ຂະແຫນງເກີບຫນັງຜ່ານຜ່າສິ່ງທ້າທາຍ, ຮັບກາລະໂອກາດເພື່ອເພີ່ມທະວີການສົ່ງອອກ

(vovworld)-ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ສຸດ​ທ້າຍ​ຂອງ​ບັນດາ​ວາລະ​ເຈລະຈາ​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເຂດ​ປາຊີ​ຟີ​ກ(TPP) ກັບ ອາ​ເມ​ລິ​ກາ ​ແລະ ພວ​ມ​ເລີ່​ມຕົ້ນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ກັບ ​ເອີ​ລົບ (FTA). ​ການ​ຕອບ​ສະຫນອງ​ບັນດາ​ຄຳ​ຮຽກຮ້ອງ​ຕ້ອງການ​ເຂົ້າ​ຮ່ວມ​ສັນຍາ​ນີ້ ທັງ​ແມ່ນ​ການ​ທ້າ​ທາຍ ທັງ​ເປີດ​ກາລະ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ​ເພີ່ມ​ທະວີ​ການ​ສົ່ງ​ອອກ, ​ໃນ​ນັ້ນ ມີ​ການ​ສົ່ງ​ອອກ​ເກີບ​ຫນັງ. ນີ້​ກໍ​ແມ່ນ​ເນື້ອ​ໃນ​ບົດ​ຂຽນ​ຂອງ​ ຈູງ​ທູ​ຍ ນັກ​ຂ່າວ​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ.

        ສັນຍາ TPP ​ແລະ ສັນຍາ FTA ຈະ​ເປີດ​ກາລະ​ໂອກາດ​ຫລາຍ​ຢ່າງ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ. ດ້ວຍ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ເຂົ້າ​ຮ່ວມ ສັນຍາ TPP ກັບ ອ​າ​ເມ​ລິ​ກາ ​ແລະ ສັນຍາ FTA, ບັນດາ​ວິ​ສາ​ຫະກິດ ​ເກີບ​ຫນັງ​ຫວຽດນາມ ມີ​ເງ່ື່ອນ​ໄຂ​ໄດ້​ຊົມ​ໃຊ້​ອັດຕາ​ພາສີ 0%. ນີ້​ແມ່ນ​ສິ່ງ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມາດ​ແກ້ງ​ແຍ້​ງຂອງ​ຂະ​ແຫນງ​ຜະລິດເກີບຫນັງ​ສົ່ງ​ອອກ​ຂອງຫວຽດນາມ. ​ເຂົ້າ​ຮ່ວມ​ ສັນຍາ TPP ​ແລະ FTA ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເກີບ​ຫນັງ​ຫວຽດນາມ ສຳ​ພັດ​ກັບ​ເຕັກ​ໂນ​ໂລ​ຊີ​ກ້າວຫນ້າ ​ແລະ ສຳ​ພັດ​ກັບ​ບັນດາ​ເຄ່ື່ອງໝາຍ​ການ​ຄ້າ​ໃຫຍ່​ກ່ຽວ​ກັບ​ຜະລິດ​ຕະພັນ​ເກີບ​ຫນັງ​ຂອງ​ໂລກ.

ຂະແຫນງເກີບຫນັງຜ່ານຜ່າສິ່ງທ້າທາຍ, ຮັບກາລະໂອກາດເພື່ອເພີ່ມທະວີການສົ່ງອອກ - ảnh 1
ຫວຽດນາມ ມີ​ວິ​ສາ​ຫະກິດ​ຜະລິດ​ເກີບສົ່ງ​ອອກກວ່າ  500 ​ແຫ່ງ
ພາບ:internet

        ປະຈຸ​ບັນ, ຢູ່ ຫວຽດນາມ ມີ​ວິ​ສາ​ຫະກິດ​ຜະລິດ​ເກ​ີບຫນັງ​ສົ່ງ​ອອກກວ່າ  500 ​ແຫ່ງ ດ້ວຍ​ປະລິມານ​ການ​ຜະລິດ​ປະຈຳ​ປີ​ບັນລຸ 400-500 ລ້ານ​ຄູ່. ປີ 2013, ວົງ​ເງິນ​ສົ່ງ​ອອກ​ເກີບ​ຫນັງ ​ແລະ ກະ​ເປົາ​ຂອງ​ຫວຽດນາມ ບັນລຸ 10,32 ຕື້ USD, ​ໃນ​ນັ້ນ ສະ​ເພາະ​ການ​ສົ່ງ​ອອກ​ເກີບ​ຫນັງ​ບັນລຸ 8,4 ຕື້ USD. ຫວຽດນາມ ​ແມ່ນ​ປະ​ເທດ​ຜະລິດ​ເກີບ​ຢືນ​ອັນ​ດັບ​ທີ 2 ຂອງ​ໂລກ, ພຽງ​ແຕ່​ຖັດຈາກ​ຈີນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພາຍຫລັງ​ຫລາຍ​ປີ, ຂະ​ແຫນງ​ເກີບຫນັງ​ຫວຽດນາມ ຍັງ​​ແມ່ນ​ຜະລິດແບບຮັບຈ້າງເປັນຕົ້ນ…. ​ວັດຖຸ​ດິບ​ສ່ວນ​ຫລາຍ​ແມ່​ນນຳ​ເຂົ້າ​ຈາກ​ຕ່າງປະ​ເທດ, ສະ​ນັ້ນ ​ເຮັດ​ໃຫ້​ລັກສະນະ​ແກ້ງ​ແຍ້​ງບັນດາ​ຜະລິດ​ຕະພັນ​ເກີບ​ຫນັງ​ຂອງ​ຫວຽດນາມ ຖືກຫລຸດ​ລົງ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ນີ້​ກໍ​ແມ່ນ​ສິ່ງ​ທ້າ​ທາຍ​ໃຫຍ່​ສຳລັບ​ຂະ​ແຫນງເກີບ​ຫນັງ ຫວຽດນາມ, ​ເພາະວ່າ ​ເມື່ອ ສັນຍາ TPP ​ໄດ້​ຮັບ​ການ​ຮັບຮອງ​ເອົາ ຈະ​ມີ​ຂໍ້​ກຳນົດ​ກ່ຽວ​ກັບ​ອັດຕາສ່ວນນຳໃຊ້​ ວັດຖຸ​ດິບ​ພາຍ​ໃນ​ປະ​ເທດ​ສຳລັບ​ຜະລິດ​ຕະພັນ​ເກີບ​ຫນັງ ​ເພື່ອ​ໄດ​​້ຊົມ​ໃຊ້​ບຸລິ​ມະ​ສິດ​ກ່ຽວ​ກັບ​ພາສີ. ທ່ານ ​ເລກ​ວາງ​ຢວານ, ຜູ້ອຳ​ນວຍ​ການ​ບໍລິສັດ​ເກີບ​ຫນັງ ມີ​ງມີ​ງຢ້ຽວຖື​ວ່າ:

        “​ແຫ​ລ່ງວັດຖຸ​ດິບ​ເກີບ​ຫນັງ​ແມ່ນ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຜະລິດ. ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ລັດ​ຈະ​ເອົາ​ໃຈ​ໃສ່​​ເຖິງ​ນະ​ໂຍບາຍກວ່າ​ອີກ ​ເພ່ືອສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຜະລິດ​ວັດຖຸ​ດິບ​ສາມາດ​ພັດທະນາ ​ແລະ ​ແກ້ງ​ແຍ້​ງກ່ຽວ​ກັບ​ຄຸນ​ນະພາ​ບກໍ​ຄື​ລາຄາ​ສຳລັບ​ແຫ​ລ່ງວັດຖຸ​ດິບ​ຕ່າງປະ​ເທດ. ບົນ​ພື້ນຖານ​ນັ້ນ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ຜະ​ລິດ​ເກີບ​ຫນັງ​ຢູ່ພາຍ​ໃນ​ປະ​ເທດ ​ແລະ ສົ່ງ​ອອກ​ຢ່າງ​ມີ​ປະສິດ​ທິຜົນ.”

        ຂະ​ແຫນງ​ເກີບ​ຫນັງ​ຫວຽດນາມ ມີ​ຫລາຍ​ວຽກ​ຕ້ອງ​ເຮັດ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ, ​ໃນ​ນັ້ນ ມີ​ການ​ແກ້​ໄຂ​ສະພາບ​ຂາດ​ວັດຖຸ​ດິບ ຊື່​ງ​ສຳຄັນ​ທີ່​ສຸດ ນັ້ນ​ແມ່ນ ຍູ້​ແຮງ​ບັນດາ​ເຂດ​ອຸດສາຫະກຳ, ສ້າງ​ຕັ້ງ​ບັນດາ​ເຂດ​ຜະລິດ​ວັດຖຸ​ດິບ​ຮັບ​ໃຊ້​ຂະ​ແຫນງ​ເກີບ​ຫນັງ ​ເພື່ອ​ໝູນ​ໃຊ້ທ່າ​ໄດ້​ປຽບ ຊື່​ງສັນຍາ TPP ນຳ​ມາ​ໃຫ້. ປະຈຸ​ບັນ, ທົ່ວ​ປະ​ເທດ ມີວິ​ສາ​ຫະກິດຜະລິດ​ວັດຖຸ​ດິບ ​ແລະ ກົນ​ຈັກ​ອຸປະກອນ 119 ​ແຫ່ງ​​ຮັບ​ໃຊ້​ຂະ​ແຫນງ​ເກີບ​ຫນັງ,​​ໃນ​ນັ້ນ ມີ ບໍລິສັດ​ຫຸ້ນ​ສ່ວນ​ພາກ​ເອກະ​ຊົນ 72 ​ແຫ່ງ, ວິ​ສາ​ຫະກິດ​ມີ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ 44 ​ແຫ່ງ. ມີ​ວິ​ສາ​ຫະກິດ ສະ​ຫນອງ​ວັດ​ຖຸດິບ ​ຫລາຍ​ແຫ່ງ​ ໄດ້​ສະ​ເຫ​ນີ ຂະ​ແຫນງ​ຜະລິດ​ວັດຖຸ​ດິບ ຄວນ​ສົມທົບ​ຢ່າງ​ແຫນ້ນ​ແຟ້ນກັບ​ບັນດາ​ວິ​ສາ​ຫະກິດ​ຜະລິດ​ເກີບ​ຫນັງ, ​ກະ​ເປົາ​ກວ່າ​ອີກ ຜ່ານ​ຮູບ​ການ​ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ເສີມ​ການ​ຄ້າ. ທ່ານ ​ເລກ​ວາງ​ຢວານ ສະ​ເຫ​ນີວ່າ: ລັດຖະບານ,ກະຊວງ​ອຸດສາຫະກຳ​-ການ​ຄ້າ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈິ​ມີນ ພ້ອມ​ກັບ​ແຂວງ​ຈຳນວນ​ຫນຶ່ງ​ທາງ​ພາກ​ເຫນືອ ​ແລະ ພາກ​ໃຕ້ ຄວນ​ຈັດ​ຕັ້ງ​ງານ​ຕະຫລາ​ດນັດກ່ຽວ​ກັບ​ເກ​ີບຫນັງ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຜະລິດ​ວັດຖຸ​ດິບ ​ແລະ ວິ​ສາ​ຫະກິດ​ຜະລິ​​ດ​ເກີບ​ພົບ​ປະ​ແລກປ່ຽນ​ນຳ​ກັນ, ​ເພື່ອ​ສະ​ເຫ​ນີ​ວິ​ສາ​ຫະກິດ​ຜະລິດ​ເກີບ​ບຸລິມະສິດ​ຊົມ​ໃຊ້​ສິນຄ້າ​ຫວຽດນາມ, ​ເຮັດ​ໃຫ້ອັດ​ຕານຳ​ໃຊ້​ວັດຖຸດິບ​ພາຍ​ໃນ​ປະ​ເທດເພີ່ມຂຶ້ນ​ສູງ, ​ເວລາ​ນັ້ນ ສິນຄ້າ​ສົ່ງ​ອອກ​ຈຶ່ງມີລາຄາ​ສູງ​ໄດ້.”

 ​ໂດຍ​ຮັບ​ຮູ້​ໄດ້​ຄວາມ​ຫຍຸ້ງຍາກ, ຂະ​ແຫນງ​ເກີບ​ຫນັງ​ໄດ້ ​ແລະ ພວມ​ວາງ​ອອກ​ບັນດາ​ມາດ​ຕະການ​ພັດທະນາ​ຢ່າງ​ເໝາະ​ສົມ​ກັບ​ເງື່ອ​ນ​ໄຂ​ຂອງ​ຫວຽດນາມ​ຄື: ສ້າງ​ໂຄງ​ປະກອບ​ຂະ​ແຫນງ​ອຸດສາຫະກຳ​ເກີບ​ຫນັງ​ຄືນ​ໃຫມ່, ​ເອົາ​ໃຈ​ໃສ່​ເຖິງ​ຄຸນ​ນະພາ​ບຜະລິດ​ຕະພັນ, ພ້ອມ​ທັງ ພະຍາຍາມ​ຍາດ​ແຍ່ງ​ທ່າ​ໄດ້​ປຽບໃນ​ເງື່ອນ​ໄຂ​ການ​ດຳ​ເນີນທຸລະ​ກິດ​ຢ່າງ​ສະດວກ. ທ່ານ ​ເຈີ​ນ​ແທງ​ກວາງ, ສະມາຊິກ​ຂອງ​ສະຫະພັນ​ເກີ​ບຫນັງ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ, ມີ​ວິ​ສາ​ຫະກິດ​ຕ່າງ​ປະ​ເທດ​ຫລາຍ​ແຫ່ງ ຊອກ​ຫາ​ຄູ່​ຮ່ວມ​ມື​ຢູ່​ຫວຽດນາມ ຍ້ອນ​ຕະຫລາດ​ຢູ່​ຈີນ ​ໄດ້​ຢຸດຕິ​ການ​ຜະລິດ​ແບບ​ຮັບ​ຈ້າງ ​ແລະ ​ເຂົາ​ເຈົ້າ​ຊອກ​ຫາ​ເຖິງ​ຕະຫລາດ​ຫວຽດນາມ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ກ່ຽວ​ກັບ​ຄຸນ​ນະພາ​ບຜະລິດ​ຕະພັນ​ເກີບ​ຫນັງ​ຂອງ​ບັນດາວິ​ສາ​ຫະກິດ​ຫວຽດນາມ ​ໄດ້ຮັບ​ການ​ປັບປຸງ​ຫລາຍ​ແລ້ວ, ຄວາມ​ສາມາດ​ສຳ​ພັດ​ກັບ​ຕະຫລາດ​​ກໍດີກວ່າ ​ເຖິງ​ວ່າ ຄ່າ​ແຮງ​ງານ​ເລີ່​ມ​ເພີ່ມ​ຂຶ້ນ ກໍ່ຕາມ ​ແຕ່​ບໍ່​ຄື​ໄລຍະ​ກ່ອນນີ​້.”

        ​ໃນ​ປີ 2014, ຂະ​ແຫນງ​ເກີບ​ຫນັງ ​ຖືກ​ຍົກ​ອອກ​ຈາກ​ບັນຊີ​ລາຍ​ຊື່ໝວດ​ສິນຄ້າ​​ເຕີບ​ໂຕ​ຂອງ​ອີ​ຢູ ​ແລະ ​ໄດ້​ຊົມ​ໃຊ້​ລະບອບ​ບຸລິມະສິດ​ພາສີ​ໃນ​ໄລຍະ 3 ປີ ນັບ​ແຕ່​ວັນ​ທີ 1/1/2014 ​ເປັນ​ຕົ້ນ​ໄປ. ຕາມ​ນັ້ນ​ແລ້ວ, ​ໃນ​ໄລຍະ 3 ປີ​ຈະ​ມາ​ເຖິງ, ການ​ຈັດ​ວາງອັດຕາ​ພາສີ​ໃຫ້​ແກ່​ຜະລິ​ດຕະພັນ​ເກີບ​ຫນັງ ຜະລິດຢູ່ ຫວຽດນາມ ຈະ​ຫລຸດ​ລົງ​ແຕ່ 3,5-4% ​ແທນ​ທີ່ 13-14% ຄື​ກ່ອນ​ນີ້. ດ້ວຍ​ບັນດາ​ການ​ຜັນ​ແປ​ຢ່າງ​ຕັ້ງຫນ້າ​ໃນ​ຕະຫລາດ, ບັນດາ​ວິ​ສາ​ຫະກິດ​ໃນ​ຂະ​ແຫນງ​ຖື​ວ່າ: ດ້ວຍ​ຈຸດໝາຍສົ່ງອອກຂອງຂະແຫນງເກີບຫນັງ ແລະ ກະເປົາ ໃນປີ 2014 ສາມາດບັນລຸໄດ້ຢ່າງຫນ້ອຍສຸດແມ່ນ 12 ຕື້ USD.

 

ຕອບກັບ

ຂ່າວ/ບົດ​ອື່ນ