ຄວາມສາມາດບົ່ມຊ້ອນຂອງການພັດທະນາການຄ້າ ເອເລັກໂຕນິກຢູ່ຫວຽດນາມ

(vovworld)-​ປະ​ຈຸ​ບັນ ການ​ໝູ​ນ​ໃຊ້​ການ​ຄ້າ​ເອ​ເລັ​ກ​ໂຕ​ນິກ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ ແມ່ນ​ທ່າ​ອ່ຽງ​ຢູ່​ໃນ​ໂລກ ແລະ ຫວຽດ​ນາມກໍ​ນອນ​ໃນ​ທ່າ​ອ່ຽງນັ້ນ. ການ​ດຳ​ເນີນ​ທຸ​ລະ​ກິດ​ ທາງ​ເຄືອ​​ຂ່າຍ​ອິ​ນ​ເຕີ​ແນັດ ບໍ່​ແມ່ນ​ສິ່ງ​ໃຫມ່​ອ່ຽມ​ສຳ​ລັບ​ຜູ້​ອຸ​ປະ​ໂພກ​ບໍ​ລິ​ໂພກ​ຫວຽດ​ນາມ. ພ້ອມ​ກັບ​ລະ​ດັບ​ການ​ພັດ​ທະ​ນາ ອິນ​ເຕີ​ແນັດ​ຢ່າງວ​ອ່ງ​ໄວ, ການ​ໝູນ​ໃຊ້ ອິນ​ເຕີ​ແນັດ​ເພື່ອ​ເ​ປີດກວ້າງ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ. ໃນ​ລາຍ​ການ​ເສດ​ຖະ​ກິດ​ພາກນີ້, ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂຽນ​ຂອງ​ນັກ​ຂ່າວ​ໂຕ​ຕວນ ​ທີ່​ພາດ​ຫົວ​ເລື່ອງວ່າ: ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງການ​ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຢູ່​ຫວຽດ​ນາມ.”

          ຮ້ານ​ຖ່າຍ​ຮູບງານດອງ Abube ຂອງ​ອ້າຍ ຫງວຽນ​ຢູຍ​ລີງ ຊື່ງ​ແມ່ນ​ນັກ​ທຸ​ລະ​ກິດ​ຫ​ນຸ່ມ ເຖິງວ່າ​ຖືກ​ຕັ້ງ​ຢູ່​ໃນ​ຮ່ອມ​ທາງ​ນ້ອຍ ເມືອງ ບາດີ່ງ ນະ​ຄອນ​ຫລວງ ຮ່າ​ໂນ້ຍ ກໍ່​ຕາມ ແຕ່​ມີ​ລູກ​ຄ້າຫລາຍ​ຄົນ​ຮູ້​ຈັກ​ເຖິງ. ສິ່ງ​ພິ​ເສດ​ນັ້ນ​ແມ່ນ, ປະ​ຈຸ​ບັນ ມີ 70%  ຈຳ​ນວນ​ລູກ​ຄ້າ​ມາ​ຮ້ານນີ້​​ແມ່ນ​ຮູ້​ຂ່າວ​ຄາວ​ຈາກ​ເຄືອ​ຂ່າຍ ອິນ​ເຕີ​ແນັດ, ເປັນ​ຕົ້ນ​ແມ່ນ​​ຫ​ນ້າ​ເວັບ​ສັງ​ຄົມ (Facebook). ອ້າຍ ຫງວຽນ​ຢູຍ​ລີງ  ເຈົ້າ​ຂອງ​ຮ້ານ​ຖ່າຍ​ຮູບ​ໃຫ້​ຮູ້​ວ່າ:

          “ຜ່ານ Facebook ຂ້າ​ພະ​ເຈົ້າ​ສາ​ມາດ​ສຳ​ພັດ​ກັບ​ລູກ​ຄ້າ​ໄດ້​ຫລາຍກວ່າ. ຕົວ​ຢ່າງ ຖ້າ​ໂຄ​ສະ​ນາ​ຕາມທ້ອງ​ຖະ​ຫ​ນົນ ພຽງ​ແຕ່​ສຳ​ພັດ​ໄດ້ກັບ​ລູກ​ຄ້າ​ຢູ່​ບໍ​ລິ​ເວນ​ນະ​ຄອນ ຮ່າ​ໂນ້ຍ​ ເທົ່າ​ນັ້ນ, ໃນ​ຂະ​ນະ​ນັ້ນ 70% ຈຳ​ນວນລູກ​ຄ້າຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ມາ​ຈາກ ຫາຍ​ຟ່ອງ, ບັກ​ນີງ, ນາມດີ້ງ”

          ຜ່ານ ອິນ​ເຕີ​ແນັດ, ລູກ​ຄ້າ​ຂອງ​ອ້າຍ ລີງ ຫລາຍ​ຄົນ​ໄດ້​ຮູ້​ຈັກ​ເຖິງ​ຂ່າວ​ຄາວ​ກ່ຽວ​ກັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງຮ້ານ​ຖ່າຍ​ຮ​ູບງານດອງ Abube . ນາງ ກາວ​ທິ​ແຫ້ງ ຢູ່ ແຂວງ ນາມດີ້ງ ໃຫ້​ຮູ້​ວ່າ:

          “ຂ້າ​ພະ​ເຈົ້າ​ຫາ​ກໍ່ນຳ​ໃຊ້ facebook ພຽງ 3-4 ເດືອນ​ເທົ່າ​ນັ້ນ ແລະ ​ໄດ້ພົບ​ເຫັນ​ຮູບ​ພາບ​ທີ່​ຕົນ​ມັກ. ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງເຂົ້າ​ facebook ຂອງ​ Aube ເພື່ອຊົມ​ຮູບ​ຖ່າຍ​ຕ່າງໆ ແລະ ເຫັ​ນ​ວ່າ ວິ​ທີ​ຖ່າຍ​ຮູບ​ຂອງ​ອ້າຍ​ລີງ ແມ່ນ​ງາມ​ແບບພິ​ເສດ​ສະ​ເພາະ.”

ຄວາມສາມາດບົ່ມຊ້ອນຂອງການພັດທະນາການຄ້າ ເອເລັກໂຕນິກຢູ່ຫວຽດນາມ - ảnh 1

ພາບປະກອບ

ກໍ​ເຊັນ​ດຽວ​ກັນ​ກັບ​ອ້າຍ ຫງວຽນ​ຢູຍ​ລີງ, ນັກ​ທຸ​ລະ​ກິດ​ຫ​ນຸ່ມ ໂດ​ກີມ​ທິ້ງ ມີ​ຮ້ານ​ຂາຍ​ຊຸດ​ແຟ​ຊັນຢູ່​ເມືອງ 3 ນະ​ຄອນ ໂຮ່​ຈິ​ມີນ, ບັນ​ດາ​ຜະ​ລິດ​ຕະ​ພັນ​ໃນ​ຮ້ານ​ຂອງ​ທິ້ງ ສ່ວນ​ຫລາຍ​ແມ່ນ​ຂາຍ​ໃຫ້ລູກ​ຄ້າ​ຢູ່ຫລາຍ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ. ສິນ​ຄ້າ​ໃນຮ້ານບໍ່​ມີ​ຫ​ຍັງ​ເປັນ​ພິ​ເສດ ສ່ວນ​ຫລາຍ​ແມ່ນ​ເກີບ, ໂສ້ງ​ເສື້ອ ແລະ ເຄື່ອງ​ສຳ​ອາງ ແຕ່​ອ້າຍ​ທີ້ງ ໄດ້​ໂຄ​ສະ​ນາ​ແນະ​ນຳ​ສິນ​ຄ້າ​ຜ່ານ​ບາງຫ​ນ້າ​ເວັບສັງ​ຄົມ. ພາຍ​ຫລັງ​​ຂາຍ​ເຄື່ອງ​ດ້ວຍ​ຮູບ​ການ​ດັ່ງ​ກ່າວ​ມາ​ເປັນ​ເວ​ລາ 3 ປີ, ມາ​ຮອດ​ປະ​ຈຸ​ບັນ ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ອ້າຍ​ແມ່ນ​ສະ​ດວກ​ຫລາຍ. ອ້າຍ​ໂດ​ກີມ​ທີ້ງ ໃຫ້​ຮູ້​ວ່າ:

          “ປະ​ຈຸ​ບັນ, ອິນ​ເຕີແນັດ​​ ​ພວມ​ພັດ​ທະ​ນາ​ຢ່າງກວ້າງ​ຂວາງ​ໃນ​ທົ່ວ​ໂລກ ແລະ ການ​ຂາຍ​ສິນ​ຄ້າ online ແມ່ນ​ມີ​ຄວາມ​ສະ​ດວກ​ໃຫ້​ທຸກ​ຄົນ. ເປັນ​ຕົ້ນ​ແມ່ນ​ໄວ​ຫ​ນຸ່ມ ແລະ ບັນ​ດາ​ພາ​ລະ​ກອນ​ເຮັດ​ວຽກ​ໃນ​ຫ້ອງ​ການ ເຂົາ​ເຈົ້າ​ສາ​ມາດ​ຊຶ້​ເຄື່ອງ​ຂອງ​ຜ່ານ​ອິນ​ເຕີ​ແນັດ​ຢ່າງ​ງາຍ​ດາຍ.”

          ຕາມ​ບັນດາ​ນັກທຸລະກິດ​ຫນຸ່ມ​ຄື ຫງວຽນ​ຢູຍລີງ ​ແລະ ​ໂດ​ກີ​ມ​ທີ້ງ ​ແລ້ວ,​​ເລື່ອງ​ດຳ​ເນີນ​ທຸລະ​ກິດ​ທາງ ອິ​ນ​ເຕີ​ແນັດ ​ໄດ້ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຫລາຍ​ຢ່າງ​ຄື: ລາຍ​ຈ່າຍ​ຫນ້ອຍ, ສາ​ມາດ​ໂຄ​ສະ​ນາ​​ໄດ້​ຢ່າງກວ້າງ​ຂວາງ ແລະ ​ວອ່ງ​ໄວ, ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຫລາຍ​ຄົນ​ກວ່າ ​ແລະ ຍິ່ງ​ກວ່າ​ນັ້ນ ຜູ້​ຂາຍ​ເຄື່ອງ​ສາມາດ​ພົວ​ພັນ​ຕິດ​ຕໍ່​ກັບ​ລູກ​ຄ້າ​ໄດ້. ນີ້​ກໍ​ແມ່ນ​ຄວາມ​ສະດວກ​ເພື່ອ​ໃຫ້​ບັນດາ​ລູກ​ຄ້າ​ສະຫນັບສະຫນູນ​ວິທີ​ຊື້​ເຄື່ອງ​ຂອງ​ແບບ​ນີ້.

          ປະຈຸ​ບັນ ຢູ່ ຫວຽດນາມ ຜູ້ນຳ​ໃຊ້​ອິນ​ເຕີ​​ແນັດ​ມີກວ່າ 31 ລ້ານ​ຄົນ, ກວມ 35,5% ຈຳນວນພົນລະ​ເມືອງ​ຫວຽດນາມ. ​ໃນ​ຂົ​ງ​ເຂດ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ​ຈຳນວນ​ວິ​ສາ​ຫະກິດ​ມີ ​ເວັບ​ໄຊ​ສະ​ເພາະ​ເພື່ອ​ໂຄສະນາສິນຄ້າກວມປະມານ 42%, ​ ອັດຕາ​ສ່ວນ​ວິ​ສາ​ຫະກິດ​ຮັບ​ການ​ຊັ່ງ​ຊື້​ຜ່ານ​ເວັບ​ໄຊ​ແມ່ນ 29%, ​ໃນ​ຂະນະ​ນັ້ນ ມີ​ເຖິງ 47% ວິ​ສາ​ຫະກິດ​​ຊອກ​ຫາຄູ່​ຮ່ວມ​ມື, ​ແຫ​ລ່ງວັດຖຸ​ດິບ​ຜ່ານເຄືອ​ຂ່າຍ​ອິນ​ເຕີ​ແນັດ. ພິ​ເສດ ບັນດາ​ຫນ້າ​ເວັບ​ສັງຄົມປະຈຸ​ບັນ ພວມ​ດຶງ​ດູດຜູ້​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລວງ​ຫລາຍ, ​ໃນ​ນັ້ນ ມີ 8,5 ລ້ານ​ຄົນ​ນຳ​ໃຊ້ Facebook. ນີ້ຈະ​​ເປັນ​ຫນ້າ​ເວັບ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ສຳລັບ​ບັນດາ​ວິ​ສາ​ຫະກິດ​. ​ເຈີ​ນຕວນຫວຽດ ພະນັກງານ​ບໍລິສັດ​ຫຸ້ນ​ສ່ວນ V&A ຫວຽດນາມ ​ໃຫ້​ຮູ້​ວ່າ:

          “ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ໄດ້​ມີ​ການ​ລົງທຶນ​ພັດທະນາ​ວິ​ທີຂາຍ​ເຄື່ອງ​ຫລື​ເບິ່​ງ​ແຍງດູ​ແລລູກ​ຄ້າ​ຜ່ານ​ຫນ້າ​ເວັບ​ສັງຄົມ, ພິ​ເສດ​ແມ່ນ Facebook. ປະຈຸ​ບັນ ຕະຫລາດ​ແບບນີ້​ແມ່ນ​ໃຫມ່​ອ່ຽມ. ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ ພິ​ເສດ ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ສາມາດ​ນຳ​ໃຊ້ Facebook ​​ເພື່ອ​ຂາຍ​ເຄື່ອງ ​ແລະ ຮູບການ​ນີ້ທັງ​ແມ່ນ​ວິທີ​ປະ​ຢັດ ທັງ​ນຳ​ມາ​ເຊິ່ງປະສິດທິ​ຜົນ.”

          ​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້ ການພັດ​ທະ​ນາຢ່າງ​​ແຮງ​ຂອງ​ເຄືອ​ຂ່າ​ຍສັງຄົມ ກໍ​ຄື​ການ​ພັດທະນາ​ຂອງ​ບັນດາ​ອຸປະກອນ​ເຄື່ອນ​ທີ່ ໄດ້​ປະກອບສ່ວນ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ພົວພັນ​ຄ້າຂາຍ​ທາງ​ເຄືອ​​ຂ່າ​ຍອິນ​ເຕີ​​ແນັດ​, ​ເຮັດ​ໃຫ້​ຜູ້​ຂາຍ​ສິນຄ້າ​​ໃກ້ຊິດ​ກັບ​ລູກ​ຄ້າ​ກວ່າ. ຍ້ອນ​ເຫດ​ນັ້ນ ການ​ຄ້າ​ເອ​ເລັກ​ໂຕ​ນິກນັບ​ມື້​ນັບ​ພັດທະນາ ​ແລະ ​ໄດ້​ຮັບ​ການ​ໝູນ​ໃຊ້​ຢ່າງ​ກວ້າງຂວາງຢູ່​ຫວຽດນາມ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ