ດັດປັບຕາມທິດນັບມື້ນັບແທດເໝາະກັບສະພາບການຕົວຈິງຫຼາຍກວ່າ. ພິເສດ, ນອກຈາກການໜູນຊ່ວຍໂດຍກົງແລ້ວ, ຍັງມີການໜູນຊ່ວຍທີ່ມີລັກສະນະພື້ນຖານ ນັ້ນແມ່ນການປະຕິຮູບລະບຽບການບໍລິຫານ, ຍົກສູງຄຸນນະພາບຂອງວຽກງານຄຸ້ມຄອງລັດ…”

ກຳລັງ​ໜູນ​ໃຫ້​ແກ່​ປະ​ຊາ​ຄົມ​ startup  ຫວຽດ​ນາມ - ảnh 2CEO ເລຢຸງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນບຳລຸງສ້າງ ແລະ ພັດທະນາບຸກຄະລາກອນ Dgroup (ພາບ:cafef.vn)
ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ໃນບັນຫາສຳຜັດກັບແຫຼ່ງເງິນທຶນ, ເຊິ່ງເປັນໜຶ່ງໃນບັນດາສິ່ງທ້າທາຍທີ່ໃຫຍ່ຫຼວງທີ່ສຸດສຳລັບການເຄື່ອນໄຫວ startup ກໍໄດ້ ແລະ ກຳລັງມີການປ່ຽນແປງຢ່າງຕັ້ງໜ້າ. CEO ເລຢຸງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນບຳລຸງສ້າງ ແລະ ພັດທະນາບຸກຄະລາກອນ Dgroup ຖືວ່າ ໂອກາດສຳຜັດກັບແຫຼ່ງເງິນທຶນສຳລັບວິສາຫະກິດ startup ໃນປັດຈຸບັນ ແມ່ນດີຫຼາຍແລ້ວ.

"ປະມານ 4 ປີມານີ້ ມີກອງທຶນພັດທະນາວິສາຫະກິດຂະໜາດກາງ ແລະ ໜ້ອຍແຫ່ງໜຶ່ງ. ເມື່ອກ່ອນນີ້, ກອງທຶນດັ່ງກ່າວໄດ້ໜູນຊ່ວຍວິສາຫະກິດໂດຍທາງອ້ອມ ນັ້ນແມ່ນຕ້ອງຜ່ານບັນດາອົງການສິນເຊື່ອ. ນັບແຕ່ປີ 2021 ນີ້, ກອງທຶນດັ່ງກ່າວໄດ້ໜູນຊ່ວຍວິສາຫະກິດໂດຍກົງເລີຍ. ນີ້ແມ່ນໂອກາດທີ່ດີສຳລັບວິສາຫະກິດ. ນອກຈາກນັ້ນ, ຍັງມີມາດຕະການລະດົມທຶນທີ່ດີໃຫ້ແກ່ວິສາຫະກິດ ນັ້ນແມ່ນກົນໄກໃຫ້ກູ້ຢືມ ແບບ P2P, ໝາຍຄວາມວ່າ ວິສາຫະກິດໜູນຊ່ວຍເງິນທຶນໂດຍກົງໃຫ້ວິສາຫະກິດ, ໂດຍບໍ່ຕ້ອງຜ່ານທະນາຄານ. ມາຮອດປັດຈຸບັນ, ມີວິສາຫະກິດປະມານ 100 ແຫ່ງ ເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວ ແລະ ນີ້ແມ່ນແຫຼ່ງສະໜອງການເງິນດີທີ່ສຸດ ສຳລັບວິສາຫະກິດ startup.”

ຫວັງວ່າ, ດ້ວຍກຳລັງໜູນ ແລະ ເງື່ອນໄຂທີ່ສະດວກໃນປັດຈຸບັນ, ການເຄື່ອນໄຫວ startup ຈະສືບຕໍ່ພັດທະນາຢ່າງແທດຈິງ ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມ ປະຕິບັດເປົ້າໝາຍຄວບຄູ່ຂອງລັດຖະບານ ຫວຽດນາມ ນັ້ນແມ່ນທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ທັງຮັບປະກັນການພັດທະນາເສດຖະກິດຂອງປະເທດຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ