ຄວາມມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຕະຫລາດອະສັງຫາລິມະຊັບ

(vovworld)- ກ້າວ​ເຂົ້າ​ສູ່​ປີ 2013,​ ສະພາບ​ຕະຫລາດ​ອະສັງຫາລິມະ​ຊັບ​ຢູ່ ຫວຽດນາມ ສືບ​ຕໍ່ຖືກ​ຕິດ​ຂັດ. ສິນຄ້າ​ຄ້າງ​ສາງ ​ແລະ ຫນີ້​ເສຍ​ພວມ​ແມ່ນ​ບັນຫາ​ໃຫຍ່​ຕ້ອງ​ແກ້​ໄຂ. ​ທີ່ກອງ​ປະຊຸມ​ປະຈຳ​ເດືອນ 3 ຂອງ​ລັດຖະບາ​ນຫວຽດນາມ, ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ຊື່​ງ​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​ນັ້ນ​ແມ່ນ ການຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຕະຫລາດ​ອະສັງຫາລິມະ​ຊັບ, ​ໃນ​ນັ້ນ​ມີ​ນະ​ໂຍບາຍ​ຫນູນ​ຊ່ວຍ​ດ້ານ​ສິນ​ເຊື່ອ​ໃຫ້​ແກ່​ບັນດາ​ຄອບຄົວ, ສ່ວນ​ບຸກຄົນ​ຊື້​ເຮືອນຢູ່​ສັງຄົມ ​ແລະ ​ເຮືອນ​ຢູ່​ການຄ້າ. ​

        ຕະຫລາດ​ອະສັງຫາລິມະ​ຊັບ​ຖືກ​ຢຸດ​ສະຫງັກ, ສິນຄ້າ​ຄ້າງ​ສາງ​ເປັນ​ຈຳນວນ​ຫລວງຫລາຍ,​ ນັ້ນ​ແມ່ນ​ສະພາບ​​ລວມຂອງ​ຕະຫລາດ​ອະສັງຫາລິມະ​ຊັບ​ໃນ​ປີ 2012 ​ແລະ ກ້າວ​ເຂົ້າສູ່​ປີ​ນີ້, ສະພາບ​ຕະຫລາດ​ອະສັງຫາລິມະ​ຊັບກໍ່​ບໍ່​ທັນ​ໄດ້​ຮັບ​ການ​​ແກ້​ໄຂ​ປານ​ໃດ. ​ໃນ​ສະພາບ​ການ​ນັ້ນ, ລັດຖະບານ ​ແລະ ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ນະ​ໂຍບາຍ​ເຮືອນ​ຢູ່ ​ແລະ ຕະຫລາດ​ອະສັງຫາລິມະ​ຊັບ​ໄດ້​ວາງ​ອອກ​ບັນດາ​ມາດ​ຕະການ​ພື້ນຖານ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຕະຫລາດ​ອະສັງຫາລິມະ​ຊັບ.​ນັ້ນ​ແມ່ນ ຕ້ອງ​ສ້າງ​ໂຄງ​ປະກອບ​ບັນດາ​ບ້ວງ​​ເງິນ​ກູ້​ຢືມ​ໃຫ້​ແກ່​ວິ​ສາ​ຫະກິດຄືນ​​ໃຫມ່, ຜູ້​ຊື້​ເຮືອ​ນຢູ່​​ເປັນຄັ້ງທຳ​ອິດ​ຈະ​ໄດ້​ຮັບ​ການ​ກູ້​ຢືມ​ທຶນ​​ບຸລິມະສິດ ພ້ອມ​ທັງ​ສະ​ເຫ​ນີ​ສ້າງ​ເງື່ອນ​ໄຂ​ໃຫ້​​ຊາວ​ຕ່າງປະ​ເທດ​​ໄດ້​ກຳມະ​ສິດ​ເຮືອນ​ຢູ່ ຢູ່​ຫວຽດນາມ. ລັດຖະບານ​ຄາດ​ວ່າ​ຈະ​ສະຫນອງ​ບ້ວງ​ເງິນ​ປະມານ 20.000 -40.000 ຕື້​ດົ່ງ, ​ໂດຍມີ​ການ​ຫນູນ​ຊ່ວຍ​ຂອງ​ທະນາຄານ​ແຫ່ງ​ລັດ ​ເພື່ອ​ປະຕິບັດ​ການ​ໃຫ​້ກູ້​ຢືມ​ທຶນ​ເພື່ອ​ຊື້, ​ເຊົ່າ​ເຮືອນ​ຢູ່​ສັງຄົມ. ພ້ອມ​ກັນ​ນັ້ນ​ກໍ່ໃຫ້​​ບັນດາ​ວິ​ສາ​ຫະກິດ​ຊ່ື​ງ​ເປັນ​ເຈົ້າ​ຂອງ​ການ​ລົງທຶນ​ບັນດາ​ໂຄງການ​ນີ້ກູ້​ຢືມ​ທຶນ​. ປີ 2013 ຄວນ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ດ້ານ​ທຶນຮອນ, ອັດຕາ​ດອກ​ເບ້ຍສິນ​ເຊ່ືອ​ໃຫ້​ແກ່​ບັນດາ​ໂຄງການ​ເຮືອນ​ຢູ່, ພິ​ເສດ​ຄວບ​ຄຸມ​  20% ຈຳນວນທີ່​ດິນທີ່ສະຫງວນ​ໃຫ້​ແກ່​ການ​ກໍ່ສ້າງ​ເຮືອນ​ຢູ່​ສັງຄົມຢ່າງ​ແຫນ້ນ​ແຟ້ນ ​ເພື່ອ​ໃຫ້​ຜູ້​ມີ​ລາຍ​ຮັບ​ຕຳ່​ກໍ​ໄດ້​ຊົມ​ໃຊ້​ບັນດາ​ພື້ນຖານ​ໂຄງ​ລ່າງ ພ້ອມ​ທັງ​ສ້າງ​ໂຄງ​ປະກອບ​ຕະຫລາດ​ອະສັງຫາລິມະ​ຊັບ​ຄືນ​​ໃຫມ່. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ສະ​ເຫ​ນີວ່າ:

        “ຕ້ອງສຳ​ຫລວດ​ກວດຄືນ​ບັນດາ​ໂຄງການ​ເຮືອນ​ຢູ່​ສັງຄົມ​ທີ່​ໄດ້​ຮັບ​ການ​ກໍ່ສ້າ​ງ​ ​ແຕ່​ບໍ່​ທັນ​ມີ​ຜູ້ມາ​ຢູ່ ​ແລະ ຕ້ອງ​ຂາຍ​ຈຳນວນ​ເຮືອນ​ຢູ່​ເຫົຼ່ານັ້ນ​ຢູ່​ຮ່າ​ໂນ້ຍ, ນະຄອນ​ໂຮ່ຈິ​ມິ​ນໃຫ້​ໝົດ. ບັນດາ​ເຮ​ືອນຢູ່​ສັງຄົມ​​ໄດ້​ຮັບ​ການ​ກໍ່ສ້າງ​​ໃກ້​ຈະສຳ​ເລັດ, ​ແຕ່​ຍັງຂາດ​​ດ້ານ​ທຶນຮອນ ສະ​ນັ້ນຕ້ອງ​ຫນູນ​ຊ່ວຍ​ໃຫ້​ແກ່​ເຂົາ​ເຈົ້າ​.”

ຄວາມມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຕະຫລາດອະສັງຫາລິມະຊັບ - ảnh 1
ພາບປະກອບ:internet

        ບັນດາ​ມາດ​ຕະການ​ດັ່ງກ່າວ​ຂອງ​ລັດຖະບານ​​ໄດ້​ຮັບ​ກາ​ນ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ຫາງ​ສຽງ​ຢ່າງ​​ຕັ້ງຫນ້າ. ທ່ານ ຫງວຽນ​ຮ່ວາ​ງເຈົາ, ປະທານ​ສະຫະ​ສະມາຄົມ​ອະສັງຫາລິມະ​ຊັບ​ນະຄອນ ​ໂຮ່ຈິ​ມິນ ຖື​ວ່າ: ບັນດາ​ມາດ​ຕະການ​ທີ່​ຍົກ​ອອກ​ມາ​ນັ້ນ​ແມ່ນ​ເໝາະ​ສົມ​ກັບ​ສະພາບ​ການ​ ​ແລະ ​ເງື່ອນ​ໄຂ​ປະຈຸ​ບັນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຢາກ​​​ເຮັດ​ໃຫ້ການແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຕະຫລາດ​ອະສັງຫາລິມະ​ຊັບ​​ບັນລຸ​ໝາກຜົນ​ເປັນ​ຢ່າງ​ດີ ຄວນ​ມີ​ການ​ປະສານ​ສົມທົບ​ຂອງ​ຫລາຍ​ກະຊວງ, ຂະ​ແຫນງ​ການ. ທ່ານ ຫງວຽນ​ຮ່ວາງ​ເຈົາ ສະ​ເຫ​ນີວ່າ:

        “​ເພື່ອ​ໃຫ້​ຕະຫລາດ​ອະສັງຫາລິມະ​ຊັບ​ພັດທະນາ​ຢ່າງ​ໂປ່​ງ​ໃສ, ​ເປັນ​ປົກກະຕິ ​ແລະ ໝັ້ນຄົງ, ຕ້ອງ​ມີ​ການ​ປະສານ​ສົມທົບ​ຢ່າງ​ແຫນ້ນ​ແຟ້ນລະຫວ່າງ​ ລັດຖະບານ, ລະບົບ​ທະນາຄານ, ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ.”

        ຕາມ​ທ່ານ ຈີ້​ງດີງຢູງ, ລັດ​ຖະມົນຕີ​ກະຊວງ​ກໍ່ສ້າງ​ຫວຽດນາມ​ແລ້ວ, ຕ້ອງ​ສ້າງ​ທິດ​ທາງ​ໄລຍະ​ຍາວ​​ໃຫ້​ແກ່​ຕະຫລາດ​ອະສັງຫາລິມະ​ຊັບ. ນັ້ນ​ແມ່ນ ຕ້ອງ​ປະຕິບັດ​ຍຸດ​ທະ​ສາດ​ເຮືອນ​ຢູ່​ແຫ່ງ​ຊາດ, ຕິດ​ພັນ​ກັບ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຕະຫລາດ​ດ້ວຍ​ການ​ພັດທະນາ​ເຮືອນ​ຢູ່​ສັງຄົມ. ທ່ານ​ລັດ​ຖະມົນຕີ ຈີ້​ງດີງຢູງ ຊີ້​ແຈງ​ວ່າ:

        “​ເຮືອນ​ຢູ່​ສັງຄົມ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຈາກ​ລັດ​ຢ່າງ​ໃຫຍ່​ຫລວງ ​ໂດຍຜ່ານ​ການ​ບໍ່​ເກັບ​ຄ່າ​ນຳ​ໃຊ້​ທີ່​ດິນ, ການຫລຸດຜ່ອນ​ອາກອນມູນ​ຄ່າ​ເພີ່ມ(VAT) ສົ້ນ​ອອກ ໝາຍ​ຄວາມ​ວ່າ​ຫລຸດຜ່ອນ​ໃຫ້​ແກ່​ຜູ້​ຊື້​ເຮືອນຢູ່ ​ແລະ ມີການ​ຫນູນ​ຊ່ວຍ​ອ່ືນໆ​ອີກ, ສະ​ນັ້ນ ນີ້​ແມ່ນ​ການ​ຊຸກຍູ້​ໂດຍ​ທາງ​ອ້ອມ​ເພື່ອ​ເພີ່ມ​ຄວາມ​ຕ້ອງການ​ຊື້​ເຮືອນ​ຢູ່ ​ແລະ ຖ້າ​ຫາກ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ດັ່ງກ່າວ​ໄດ້ ບໍ່​ພຽງ​ແຕ່​ຂົງ​ເຂດເຮືອ​ນຢູ່, ອະສັງຫາລິມະ​ຊັບ​ເທົ່າ​ນັ້ນ ຫາກ​​ຂະ​ແຫນງ​ກໍ່ສ້າງ,  ວັດ​ສະ​ດຸກໍ່ສ້າງ​ກໍ່​ໄດ້​ຮັບ​ການ​ແກ້​ໄຂ​ອີກ​ດ​​້ວຍ.”

        ​ເມື່ອ​ເຕື້ອງ​ເຖິງ​ບັນດາ​ມາ​ດຕະການ​ທັງ​ມີ​ລັກສະນະ​ຮີບ​ດ່ວນ ທັງ​ມີ​ລັກສະນະ​ຍາວ​ນານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ, ຫົວຫນ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ນະ​ໂຍບາຍ​ເຮ​ືອນຢູ່ ​ແລະ ຕະຫລາດ​ອະສັງຫາລິມະ​ຊັບ​ ​ໄດ້ຖື​ວ່າ: ບັນດາ​ມາດ​ຕະການ ​ແລະ ກົນ​ໄກ​​ແມ່ນມີ​ຢູ່​ແລ້ວ, ​ສິ່ງ​ຍັງ​ເຫລືອ​ແມ່ນ​ບັນດາ​ວິ​ສາ​ຫະກິດ ​ແລະ ທ້ອງ​ຖິ່ນຈະ​ໝູນ​ໃຊ້​ຄື​ແນວ​ໃດ​ເພື່ອ​ບັນລຸປະສິດທິ​ຜົນ​ສູງສຸດ. ດ້ວຍ​ບັນດາມາດ​ຕະການ​ພື້ນຖານ​ນີ້ ປາດ​ຖະຫນາ​ວ່າ​ປີ 2013 ຈະ​​ເປັນ​ປີ​ບານພັບ​ຂອງ​ຕະຫລາດ​ອະສັງຫາລິມະ​ຊັບ​ໃນ​ວິວັດ​ການ​ປະຕິ​ຮູບ, ຟື້ນ​ຕົວ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ດຶງ​ດູດ​ນັກ​ລົງທຶນ, ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​​ໃນ​ຊຸມ​ປີ​ຕໍ່​ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ