ຂະແຫນງອຸດສາຫະກຳອາຍແກສປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ

(vovworld)- ດ້ວຍການພັດທະນາກະໂດດຂັ້ນ, ປະຈຸ​ບັນ ຂະແຫນງອຸດສາຫະກຳອາຍແກສຫວຽດນາມ ບໍ່​ພຽງ​ແຕ່ສາມາດ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ການນຳ​ໃຊ້​ອາ​ຍ​ແກ​ສພາຍ​ໃນ​ປະ​ເທດ​ໃນຫລາຍ​ຂົງ​ເຂດ​ອຸດສາຫະກຳ, ການ​ຄ້າ, ຄົມມະນາຄົມ​ຂົນ​ສົ່ງ.. ​ເທົ່າ​ນັ້ນ ຫາກ​ຂະ​ແຫນງອຸດສາຫະກຳ​ອາຍ​ແກ​ສ ຫວຽດນາມ ຍັງມີ​ຊື່​ໃນ​ແຜນ​ທີ່​ອຸດສາຫະກຳ​ອາຍ​ແກ​ສຂອງ​ໂລກ​ອີກ​ດ້ວຍ. ​

ຂະແຫນງອຸດສາຫະກຳອາຍແກສປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ - ảnh 1

        ຜ່ານ​ໄລຍະ​ກວ່າ 50 ປີ​ແຫ່ງ​ການ​ສ້າງສາ ​ແລະ ພັດທະນາ, ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ສຫວຽດນາມ (Petrovietnam) ​ໄດ້​ເຕີບ​ໃຫຍ່​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ທຸກ​ດ້ານ, ບືນ​ຕົວ​ຂຶ້ນ​ກາ​ຍ​ເປັນ​ກຸ່ມ​ບໍລິສັດ​ເສດຖະກິດນຳ​ຫນ້າ​ຂອງ​ປະ​ເທດ​ຊາດ. ​ໃນ​ນັ້ນ ອຸດສາຫະກຳ​ອາຍ​ແກ​ສ ມີ​ການ​ປະກອບສ່ວນ​ຫລາຍ​ຢ່າງ​ໃນ​ການ​ພັດທະນາ​ຂອງ​ຂະ​ແຫນງ​ອາຍ​ແກ​ສ. ປະຈຸ​ບັນ  ລາຍ​ຮັບ​ຂອງ​ຂະ​ແຫນງ​ອາຍ​ແກ​ສ​ໄດ​້ລື​່ນກາຍ​ລະດັບ​ກວ່າ 500.000 ຕື້​ດົງ, ກວມ​ເອົາ​ປະມານ 23% GDP ຂອງ​ທັງ​ປະ​ເທດ, ປະກອບ​ເຖິງ 30% ຍອດລາຍຮັບ​ງົບປະມານ​ແຫ່​ງລັດ. ​ໃນ​ນັ້ນ ​ແຕ່ລະ​ປີ ສະ​ເພາະ​ຂະ​ແຫນງ​ອຸດສາຫະກຳ​ອາຍ​ແກ​ສ​ໄດ້​ປະກອບ​ປະມານ 10% ລາຍ​ຮັບ​ຂອງ​ທັງ​ກຸ່ມ​ບໍລິສັດ ​ແລະ 2,5% GDP ຂອງ​ທັງ​ປະ​ເທດ. ​ເພື່ອ​ບັນລຸ​ໄດ້​ໝາກຜົນ​ດັ່ງກ່າວ, ​ໃນ​ກວ່າ​ເຄ່ິ່ງສັດຕະວັດ​ຜ່ານ​ມາ, ຂະ​ແຫນງ​ອາຍ​ແກ​ສ​ເວົ້າ​ລວມ ​ແລະ ອຸດສາຫະກຳ​ອາຍ​ແກ​ສຫວຽດນາມ​ເວົ້າ​ສະ​ເພາະ ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຈາກ​ພື້ນຖານປະຖົມ​ປະ​ຖານ​​ໄດ້​ພັດທະນາ​ກາຍ​ເປັນ​ຂະ​ແຫນ​ງອຸດສາຫະກຳ​ທັນ​ສະ​ໄຫມ​ຂອງ​ປະ​ເທດ​ຊາດ. ນັບ​ແຕ່​ປີ 1975, ບໍ່​ນຳ້ມັນ​ 61 ຢູ່​ຕາ​ແສງ ດົງ​ເກີ, ​ເມືອງ​ຕຽນ​ຫາຍ ​ແຂວງ ທາຍ​ບີ່​ງ ພົບ​ເຫັນ​ກະ​ແສ​ອາຍ​ແກ​ສທຳ​ມະ​ຊາດ ​ເປີດ​ສາກ​ໃຫ້​ແກ່​ການ​ຂຸດ​ຄົ້ນ​ຊັບ​ພະ​ຍາກ​ອນອາຍ​ແກ​ສຢູ່​ເຂດ​ດິນ​ແດນ​ຫວຽດນາມ ສຳ​ເລັດ​ຜົນ. ທ່ານ ຮ່າ​ວັນ​ຕວນ, ຜູ້ອຳ​ນວຍ​ການ​ບໍລິສັດ​ນ້ຳມັນ​ອາຍ​ແກ​ສ ຊົງ​ຮົ່ງ ຊື່​ງກ່ອນ​ນີ້​ແມ່ນ​​ໂຮງ​ຜະລິດ​ອາຍ​ແກ​ສ ຕຽນ​ຫາຍ ​ແມ່ນ​ບ່ອນ​ຄົ້ນພົບ​ກະ​ແສ​ອາຍ​ແກ​ສທຳ​ອິດ​ເລົ່າ​ສູ່​ຟັງ​ວ່າ:

        “ຢູ່​​ເຂດ ຕຽນ​ຫາຍ ​ໄດ້ຮັບ​ຖື​ວ່າ​ແມ່ນ​ອູ່​ຂອງ​ຂະ​​ແຫນງ​ອາຍ​ແກ​ສ. ​ໃນ​ຊຸມ​ປີ 70 ສັດຕະວັດ​ທີ 20 ວຽກ​ງານ​ສຳ​ຫລວດ, ຊອກ​ຫາ​ອາຍ​ແກ​ສຂອງ​ຫວຽດນາມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ແຂງ​ແຮງ​ຢູ່​ບໍລິ​ເວນ​ແຂວງ ທາຍ​ບີ່​ງ. ປີ 1975 ​ໄດ້​ຄົ້ນ​ພົບ​ກະ​ແສ​ອາຍ​ແກ​ສທຳ​ອິດ​ຢູ່​ບໍ່​ນຳ້ມັນ 61 ປະຈຸ​ບັນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ບ່ອນ​ຜະລິດ​ຕົ້ນຕໍ​ຂອງ​ຂະ​ແຫນງ​ນ້ຳມັນ​ອາຍ​ແກ​ສ. ຮອດ​ປີ 1981, ກະ​ແສ ອາຍ​ແກ​ສການ​ຄ້າ​ທຳ​ອິດ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ຮັບ​ໃຊ້​ໃຫ້ ​Tuabin ຜະລິດໄຟຟ້າ​ຢູ່ ຕຽນ​ຫາຍ ​ແລະ ​ເຊື່​ອມຕໍ່​ກັບ​ເຄືອ​ຂ່າຍ​ໄຟຟ້າ​ແຫ່ງ​ຊາດ.”

        ພ້ອມ​ກັບ​ການ​ຍູ້​ແຮງ​ວຽກ​ງານ​ສຳ​ຫລວດ​ຊອກ​ຫາ​ນຳ້ມັນອາຍ​ແກ​ຢູ່​​ດິນ​ຕໍ່​ແຜ່ນ, ທ້າຍ​ຊຸມ​ປີ 80 ຕົ້ນ​ທົດ​ສະ​ວັດ 90 ຂອງ​ສັດຕະວັດ​ກ່ອນ, ຫວຽດນາມ ​ໄດ້​ຄົ້ນ​ພົບ​ບໍ່​ນຳ້ມັນ​ຫລາຍ​ແຫ່ງ​ຢູ່​ນອກ​ຝັ່ງ ​ແຕ່​ໄລຍະ​ຕົ້ນ ​ແຫ​ລ່ງອາຍ​ແກ​ສທຳ​ມະ​ຊາດ​ຢູ່​ບັນດາ​ບໍ່​ດັ່ງກ່າວ​ຍັງ​ຄົງ​ຕ້ອງ​ຈູ​​ດ​ເຜົາ​ໄປ ​ໄດ້​ກໍ່​ຄວາມ​ຟ​ຸມ​ເຟືອຍ. ​ແນວ​ຄວາມ​ຄິດກ່ຽວ​ກັບ​ຂະ​ແຫນງ​ອຸດສາຫະກຳ​ອາຍ​ແກ​ສຢ່າງ​ສົມບູນ​ຢູ່​ຫວຽດນາມ ​ຄ່ອຍ​ໆ​ໄດ້​ຮັບ​ການ​ສ້າງ​ຂຶ້ນ. ວັນ​ທີ 20/9/1990, ກົມ​ໃຫຍ່​ອາຍ​ແກ​ສ ປະຈຸ​ບັນ​ແມ່ນ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ສຫວຽດນາມ ​ໄດ້​ສ້າງ​ຕັ້ງ​ບໍລິສັດ​ອາຍ​ແກ​ສ ປະຈຸ​ບັນ​ແມ່ນ​ບໍລິສັດ​ໃຫຍ່ ອາຍ​ແກ​ສຫວຽດນາມ(PV GAS). ​ເຫດການ​ນີ້ ​​​ໄດ້​ສ້າງ​ເປັນ​ຂະ​ແຫນງ​ອຸດສາຫະກຳ​ອາຍ​ແກ​ສ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ​ເລື່ອງນຳ​ກະ​ແສ​ອາຍ​ແກ​ສຈາກ​ນອກ​ຝັ່ງ​ທະ​ເລເຂົ້າຝັ່ງ ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ອຸດສາຫະກຳ​​​ເປັນ​ຂີດ​ໝາຍ​ທີ່​ຫນ້າ​ຈື່​ຈຳ, ປະກອບສ່ວນ​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດທະນາ​ອຸດສາຫະກຳ​ນ້ຳມັນ​ອາຍ​ແກ​ສຢູ່​ຫວຽດນາມ ​ເວົ້າ​ລວມ. ທ່ານ ຟຸ່ງດີງຖືກ, ປະທານ​ສະພາ​ສະມາຊິກ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ສ​ແຫ່ງ​ຊາດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ການ​ຂຸດ​ຄົ້ນ​ນຳ້ມັນ​​ໂຕນ​ທຳ​ອິດ​ຢູ່​ບໍ່ ​ແບກ​ໂຫ ​ເມື່ອ​ປີ 1993 ​ແມ່ນ​ບາດກ້າວ​ກະ​ໂດດ​ຂັ້ນ​ທຳ​ອິດ​ຂອງ ຫວຽດນາມ ​ຈາກ​ປະ​ເທດ​ບໍ່​ມີ​ນ້ຳມັນ​ມາ​ຮອດ​ປະຈຸ​ບັນ​ຫວຽດນາມກາຍ​ເປັນ​ປະ​ເທດ​ຜະລິດ, ສົ່ງ​ອອກ​ນ້ຳມັນ​ດີບ​ໃນ​ໂລກ. ບາດກ້າວ​ກະ​ໂດດ​ຂັ້ນ​ທີ 2 ນັ້ມ​ແມ່ນປີ 1995, ​ເມື່ອ​ພວກ​ເຮົາ​ຂຸດ​ຄົ້ນ, ຂົນ​ສົ່ງ, ສ້າງ​ຕັ້ງຂະ​ແຫນງອຸດສາຫະກຳ​ອາຍ​ແກ​ສ ​ແລະ ສົ່ງອຸດສາ​ຫະກຳ​ອາຍ​ແກ​ສ​ພັດທະນາ​ໄດ້ສ້າງ​ເປັນ​ຫລາຍ​ຂະ​ແຫນງ​ອຸດສາຫະກຳ​ອື່ນ. ຈາກ​ນັ້ນ​ໄດ້ຜະລິດ​ອອກ​ໄຟຟ້າ​ອາຍ​ແກ​ສ. ບາດກ້າວ​ກະ​ໂດດ​ຂັ້ນ​ທີ 3 ນັ້ນ​ແມ່ນ ທ້າຍ​ປີ 2009 ຕົ້ນ​ປີ 2010, ​ເມື່ອ​ໂຮ​ງງານ​ກັ່ນ​ນຳ້ມັນ ຢູງກວັດ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ​ຈາກ​ແຫ​ລ່ງນຳ້ມັນ​ດີບ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ພວກ​ເຮົາ​ໄດ້​ປຸງ​ແຕ່ງ​​ຜະລິດ​ຕະພັນ​ຮັບ​ໃຊ້​ຄວາມ​ຕ້ອງການ​ຂອງ​ປະຊາຊົນ.”

ຂະແຫນງອຸດສາຫະກຳອາຍແກສປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ - ảnh 2
ເຈາະຂຸດນ້ຳມັນແບກໂຫ
ພາບ:internet

        ພາຍຫລັງ 23 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ຂະ​ແຫນງ​ອຸດສາຫະກຳ​ອາຍ​ແກສ ຫວຽດນາມ ​ໄດ້​ສ້າງ​ເປັນ​ລະບົບ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ຄົບ​ຊຸດ, ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ. ນັບ​ແຕ່​ວັນ​ທີ 1/5/1995, ມື້​ທີ່​ກະ​ແສ​ອາຍ​ແກທຳ​ອິດ​ໄດ້​ນຳ​ເຂົ້າ​ຝັ່ງ​ ມາ​ຮອດ​ປະຈຸ​ບັນ ຂະ​ແຫນງ​ອຸດສາຫະກຳ​ອາຍ​ແກ​ສ ​ເຊິ່ງຕົ້ນຕໍແມ່ນ​ບໍລິສັດ​ໃຫຍ່​ອາຍ​ແກ​ສ ຫວຽດນາມ ​ໄດ້​ສະຫນອງ​ອາຍ​ແກ​ສ ​ເກືອບ 80 ຕື້ ​ແມດ​ກ້ອນ, ​ໃນ​ນັ້ນ ບັນດາ​ແຫ​ລ່ງອາຍ​ແກ​ສຕົ້ນຕໍ​ແມ່ນ​ສະ​ຫນອງ​ໃຫ້​ແກ່​ບັນດາ​ໂຮງງານ​ໄຟຟ້າຫລາຍ​ແຫ່ງ. ອຸດສາຫະກຳ​ອາຍ​ແກ​ສ ​ໄດ້​ສະຫນອງ​ແຫ​ລ່ງວັດຖຸ​ດີບ, ​ເຊື້ອ​ເພີງ​ສົ້ນ​ເຂົ້າ​ເພື່ອ​ຜະລິດ 36 ຕື້ kwh ​ໄຟຟ້າ/ປີ, ຜະລິດ​ຝຸ່ນ​ເຄມີ 1,6 ລ້ານ​ໂຕນ/ປີ, ຜະລິດ​ຊີມັງ 100.000​ໂຕນ/ປີ ​ແລະ ສະຫນອງ​ອາຍ​ແກ​ສ… ປະມານ 1 ລ້ານ​ໂຕນ/ປີ, ຕອບ​ສະຫນອງ​ກວ່າ 70% ຄວາມ​ຕ້ອງການ​ອາຍ​ແກ​ສ… ​ໃນ​ທົ່ວ​ປະ​ເທດ. ບັນດາ​ຕົວ​ເລກ​ດັ່ງກ່າວ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ການ​ປະກອບ​ສຳ​ຄັນ​ຂອງ​ຂະ​ແຫນງ​ອຸດສາຫະກຳ​ອາຍ​ແກ​ສ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ຄຳ້ປະກັນ​ພະລັງງານ​ໃຫ້​ແກ່​ປະ​ເທດ​ຊາດ​ອີກ​ດ້ວຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ