ຂະແຫນງກົນຈັກ ຫວຽດນາມ ມຸ່ງໄປເຖິງຈຸດໝາຍຫັນເປັນອຸດສາຫະກຳໃນປີ 2020

(vovwordld) - ​ແຕ່ລະ​ປີ ຫວຽດນາມ ຍັງ​ຄົງ​ນ​ຳ​ເຂົ້າ​ກົນ​ຈັກ​, ອຸປະກອນທຸກ​ປະ​ເພດລວມມູນ​ຄ່າ​ປະມານ 20 ຕື້ USD, ​ໃນ​ຂະນະ​ນັ້ນ ມີ​​ອຸປະກອນ​ບາງ​ປະ​ເພດ​ຊຶ່ງ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ສາມາດ​ຕອບ​ສະຫນອງ​ໄດ້. ​ໃນ​ເງື່ອນ​ໄຂ​ການພັດທະນາ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ແຕ່ຂະ​ແຫນງ​ກົນ​ຈັກ ຫວຽດນາມ ພວມ​ຍູ້​ແຮງ​ຍຸດ​ທະ​ສາດ​ລົງທຶນ ​ເພື່ອ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ໃນ​ປີ 2020 ​ແລະ ຕອບ​ສະຫນອງ​ຄວາມ​ຕ້ອງການ​ແກ້ງ​ແຍ້​ງ​ໃນ​ເງື່ອນ​ໄຂ​ເຊື່ອມໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ​.

ຂະແຫນງກົນຈັກ ຫວຽດນາມ ມຸ່ງໄປເຖິງຈຸດໝາຍຫັນເປັນອຸດສາຫະກຳໃນປີ 2020 - ảnh 1
ໂຮງງານຜະລິດກົນຈັກ Quang Trung
ພາບປະກອບ: internet

        ປະຈຸ​ບັນ ຢູ່ ຫວຽດນາມ ມີ​ວິ​ສາ​ຫະກິດ​ກົນ​ຈັກ​ປະມານ 3.100 ​ແຫ່ງ, ​ໃນ​ນັ້ນ ມີ​ ລັດ​ວິ​ສາ​ຫະກິດ​ເກືອ​ບ 450 ​ແຫ່ງ ​ແລະ ​ໂຮງຈັກ​ຜະລິດ​ເອກະ​ຊົນ  156 ​ແຫ່ງ, ນອກ​ນັ້ນ​ຍັງ​ມີ​ຮາກ​ຖານ​ຜະລິດ​ຂະຫນາດ​ນ້ອຍ​ນັບ​ພັນໆ​ແຫ່ງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ການ​ຈັດ​ແບ່ງວິ​ສາ​ຫະກິດ​ກົນ​ຈັກ​ບໍ່​ສະໝຳ່ສະ​ເໝີ, ສ່ວນ​ຫລາຍ​ແມ່ນ​​ເຕົ້າ​ໂຮມ​ຢູູ່​ບັນດາ​ນະຄອນໃຫຍ່​ຄື: ຮ່າ​ໂນ້ຍ, ​ນະຄອນໂຮ່ຈິ​ມີນ ​ແລະ ຫາຍ​ຟ່ອງ. ​ໃນນັ້ນ ມີ 50% ຮາກ​ຖານ​ຜະລິດ, ຕິດ​ຕັ້ງ​, ​ສ່ວນ​ຍັງ​​ເຫລືອ​ແມ່ນ​ຮາກ​ຖານສ້ອມ​ແປງ. ຍອດ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ ຫລື FDI ​ເຂົ້າ​ຂະ​ແຫນງ​ກົນ​ຈັກ​ປະມານ 2,1 ຕື້ USD, ​ໃນ​ນັ້ນ 50% ​ແມ່ນ​ສຸມ​ໃສ່​​​ຂົງ​ເຂດ​ປະກອບ​ລົດ​ໂອ​ໂຕ, ລົດຈັກ ​ແລະ ສິນຄ້າ​​ໃຊ້​ສອຍ​ປະ​ເພດ​ອື່ນ. ນັບ​ແຕ່​ປີ 2002 ​ເປັນ​ຕົ້ນ​ໄປ, ຫວຽດນາມ ມີ​ຍຸດ​ທະ​ສາດ​ພັດທະນາ​ຂະ​ແຫນງ​ກົນ​ຈັກ ດ້ວຍ​ຈຸດໝາຍ​ແມ່ນ​ຄ່ອຍໆຫັນ​ມາ​ປະກອບລົດ​ໂອ​ໂຕ, ລົດ​ຈັກ ຢູ່​ພາຍ​ໃນ​ປະ​ເທດ ​ແລະ ບັນລຸ​ການ​ເຕີບ​ໂຕ 50% ​ໃນ​ປີ 2010. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມາ​ຮອດ​ປະຈຸ​ບັນ ຍັງ​ບໍ່​ທັນ​ບັນລຸ​ຈຸດໝາຍ​ທີ່ໄດ້​ວາງ​ອອກ. ນອກຈາກ​ສາຍ​ເຫດ​ພາວະ​ວິ​ໄສ ຍ້ອນ​ຜົນ​ສະທ້ອນ​ຈາກ​ການ​ຜັນ​ແປ​ຂອງ​ເສດຖະກິດ​ໂລກ, ສາຍ​ເຫດ​ຕົ້ນຕໍ​ນັ້ນ​ແມ່ນ​ຍ້ອນ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ບໍ່​ໄດ້​ຮັບ​ການ​ລົງທຶນ​ດ້ານ​ທຶນ​ຮອນ​ ​ແລະ ​ເຕັກ​ໂນ​ໂລ​ຊີ ຢ່າງ​ຖືກ​ທິດ, ສະ​ນັ້ນ ຍາກ​ທີ່​ຈະ​ແກ້ງ​ແຍ້​ງກັບ​ບັນດາ​ນັກ​ປະມູນ​ຕ່າງປະ​ເທດ​ໄດ້. ​ເພື່ອ​ແກ້​ໄຂ​ຂໍ້​ຈຳກັດ​ດັ່ງກ່າວ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ລັດຖະບານ​ໄດ້​ວາງ​ອອກ​ນະ​ໂຍບາຍ​ຕ່າງໆ​ເພື່ອ​ສ້າງ​ເງື່ອນ​ໄຂ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ກົນ​ຈັກ ຫວຽດນາມ ສຸມ​ໃສ່​ພັດທະນາ​​ຂົງ​ເຂດ​ຈຸດ​ສຸມ​ຈຳນວນ​ຫນຶ່ງ, ​ໃນ​ນັ້ນ​ໃຫ້​ບຸລິມະສິດ​ແກ່​ການ​ພັດທະນາ​ບັນດາ​ຂະ​ແຫນງ​ອຸດສາຫະກຳສຳຮອງ, ກົນ​ຈັກ​ຜະລິດອຸປະກອນ​ປະກອບ​ເຄື່ອງ​ຈັກ. ​ໂຮງ​ຜະລິດ​ກົນ​ຈັກ Quang Trung ຢູ່ ​ແຂວງ Ninh Binh ​ມີ​ໄລ​ຍະ​ຫນຶ່ງ​ແມ່ນ​ນຳ​ຫນ້າ​ຂະ​ແຫນງ​ກົນ​ຈັກ ຫວຽດນາມ, ​ທີ່ເຄີຍ​ຜະລິດ​ອຸປະກອນ 13 ປະ​ເພດ​ແທນ​ໃຫ້ການ​ນຳ​ເຂົ້າ, ​ແຕ່ 2 ປີ​ມາ​ນີ້ ຍ້ອນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສະ​ນັ້ນ ຜະລິດ​ຕະພັນ​ນັບ​ພັນ​ໂຕນ​ຂອງ​ໂຮງງານ​ດັ່ງກ່າວ​ຖືກ​ຄ້າງ​ສາງ.  ​ໃນ​ຂະນະ​ລໍຖ້າ​ບັນດາ​ນະ​ໂຍບາຍ​ໃຫມ່​ຂອງ​ລັດຖະບານ, ວິ​ສາ​ຫະກິດ​ກົນ​ຈັກ​ແຫ່ງ​ນີ້​ໄດ້​ເປັນ​ເຈົ້າ​ການ​ເປີດ​ທິດ​ກ້າວ​ເດີນ​ສະ​ເພາະ. ທ່ານ Nguyen Tang Cuong ຜູ້ອຳນວຍການ​ໂຮງຜະລິດກົນ​ຈັກ Quang Trung ​ແຂວງ Ninh Binh ​ໃຫ້​ຮູ້້ວ່າ:

        “ຖ້າ​ຫາກ​ປະຈຸ​ບັນ ພວກ​ຂ້າພະ​ເຈົ້າ​ພຽງ​ອີງ​ໃສ່​ຕະຫລາດ​ພາຍ​ໃນ​ປະ​ເທ​ດ​ເທົ່າ​ນັ້ນ ພວກ​ຂ້າພະ​ເຈົ້າ​ຈະ​ບໍ່​ຄົງ​ຕົວ​​ໄດ້, ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ຈຶ່ງ​ຄິດ​ເຖິງ​​ເລື່ອງ​ສົ່ງ​ອອກ​ຜະລິດ​ຕະພັນຂອງ​ຕົນ​.”

        ​ໃນ​ສະພາບ​ຄວາມຫຍຸ້ງຍາກ, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ໄດ້​ເປັນ​ເຈົ້າ​ການ​ເປັນ​ນັກ​ປະມູນ​ສຳຮອງ​ໃຫ້​ແກ່​ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ ຈາກ​ວຽກ​ງານ​ທີ່​ງ່າຍ​ດາ​ຍຄື: ປະກອບ, ຜະລິດຊິ້ນ​ສ່ວນ​​ເຄື່ອງ​ຈັກ​…. ກ້າວ​ໄປ​ເຖິງ​ການ​ຜະລິດ​ອຸປະກອນ, ຊິ້ນ​ສ່ວນດ້ວຍລະດັບ​ການ​ຮ່ວມ​ມື​ຫລາຍ​ກວ່າ​ເມື່ອ​ທຽບ​ກັບ​ການ​ຜະລິດ​ສະຫນອງ​ອຸປະ​ກອນ​ຄົບ​ຊຸດ ​ໂດຍ​ໄດ້​ຮັບ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ນັກ​ປະມູນ​ຕ່າງປະ​ເທດ​ຖ່າຍ​ທອດເຕັກ​ໂນ​ໂລ​ຊີ, ຈາກ​ນັ້ນ ວິ​ສາ​ຫະກິດ ຫວຽດນາມ ຫລາຍ​ແຫ່ງສາມາດ​ປະຕິບັດ​ບັນດາ​ຂັ້ນ​ຕອນທີ່ຍາກ​ກວ່າ ​ແລະ ກາຍ​ເປັນ​ຄູ່​ຮ່ວມ​ມື​ປະຈຳ​ເພື່ອ​ເຂົ້າ​ຮ່ວມ​ລະບົບ​ມູນ​ຄ່າ​ທົ່ວ​ໂລກ. ຜ່ານ​ວິວັດ​ການ​ນັ້ນ ກໍ​ໄດ້​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ກົນ​ຈັກ ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື. ທ່ານ  Nguyen Van Thu ປະທານ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ ກົນຈັກ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ໃນ​ໄລຍະ 5 ປີຜ່ານ​ມາ, ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ບັນລຸ​ລະດັບ​ການ​ເຕີ​ບ​ໂຕ​ແຕ່ 20 ຫາ 25% ​ແລະ ​ໃນ​ສະພາບ​ປະຈຸ​ບັນ, ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ໄດ້​ລົງທຶນ​ຈຳນວນ​ເງິນ​ນັບ​ 100 ຕຶ້ USD ​ເພື່ອ​​ຜະລິດ​ຊິ້ນ​ສ່ວນ​ປະກອບ​ເຄື່ອງ​ກົນ​ຈັກ​ໃຫ້​ແກ່​ບັນດາ​ບໍລິສັດ​ຕ່າງປະ​ເທດ ​ແລະ ​ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ​ຈາກ​ບັນດາ​ບໍລິສັດ​ຕ່າງປະ​ເທດ, ຊ້ຳ​ບໍ່​ໜຳ ​ເຂົາ​ເຈົ້າ​ໄດ້​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ກົນ​ຈັກ ແລ້ວຈ່ອງຊື້ສິນຄ້າໃຫ້ແກ່​ບັນດາ​ວິ​ສາ​ຫະກິດ​ນີ້ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ສາມາດ​ເປັນ​ເຈົ້າ​ການ​ໃນ​ວຽກ​ງານ​ຊຶ່ງ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ຮັບຜິດຊອບ​ກ່ອນ​ນີ້. ຜ່ານ​ນັ້ນ ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ມີ​ຄວາມ​ກ້າວຫນ້າ​ຢ່າງ​ໝັ້ນ​ແກ່ນ.”

ຂະແຫນງກົນຈັກ ຫວຽດນາມ ມຸ່ງໄປເຖິງຈຸດໝາຍຫັນເປັນອຸດສາຫະກຳໃນປີ 2020 - ảnh 2
ພາບປະກອບ: internet

​        ​ເພື່ອ​ຫນູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ, ລັດຖະບານ​ຍັງ​ວາງ​ອອກ​ຫລາຍ​ມາດ​ຕະການ​ລະອຽດ​ຄື: ສ້າງ​ກົນ​ໄກ​ກ່ຽວ​ກັບ​ໃບ​ສັ່ງ​ຊື້​ສິນຄ້າ, ມີ​ນະ​ໂຍບາຍ​ບຸລິມະສິດ​ກ່ຽວ​ກັບ​ການກູ້​ຢືມ​ທຶນ, ຫນູນ​ຊ່ວຍ​ກຸ່ມ​ວິ​ສາ​ຫະກິດ​ກົນ​ຈັກ​ເອກະ​ຊົນ​ຫັນ​ໄປ​ສູ່​ໄລຍະ​ພັດທະນາ​ໃຫມ່. ທ່ານ Do Huu Hao ອະດີດ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ໃນ​ນະ​ໂຍບາຍ​ຂອງ​ນາຍົກລັດຖະມົນຕີ ກໍ່ນຳ​ໃຊ້​​ໃນກໍລະນີ​ພິ​ເສດ ນັ້ນ​ແມ່ນ​ການບົ່ງຕົວປະມູນ, ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຜົນສຳ​ເລັດ.  ຕົວຢ່າງ: ບົ່ງຕົວ ການ​ປະມູນ​ໃຫ້​ແກ່​​ ກິດຈະກຳ​ບາງ​ແຫ່ງ, ​ໃນ​ນັ້ນ ມີ​ກິດຈະກຳ​ໄຟຟ້າ ​ເຊີນ​ລາ, ສະ​ນັ້ນ ບັນດາ​ວິ​ສາ​ຫະກິດ​ພາຍ​​ໃນ​ປະ​ເທດ​ສາມາດ​ປະຕິບັດ​ໄດ້. ວິ​ສາ​ຫະກິດ​ສ່ວນ​ຫລາຍ​ມີ​ແຫ​ລ່ງທຶນ, ​ເຕັກ​ໂລ​ໂລ​ຊີ​ຈຳກັດ ສະ​ນັ້ນ ຫາກ​ບໍ່​ມີ​ນະ​ໂຍບາຍ​ລະອຽດ ​ໂຄງການ​ປະມູນສ່ວນ​ຫລາຍຈະ​​ຕົກ​​ໃນ​ມື​ຂອງ​ບັນດາ​ນັກປະມູນ​ຕ່າງປະ​ເທດ.”

        ຍຸດ​ທະ​ສາດ​ການ​ລົງທຶນ​ພັດທະນາ​ຂອງ​ຂະ​ແຫນງ​ກົນ​ຈັກ ຫວຽດນາມ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ ຈະ​ສຸມ​ໃສ່​​ເຂົ້າ​ໃນ​ການ​ພັດທະນາ​ 8 ໝວດ​ຜະລິດ​ຕະພັນ​ຕົ້ນຕໍ         ຊື່​ງລວມມີ: ອຸປະກອນ, ກົນ​ຈັກ​ຂະ​ແຫນງ​ກະສິກຳ, ຍານພາຫະນະ​ຄົມມະນາຄົມ, ກົນ​ຈັກ​ຮັບ​ໃຊ້​ຂະ​ແຫນງ​ກໍ່ສ້າງ, ຕໍ່​ກຳ​ປັ່ນ ​ແລະ ເຄື່ອງອຸປະກອນ​ໄຟຟ້າ ... ຄຽງ​ຄູ່​ກັບ​ນະ​ໂຍບາຍ​ບຸລິມະສິດ​​​ກູ້​ຢືມ​ທຶນ, ລັດຖະບານ ກໍ​ມີ​ແຜນ​ນ​ະ​ໂຍບາຍ​ເພີ່ມ​ທະວີ​ການ​ສະຫນອງ​ອຸປະກອນ​ກົນ​ຈັກ​ຜະລິດ​ຢູ່​ພາຍ​ໃນ​ປະ​ເທດ​ໃຫ້​ແກ່​ບັນດາ​ໂຮງ​ງານ​ຜະລິດ​ຊີມັງ, ລະບົບ​ຂົວ, ທ່າ​ກຳ​ປັ່ນ, ບັນດາ​ກິດຈະກຳ​ກໍ່ສ້າງ ຊຶ່ງ​ກົນ​ຈັກ​ພາຍ​ໃນ​ປ​ະ​ເທດ​ສາມາດ​ຕອບ​ສະຫນອງ​ໄດ້. ບັນດາ​ການ​ກຳນົດ​ທິດ​ລະອຽດ​ບໍ່​ພຽງ​ແຕ່​ສ້າງ​ຕະຫລາດ​ໃຫ້​ແກ່​ຜະລິດ​ຕະພັນ​ກົນ​ຈັກ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ກາລະ​ໂອກາດ​ໃຫ້​ແກ່​ຂະ​ແຫນງ​ກົນ​ຈັກ​ຫວຽດນາມ ພັດທະນາ​ແບບ​ຍືນ​ຍົງອີ​ກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ