ຄຸນນະພາບ ແລະ ປະລິມານໃນການດຶງດູດເງິນລົງທຶນຂອງຕ່າງປະເທດປີ 2013

(vovworld)- ​ເຖິງ​ວ່າ​ຖືກ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​ກໍ​ຕາມ, ​ແຕ່​ສະພາບ​ການ​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ​ຫລື FDI ປີ 2013 ຍັງ​ບັນລຸ​ບັນດາ​ໝາກຜົນ​ດີ​ພໍ​ສົມຄວນ. ​ເປັນ​ຫນ້າ​ສົນ​ໃຈ​ນັ້ນ​ແມ່ນ ​ໃນ​​ໂຄງ​ປະກອບ​ດຶງ​ດູດ​ບັນດາ​ໂຄງການ​ລົງທຶນ​ໄດ​້ມີການ​ຫັນ​ທິດ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາ​ໂຄງການ FDI ທີ່​ມີ​ຄຸນ​ນະພາ​ບສູງ, ​ເໝາະ​ສົມ​ກັບ​ວິວັດ​ການ​ສ້າງ​ໂຄງ​ປະກອບ ​ແລະ ພັດທະນາ​ເສດຖະກິດ​ຄືນ​ໃຫມ່ຢູ່​ຫວຽດນາມ. ນັກ​ຂ່າວ​ໂຕ​ຕວນມີ​ບົດ​ຂຽນ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ຄຸນ​ນະພາ​ບ ​ແລະ ປະລິມານ​ໃນ​ການ​ດຶງ​ດູດ​ເງິນ​ລົງທ​ຶນ​ ຂອງ​ຕ່າງປະ​ເທດ​ປີ 2013. ​

ຄຸນນະພາບ ແລະ ປະລິມານໃນການດຶງດູດເງິນລົງທຶນຂອງຕ່າງປະເທດປີ 2013 - ảnh 1
ພາບປະກອບ:internet

        ​ໂດຍຜ່ານ​ຜ່າ​ການ​ທ້າ​ທາຍ​ຫລາ​ຍຢ່າງ, ​ເປັນ​ຕົ້ນ​ແມ່ນຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ເສດຖະກິດ​ໂລກກໍ​ຕາມ, ​ແຕ່​ສະພາບ​ການ​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ເຂົ້າ​ຫວຽດນາ​ມ​ໃນ​ປີ 2013 ຍັງ​ຄົງ​ບັນລຸ​ໝາກຜົນ​ດີ​ພໍ​ສົມ​ຄວນ, ລື່ນ​ກາຍ​ຄາດໝາຍທີ່​ວາງ​ອອກ​ບໍ່​ພຽງ​ແຕ່​ດ້ານ​ປະລິມານ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ຄຸນ​ນະພາ​ບອີກດ້ວຍ, ພິ​ເສດ ​ຄວາມ​ສາມາດ​ການ​ປ່ອຍ​ເງິນ​​ຂອງ​​ບັນດາ​ໂຄງການ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ເຫັນ​ໄດ້​ຊັດ. ​ໄລ່​ມາ​ຮອດ​ທ້າຍເດືອນ 11, ການ​ດຶງ​ດູດ​ທຶນ FDI ​ໃນ​ທົ່ວປະ​ເທດ​ບັນລຸ​ໄດ້ 20,8 ຕື້ USD. ຄາດ​ວ່າ ທັງ​ປີ​ເພີ່ມ​ຂຶ້ນ 5,5% ​ເມື່ອ​ທຽບ​ໃສ​່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ​ໃນ​ນັ້ນ ການ​ປ່ອຍ​ເງິນ​ລົງທຶນ​ບັນລຸ 10,5 ຕື້ USD. ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ໄດ້​ລົງທຶນ​ເຂົ້າ 18 ຂະ​ແຫນງ, ຂົງ​ເຂດ​ໃນ​ນັ້ນ ​​ສຸມ​ໃສ່​ເຂົ້າຂົງ​ເຂດ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຊີ​ສູງ, ​ອຸດສາຫະກຳ​ປຸງ​ແຕ່ງ, ປະດິດ​ສ້າງ​ດ້ວຍ 557 ​ໂຄງການ​ລົງທຶນ​ຈົດ​ທະບຽນ​ໃຫມ່.  ພິ​ເສດ​ບັນດາ​ໂຄງການ​ລົງທຶນ FDI ​ໃນ​ປີ​ນີ້ ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ເຫັນ​ໄດ້​ຊັດ ດ້ວຍ​ຈຳນວນໂຄງການ​ເຂົ້າ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ ນັບ​ມື້​ນັບຫລາຍ, ອັນ​ໄດ້ນຳ​ມາ​​ມູນ​ຄ່າ​ເພີ່ມ​​ສູງ. ບັນດາ​ໂຄງການ​ເຕັກ​ໂນ​ໂລ​ຊີ​ຕຳ່ ​ແລະ ປານ​ກາງ ນຳ​ໃຊ້​ວັດຖຸ​ດິບ​​, ​ເຊື້ອ​ເພິ​ງເປ​ັນຈຳນວນ​ຫລາຍ ສາມາດ​ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ​​ໄດ້ຫລຸດຜ່ອນຢ່າງ​ເຫັນ​ໄດ້​ຊັດ. ​ເພື່ອ​ບັນລຸ​ໄດ້​ໝາກຜົນ​ນີ້, ຫວຽດນາມ ​ໄດ້​ເປັນ​ເຈົ້າ​ການສ້າງ​ເງື່ອນ​ໄຂ​ດຶງ​ດູດ​ຫລາຍໂຄງການ​ໃຫຍ່, ​ໃນ​ນັ້ນ ຖື​ເປັນ​ສຳຄັນ​ບັນຫາ​ປ່ອຍ​ເງິນ​ໃຫ້​ແກ່​ບັນດາ​ໂຄງການ. ທ່ານ ​ໂດ໋​ເຍີ​ດຮ່ວາງ, ຫົວຫນ້າ​ກົມ​ລົງທຶນ​ຕ່າງປະ​ເທດ, ຂຶ້ນ​ກັບ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “​ໃນ​ຈຳ​ນວນ​ທຶນ​ຈົດ​ທະບຽນ, ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ມີ 2 ທ່າ​ອ່ຽງຢ່າງ​ເຫັນ​ ໄດ້​ຊັດ. ທີ​ຫນຶ່ງ​ແມ່ນ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ໂຄງການ​ມີ​ມູນ​ຄ່າ​ໃຫຍ່, ທີ​ສອງ​ແມ່ນ​ບັນດາ​ໂຄງການ​ຂະຫນາດ​ກາງ ​ແລະ ນ້ອຍ ​ເພື່ອ​ມີ​ທຶນ​ຈົດ​ທະບຽນ​ຫລາຍຄື​ແນວ​ນັ້ນ. ນີ້​ແມ່ນ​ສ່ວນ​ຫນຶ່ງ​​ໃນ​ຄວາມມານະ​ພະຍາຍາມ​​​ຊີ້​ນຳ​ບໍລິຫານ​ຂອງ​ລັດຖະບານ ​ແລະ ການ​ປະສານ​ສົມທົບ​ຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ ​ໃນ​ແຕ່ລະ​ໂຄງການ​ເພື່ອ​ສາມາດ​ໄດ້​ຮັບ​ຫນັງສື​ອະນຸຍາດ ​ແລະ ຜັນ​ຂະຫຍາຍ​ໂດຍ​ໄວ.”

        ການ​ລົງທຶນ​ຂອງ​ຍີ່​ປຸ່ນປະຈຸ​ບັນ​ແມ່ນ​ແຫ​ລ່ງທຶນ​ສຳຄັນ​ສຳລັບ​ພື້ນຖານ​ເສດ​ຖະກິດ​ຫວຽດນາມ. ຍີ່​ປຸ່ນ ຍັງ​ຄົງ​ແມ່ນ​ປະ​ເທດ​ນຳ​ຫນ້າ​ກ່ຽວ​ກັບ​ການ​ດຶງ​ດູດ​ທຶນ FDI ​ເຂົ້າ​ຫວຽດນາມ ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ຈົດ​ທະບຽນ​ໃຫມ່ ​ແລະ ​ເພີ່ມ​​ເຕີມ​ແມ່ນ 5,7 ຕື້ USD, ກວມ 27% ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ຢູ່ ຫວຽດນາມ. ວັນ​ທີ 23/10/2013, ​ໂຄງການ​​ເຂດ​ປະສົມ​ກັ່ນ​ນຳ້ມັນ​ງິ​ເຊີນ ມີ​ຍອດ​ລະດັບ​ເງິນ​ລົງທຶນ​ກວ່າ 9 ຕື້ USD, ​ແມ່ນ​ໂຄງ​ການ​ຮ່ວມ​ທຸລະ​ກິດ​ລະຫວ່າງ​ກຸ່ມ​ບໍລິສັດ​ນຳ້ມັນ​ອາຍ​ແກ​ສຫວຽດນາມ (PVN), ບໍລິສັດ​ນຳ້ມັນ​ສາກົນ ຄູ​ເວດ, ບໍລິສັດ Idemitsu Kosan ​ແລະ ບໍລິສັດ​ເຄມີ Mitsui ຍີ່​ປຸ່ນ ​ໄດ້​ກາຍ​ເປັນ​​ໂຄງການ FDI ມີ​ຈຳນວນ​ທຶນ​ຫລາຍ​ກວ່າ​ໝູ່​ຢູ່​ຫວຽດນາມ. ພ້ອມ​ກັນ​ນັ້ນ, ​ໂຄງການ​ໄຟຟ​້າ​ໃຊ້​ພະລັງ​ຄວາມ​ຮ້ອນ ງິ​ເຊີນ 2 ມີ​ຍອດ​ຈຳນວນ​ເງິນ​ລົງທຶນ 2,3 ຕື້ USD ​ໄລຍະ​ຕົ້ນ​ກໍ​ໄດ້​ຈົດ​ທະບຽນ​ເພີ​່ມ 2,9 ຕື້ USD ​ໄດ້​​ເຮັດ​ໃຫ້​ແຂວງ ​ແທງ​ຮວາ ກາຍ​ເປັນ​ທ້ອງ​ຖິ່ນນຳ​ຫນ້າ​ໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ດຶງ​ດູດ​ທຶນ FDI . ຫນຶ່ງ​ໃນ​ບັນດາ​ໂຄງການ​ສຳຄັນ​ອື່ນ ນັ້ນ​ແມ່ນ​ໂຮງງານ​ຜະລິດ​ໂທລະສັບ​ມື​ຖື ​ແລະ ບັນດາ​ອຸປະກອນ​ໄຟຟ້າ​ເອ​ເລັກ​ໂຕ​ນິກ Samsung ຢູ່​ແຂວງ ບັກ​ນີງ ກໍ​ໄດ້​ເພີ່ມ​ທຶນ 1 ຕື້ USD, ນຳ​ຍອດ​ຈຳນວນ​ທຶນ​ຂອງ​ໂຄງການ​ນີ້​ຂຶ້ນ​ເຖິງ ທຶນ 2,5 ຕື້ USD, ກາຍ​ເປັນ​ໂຮງງານ Samsung ​ໃຫຍ່​ກວ່າ​ໝູ່​ໃນ​ໂລກ​. ນີ້​ກໍ​ແມ່ນ​ໂຄງການ​ບັນລຸ​ໄລຍ​ະ​ສະຖິຕິ​ກ່ຽວ​ກັບ​ການ​ປ່ອຍ​ທຶນ FDI ຢູ່​ຫວຽດນາມ.  ບັນດາ​ການ​ຫັນປ່ຽນ​ຢ່າງ​ຕັ້ງຫນ້າ​ຂອງ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ FDI ​ໃນ​ປີ​ນີ້ ​ໄດ້ ​ແລະ ພວມ​ປະກອບສ່ວນ​ຍູ້​​ໄວ​ວິວັດ​ການ​ຟື້ນ​ຕົວ​ພື້ນຖານ​ເສດ​ຖະກິດ ​ແລະ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ວິວັດ​ການ​ສ້າງ​ພື້ນຖານ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່​ຢູ່​ຫວຽດນາມ.

        ​ໃນ​ສະພາບການ ​ແລະ ທ່າ​ອ່ຽງປະຈຸ​ບັນ, ຫວຽດນາມ ຍັງ​ຕ້ອງ​ການ​ຄວາມ​ມານະ​ພະຍາຍາມ​ຫລາຍ​ຢ່າງ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​​ແຫ່ງ​ການ​ລົງທຶນ​ຢ່າງ​ດູດ​ດື່ມ​ກວ່າ​ອີກ, ​ເປັນ​ຕົ້ນ​ແມ່ນ​​ເພີ່​ມລັກສະນະ​ແກ້ງ​ແຍ້​ງກັບ​ບັນດາ​ປະ​ເທດ​ຢູ່ພາກ​ພື້ນ​​ໃນ​ການ​ດຶງ​ດູດ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ. ຈາກ​ບົດຮຽນ​ປ່ອຍ​ເງິນ​ໃຫ້​ແກ່​ໂຄງການ Samsung, ກະຊວງ​ແຜນການ ​ແລະ ການ​ລົງທຶນ ສະ​ເຫ​ນີ​ແນະ ຄວນໝູນ​ໃຊ້​ບັນດາ​ກົນ​ໄກ​ບຸລິ​ດມະ​ສິດ​ໃຫ້​ແກ່​ບັນດາ​ນັກ​ລົງ​ທຶນ​​ໃຫຍ່ຢ່າງ​ຄົບ​ຊຸດ, ສ້າງ​ກຳລັງ​ຫນູນ​ໃຫ້​ແກ່​ວິວັດ​ການ​ປ່ອຍ​ເງິນ​ບັນດາ​ໂຄງການ​ໃຫ້​ຖື​ກກັບ​ຄວາມ​ຄືບ​ຫນ້າ​ໃນການ​ຜັນ​ຂະຫຍາຍ. ບັນດາ​ໂຄງການ​ລົງທຶນ​ເຂົ້າ​ຫວຽດນາມ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ບໍ່​ສຸມ​ໃສ່​ຈຳນວນ ​ແລະ ​ໄດ້​ຮັບ​ການ​ເລືອກ​ເຟັ້ນຕາມ​ທິດ​ຍົກ​ສູງ​ຄຸນ​ນະພາ​ບກະ​ແສ​ທຶນ FDI, ບຸລິມະສິດ​ບັນດາ​ໂຄງການ​ປະກອບສ່ວນ​ຊ່ວຍ​ໃຫ້​ຫວຽດນາມ ສ້າງ​ໂຄງ​ປະກອບ​ອັດຕາ​ສ່ວນ​ບັນດາ​ຂົງ​ເຂດ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ພື້ນຖານ​ເສດຖະກິດ, ສັງຄົມ​ຫວຽດນາມ. ທ່ານ ບຸ່ຍ​ກວາງ​ວີ​ງ, ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ຊີ້​ແຈ້ງວ່າ:

        “ບັນດາ​ໂຄງການ​ເຕັກ​ໂນ​ໂລ​ຊີ​ຕຳ່, ຫລ້າ​ຫລັງ, ​ນຳໃຊ້​ເຊື້ອ​ເພິ​ງຫລາຍ, ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ ພວກ​​ເຮົາ​ເດັດ​ຂາດ​ປະຕິ​ເສດ. ຢູ່ ຮ່າ​ໂນ້ຍ, ນະຄອນ ​ໂຮ່ຈິ​ມີນ, ດົ່ງ​ນາຍ… ບັນດາ​ສູນ​ໃຫຍ່ ​ແລະມີ​ຄວາມສະດວກ, ພວກ​ເຮົາ​ຈະ​ຈຳກັດ​ບັນດາ​ໂຄງການ​ເຕັກ​ໂນ​ໂລ​ຊີ​ຂະ​ຫນາດ​ກາງ ​ແລະ ຕຳ່. ບັນດາ​ໂຄງການ​ເຕັກ​ໂນ​ໂລ​ຊີ​ສູງຈະ​ໄດ້​ຮັບ​ບຸລິມະສິດ​ລົງທຶນ​ເຂົ້າ​ໃນ​ບັນດາ​ສະຖານ​ທີ່​ດັ່ງກ່າວ. ”

        ຕາມ​ທິດ​ນັ້ນ ບັນດາ​ກະຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ​ພວມ​ກວດກາ, ​ເພີ່​ມ​ເຕີມ​ບັນດາ​ນະ​ໂຍບາຍ​ບຸລິມະສິດ​ສຳລັບ​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​​ໂຄງ​ລ່າງ​ເສດຖະກິດ ສັງຄົມ ທີ່​ມີ​ຂອບ​ຂະຫນາດ​ໃຫຍ່, ​ກະທົບ​ເຖິງ​ພື້ນຖານ​ເສດຖະກິດ. ປະຕິບັດ​ການ​ຊີ້​ນຳ​ຂອງ​ນາຍົກລັດຖະມົນຕີ, ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ ພວມ​ສົມທົບ​ກັນ​ເພື່ອ​ປະຕິບັດ​ຈຸດໝາຍ​ດຶງ​ດູດ​ແຫ​ລ່ງທຶນ FDI ຢ່າງ​ລະອຽດ, ຊ່ວຍ​ຫວຽດນາມ ​ເພີ່ມ​ລັກສະນະ​ດູດ​ດື່ມ​ກວ່າ​ໃນ​ການ​ດຶງ​ດູດ​ທຶນ FDI ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ