ຂະແຫນງພາສີ ລ້າງເຊີນ ຍູ້ແຮງການປະຕິຮູບດ້ານບໍລິຫານ, ຕອບສະຫນອງກົນໄກ ປະຕູດຽວ

(vovworld)- ໃນ​ຊຸມ​ປີມໍ່ໆ​ມານີ້, ກົມ​ພາ​ສີ ແຂວງ ລ້າງ​ເຊີນ ໄດ້​ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະບຽບ​ການ​ບໍ​ລິ​ຫານ​ເປັນ​ປະ​ຈຳ, ຫັນເປັນພາ​ສີ​ເອ​ເລັກ​ໂຕ​ນິກ​​ທັນ​ສະ​ໄຫມ​ເທື່ອ​ລະ​ກ້າວ. ດ້ວຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມນີ້, ປະ​ຈຸ​ບັນ ກົມ​ພາ​ສີ​ ແຂວງ ລ້າງ​ເຊີນ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຫົວ​ຫນ່ວ​ຍ​ນຳ​ຫນ້າ​ໃນ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າ​ວ​ສານ​ເຂົ້າ​ວິ​ຊາ​ສະ​ເພາະ, ຫັນ​ວຽກ​ງານ​ພາ​ສີ​ເປັນທັນ​ສະ​ໄຫມ.
 ຂະແຫນງພາສີ ລ້າງເຊີນ ຍູ້ແຮງການປະຕິຮູບດ້ານບໍລິຫານ, ຕອບສະຫນອງກົນໄກ ປະຕູດຽວ - ảnh 1
ຫ້ອງ​ການ​ພາ​ສີ ລ້າງ​ເຊີນ

        ລ້າງ​ເຊີນ ແມ່ນ​ແຂວງ​ຫນຶ່ງ​ມີ​ດ່ານ​ຊາຍ​ແດນ​ສາ​ກົນ​ທາງ​ບົກ​ທີ່​ສຳ​ຄັນ ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ ດ້ວຍ ດ່ານ​ຊາຍ​ແດນ​ສາ​ກົນ 2 ແຫ່ງ ດ່ານ​ຊາຍ​ແດນ​ແຫ່ງ​ຊາດ 2 ແຫ່ງ ແລະ ຕະ​ຫລາດ​ຊາຍ​ແດນ 7 ແຫ່ງ, ໃນ​ນັ້ນ ​ດ່ານ​ຊາຍ​ແດນຕົ້ນ​ຕໍ 2 ແຫ່ງ ແມ່ນ ດ່ານ​ຊາຍ​ແດນ ຫຶວ​ຫງີ້ ແລະ ເຕີນ​ແທງ. ນີ້​ກໍ​ແມ່ນ​ບັນ​ດາ​ດ່ານ​ຊາຍ​ແດນ​ມີ​ປະ​ລິ​ມານ​ສິນ​ຄ້າ​ສົ່ງ​ອອກ​ນຳ​ເຂົ້າ, ພາ​ຫະ​ນະ​ຂົນ​ສົ່ງສິນ​ຄ້າ ແລະ ຜູ້​ໂດຍ​ສານ​ເຂົ້າ​ອອກ​ເມືອງ​ຫລາຍກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ. ສະ​ເພາະ ວົງ​ເງິນ​ສົ່ງ​ອອກ​ສິນ​ຄ້າ​ຜ່ານ​ດ່ານ​ຊາຍ​ແດນ ຫືວງີ້  ແຕ່​ລະ​ປີ​ບັນ​ລຸ​ປະ​ມານ 1 ຕື້ USD ແລະ ສະ​ເລ່ຍ​ແຕ່​ລະ​ປີ ມີ​ປະ​ມານ 250 ວິ​ສາ​ຫະ​ກິດ ເຮັດ​ລະ​ບຽບ​ການ​ຂາ​ອອກ​ຂາ​ເຂົ້າ​ຜ່ານນີ້. ຄາດ​ວ່າ ປະ​ລິ​ມານ​ສິນ​ຄ້າ​ນຳ​ເຂົ້າ​ສົ່ງ​ອອກ​ຜ່ານ​ດ່ານ​ຊາຍ​ແດນ​ຢູ່​ແຂວງ ລ້າງ​ເຊີນ ກວມ 60% ປະ​ລິ​ມານ​ສິນ​ຄ້າ​ນຳ​ເຂົ້າ​ສົ່ງ​ອອກ​ຜ່ານ​ບັນ​ດາ​ແຂວງ ຊາຍ​ແດນ​ທາງ​ພາກ​ເຫນືອ. ສິນ​ຄ້າ​ນຳ​ເຂົ້າ​ຜ່ານ​ບັນ​ດາ​ດ່ານ​ຊາຍ​ແດນ​ຢູ່​ແຂວງ ລ້າງ​ເຊີນ ສ່ວນ​ຫລາຍ​ແມ່ນ​ອຸ​ປະ​ກອນ​ກົນ​ຈັກ, ເຄ​ມີ, ເຄື່ອ​ງ​ອາ​ໄຫລ່. ສ່ວນ​ສິນ​ຄ້າ​ສົ່ງ​ອອກ​ນັ້ນ​ແມ່ນ: ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປາ​ຂອງ​ດົງ, ສິນ​ໃນ​ນ້ຳ, ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ. ຢູ່ ດ່ານ​ຊາຍ​ແດນ ມິດ​ຕະ​ພາບ, ສະ​ເລ່ຍ​ແຕ່​ລະ​ມື້ ມີ​ປະ​ມານ 2.500 ເທື່ອ​ຄົນ​ເຮັດ​ລະ​ບຽບ​ການ​​ເຂົ້າ​ອອກ​ເມືອງ ແລະ ພາ​ຫະ​ນະ​ສັນ​ຈອນ ເຮັດ​ລະ​ບຽບ​ການ​ຜ່ານ​ແດນ  200 ເທື່ອ. ດ້ວຍ​ປະ​ລິ​ມານ​ສິນ​ຄ້າ​ນຳ​ເຂົ້າ​ສົ່ງ​ອອກ ແລະ​ຈຳ​ນວນ​ຜູ້​ໂດຍ​ສານ​ເຂົ້າ​ອອກ​ເມືອງ​ຫລາຍ​ຄື​ແນວນັ້ນ ສະ​ນັ້ນ ​ກົມພາ​ສີ ແຂວງ ລ້າງ​ເຊີນ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງວຽກ​ງານ​ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ, ຕິດ​ຕາ​ມກວດ​ກາ, ຄຸ້ມ​ຄອງສິນ​ຄ້າ​ນຳ​ເຂົ້າ ສົ່ງ​ອອກ, ຜູ້​ໂດຍ​ສາ​ນ​ເຂົ້າ​ອອກ​ເມືອງ. ພາຍ​ຫລັງ​ 4 ປີ​ແຫ່ງ​ການ ຜັນ​ຂະ​ຫຍາຍລະ​ບຽບ​ການ​ພາ​ສີ​ເອ​ເລັກ​ໂຕ​ນິກ ຢູ່ ພາ​ສີ ແຂວງ ລ້າງ​ເຊີນ, ຮູບ​ການນີ້ ໄດ້​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ຢ່າງ​ຕັ້ງ​ຫນ້າ, ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ. ທ່ານ ຫວູ​ຫາຍ​ຟອງ, ວິ​ສາ​ຫະ​ກິດ​ຂຶ້ນ​ກັບ ບໍ​ລິ​ສັດ ຊວນ​ເກືອງ ຈຳ​ກັດ ຢູ່ ແຂວງ ລ້າງ​ເຊີນ ໃຫ້​ຮູ້​ວ່າ:

        “ອົງ​ການ​ພາ​ສີ ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ວິ​ສາ​ຫະ​ກິດ ເຮັດ​ແນວ​ໃດ​ຫລຸດ​ຜ່ອນ​ເວ​ລາ​ແຈ້ງ​ລະ​ບຽບ​ການ​ພາ​ສີ​ ບົນ​ຈິດ​ໃຈ​ປ່ຽ​ນ​ໃຫມ່. ການ​ຜັນ​ຂະ​ຫຍາຍ​ພາ​ສີ​ເອ​ເລັກ​ໂຕ​ນິກ ໄດ້​ສ້າງ​ເງື່ອນ​ໄຂ​ຊ່ວຍ​ວິ​ສາ​ຫະ​ກິດ​ຫລາຍ​ຢ່າງ.”

        ມາ​ຮອດ​ປະ​ຈຸ​ບັນ, ກົມ​ພາ​ສີ​ລ້າງ​ເຊີນ​ໄດ້​ຜັນ​ຂະ​ຫຍາຍ​ການ​ເຮັດລະ​ບຽບ​ການ​ພາ​ສີ​ເອ​ເລັກ​ໂຕ​ນິກ ສຳ​ເລັດ 100% ຢູ່​ບັນ​ດາ​ສາ​ຂາ​ພາ​ສີ​​ສັງ​ກັດ. ອັດ​ຕາສ່ວນ​ແຈ້ງ​ພາ​ສີ​ ດ້ວຍ​ຮູບ​ການນີ້ ບັນ​ລຸກວ່າ 80% ​ຂອງວົງ​ເງິນ ແລະ 80%ຂອງ​ຈຳ​ນວນ​​ໃບ​ແຈ້ງ​ພາ​ສີສຳ​ລັບ​ບັນ​ດາ​​ຮູບ​ການສິນ​ຄ້າ​ສົ່ງ​ອອກ-ນຳ​ເຂົ້າ ໄດ້​ຕິດ​ຕັ້ງ​ຊອບ​​​ແວ​ແຈ້ງ​ພາ​ສີ​ເອ​ເລັກ​ໂຕ​ນິກ. ຍ້ອນ​ມີ​ລະ​ບົບ​​ແຈ້ງພາ​ສີ​ອັດ​ຕະ​ໂນ​ມັດ​ຄື​ແນວນັ້ນ, ບັນ​ດາ​ການ​ເຄື່ອນ​ໄຫວ​ສົ່ງ​ອອກ-ນຳ​ເຂົ້າ​ສິນ​ຄ້າ, ການ​ເຂົ້າ-ອອກ​ເມືອງ, ໄດ້​ຮັບ​ປະ​ກັນ​​ແຈ້ງ​ພາ​ສີ​ຢ່າງ​ໄວ. ຄຽງ​ຂ້າງນັ້ນ, ລະ​ບົບ​ນີ້ ກໍ່​ຈະ​ຊ່ວຍ​ໃຫ້​​ອົງ​ການພາ​ສີຄຸ້ມ​ຄອງ ແລະ ປະ​ຕິ​ບັດ​ກົດ​ໝາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຜົນ​ສັກ​ສິດ​ສູງກວ່າ. ສຳ​ລັບ​ເຂດ ​ດ່ານ​ຊາຍ​ແດນ ​ເຕິນ​ແທງ ການ​ເຄື່ອນ​ໄຫວ​ເຂົ້າ-ອອກ​ເມືອງ​ຜ່ານ​ດ່ານທີ່ນີ້ ກໍ່​ໄດ້​ຮັກ​ສາ​ຢ່າງໝັ້ນ​ຄົງ. ກຳ​ລັງ​ທີ່​ກ່ຽວ​ຂ້ອງ​ໃນ​ບໍ​ລິ​ເວນ​ສົມ​ທົບ​ກັນ​ປະ​ຕິ​ບັດ​ວຽກ​ງານກວດ​ກາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ຮັບ​ປະ​ກັນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ພົວ​ພັນ​ຄ້າ​ຂາຍ​, ສົ່ງ​ອອກ-ນຳ​ເຂົ້າສິນ​ຄ້າ​ຜ່ານ​ບໍ​ລິ​ເວນ​ດັ່ງ​ກ່າວ​ ​ຢ່າງວ່ອງ​ໄວ. ບັນ​ດາ​ວິ​ສາ​ຫະ​ກິດ​ຂອງຫວຽດ​ນາມ ແລະ ຈີນ ສືບ​ຕໍ່​ຍູ້​​ແຮງບັນ​ດາ​ການ​ເຄື່ອນ​ໄຫວພົບ​ປະ​ແລກ​ປ່ຽ​ນ, ຮ່ວມ​ມື, ແລກ​ປ່ຽ​ນ​ສິນ​ຄ້າ. ບັນ​ດາ​ກຳ​ລັງ​ທີ່​ກ່ຽວ​ຂ້ອງ​ໄດ້​ສ້າງ​ເງື່ອນ​ໄຂ​ທີ່​ສະ​ດວກ​ກ່ຽວ​ກັບ​ເດີ່ນ​ຈອດ​ລົດ, ໜ້າ​ວຽກ ແລະ ບັນ​ດາ​ ລະ​ບຽບ​ການ​ແຈ້ງ​ພາ​ສີ ໃຫ້​ແກ່ ຄົນ​ຂັບ​ລົດ ແລະ ຊາວ​ຜູ້​ອອກ​ແຮງ​ງານ​ຂອງ​ສອງ​ຝ່າຍ. ທ່ານ ຫງວຽນ​ກວາງ​ແບັກ ພະ​ນັກ​ງານ​ກົມ​ພາ​ສີ ສາ​ຂາ​ດ່ານ​ຊາຍ​ແດນ​ມິດ​ຕະ​ພາບ ໃຫ້​ຮູ້​ວ່າ:

        “ ໃນ​​ໄລ​ຍະຈະ​ມາ​ເຖິງ ພວກ​ຂ້າ​ພະ​ເຈົ້າ​ສືບ​ຕໍ່​ສຸມ​ໃສ່​ການ​ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ສົ່ງ​ອອກ-ນຳ​ເຂົ້າ, ການ​ເຂົ້າ-ອອກ​ເມືອງ, ບໍ່​ພຽງ​ແຕ່​​ໃຫ້​ການ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​​ຂອງ​ຫວຽດ​ນາມ​ເທົ່າ​ນັ້ນ ຫາກ​ຍັງ​ຂອງ​ຈີນ, ແລະ ບັນ​ດາ​ປະ​ເທດ​ອາ​ຊຽນ ຜ່ານ​ຈີນ ແລະ ຈາກ​ຈີນ​ເຂົ້າ​ ​ບັນ​ດາ​ປະ​ເທດ​ອາ​ຊ​ຽນ ອີກ​ດ້ວຍ. ໃນ​ນັ້ນ ​ຍັງ​ມີການ​ຄຸ້ມ​ຄອງ​ສິ​ນ​ຄ້າ​ຢ່າງ​ເຂັ້ມ​ງວດ ແລະ ຮັບ​ປະ​ກັນ​ຄວາມ​ສະ​ດວກ​ສະ​ບາຍ​ໃຫ້​ແກ່​ສິນ​ຄ້າ ເມື່ອ​ໄປ​ຜ່ານ​ດ່ານ​ຊາຍ​ແດນ”

        ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກົມ​ພາ​ສີ​ລ້າງ​ເຊີນ​ ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ດ້ວຍ​ຄຳ​ຂວັນ​ທີ່​ວ່າ: “ ວິ​ຊາ​ການ, ໂປ່ງ​ໃສ, ມີ​ປະ​ສິດ​ທິ​ຜົນ”. ເລື່ອງ​ຍູ້​ແຮງ​ການ​ປະ​ຕິ​ຮູບ​​ດ້ານບໍ​ລິ​ຫານຕອບ​ສະ​ໜອງ​ກົນ​ໄກ​ປະ​ຕູ​ດຽວ ແນ​ໃສ່​ ສ້າງ​ເງື່ອນ​ໄຂ​ສະ​ດວກ​​ທີ່​ສຸດໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ເມື່ອ​ເຮັດ​​ລະ​ບຽບ​ການ​ນຳ​ເຂົ້າ-ສົ່ງ​ອອກ ແລະ ປະ​ກອບ​ສ່ວນ​ເພີ່ມ​ ​ລາຍ​ຮັບ​ເຂົ້າ​ງົບ​ປະ​ມານ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ