ຄວາມມານະພະຍາຍາມດຶງດູດເງິນລົງທຶນໂດຍກົງຢູ່ນະຄອນໂຮ່ຈິມີນ

(vovworld)- ​ເຖິງ​ວ່າ​ຖືກ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ເສດຖະກິດ​ໂລກ​ກໍ​ຕາມ, ​ແຕ່ ​ໃນ 6 ​ເດືອນ​ຜ່ານ​ມາ, ນະຄອນ​ໂຮ່ຈິ​ມິນ ຍັງ​ຄົງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ທ້ອງ​ຖິ່ນ​ນຳ​ຫນ້າ​ໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ(FDI). ໝາກຜົນ​ດັ່ງກ່າວ​​​​ເປັນ​ການພິສູດ​ໃຫ້​ເຫັນ​ບັນດາ​ມາດ​ຕະກາ​ນຊື່​ງນະຄອນ ​ໄດ້ ​ແລະ ພວມ​ປະຕິບັດ​ເພື່ອ​ດຶງ​ດູດ​ວິ​ສາ​ຫະກິດ​ມີ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ​ໃນ​ບໍລິ​ເວນ​ນະຄອນ. ນັ້ນ​ກໍ​ແມ່ນ​ເນື້ອ​ໃນ​ຂອງ​ບົດ​ຂຽນ​ຂອງ​ນັກ​ຂ່າວ ກາວ​ທວາທີ່​ມີ​ຫົວ​ຂໍ້​ວ່າ: ຄວາມ​ມານະ​ພະຍາຍາມ​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຢູ່​ນະຄອນ​ໂຮ່ຈິ​ມີນ

ຄວາມມານະພະຍາຍາມດຶງດູດເງິນລົງທຶນໂດຍກົງຢູ່ນະຄອນໂຮ່ຈິມີນ - ảnh 1

ພາບປະກອບ:internet

        ​ໃນ​ໄລຍະ​ກວ່າ 18 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ, ບໍລິສັດ Saigon Precision ຈຳກັດ ມີ 100% ​ເງິນ​ລົງທຶນ​ຂອງ​ຍີ່​ປຸ່ນ, ຜະລິດ​ສະ​ເພາະ​ຂະ​ແຫນງກົນ​ຈັກ ມີ​​ໂຮງງານ 3 ​ແຫ່ງ ຕັ້ງ​ຢູ່​ເຂດ​ຜະລິດ​ສົ່ງ​ອອກ ລີງ​ຈູງ 1, ລີງ​ຈູງ 2, ​ເມືອງ ຖູ​ດືກ ນະຄອນ​ໂຮ່ຈິ​ມີນ. ​ໃນ​ວິວັດ​ການ​ເຄ່ືອນ​ໄຫວ, ຄະນະ​ຄຸ້ມ​ຄອງ​ເຂດ​ຜະລິດ​ສົ່ງ​ອອກ, ​ເຂດ​ອຸດສາຫະກຳ​ນະຄອນ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້ບໍລິສັດ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ລົງທຶນ. ​ເພາະ​ສະ​ນັ້ນ ມາ​ຮອດ​ຈຸດ​ເວລາ​ນີ້, ​ໃນ​ຂະນະ​ທີ່ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ການ​ຜະລິດ​ຖືກ​ຊັກ​ຊ້າ, ​ແຕ່ Saigon Precision ພັດ​ມີ​ແຜນການ​ເພີ່ມ​ທຶນ, ​ເຊົ່າ​ທີ່​ດິນ​ກໍ່ສ້າງ​ໂຮງງານ​ແຫ່ງ​ທີ 4 ຢູ່​ເຂດຜະລິດ​ສົ່ງ​ອອກ ລີງ​ຈູງ 1. ທ່ານ Shigeki Okamura, ຜູ້ອຳນວຍການ​ໃຫຍ່​ບໍລິສັດ Saigon Precision ຈຳກັດ ​ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ເມື່ອ​ລົງທຶນ​ເຂົ້າ​ນະຄອນ​ໂຮ່ຈິ​ມີນ ມາ​ຮອດ​ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຫລາຍ​ຢ່າງ​ຈາກ​ບັນດາ​ອົງການ​ມີຫນ້າ​ທີ່​ຮັບ​ຜິດຊອບ. ​ເມື່ອ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຍັງ​ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ທັນ​ທີ່. ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຂອງ​ຫວຽດນາມ​ແມ່ນ​ດີ​ທີ່​ສຸດ. ​ໃນ​ອະນາຄົດ ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ບັນດາ​ອົງການ​ມີຫນ້າ​ທີ່​ຮັບຜິດຊອບ ຈະ​ສືບ​ຕໍ່​ເອື້ອ​ອຳນວຍ​ຄວາມ​ສະດວກ ​ແລະ ມີ​ນະ​ໂຍບາຍ​ບຸລິມະສິດ​ເພື່ອ​ຫນູນ​ຊ່ວຍ​ພວກ​ຂ້າພະ​ເຈົ້າ​ນັບ​ມື້​ນັບ​ດີກ​ວ່າ.”

        ບໍ່​ພຽງ​ແຕ່​ບໍລິສັດ Saigon Precision ຫາກ​ຍັງ​ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ທີ່​ມີ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ ຢູ່​ບັນດາ​ເຂດ​ຜະລິດ​ສົ່ງ​ອອກ-​ເຂດ​ອຸດສາຫະກຳ ຢູ່ ນະຄອນ ​ໂຮ່ຈິ​ມີນ ກໍ​ໄດ້​ວາງ​ແຜນການ​ເພີ່ມ​ທຶນ​ໃຫ້​ແກ່​ບັນດາ​ໂຄງການ​ທີ່​ນຳ​ເຂົ້າ​ເຄື່ອນ​ໄຫວ​ໃນ​ປີ​ນີ້. ຕາມ​ການ​ສະຖິຕິ, ​ໃນ 6 ​ເດືອນ​ຜ່ານ​ມາ, ບັນດາ​ເຂດ​ຜະລິດ​ສົ່ງ​ອອກ ​ເຂດ​ອຸດສາຫະກຳ ຢູ່ ນະຄອນ​ໂຮ່ຈິ​ມີນ ​ໄດ້​ດຶງ​ດູດຈຳນວນ​ທຶນ​​ໂດຍ​ກົງ​ຂອງ​ຕ່າງປະ​ເທດກວ່າ 146 ລ້ານ USD, ​ເພີ່ມ​ຂຶ້ນ​ເກືອບ 79% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ໃນ​ນັ້ນ ອອກ​ຫນັງ​ສື​ອະນຸ​ຍາດ​ລົງທຶນ​​ໃຫມ່​ໃຫ້​ແກ່ 8 ​​ໂຄງການ ​ແລະ ​ເພີ່ມ​ທຶນ​ໃຫ້​ແກ່ 10 ​ໂຄງການ​. ​ໃນ​ຊຸມ​ເດືອນ​ຕົ້ນ​ປີ​ນີ້, ​ໂຄງການ​ລົງທຶນ​ຫລຸດ​ລົງ ​ແຕ່​ຈຳນວນ​ເງິນ​ລົງ​ທຶນພັດ​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ສິ່ງ​ທີ່​ເປັນ​ຫນ້າ​ປະ​ທັບ​ໃຈ​ສຳລັບ​ບັນດາ​ນັກ​ລົງທຶນ ນັ້ນ​ແມ່ນ​ທຸກ​ລະບຽບ​ການ​ອອກ​ຫນັງສື​ອະນຸຍາ​ດລົງທຶນ​ເຂົ້​າ​ເຂດ​ຜະລິດ​ສົ່ງ​ອອກ, ​ເຂດ​ອຸດສາຫະກຳ​ຄື​ປະຈຸ​ບັນ ພຽງ​ເສຍ​ເວລາ​ປະມານ 6 ມື້​ເທ່ົາ​ນັ້ນ, ​ແທນ​ທີ່ 15 ມື້​ຄື​ກົດໝາຍ​ໄດ້​ກຳນົດ. ຄະນະ​ຄຸ້ມ​ຄອງ​ເຂດ​ຜະລິດ​ສົ່ງ​ອອກ -​ເຂດ​ອຸດສາຫະກຳ ນະຄອນ ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ດຶງ​ດູດ​ນັກ​ລົງທຶນ​ຕ່າງປະ​ເທດ. ທ່ານ ຫງວຽນ​ຮ່ວາງແບກ​ຟຸ້ງ, ຮອງ​ຫົວຫນ້າ​ຄະນະ​ຄຸ້ມ​ຄອງ​ເຂດ​ຜະລິດ​ສົ່ງ​ອອກ - ​ເຂດ​ອຸດສາຫະກຳ​ນະຄອນ​ໂຮ່ຈິ​ມີນ ​ໃຫ້​ຮູ້​ວ່າ:

        “ສະ​ເພາະ​ຄະນະ​ຄຸ້ມ​ຄອງ ຕ້ອງ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ດ້ວຍ​ວິທີ​ຫລຸດຜ່ອນ​ບັນດາ​ລະບຽບ​ການ​ລົງທຶນ​ກໍ​ຄື​ບັນດາ​ລະບຽບ​ການ​ອື່ນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ລົງທຶນ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ຜັນ​ຂະຫຍາຍ​ໂຄງການ​ໂດຍ​ໄວ. ນອກ​ນັ້ນ ພວກ​ຂ້າພະ​ເຈົ້າ​ກໍ​ກະກຽມ​ຈຳນວນ​ເນື້ອ​ທີ່​ດິນ​ປຸກ​ສ້າງ​ເຮືອນ​ຢູ່, ​ໂຮງ​ຈັກ​ໂຮງງານ​ເພື່ອ​ສາມາດ​ຕ້ອນຮັບ​ບັນດາ​ນັກ​ລົງທຶນ​ເມື່ອ​ເຂົາ​ເຈົ້າ​ຢາກ​ລົງທຶນ​ຢູ່​ ຫວຽດນາມ.”

        ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ​ນະຄອນ​ໂຮ່ຈິ​ມີນ ​ໃຫ້​ຮູ້​ວ່າ: ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ນະ​ຄອນ​ໂຮ່ຈິ​ມີນ ມີ 187 ​ໂຄງການ​ລົງທຶນ​ຂອງ​ຕ່າງປະ​ເທດ​ໄດ້​ຮັບ​ຫນັງສື​ອະນຸຍາດ​ລົງທຶນ​ໃຫມ່, ​ເທົ່າ​ກັບ 33,75% ຈຳນວນ​ໂຄງການ​ຂອງ​ທັງ​ປະ​ເທດ ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ກວ່າ 228 ລ້ານ USD. ນອກ​ນັ້ນ ຍັງ​ມີ​ກວ່າ 60 ​ໂຄງການ​ດັດ​ປັບ​ເງິນ​ລົງທຶນກວ່າ 304 ລ້ານ USD. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເຖິງ​ວ່າ​ຖືກ​ຜົ​ນສະທ້ອນ​ຈາກ​ວິ​ກິດ​ການ​ເສດຖະກິດ​ກໍ​ຕາມ ​ແຕ່​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່​ນະຄອນ ​ໂຮ່ຈິ​ມີນ ​ແມ່ນ​ສະດວກ, ມີ​ຫລາຍ​ໂຄງການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ສະ​ນັ້ນ ບໍລິສັດລົງທຶນຫລາຍ​ແຫ່ງຍັງ​ຄົງ​ເປັນ​ເຈົ້າ​ການ​ເພີ່ມ​ທຶນ, ​ເປີດ​ກວ້າງ​ການ​ຜະລິດ. ມາ​ຮອດ​ປະຈຸ​ບັນ,  ນະຄອນ ​ໂຮ່ຈິ​ມີນ ຍັງ​ຄົງ​ແມ່ນ​ຫນຶ່ງ​​ໃນ​ບັນດາ​ທ້ອງ​ຖິ່ນ​ນຳ​ຫນ້າ​ໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ. ​ເພື່ອ​ບັນລຸ​ໄດ້​ໝາກຜົນ​ດັ່ງກ່າວ, ນະຄອນ​ໂຮ່ຈິ​ມີນ ​ໄດ້​ມີ​ຄວາມ​ມານ​ະພະ​ຍາ​ຍາມ​ຫລາຍ​ຢ່າງ​ໃນ​ວຽກ​ງານ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ສ້າ​ງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ. ທ່ານ ທາຍ​ວັນ​ເຣ, ຫົວຫນ້າ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ​ນະຄອນ ​ໂຮ່ຈິ​ມີນ ​ໃຫ້​ຮູ້​ວ່າ:

        “ວິ​ສາ​ຫະກິດ​ຕ່າງປະ​ເທດ ມາ​ເຮັດ​ວຽກ​ກັບ​ພະ​ແນ​ກ​ແຜນການ​ ​ແລະ ການ​ລົງທຶນ ກ່ຽວ​ກັບ​ສະພາບ​ລົງທຶນ, ລະບຽບ​ການ​ຄື​ແນວ​ໃດ, ພະ​ແນ​ກພວກ​ຂ້າພະ​ເຈົ້າ​ມີຫນ້າ​ທີ່​ຄວາມ​ຮັບຜິດຊອບ​ເຮັດ​ວຽກ​ກັບ​ບັນດາ​ພະ​ແນ​ກ, ຂະ​ແຫນງ​ການ​ກ່ຽວຂ້ອງ, ບັນດາ​ເມືອງ​ໃນ​ນະຄອນ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ. ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ ຍັງ​ສາມາດ​ເຮັດ​ລະບຽບ​ການ​​ແທນ​ທີ່​ບັນດາ​ນັກ​ລົງທຶນ. ນັ້ນ​ແມ່ນ​ຫນຶ່ງ​ໃນ​ບັນດາ​ນະ​ໂຍບາຍ​ຫນູນ​ຊ່ວຍ​ດຶງ​ດູດ​ການ​ລົງທຶນ​ຢູ່​ນະຄອນ​ໂຮ່ຈິ​ມີນ.”

        ຄຽງ​ຄູ່​ກັບ​ການ​ຍູ້​ແຮງ​ປະຕິ​ຮູບ​ລະບຽບການ​ບໍລິຫານ, ນະຄອນ​ໂຮ່ຈິ​ມີນ ​ໄດ້​ສ້າງ​ຕັ້ງ ຫນ່ວຍ​ປະຕິບັດ​ງານ 5 ຫນ່ວຍ ​ເພື່ອ​ຕິດຕາມ​ບັນດາ​ວິ​ສາ​ຫະກິດ​ເປັນ​ປະຈຳ, ຫນູນ​ຊ່ວຍ​ເຂົາ​ເຈົ້າ​ໃນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຂໍ້​ຕິດ​ຂັດ​ຢ່າງ​ທັນ​ການ. ການ​ນຳ​ນະຄອນ​ຫລາຍ​ທ່ານ​ໄດ້​ນຳ​ຫນ້າບັນດາຄະນະປະຕິບັດງານຈັດຕັ້ງການສົ່ງເສີມການ​ລົງທຶນ​ຢູ່​ປະ​ເທດ​ຈຳ​ນວນ​ຫນ່ຶງ​ໃນ​ໂລກ ​ແລະ ພາກ​ພື້ນ. ຜ່ານ​ນັ້ນ ​ດຶງ​ດູດ​​ກຸ່ມ​ບໍລິສັດ​ໃຫຍ່​ຫລາຍ​ແຫ່ງ​ເຂົ້າ​ມາ​ລົງທຶນ​ຢູ່​ນະ​ຄອນ​ໂຮ່ຈິ​ມີນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ນະຄອນ​ໂຮ່ຈິ​ມີນ ດຶງ​ດູດ​ບັນດາ​ໂຄງການ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ອຸດສາຫະກຳ, ​ເຕັກ​ໂນ​ໂລ​ຊີ​ສູງ, ມີ​ການ​ຄັດ​ເລືອກ ​ແລະ ບໍ່​ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ. ດ້ວຍ​ແຜນ​ນະ​ໂຍບາຍ“ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ຢ່າ​ງລຽນ​ຕິດ ຮ່ວມ​ເດີນທາງ​ພ້ອມ​ກັບ​ວິ​ສາ​ຫະກິດ​”, ຍາມ​ໃດ ນະຄອນ ​ໂຮ່ຈິ​ມີນ  ກໍ​ແມ່ນ​ຈຸດ​ນັດ​ພົບ​ອັນ​ດູດ​ດື່ມ​ໃຫ້​ແກ່​ບັນດາ​ນັກລົງ​ທຶນ​ຕ່າງປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ