ຂະແໜງຕຳ່ແຜ່ນຕັດຫຍິບຍົກສູງມູນຄ່າດ້ວຍເຄື່ອງມືຊັບສິນທາງປັນຍາ

(vovworld) - ຂະ​ແໜງ​ຕຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ໄດ້ ແລະ ພວມ​ປະ​ກອບ​ສ່ວນບໍ່​ແມ່ນນ້ອຍ​ເຂົ້າ​ໃນ​ລະ​ດັບ​ເພີ່ມ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ (GDP), ຮັບ​ປະ​ກັນຊີ​ວິດ​ສັງ​ຄົມ ແລະ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ​ປະ​ມານ 3 ລ້ານ​ຄົນ. ໃນ​ວິ​ວັດ​ແຫ່ງການ​ເຂົ້າ​ຮ່ວມ​ບັນ​ດາ​ສັນ​ຍາ​ການ​ຄ້າ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ໃນ​ປະ​ຈ​ຸ​ບັນ, ເລື່ອງ​ຍົກ​ສ​ູງ​ມູນ​ຄ່າ​ດ້ວຍເຄື່ອງ​ມື​ຊັບ​ສິນ​ທາງ​ປັນ​ຍາພວມ​ໄດ້​ຮັບ​ຄວາມເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຊິ່ງ​ບັນ​ດາວິ​ສາ​ຫະ​ກິດ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ນັ້ນ​ແມ່ນເພື່ອແນ​ໃສ່ຢັ້ງ​ຢືນ​ເຄື່ອງໝາຍ​ການ​ຄ້າ ແລະ ເພີ່ມ​​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ໃນ​ຕະ​ຫຼາດ​ສົ່ງ​ອອກ. ບົດ​ຂຽນ​ຂອງ ເວີນ​ແອງ, ນັກ​ຂ່າວ VOV.

ຂະແໜງຕຳ່ແຜ່ນຕັດຫຍິບຍົກສູງມູນຄ່າດ້ວຍເຄື່ອງມືຊັບສິນທາງປັນຍາ - ảnh 1
ບໍ​ລິ​ສັດ​ໃຫຍ່​ຕັດ​ຫຍິບ​ເລກ 10
(ພາບປະ​ກອບ​ອີນ​ເຕີ​ແນັດ)

ບໍ​ລິ​ສັດ​ໃຫຍ່​ຕັດ​ຫຍິບ​ເລກ 10 ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຫົວ​ໜ່ວຍ​ທຳ​ອິດ​ຂອງ​ກຸ່ມ​ບໍ​ລິ​ສັດ​​​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ​ຫວຽດ​ນາມ ມີ​ສະ​ຕິ​ກ່ຽວ​ກັບ​ບົດ​ບາດ​ຂອງ​ເຄື່ອງໝາຍ​ການ​ຄ້າ​ໂດຍ​ໄວ ແລະ ໄດ້​ຈົດ​ທະ​ບຽນ​ປົກ​​ປ້ອງ​ເຄື່ອງໝາຍ​ການ​ຄ້າ ນັບ​ແຕ່​ປີ 1992. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ມາ​ຮອດ​ປະ​ຈຸ​ບັນຫົວ​ໜ່ວຍນີ້ຍັງ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 50 ວິ​ສາ​ຫະ​ກິດ​​​​ຕ່ຳແຜ່ນ​ຕັດ​ຫ​ຍິບ ຍັງ​ບໍ່​ທັນ​ຈົດ​ທະ​ບຽນປົກ​ປ້ອງ​ຮູບ​ແບບ​ອຸດ​ສາ​ຫະ​ກຳ ແລະ ການປະ​ດິ​ດ​ສ້າງ​ໃຫ້​ຜະ​ລິດ​ຕະ​ພັນ​ຂອງ​ຕົນ​ເທື່ອ. ທ່ານ ເທີນ​ດຶກວຽດ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ບໍ​ລິ​ສັດ​ໃຫຍ່ຕັດ​ຫຍິບ​ເລກ 10 ໄດ້ອະ​ທິ​ບາຍ​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຮູ້​​ຈັກເລື່ອງ​ຈົດ​ທະ​ບຽນ ແລະ ປົກ​ປ້ອງ​ການ​ອອກ​ແບບ ​ ຫຼື ຮູບແບບ​​ດ້ານອຸດ​ສາ​ຫະ​ກຳ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໃຈ​ຕັດ​ສິນ ເພື່ອ​ປົກ​ປ້ອງ​ເຄື່ອງ​ໝາຍ​ການ​ຄ້າ ຕໍ່​​ເປົ້າ​ໝາຍ​ຜູ້​ທີ່​ຜະ​ລິດ​​ສິນ​ຄ້າ​ປອມ. ແຕ່​​ວ່າ, ​ຄວາມ​ຈິງ​ແລ້ວຜະ​ລິດ​ຕະ​ພັນ​ແຟ​ຊັນ ​ເຊິ່ງແມ່ນ​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ. ​ແຕ່​ລະ​ລະ​ດູ​​ການ ອາດ​ຈະ​ອອກ​ແບບ​ຜະ​ລິດ​ຕະ​ພັນນັບຮ້ອຍ​ແບບ​​ທ​ີ່​ແຕກ​ຕ່າງ​ກັນ. ເພື່​ອ​ຈົດ​ທະ​ບຽນ​ໃຫ້​ຜະ​ລິດ​ຕະ​ພັນ​ນັບຮ້ອຍ, ​​ພັນ​ແບບ​ຄື​ແນວ​ນັ້ນ, ທີ່​ໜຶ່ງ​ແມ່ນໄດ້ກ່ຽວ​ຂ້ອງ​ເຖິງ​ລາຍ​ຈາຍ, ທີ່ 2 ແມ່ນ​ເລື່ອງ​ຢັ້ງ​ຢືນ ແລະ ທີ່ 3 ແມ່ນ​ກ່ຽວ​ຂ້ອງ​ເຖິງ​ຄວາມ​ຄືບ​ໜ້າ​ໃນ​ການ​ນຳ​ຜະ​ລິດ​ຕະ​ພັນ​ອອກ​ສູ່​ຕະ​ຫຼາດ”.


ຂະແໜງຕຳ່ແຜ່ນຕັດຫຍິບຍົກສູງມູນຄ່າດ້ວຍເຄື່ອງມືຊັບສິນທາງປັນຍາ - ảnh 2
(ພາບປະ​ກອບ​ອີນ​ເຕີ​ແນັດ)

ທ່ານ ຫງວຽນ​ຊິ້​ເ​ຟ​ືອງ, ຫົວ​ໜ້າ​​ພະ​ແນກ​ເຕັກ​ນິກ​ເຕັກ​ໂນ​ໂລ​ຊີ ຂອງ​ກຸ່ມ​ບໍ​ລິ​ສັດ​​​​ຕ່ຳແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ສະ​ເພາະ​ຕະ​ຫຼາດ​ພາຍ​ໃນ​ປະ​ເທດດ້ວຍ​ພົນ​ລະ​ເມືອງກວ່າ 90 ລ້ານ​ຄົນ, ເລື່ອງ​ນຳ​ໃຊ້​ເຄື່ອງ​ມືຊັບ​ສິນ​ທາງ​ປັນ​ຍາຄື: ປົກ​ປ້ອງເຄື່ອງ​ໝາຍ​ການ​ຄ້າ, ການ​ປະ​ດິດສ້າງ, ​ການອອກ​ແບບ​ອຸດ​ສາ​ຫະ​ກຳ… ບໍ່​ພ​ຽງ​ແຕ່​ຊ່ວຍ​ໃຫ້​​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ຂອງວິ​ສາ​ຫະ​ກິດ​ເທົ່​ານັ້ນ, ຫາກ​ຍັງ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​​​ຂອງ​ເຈ​ົ້າ​ຂອງ​ກຳ​ມະ​ສິດ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ເມື່ອ​ເກີດ​​ມີການ​​ຂັດ​ແຍ້ງ​ກັນອີກ​ດ້ວຍ. ເມື່ອ​ວິ​ສາ​ຫະ​ກິດ​ມີ​ທີ່​ຕັ້ງ​ໃ​ດ​ໜຶ່ງ​​ຢ່າງ​ແນ່ນ​ອນຢູ່​ຕະ​ຫຼາດ​ແລ້ວ, ​ອີ່ງ​ໃສ່ເຄື່ອງ​ມືຊັບ​ສິນ​ທາງ​ປັນ​ຍາ, ວິ​ສາ​ຫະ​ກິດ​ຈະ​ມີ​ຄວາມ​ສະ​ດວກກວ່າ​ໃນ​ວິ​ວັດ​ການມອບ​​ໂອນເຄື່ອງໝາຍ​ການ​ຄ້າ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານ ຫງວຽນ​ຊິ້​ເຟືອງ ກໍ​ໃຫ້​ຮ​ູ້​ວ່າ, ປະ​ຈຸ​ບັນ​ມີ​ຫຼາຍ​ວິ​ສາ​ຫະ​ກິ​ດ​​​​ຕ່ຳແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ມີຈິດ​​​ຕະສຸມ​ໃສ່​ການ​ຂາຍ​ເຄື່ອງ ແລະ ແຈກ​ຢາຍ​ແຮງ ກວ່າ​ກ​ານ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ ແລະ ​ທີ່​ຕັ້ງ​ຂອງວິ​ສາ​ຫະ​ກິດ. ສະ​ນັ້ນ, ຕ້ອງ​ຍົກ​ສູງ​ຄວາມ​​ຮັບຮູ້​ໃຫ້​​ແກ່ບັນ​ດາ​ວິ​ສາ​ຫະ​ກິດ​ກ່ຽວ​ກັບ​ສັບ​ສິນສິດ​ທາງ​ປັນ​ຍາ, ໂດຍ​ສະ​ເພາະ​ແມ່ນ​ຍົກ​ສູງ​ມ​ູນ​ຄ່າ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ ດ້ວຍເຄື່ອງ​ມືຊັບ​ສິນ​ທາງ​ປັນ​ຍາ ແລະ ​ຕ້ອງຖືນີ້​​ວ່າ ແມ່ນ​ກຳ​ລັງ​ໜູນ​ເພື່ອ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ຂອງວິ​ສາ​ຫະ​ກິດ.

        “ຂະ​ແໜງ​ຕ​ຳ​ແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຢູ່​ຕະ​ຫຼາດ​ພາຍ​ໃນ​ຫຼາຍ​ຢ່າງ ເມື່ອ​​ຄວາມ​ດັນ​ກ່ຽວ​ກັບ​ດ້ານ​ລາ​ຄາ, ຄຸນ​ນະ​ພາບ ແລະ ​ຮູບແບບ​ຜະ​ລິດ​ຕະ​ພັນ​ຈາກ​​ຝ່າຍລູ​ກ​ຄ້າ, ຜູ້​ອຸ​ປະ​ໂພກ​ບໍ​ລິ​ໂພກ ນັບ​ມື້​ນັບ​ໃຫຍ່​ຫຼວງ. ບໍ່​ພຽງ​ແຕ​່​​ເທົ່າ​ນັ້ນ, ວິ​ສາ​ຫະ​ກິດ​​ຕ່ຳ​ແຜ່ນ​ຕັດ​ຫ​ຍິບພາຍ​ໃນ​ປະ​ເທດ​ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັ​ບ​ກຳ​ລັງ​ແກ່ງ​ແຍ້ງຈາກ​ບັນ​ດາ​ວິ​ສາ​ຫະ​ກິ​ດ​ລົງ​ທຶນ​ຕ່າງ​ປະ​ເທດ. ສິນ​ຄ້າ​ນຳ​ເຂ​ົ້າ​​ເ​ຖື່ອນ, ສິນ​ຄ້າ​ປອມ ແລະ ມີ​ຄຸນ​ນະ​ພາບ​ຕ່ຳທີ່ຕິດ​ເຄືຶຶ່ອງ​ໝາຍສິນ​ຄ້າ​ຫວຽດ​ນາມ ​ໃນ​ທ້ອງ​ຕະ​ຫຼາດນັ້ນໄດ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ບັນ​ດາ​ວິ​ສາ​ຫະ​ກິດ​ຜະ​ລິດ​ເຄື່ອງ​ຕຳ​ແຜ່ນ​ຕັດ​ຫຍິບ​ທີ່​​ແບບ​ສັດ​ຈະ​ທຳ”.

        ໃນ​ສະ​ພາບ​ການເຊື່ອມ​ໂຍງ​​ຄື​ໃນປະ​ຈຸ​ບັນ, ສິນ​ຄ້າ​ຂອງ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດ​ນາມ ແລະ ສິນ​ຄ້າ​​​ທີ່​ນຳພາຍ​ໃນ​ປະ​ເທດ ສົ່ງ​ອອກຕ່າງ​ປະ​ເທດ​​ນັບ​ມື້​ນັບ​ຫຼາຍນັ້​ນ, ບັນ​ຫາ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ ກໍ​ແມ່ນ​ສິ່ງ​ບັງ​ຄັບ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ. ທ່ານ ​ເລຫງອກ​ເລີມ, ຮອງ​ຫົວ​ໜ້າ​ກົມ​ຊັບ​ສິນ​ທາງ​ປັນ​ຍາ, ໃຫ້​ຮູ້​ວ່າ, ຂະ​ແໜງ​ຕຳ​ແຜ່ນ​ຕັດ​ຫຍິບ ກໍ​ຄື​ບັນ​ດາຜະ​ລິດ​ຕະ​ພັນ​ສິນ​ຄ້າ​ອື່ນ ລ້ວນ​ແຕ່​ສາ​ມາດ​​ເຮັດ​ປອມໄດ້ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ເວ​ລານັ້ນ, ຊັບ​ສິນ​ທາງ​ປັນ​ຍາ ແມ່ນ​ເຄື່ອງ​ມື​ທີ່ມີ​ປະ​ໂຫຍດ​ເພື່ອ​ປົກ​ປ້ອງ​ໃຫ້​ແກ່ວິ​ສາ​ຫະ​ກິດ.

        “ວິ​ສາ​ຫະ​ກິດ​ຕ້ອງ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຍ້ອນຊັບ​ສິນ​ທາງ​ປັນ​ຍາ​ພຽງ​ແຕ່​ມີ​ຄຸນ​ຄ່າ​ພ​າຍ​ໃນ​ປະ​ເທດ. ເມື່ອ​ຈົດ​ທະ​ບຽນ​ປົກ​ປ້ອງຊັບ​ສິນ​ທາງ​ປັນ​ຍາ ຢູ່​ບັນ​ດາ​ປະ​ເທດ​ປະ​ຈ​ຳ​ຖິ່ນ, ຖ້າ​ຫາກ​ຜະ​ລິດ​ຕະ​ພັນ​ຂອງວິ​ສາ​ຫະ​ກິດ​ຖືກ​ລະ​ເມີດ, ເວ​ລານັ້ນ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​​ຈາກ​ລະ​ບົບ​ກົດ​ໝາຍ​ຂອງ​ປະ​ເທດນັ້ນ. ໃນ​ໄລ​ຍ​ະ​ຈະ​ມາ​ເຖິງນີ້, ເມື່ອ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP) ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ, ການ​ລະ​ເມີດຊັບ​ສິນ​ທາງ​ປັນ​ຍາ​ລ້ວນ​ແຕ່​ຖືກ​ປັບ​ໄໝ​ລົງ​ໂທດ​ດ້ວຍກົດ​ໝາຍ​ອາ​ຍາ”

        ​ໃນ​ວິ​ວັດ​ແຫ່ງ​ການ​ເຂ​ົ້າ​ຮ່​ວມ​ບັນ​ດາ​ສັນ​ຍາ​ການ​ຄ້າ​ໃຫຍ່ ແລະ ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ​ໃນ​ປະ​ຈຸ​ບັນ​, ບັນ​ດາ​ວິ​ສາ​ຫະ​ກິດ​​ຕ່ຳແຜ່ນ​ຕັດ​ຫຍິບ​ຫວຽດ​ນາມ ໄດ້ ແລະ ພວມ​ຫັນ​ປ່ຽນ​ຢ່າງ​ແຮງ ​ຈາກ​ແບບວິ​ທີຜະ​ລິດ​ຕາມ​​ແບບ​ທີ່​ມີ​ຢູ່​ແລ້ວ ໄປ​ສູ່​ການຜະ​ລິດ​ ແລະ ພັດ​ທະ​ນາ​ເຄື່ອງ​ໝາຍ​ການ​ຄ້າ​ຂອງ​ຕົນ​ຢ່າງ​ແຮງ. ໃນ​ສະ​ພາບ​ການນັ້ນ, ເລື່ອງ​ເພີ່ມ​ທະ​ວີ​ການ​ນຳ​ໃຊ້ເຄື່ອງ​ມືຊັບ​ສິນ​ທາງ​ປັນ​ຍາຄື​ດັ່ງ​ປົກ​ປ້ອງ​ເຄື່ອງ​ໝາຍ​ການ​ຄ້າ, ການ​​ປະ​ດິດ​ສ້າງ, ຮູບ​ແບບ​ອຸດ​ສາ​ຫະ​ກຳ… ບໍ່​ພ​ຽງ​ແຕ່​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ຕຳ​່ແຜ່ນ​ຕັດ​ຫ​ຍິບ​ເພີ່ມ​ລັກ​ສະ​ນະ​ແກ່ງ​ແຍ້ງ​, ຍົ​ກ​ສູງ​ມູນ​ຄ່າ​ຂອງ​ຜະ​ລິດ​ຕະ​ພັນເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​​ຫວຽດ​ນາມຫຼ​ີກ​ລ້ຽງ​​​ອອກຈາກ​ສະ​ພາບ​ຖືກ​ວິ​ສະ​ຫະ​ກິດ​ຕ່າງ​ປະ​ເທດ​​ບັງ​ບຽດຢູ່​ຕະ​ຫຼາດ​ພາຍ​ໃນ​ປະ​ເທດອ​ີ​ກ​ດ້ວຍ.

ຂ່າວ/ບົດ​ອື່ນ