ຂະແຫນງປາຈາ ເຂດທົ່ງພຽງແມ່ນ້ຳຂອງ ມຸ່ງໄປເຖິງເສດຖະກິດໝູນວຽນ, ຫລຸດຜ່ອນການປ່ອຍສິ່ງເສດເຫຼືອ

(VOVWORLD) -ປະຈຸບັນ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມມີເນື້ອທີ່ລ້ຽງປາປາຈາປະມານ 6. 000 ເຮັກຕາ, ດ້ວຍປະລິມານການຜະລິດກ່ວາ 1,5 ລ້ານໂຕນ. ນີ້ແມ່ນໜຶ່ງໃນບັນດາຂະແໜງສິນຄ້າປະເພດສິນໃນນ້ຳຫລັກແຫລ່ງຮັບໃຊ້ການສົ່ງອອກຂອງຫວຽດນາມ. ປີກາຍນີ້, ປາຈາຂອງຫວຽດນາມໄດ້ມີນ້າ ຢູ່ 140 ຕະຫຼາດໃນໂລກແລະຍອດມູນຄ່າການສົ່ງອອກບັນລຸກວ່າ 2,4 ຕື້ USD. ເພື່ອປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ແລະຫຼຸດຜ່ອນການປ່ອຍສິ່ງເສດເຫຼືອອອກ, ຂະແຫນງສິນຄ້າປະເພດປາຈາຢູ່ເຂດທົ່ງພຽງແມ່ນ້ຳຂອງພວມມຸ່ງໄປເຖິງການຜະລິດຕາມຮູບແບບເສດຖະກິດໝູນວຽນ, ໝູນໃຊ້ຄວາມກ້າວໜ້າດ້ານເຕັກນິກໃນການປຸງແຕ່ງ, ເກັບຮັກສາ ແລະຂົນສົ່ງ ເພື່ອຍົກສູງມູນຄ່າເສດຖະກິດແບບຍືນຍົງ.

ຂະແຫນງປາຈາ ເຂດທົ່ງພຽງແມ່ນ້ຳຂອງ ມຸ່ງໄປເຖິງເສດຖະກິດໝູນວຽນ, ຫລຸດຜ່ອນການປ່ອຍສິ່ງເສດເຫຼືອ - ảnh 1ປາຈາ ສ່ວນຫລາຍແມ່ນໄດ້ລ້ຽງຢູ່ບາງແຂວງ, ນະຄອນ ຢູ່ ເຂດທົ່ງພຽງແມ່ນ້ຳຂອງພາກໃຕ້ຫວຽດນາມ. ພາບ:VOV

ປາຈາພວມໄດ້ຮັບການລ້ຽງເປັນຕົ້ນຕໍຢູ່ບາງແຂວງ, ນະຄອນໃນເຂດທົ່ງພຽງແມ່ນ້ຳຂອງ, ເຊັ່ນ: ອານຢາງ, ດົ່ງທາບ, ແຄ໋ງຮ່ວາ, ຫວິງລອງ, ເບັນແຈ. ປະຈຸບັນ, ບັນດາທ້ອງຖິ່ນພວມຍູ້ແຮງການກໍ່ສ້າງເຂດລ້ຽງແບບລວມສູນ, ນຳໃຊ້ບັນດາມາດຕະຖານເພື່ອສ້າງແຫລ່ງວັດຖຸດິບທີ່ມີຄຸນນະພາບ ຮັບໃຊ້ຄວາມຕ້ອງການຜູ້ບໍລິໂພກ ແລະສົ່ງອອກ. ຢູ່ນະຄອນ ເກີນເທີ, ປະຈຸບັນ, ເນື້ອທີ່ລ້ຽງປາຈາມີປະມານ 700 ເຮັກຕາ, ສະມັດຕະພາບການຜະລິດບັນລຸປະມານ 180.000 ໂຕນ.

ຕາມທ່ານນາງຫງວຽນທິເລະຮວາ, ຮອງຫົວໜ້າກົມສິນໃນນ້ຳ ສາຂາ ເກີນເທີ ແລ້ວ, ການພັດທະນາເສດຖະກິດໝູນວຽນຈະເພີ່ມທະວີປະສິດທິຜົນດ້ານເສດຖະກິດ, ຜະລິດຕະພັນທີ່ມີການແກ້ງແຍ່ງສູງ ແລະມີລັກສະນະຍືນຍົງໃນໄລຍະຍາວ; ສາມາດແກ້ໄຂຄວາມຂາດແຄນຊັບພະຍາກອນ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

 “ນຳໃຊ້ຜະລິດຕະພັນ, ເສດ ໃນການປຸງແຕ່ງປາຈານັ້ນແມ່ນຫນຶ່ງໃນບັນດາຄວາມມານະພະຍາຍາມເພື່ອເພີ່ມມູນຄ່າຜະລິດຕະພັນປາ, ຊ່ວຍໃຫ້ຜູ້ລ້ຽງແລະຜູ້ປຸງແຕ່ງມີລາຍໄດ້ເພີ່ມຂຶ້ນ. ສິ່ງນີ້ຍັງຊ່ວຍຫຼຸດຜ່ອນການສົ່ງມົນລະພິດຕໍ່ສິ່ງແວດລ້ອມຈາກອຸດສາຫະກໍາປຸງແຕ່ງປາຈາ. ການນໍາໃຊ້ແປ້ງປາແທນໃຫ້ປາທະເລໃນການລ້ຽງປູກຈະປະກອບສ່ວນຊ່ວຍໃຫ້ຜູ້ລ້ຽງປູກຫຼຸດຜ່ອນຄວາມກົດດັນດ້ານຄ່າໃຊ້ຈ່າຍແລະຫົວອາຫານ, ເພີ່ມທະວີຕົວແບບເສດຖະກິດໝູນວຽນໃນຂົງເຂດປູກລ້ຽງແລະປຸງແຕ່ງອາຫານ.

ປາຈາຂອງຫວຽດນາມໄດ້ຮັບການລ້ຽງໃນໜອງດິນ, ນຳໃຊ້ຫົວອາຫານ, ຂັ້ນຕອນການລ້ຽງແລະຄຸ້ມຄອງແມ່ນຖືກຄວບຄຸມຢ່າງເຄັ່ງຄັດຕາມບັນດາຂໍ້ກຳນົດແລະມາດຕະຖານການສົ່ງອອກ. ບັນດາຮາກຖານລ້ຽງປາລ້ວນແຕ່ໄດ້ຮັບການປະກອບເຄື່ອງຈັກ, ອຸປະກອນ ແລະ ເຕັກໂນໂລຢີທີ່ທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະມາດຕະຖານຂອງຕະຫຼາດສົ່ງອອກ. ທ່ານນາງຟ້າມທິທູຮົ່ງ, ຮອງເລຂາທິການສະມາຄົມປາຈາຫວຽດນາມ ໃຫ້ຮູ້ວ່າ:

 “ຂະແຫນງອຸດສາຫະກໍາປາຈາຂອງພວກເຮົາຕ້ອງມີຍຸດທະສາດການວາງແຜນແບບຍືນຍົງ. ໃນນັ້ນເອົາໃຈໃສ່ເຖິງບັນຫາການປົກປັກຮັກສາສິ່ງແວດລ້ອມໂດຍສະເພາະແມ່ນຍົກອອກການຄົ້ນຄວ້າແລະວິທີແກ້ໄຂທີ່ເໝາະສົມ, ມີລັກສະນະຕົວຈິງສູງເພື່ອຫຼຸດຜ່ອນການປ່ອຍສິ່ງເສດເຫຼືອອອກສູ່ສິ່ງແວດລ້ອມໃຫ້ໜ້ອຍທີ່ສຸດ.

ຂະແຫນງປາຈາ ເຂດທົ່ງພຽງແມ່ນ້ຳຂອງ ມຸ່ງໄປເຖິງເສດຖະກິດໝູນວຽນ, ຫລຸດຜ່ອນການປ່ອຍສິ່ງເສດເຫຼືອ - ảnh 2ບັນດາຮາກຖານປຸງແຕ່ງສິນໃນນ້ຳລ້ວນແຕ່ໄດ້ຮັບການປະກອບເຄື່ອງຈັກ ອຸປະກອນ ແລະ ເຕັກໂນໂລຊີທັນສະໄຫມ. ພາບ: VOV

ຕາມທ່ານປອຮວີ່ງວັນຮ່ຽນ, ໂຮງຮຽນສິນໃນນ້ຳ - ມະຫາວິທະຍາໄລ ເກີນເທີແລ້ວ, ການຫຼຸດຜ່ອນການປ່ອຍອາຍພິດກາກບອນແມ່ນເປົ້າໝາຍທົ່ວໂລກເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສະນັ້ນການຜະລິດປາຈາຕ້ອງຄວນສຸມໃສ່ຄຸນນະພາບພັນລ້ຽງ, ຂອດລ້ຽງແລະຂັ້ນຕອນການປຸງແຕ່ງເພື່ອຫຼຸດຜ່ອນລາຍຈ່າຍໃນຮູບແບບໝູນວຽນ, ຜະລິດຕະພັນເປັນມິດຕໍ່ສິ່ງແວດລ້ອມ.

 “ບັນຫາການຜະລິດມີໜ້າທີ່ແລະມຸ່ໄປສູ່ລະບົບການສະຫນອງທົ່ວໂລກແມ່ນບັນຫາທີ່ພວກເຮົາໄດ້ເອົາໃຈໃສ່ແລ້ວ. ປະຈຸບັນ, ຫວຽດນາມພວມສ້າງແຜນນຳໃຊ້ເສດຖະກິດໝູນວຽນ ແລະ ພວມເຂົ້າຮ່ວມເຂົ້າໃນວິວັດການຜະລິດຢ່າງມີຄວາມຮັບຜິດຊອບ, ຫຼຸດຜ່ອນການປ່ອຍສິ່ງເສດເຫຼືອໃນຂະບວນການຜະລິດ.

ຕາມທ່ານເຈີ່ນດິ່ງລວນ, ຫົວໜ້າກົມສິນໃນນ້ຳ, ກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມແລ້ວ, ເພື່ອພັດທະນາລະບົບປາຈາແບບຍືນຍົງຕາມທິດຊຸກຍູ້ເສດຖະກິດໝູນວຽນ, ການພົວພັນຄູ່ຮ່ວມມືພາກລັດ - ເອກະຊົນແມ່ນວິທີເຂົ້າເຖິງທີ່ດີ.ທ່ານເຈີ່ນດິ່ງລວນຖືວ່າ:

ໂດຍຜ່ານຮູບການຮ່ວມມືລະຫວ່າງພາກລັດແລະເອກະຊົນ, ບັນດາການຄົ້ນຄວ້າວິທະຍາສາດພວມສຸມໃສ່ເຂົ້າໃນການປ່ຽນແປງໃຫມ່ວິທະຍາສາດ, ເຕັກໂນໂລຊີເພື່ອຊ່ວຍໃຫ້ພວກເຮົາເພີ່ມສະມັດຕະພາບ, ປະສິດທິພາບ, ຫຼຸດຜ່ອນຜົນເສຍຫາຍ. ນອກນີ້, ພວກເຮົາໄດ້ດັດປັບຂັ້ນຕອນຫລັກໃນການເພາະພັນ, ການລ້ຽງ, ການເກັບຊື້, ການປຸງແຕ່ງ... ການຂຸດຄົ້ນເສດຈາກການຜະລິດປາຈາຢ່າງມີປະສິທິຜົນດ້ວຍເຕັກໂນໂລຊີທີ່ເໝາະສົມໄດ້ເປັນການຊ່ວຍຫຼາຍຢ່າງໃນການຫຼຸດການປ່ອຍສິ່ງເສດເຫຼືອ.

ໃນສະພາບທີ່ຫວຽດນາມພວມມານະພະຍາຍາມສົມທົບກັບປະຊາຄົມສາກົນປະຕິບັດບັນດາຄຳໝັ້ນສັນຍາ ແລະທ່າອ່ຽງໃນທົ່ວໂລກ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເລື່ອງຍົກສູງກຳລັງແກ່ງແຍ້ງຂອງບັນດາຂະແໜງການປາຈາຕິດພັນກັບການຫລຸດຜ່ອນການປ່ອຍສິ່ງເສດເຫຼືອອອກພວມໄດ້ຮັບການຍູ້ແຮງ. ຫວຽດນາມກໍ່ພວມເພີ່ມທະວີການຮ່ວມມືພາກລັດ - ເອກະຊົນ ເພື່ອແນໃສ່ເສີມຂະຫຍາຍບັນດາຂໍ້ລິເລີ່ມ ແລະ ວິທີເຮັດທີ່ດີ; ຍູ້ແຮງການຄົ້ນຄວ້າໝູນໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອປັບປຸງຂັ້ນຕອນຂອງການເພາະພັນ, ການລ້ຽງ, ການເກັບຊື້ ແລະປຸງແຕ່ງ, ເພື່ອແນໃສ່ເພີ່ມທະວີການຜະລິດ ແລະນຳໃຊ້ເສດຈາກການຜະລິດປາຈາເພື່ອສ້າງມູນຄ່າເພີ່ມ ແລະຫຼຸດຜ່ອນການປ່ອຍສິ່ງເສດເຫຼືອໃນລະບົບຂະແໜງປາຈາ./.

ຕອບກັບ

ຂ່າວ/ບົດ​ອື່ນ