ຂະແຫນງຕ່ຳແຜ່ນຕັດຫຍິບແກ້ໄຂສິ່ງທ້າທາຍເມື່ອເຂົ້າຮ່ວມ TPP

(vovworld) ເລື່ອງ 12 ປະ​ເທດ ສະ​ມາ​ຊິກ ບັນ​ລຸ​ຂໍ້​ຕົກ​ລົງ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ TPP ໄດ້​ເປີດ​ບັນ​ດາ​ກາ​ລະ​ໂອ​ກາດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ. ເມື່ອ​ເຂົ້າ​ຮ່ວມ TPP, ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ ຫວຽດ​ນາມ ໄດ້​ຮັ​ບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ຂະ​ແຫນງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫລາຍ​ກວ່າ​ໝ​ູ່. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຽງ​ຄູ່​ບັນ​ດາ​ກາ​ລະ​ໂອ​ກາດ​​ຍັງ​ມີການ​ທ້າ​ທາຍ, ສິ່ງ​ທີ່​ບັນ​ດາ​ວິ​ສ​າ​ຫະ​ກິດ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ ຫວຽດ​ນາມ ສົນ​ໃຈ ນັ້ນ​ແມ່ນ​ແຫລ່ງ​ວັດ​ຖຸ​ດິບ ຮັບ​ໃຊ້​ການ​ຜະ​ລິດ​ສິນ​ຄ້າ​ສົ່ງ​ອອກ.

        ປະ​ຈຸ​ບັນ ທົ່ວ​ປະ​ເທດ ມີ​ວິ​ສາ​ຫະ​ກິດ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ ປະ​ມານ 2000 ແຫ່ງ ແຕ່​ເພື່ອ​ເຂົ້າ​ຮ່ວມ TPP, ການອອກ​ແບບ ແລະ ການຜະ​ລິດ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ, ​ການ​ຂາຍ​ສິນ​ຄ້າ​ໂດຍ​ກົງ​ໃຫ້​ຄູ່​ຮ່ວມ​ມື​ຕ່າງ​ປ​ະ​ເທດ ແມ່ນ​ສິ່ງ​ທີ່ຫລາຍ​ວິ​ສາ​ຫະ​ກິດ​ບໍ່​ສາ​ມາດປະ​ຕິ​ບັດ​ໄດ້. ເພາະ​ວ່າ ​ໃນຫລາຍ​ປີ​ຜ່ານ​ມາ ວິ​ສາ​ຫະ​ກິດ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ​ຫລາຍ​ແຫ່ງ ສ່ວນ​ຫລາຍ​ແມ່ນ​ຜະ​ລິດ​ແບບ​ຮັບ​ຈ້າງ ແລະ ​ອີງ​ໃສ່​ທັງແຫລ່ງ​​ວັດ​ຖ​ຸ​ດິບ​ ແລະ ການ​ອອກ​ແບບ​ຜະ​ລິດ​ຕະ​ພັນ. ແຕ່​ເມື່ອ​ເຂົ້າ​ຮ່ວມ TPP, ຢາກ​​ໄດ້​ຮັບ​ຜົນສຳ​ເລັດ​, ບັນ​ດາ​ວິ​ສາ​ຫະ​ກິດ​ຕ້ອງ​ຍູ້​ແຮງ​ການ​ປະ​ຕິ​ບັດ FOB, ໝາຍ​ຄວາມ​ວ່າ ເປັນ​ເຈົ້າ​ການ​ແຫລ່ງ​ ​ວັດ​ຖ​ຸ​ດິບ​ໃຫ້​ແກ່​ກາ​ນ​ຜະ​ລິດ ແລະ ຜະ​ລິດ​ຕະ​ພັນ​ເຄິ່ງ​ສຳ​ເລັດ​ຮູບ, ຈຳ​ກັດ​ຜະ​ລິດ​ແບບ​ຮັບ​ຈ້າງ. ເພາະ​ສະ​ນັ້ນ  ບັນ​ຫາ​ທີ່​ວິ​ສາ​ຫະ​ກິດ​ຕ່ຳ​ແຜ່ນ​   ຕ​ັດ​ຫ​ຍິບ​ຫ້າງ​ຫາ​ກະ​ກຽມ​ເຂົ້າ​ຮ່ວມ TPP ແມ່ນ​ສ້າງ​ຕັ້​ງ​ບັນ​ດາ​ເຂດ​ຜະ​ລິດ​ວັດ​ຖຸ​ດິບ​ຮັບ​ໃຊ້​ໃຫ້​ການ​ຜະ​ລິດ​ສິນ​ຄ້າ​ສົ່ງ​ອອກ ແລະ ຈຳ​ຫ​ນ່າຍ​ພາຍ​ໃນ​ປະ​ເທດ. ທ່ານ ຫງວຽນ​ຫຶວ​ຕວານ, ຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຕັດ​ຫ​ຍິບ ໄຊ​ງ່ອນ 2 ໃຫ້​ຮູ້​ວ່າ:

ຂະແຫນງຕ່ຳແຜ່ນຕັດຫຍິບແກ້ໄຂສິ່ງທ້າທາຍເມື່ອເຂົ້າຮ່ວມ TPP - ảnh 1
ພາບ​ປະ​ກອບ:internet

        “ຍາກທີ່​ສຸດ​ແມ່ນ​ແຫລ່ງ​ວັດ​ຖ​ຸ​ດິບ. ວັດ​ຖຸ​ດິບເພື່ອນຳ​ມາ​ຜະ​ລິດ​ເປັນແຟ​ຊັນ ຢູ່ ຫວຽດ​ນາມ ສ່ວນ​ຫລາຍ​ແມ່ນ​ນຳ​ເຂົ້າຈາກ​ຕ່າງ​ປະ​ເທດ ຫລື​ຊອກ​ຊື້​​ວັດ​ຖຸ​ດິບ​ ຈາກ​ບັນ​ດາ​ບໍ​ລິ​ສັດ​​​ຂາຍ​ຍ່ອຍ . ຄວາມ​ຈິງ ແຫລ່ງແຜ່ນ​ແພ​ທີ່​ນຳ​ມາຜະ​ລິດ​ພາຍ​ໃນ​ປະ​ເທດ​ຍັງບໍໍໍ່​ທັນ​ຕອບ​ສະ​ຫນອງ​ຄວາມ​ຕ​້ອງ​ການ​ໄດ້.”

        ເມື່ອ​ເຂົ້າ​ຮ່ວມ ​ TPP, ບັນ​ດາ​ຜະ​ລິດ​ຕະ​ພັນ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ ຂອງ​ຫວຽດ​ນາມ ຕ້ອງ​ມີ​ອັດ​ຕາ​​​ສ່ວນ​ໃດຫ​ນຶ່ງ ຈາກ​ແຫລ່ງວັດ​ຖຸ​ດິບ​ເສັ້ນ​ຝ້າຍ, ການຍ້ອມ​ສີ​ ຈາກຫວຽດ​ນາມ ຫລື ຈາກ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ສັນ​ຍາ TPP ເພື່ອ​ໄດ້​ຊົມ​ໃຊ້​ອັດ​ຕາ​ພາ​ສີ 0%. ບໍ່​ພຽງ​ແຕ່​ແກ​້​ໄຂ​ແຫລ່ງວັດ​ຖຸ​ດິບ​ເທົ່າ​ນັ້ນ ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ ຍັງ​ຕ້ອງ​ແກ້​ໄຂ​ບັນ​ດາ​ຂອດ​ກ່ຽວ​ຂ​້ອງ​ເຖິງ​ການ​ຕ່ຳ​ແຜ່ນ, ​​ການຍ້ອມ​​ແຜ່ນແພ, ເສັ້ນ​ຝ້າຍ ສະ​ນັ້ນ ຕ້ອງ​ກະ​ກຽມ​ ​ດ້ານ​ທຶນ​ຮອນ,  ​ທີ່​ດິນເພື່ອ​ຮັບ​ໃຊ້​ການກໍ່​ສ້າງ​ລົງ​ທຶນ​ໂຮງ​ງານ ຮັບ​ປະ​ກັນ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ ແລະ ສິ່ງ​ແວດ​ລ້ອມ ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ສັນ​ຍາ TPP. ທ່ານ          ລີ​ຮ​ວ່າງງວຽນ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ ຫງວຽດ​ເຍີນ ຈຳ​ກັດ ໃຫ້​ຮູ້​ວ່າ:

        “ເມື່ອ​ຜະ​ລິດ​ແຜ່ນແພ ແມ່ນຕ້ອງ​ຍ້ອມ​ສີ ແຕ່​​ການລົງ​ທຶນ​ກໍ່​ສ້າງໂຮງ​ງານ​ຍ້ອມ​ສີ​​ແມ່ນຕ້ອງ​ການ​ແຫລ່ງ​ທຶນ​ຮອນ​ຫລວງ​ຫລາຍ. ຕາມ​ຂ້າ​ພະ​ເຈົ້າ​ແລ້ວ ​ການລົງ​ທຶນກໍ່​ສ້າງ​ໂຮງ​ງານ​ຍ້ອມ​ສີ​ຕ້ອງ​ການ​ເນື້ອ​ທີ່​ດິນ​ ເຖິງ 10 ເຮັກ​ຕາ. ສຳ​ລັບ​ວິ​ສາ​ຫະ​ກິດ​ຂະ​ຫ​ນາດ​ກາງ ແລະ ນ້ອຍ ແມ່ນບໍ່​ປະ​ຕິ​ບັດ​ໄດ້. ສະ​ນັ້ນ ຂ້າ​ພະ​ເຈົ້າ​ສະ​ເຫ​ນີໃຫ້ ລັດ ແລະ ບັນ​ດາ​ທ້ອງ​ຖິ່ນ ຄວນ​ຫ​ນູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ.”

        ທ່ານ​ຟ້າມ​ຊ​ວນ​ຮົ່ງ, ປະ​ທານ ສະ​ມາ​ຄົມ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຖັກ​ແສ່ວ ນະ​ຄອນ​ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ: ​ບັນ​ດາ​ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ໄດ​້​ຄາດ​ຄະ​ເນບັນ​ຫາ​ວັດ​ຖຸ​ດິບແລ້ວ. ສະ​ນັ້ນ ລັດ ໄດ້ ແລະ ພວມ​ມີ​ໂຄງ​ການ​ຫນູນ​ຊ່ວຍ​ວັດ​ຖຸ​ດິບ​ໃຫ້​ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ. ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ ປະ​ຈຸ​ບັນ ໄດ້​​ຮ່ວມ​ສຳ​ພັນນຳ​ກັນ ເພື່ອ​ຍາດ​ແຍ່ງ​ເງື່ອນ​ໄຂ​ຕ່າງໆ​ເພື່ອ​ຂຸດ​ຄົ້ນ​ທ່າ​ໄດ້​ປຽບ​ TPP. ດ້ວຍ​ຄວ​າມ​ດູດ​ດື່ມ​ຂອງ TPP ມີ​ບໍ​ລິ​ສັດ​ລົງ​ທຶນ​ຕ່າງ​ປະ​ເທດ​ຫລາຍ​ແຫ່ງ​ໄດ້​ມາ​ສຳ​ຫລວດ ເພື່ອ​ລົງ​ທຶນ​ເຂດ​ວັດ​ຖຸ​ດິບ ແລະ ອຸດ​ສາ​ຫະ​ກຳ​ຫນູນ​ຊ່ວຍ​ໃຫ້​ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຢູ່ ຫວຽດ​ນາມ. ການ​ປະ​ສານ​ສົມ​ທົບ​ນີ້ ຈະ​ປັບ​ປຸງ​ສະ​ພາບການ​ຂາດ​ວັດ​ຖຸ​ດິບ​ໃນ​ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ ຟ້າມ​ຊວນ​ຮົ່ງ ຢືນ​ຢັນ​ວ່າ:

        “ພວກ​ເຮົາ​ໄດ້​ມີ​ບາດ​ກ້າວ​ກະ​ກຽມ​ກ່ອນນີ້​ສອງ​ສາມ​ປີ​ແລ້ວ ແຕ່​ຄວາມ​ຄືບ​ຫ​ນ້າ​ຍັງ​ຊັກ​ຊ​້າ​ຢູ່. ການ​ຜະ​ລິດ​ວັດ​ຖຸ​ດິບ​ພາຍ​ໃນ​ປະ​ເທດ ກໍ​ໄດ້​ຮັບ​ການ​ເປີດກວ້າງ ແຕ່​ ສາ​ມາດຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ໄດ້ພຽງ​ແຕ່ 20-25%. ປະ​ຈຸ​ບັນ ລັດ ກໍ​ໄດ້​ສົ່ງ​ເສີມ​ການ​ລົງ​ທຶນ​​ຂອງ​ຕ່າງ​ປະ​ເທດໃຫ້​ແກ່​ວັດ​ຖຸ​ດິບ. ການ​ເຊື່ອມ​ຕໍ່​ຂອງ​ສອງ​ແຫລ່ງ​ດັ່ງ​ກ່າວ ຫວັງ​ວ່າ ປະ​ລິ​ມານ​ການ​ຜະ​ລິດ​ວັດ​ຖຸ​ດິບ​ຈະ​ເພີ່ມ​ຂຶ້ນ.”

        ຕາມ​ບັນ​ດາ​ຜູ້​ຊ່ຽວ​ຊານ​ເສດ​ຖະ​ກິດ​ແລ້ວ, ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ ຫວຽດ​ນາມ ພວມ​ແມ່ນ​ຂະ​ແຫນງ​ມີ​ທ່າ​ໄດ້​ປຽບ​ຫລາຍ​ຢ່າງ​ເມື່ອ​ທຽບ​ໃສ່​ປະ​ເທດ​ຈຳ​ນວນ​ຫ​ນຶ່ງ​ຢູ່ ອາ​ຊີ​ກາງ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກ່ຽວ​ກັບ​ສີ​ມື​ແຮງ​ງານ ແລະ ບົດ​ຮຽນ. ເພາະ​ສະ​ນັ້ນ ເມື່ອ​ເຂົ້າ​ຮ່ວມ TPP, ບັນ​ດາ​ວິ​ສາ​ຫະ​ກິດ​ພວມ​ຊຸກ​ຍູ້​ການ​ຊອກ​ຮູ້​ລະ​ອຽດ​ກ່ຽວ​ກັບ TPP, ເຂົ້າ​ໃຈ​ແຈ້ງ​ບັນ​ດາ​ບັນ​ຫາ​ຊື່ງ TPP ວາງ​ອອກ​ໃຫ້​ວິ​ສາ​ຫະ​ກິດ. ຄຽງ​ຄູ່​ກັນ​ນັ້ນ ຄວນ​ມ​ີ​ການ​ລົງ​ທຶນ​ກະ​ກຽມ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ອຸ​ປະ​ກອນ​ເຕັກ​ໂນ​ໂລ​ຊີ​ໃຫມ່ ແລະ ຊັບ​ສິນ​ທາງ​ປັນ​ຍາ, ອຸ​ປະ​ກອນ​ບັນ​ດາ​ຄວາມ​ຮູ້​ກ່ຽວ​ຂ້ອງ​ເຖິງ TPP ຮັບ​ໃຊ້​ການ​ເຊື່ອມ​ໂຍງ.

        ຫວ່າງ​ແລ້ວນີ້, ຫວຽດ​ນາມ ພ້ອມ​ກັບ 11 ປະ​ເທດ​ສະ​ມາ​ຊິກ​ອື່ນ ໄດ້​ປະ​ກາດ​ເນື້ອ​ໃນ​ທັງ​ໝົດ​ຂອງ​ສັນ​ຍາ TPP. ລັດ​ຫວຽດ​ນາມ ແລະ ບັນ​ດາ​ຂະ​ແຫນງ​ການ​ກ່ຽວ​ຂ້ອງ ແລະ ວິ​ສາ​ຫະ​ກິດ ພວມ​ອັບ​ເດັດ, ເຜີຍ​ແຜ່ ແລະ ແນະ​ນຳ​ລະ​ອຽດ​ບັນ​ດາ​ເນື້ອ​ໃນ​ກຳ​ນົດ​ກ່ຽວ​ກັບ​ພາ​ສີ, ມາດ​ຖານ​ຂອງ TPP ເພື່ອ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ ຍາດ​ແຍ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ສົ່ງ​ອອກ, ຍາດ​ແຍ່ງ​ການ​ຊົມ​ໃຊ້​ບັນ​ດາ​ບຸ​ລິ​ມະ​ສິດ​ພາ​ສີ. ຄຽງ​ຄູ່​ກັນ​ນັ້ນ ການ​ຜັນ​ຂະ​ຫ​ຍາຍ​ບັນ​ດາ​ໂຄງ​ການ​ກະ​ກຽມ, ລັດ ກໍ​ປະ​ກາດ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ທັນ​ການ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ ເປັນ​ຕົ້ນ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ, ຂົງ​ເຂດ​ຜະ​ລິດ​ຝ້າຍ, ຕ່ຳ​ແຜ່ນ, ຍ້ອມ​ສີ.. ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ​ເຊື່ອມ​ໂຍງ​ສຳ​ເລັດ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ