ຂະແຫນງຕ່ຳແຜ່ນຕັດຫຍິບຫວຽດນາມກຽມພ້ອມເພື່ອເຊື່ອມໂຍງ ເຂົ້າກັບເສດຖະກິດສາກົນ


(vovworld)- ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ​ ຈະ​ເຂົ້າ​ຮ່ວມ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ສຳ​ຄັນ​ຫລາຍ​ສະ​ບັບ​ຄື: ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມ​ປາ​ຊີ​ຟີກ, ສັນ​ຍາ​ການ​ຄ້າ ຫວຽດ​ນາມ - EU, ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສ​ເກົາ​ຫລີ, ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ- ພັນ​ທະ​ມິ​ດ​ເສດ​ຖະ​ກິດ ອ​າ​ຊີ ເອີ​ລົບ. ​ໃນ​ສະ​ພາບ​ການ​ນັ້ນ​, ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ ພວມ​ຢືນ​ຕໍ່​ຫນ້າ​ບັນ​ດາ​ກາ​ລະ​ໂອ​ກາດ​ໃຫຍ່ ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຕະ​ຫລາດ​ໂລກ. ເພື່ອ​ຍາດ​ແຍ່ງ​ຜົນ​ປະ​ໂຫຍດ ຊື່ງ​ບັນ​ດາ​ສັນ​ຍາ​ດັ່ງ​ກ່າວ​ນຳ​ມາ​ໃຫ້, ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ ໄດ້​​ວາງອອກ​ຫລາຍ​ມາດ​ຕະ​ການ ເພື່ອຮັບ​ກາ​ລະ​ໂອ​ກາດ, ຮັກ​ສາ​ທ່າ​ເຕີບ​ໂຕ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຈູງ​ຖູຍ ທີ່​ມີ​ຫົວ​ຂໍ້​ວ່າ: ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ​ກຽມ​ພ້ອມ​ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ.

 

ຂະແຫນງຕ່ຳແຜ່ນຕັດຫຍິບຫວຽດນາມກຽມພ້ອມເພື່ອເຊື່ອມໂຍງ ເຂົ້າກັບເສດຖະກິດສາກົນ - ảnh 1
ພາບ​ປະ​ກອບ:internet

        ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ, ການ​ສົ່ງ​ອອກ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ ບັນ​ລຸ​ວົງ​ເງິນ​ສົ່ງ​ອອກກວ່າ 12,8 ຕື້ USD. ປະ​ຈຸ​ບັນ, ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ​ພວມ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຂະ​ແຫນງ​ເສດ​ຖະ​ກິດ​ປາຍ​ແຫລມ​ໂດຍ​ໄດ້​ຮັບ​ບຸ​ລິ​ມະ​ສິດ​ຈາກ​ລັດ ດ້ວຍ​ຫລາຍ​ນະ​ໂຍ​ບາຍ​ພັດ​ທະ​ນາ​. ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ຈະ​ມີ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ​ໃນ​ອະ​ນາ​ຄົດ​ໃກ້​ນີ້ ເມື່ອ​ຫວຽດ​ນາມ​ສຳ​ເລັດ​ການ​ເຈ​ລະ​ຈາ ແລະ ກະ​ກຽມ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ໃຫຍ່​ບາງ​ສະ​ບັບ. ໃນ​ນັ້ນ ສ​ະ​ຫະ​ພາບ​ເອີ​ລົບ (EU) ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ຕະ​ຫລາດ​ຈຸດ​ສ​ຸມ​ຂອງ​ເຄ​ື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ​ ເມື່ອ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - EU ໄດ້​ຮັບ​ການ​ລົງ​ນາມ ຈະ​ສ້າງ​ກຳ​ລັງ​ແກ້ງ​ແຍ້ງ​ໃຫຍ່​ໃຫ້​ແກ່​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ສົ່ງ​ອອກ​ໄປ​ຍັງຕະ​ຫລາດນີ້. ສຳ​ລັບ ຕະ​ຫລາດ ອາ​ເມ​ລິ​ກາ, ຊື່ງ​ແມ່​ນ​ຕະ​ຫລາດ​ສົ່ງ​ອອກ​ໃຫຍ່​ສຸດ​ຂອງ​ຫວຽດ​ນາມ ເມື່ອ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມ​ປາ​ຊີ​ຟີກ​ໄດ້​ຮັບ​ການ​ລົງ​ນາມ, ອັດ​ຕາ​ພາ​ສ​ີ​ຫລຸດ​ລົງ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ມີ​ກາ​ລະ​ໂອ​ກາດ​ເພື່ອ​ເປີດກວ້າງ​ອັດ​ຕາ​ສ່ວ​ນ​ຕະ​ຫລາດ. ພ້ອມ​ກັນ​ນັ້ນ ເມື່ອສັນ​ຍາການ​ຄ້າ​ເສ​ລີ ຫວຽດ​ນາມ -ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ ເອີ​ລົບ ຫາ​ກໍ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ທ້າຍ​ເດືອນ 5 ຜ່ານ​ມາ ມີ​ຜົນ​ສັກ​ສິດ, ວົງ​ເງິນ​ສົ່ງ​ອອກ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຂອງ​ຫວຽດ​ນາມ ​ຄາດ​ຄະ​ເນ​ວ່າ​ຈະ​ເຕີບ​ໂຕ​ປະ​ມານ 50% ໃນ​ປີ​ທຳ​ອິດ ແລະ ປະ​ມານ 20% ໃນ​ຊຸມ​ປີ​ຕໍ່​ໄປ. ເພື່ອ​ຮັບ​ກາ​ລະ​ໂອ​ກາດ​ຈາກ​ບັນ​ດາ​ສັນ​ຍາ​ການ​ຄ້າ​ຫລາຍ​ຝ່າຍ, ສອງ​ຝ່າຍ, ບັນ​ດາ​ວິ​ສາ​ຫະ​ກິດ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ໄດ້​ກະ​ກຽມ​​ແຫລ່ງ​ກຳ​ລັງເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ. ທ່ານ ຫງວຽນ​ມີງ​ຮ່​ວາ, ຜູ້​ຕາງ​ຫນ້າ ບໍ​ລິ​ສັດ​ຕັດ​ຫຍິບ ສົ່ງ​ອອກ DHA  ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ກະ​ກຽມ​ຫລາຍ​ບາດ​ກ້າວ. ທີ​ຫນຶ່ງ ກ່ຽວ​ກັບ​ປະ​ເພດ​ຜະ​ລິດ​ຕະ​ພັນ, ພວກ​ຂ້າ​ພະ​ເຈົ້າ​ຄົ້ນ​ຄ້​ວາ​ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ເໝາະ​ສົມ​ກັບ​ຕະ​ຫລາດ​ລັດ​ເຊຍ ກໍ​ຄື​ທ່າ​ໄດ້​ປຽບ​ຂອງ​ຕົນ. ທີ​ສອງ ພວກ​ຂ້າ​ພະ​ເຈົ້າ​ຊອກ​ຫາ​ບັນ​ດາ​ຄູ່​ຮ່ວມ​ມື​ເພື່ອ​ຊື້​ກົນ​ຈັກ​​ມາຜະ​ລິດ​ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາບ​​ສູງກໍ​ຄື​ຕົ້ນ​ກຳ​ເນີດສິນ​ຄ້າ, ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ບັນ​ດາ​ຄູ່​ຄ້າ ແລະ ບັນ​ລຸ​ລະ​ດັບ​ພາ​ສີ​ຕ່ຳ.”

       ທ່ານ​ເລ​ຕຽນ​ເຈື່ອງ, ຜູ້​ອຳ​ນວຍ​ການ​ໃຫຍ່ ກຸ່ມ​ບໍ​ລິ​ສັດ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ຖື​ວ່າ: ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ການ​ຊອກ​ຫາ​ຕະ​ຫລາດ ໄດ້​ເປີດ​ກາ​ລະ​ໂອ​ກາດ​ເພີ່ມ​ວົງ​ເງິນ ແລະ ອັດ​ຕາ​ສ່ວນ​ຕະ​ຫລາດສົ່ງ​ອອກ​ຂອງ​ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ. ສິ່ງ​ດັ່ງ​ກ່າວ​ໄດ້​ຊ່ວຍ​ໃຫ້​ຜະ​ລິດ​ຕະ​ພັນ​ຕ່ຳ​ແຜ່ນ​ຕັດ​ຫຍິບ ບໍ່​ພຽງ​ແຕ່​ມີ​ທີ່​ຕັ້ງ​ໝັ້ນ​ຄົງ​ໃນ​ຕະ​ຫລາດ​ສົ່ງ​ອອກ​ເກົ່າ​ເທົ່າ​ນັ້ນ ຫາກ​ຍັງ​ເປີດ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ​ຢູ່​ຕະ​ຫລາດ​ໃຫມ່ ແລະ ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ສາ​ມາດ​ບັນ​ລຸ​ໄດ້​ຄາດ​ໝາຍ​​ວົງ​ເງິນ​ສົ່ງ​ອອກ 28,5 ຕື້ USD ໃນ​ປີນີ້ ອີກ​ດ້ວຍ. ກ່ຽວ​ກັບ​ແງ່​ຫວັງ​ພັດ​ທະ​ນາ​ຂອງ​ຂະ​ແຫນ​ງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ເມື່ອ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ໄດ້​ຮັບ​ການ​ລົງ​ນາມ, ພິ​ເສດ ແມ່ນ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ -ພັນ​ທະ​ມິດ ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ຫາ​ກໍ​ໄດ້​ຮັບ​ການ​ລົງ​ນາມ, ທ່ານ ເລ​ຕຽນ​ເຈື່ອງ ໃຫ້​ຮູ້​ວ່າ:

        “ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ແມ່ນ​ຕະ​ຫລາດ​ນຳ​ເຂົ້າ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບປະ​ມານ 13 ຕື້ USD/ປີ. ປີ 2014, ຫວຽດ​ນາມ ສົ່ງ​ອອກ​ໄປ​ຍັງ​ກຸ່ມນີ້ ພຽງ 320 ລ້ານ USD, ອັດ​ຕາ​ສ່ວນ​ຕະ​ຫລາດ​ຂອງ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ ປະ​ມານກວ່າ 2%. ຖ້າ​ຍາດ​ແຍ່ງ​ໄດ້​ຜົນ​ປະ​ໂຫຍດ​ຂອງ​ສັນ​ຍາ ນັບ​ທັງ​ຮົ້ວ​ກີດ​ຂວາງ​ດ້ານ​ພາ​ສີ, ​ຫັນລະ​ບຽບ​ການ​ພາ​ສີ​​ເປັນງ່າຍ​ດ່າຍ ແນ່ນອນ​ວ່າ ຫວຽດ​ນາມ ມີ​ອັດ​ຕາ​ສ່ວນ​ຕະ​ຫລາດ​ປະ​ມານ 10% ຢູ່ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ -ເອີ​ລົບ ໃນ 5 ປີ​ຈະ​ມາ​ເຖິງ.”

        ປະ​ຈຸ​ບັນ, ຈຳ​ນວນ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ລົງ​ທຶນ​ເຂົ້າ​ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ ຍັງ​ຄົງ​ສືບ​ຕໍ່​ເພີ່ມ​ຂຶ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ ຄຽງ​ຄູ່​ກັບ​ບັນ​ດາ​ກາ​ລະ​ໂອ​ກາດ, ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍບໍ່​ແມ່ນ​ຫນ້ອຍ. ນັ້ນ​ແມ່ນ ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ ນັບ​ມື້​ນັບ​ມີ​ຂໍ້​ກຳ​ນົດ​​ທີ່​ເຄັ່​ງ​ຄັດຫລາຍ​ຢ່າງ,ຮຽກ​ຮ້ອງ​​ຄຳໝັ້​ນ​ສັ​ນ​ຍາຕ້ອງ​ມີ​ລະ​ດັບຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ ນັບ​ທັງ​ດ້ານ​ການ​ຄ້າ, ບໍ​ລິ​ການ, ການ​ລົງ​ທຶນ, ຊັບ​ສິນ​ທາງ​ປັນ​ຍາ. ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ ແລະ ກະ​ກຽມ​ໃຫ້​ການ​ເຂົ້າ​ຮ່ວມ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ, ທ່ານ​ນາງ ດັ້ງ​ກີມ​ຢູງ, ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ສະ​ມາ​ຄົມ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຢູ່​ພາຍ​ໃນ ແລະ​ຕ່າງ​ປະ​ເທດ​ ລົງ​ທຶນ​ແກ້​ໄຂ​ບັນ​ດາ​ຈຸ​ດ​ອ່ອນ. ທີ​ສອງ ຕ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ສ​ຳ​ພັນ​ໃນ​ຂະ​ແຫນງ ລະ​ຫວ່າງ​ບັນ​ດາ​ບໍ​ລິ​ສັດ​ຕັດ​ຫຍິບ​ກັບ​ບັນ​ດາ​ບໍ​ລິ​ສັດ​ຜະ​ລິດ​ວັດ​ຖຸ​ດິບ. ເຮັດ​ໄດ້​ຄື​ແນວນັ້ນ ພວກ​ເຮົາ​ຈຶ່ງ​ຕອບ​ສະ​ຫນອງ​ບັນ​ຫາ​ຕົ້ນ​ກຳ​ເນີດ​ຂອງ​ສິນ​ຄ້າ​ ແລະ ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຈາກ​ສັນ​ຍາ​ການ​ຄ້າ​ເສ​ລີ​ກໍ​ຄື​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ.”

        ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ ດ້ວຍ​ການ​ບຸ​ລິ​ມະ​ສິດ​ໃຫຍ່ ໄດ້​ເປີດ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ​ໃຫ້​ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ໃນ​ການ​ເຊື່ອມ​ໂຍງ ແລະ ແຊກ​ຊືມ​ເຂົ້າ​ຕະ​ຫລາດ​ໂລກ. ນີ້​ແມ່ນ​ບາດ​ລ້ຽວ ແລະ ກະ​ຕຸກ​ຊຸກ​ຍູ້​ໃຫ້​ແກ່​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ຕົ້ນ​ຕໍ​ຂອງ​ຫວຽດນາມ ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ. ເພື່ອ​ຍາດ​ແຍ່ງ​ທ່າ​ໄດ້​ປຽບ​ຢ່າງ​ສຸດ​ຂີດ ຊື່ງ​ບັນ​ດາ​ສັນ​ຍາ​ນຳ​ມາ​ໃຫ້, ນອກ​ຈາກ​ການ​ຫນູນ​ຊ່ວຍ​ຂອງ​ລັດ, ບັນ​ດາ​ວິ​ສ​າ​ຫະ​ກິດ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຄວນ​ມາ​ນະ​ພະ​ຍາ​ຍາມກວ່າອ​ີກ ແລະ ​ມີ​ການລົງ​ທຶນ, ດັດ​ປັບ​ເຕັກ​ໂນ​ໂລ​ຊີ, ຮູບ​ແບບ, ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ ເພື່ອ​ພັດ​ທະ​ນາ ແລະ ມີ​ທີ່​ຕັ້ງ​ຢ່າງ​ໝັ້ນ​ຄົງ​ໃນ​ຕະ​ຫລາດ​ໂລກ

ຕອບກັບ

ຂ່າວ/ບົດ​ອື່ນ