ຄວາມສາມາດບົ່ມຊ້ອນຂອງເຂດເສດຖະກິດພິເສດ ບັກເວີນຟອງ

(VOVWORLD) - ຕາມແຜນທີ່ຝັ່ງທະເລ ຫວຽດນາມ ແລ້ວ, ອ່າວເວີນຟອງ ແມ່ນອ່າວໃຫຍ່, ເລິກ, ມີພູຕັ້ງຢູ່ອ້ອມແອ້ມຂ້ອນຂ້າງຫລາຍ. ອ່າວມີເນື້ອທີ່ປະມານ 46.000 ເຮັກຕາ, ລວມມີທັງເນື້ອທີ່ໜ້ານ້ຳ ແລະ ເນື້ອທີ່ດິນເຂດຝັ່ງ.
ຄວາມສາມາດບົ່ມຊ້ອນຂອງເຂດເສດຖະກິດພິເສດ ບັກເວີນຟອງ - ảnh 1ຄວາມສາມາດບົ່ມຊ້ອນຂອງເຂດເສດຖະກິດພິເສດ ບັກເວີນຟອງ (ພາບ: VTC)

ພ້ອມກັບ ເວີນດົນ (ແຂວງ ກວາງນິງ), ຟູ໋ກວກ (ແຂວງ ກຽນຢາງ), ບັກເວີນຟອງ ຂອງແຂວງ ແຄ໋ງຮ່ວາ ກໍ່ມີທ່າແຮງຫລາຍຢ່າງ ເພື່ອກໍ່ສ້າງເຂດເສດຖະກິດພິເສດ. ດ້ວຍທ່າໄດ້ປຽບທີ່ໂດດເດັ່ນ, ຄາດຄະເນວ່າ ບັກເວີນຟອງ ຈະແມ່ນໜຶ່ງໃນບັນດາເຂດບໍລິຫານ - ເສດຖະກິດພິເສດ, ເປັນໄມ້ງັດພັດທະນາເສດຖະກິດຢ່າງແຮງໃຫ້ແກ່ທົ່ວພາກກາງ. ບົດຂຽນຂອງບັນນາທິການ VOV.

        ຕາມແຜນທີ່ຝັ່ງທະເລ ຫວຽດນາມ ແລ້ວ, ອ່າວເວີນຟອງ ແມ່ນອ່າວໃຫຍ່, ເລິກ, ມີພູຕັ້ງຢູ່ອ້ອມແອ້ມຂ້ອນຂ້າງຫລາຍ. ອ່າວມີເນື້ອທີ່ປະມານ 46.000 ເຮັກຕາ, ລວມມີທັງເນື້ອທີ່ໜ້ານ້ຳ ແລະ ເນື້ອທີ່ດິນເຂດຝັ່ງ. ນີ້ແມ່ນອ່າວໃຫຍ່, ມີພູຕັ້ງຢູ່ອ້ອມແອ້ມຂ້ອນຂ້າງຫລາຍ ແລະ ປ້ານລົມດີ, ມີຄວາມເລິກແຕ່ 20 – 25 ແມັດ, ແມ່ນໜຶ່ງໃນບັນດາອ່າວທຳມະຊາດດີທີ່ສຸດໃນພາກພື້ນ ອາຊີຕາເວັນອອກ, ເວີນຟອງ ມີເງື່ອນໄຂເພື່ອພັດທະນາກາຍເປັນທ່າກ່ຳປັ່ນທາງຜ່ານສິນຄ້າສາກົນ. ເວີນຟອງ ກໍ່ແມ່ນເຂດທີ່ມີຫາດຊາຍທະເລຫລາຍແຫ່ງ ດ້ວຍບັນດາທິວທັດທຳມະຊາດທີ່ສວຍສົດງົດງາມທີ່ສຸດຢູ່ ຫວຽດນາມ ມີຄວາມສະດວກຕໍ່ການພັດທະນາບັນດາຮູບແບບການທ່ອງທ່ຽວ. ດ້ວຍເງື່ອນໄຂພູມສາດທຳມະຊາດ ແລະ ທ່າແຮງຂອງທ້ອງຖິ່ນ, ເຂດເສດຖະກິດ ເວີນຟອງ ໄດ້ຮັບການສ້າງຕັ້ງໃນປີ 2006 ຈາກລັດຖະບານ ຫວຽດນາມ ດ້ວຍເນື້ອທີ່ທັງໝົດປະມານ 150.000 ເຮັກຕາ, ລວມມີເນື້ອທີ່ດິນ 70.000 ເຮັກຕາ ສ່ວນຫຍັງເຫຼືອແມ່ນເນື້ອທີ່ໜ້ານ້ຳ ຂຶ້ນກັບເທດສະບານເມືອງ ນິງຮ່ວາ ແລະ ເມືອງ ວ້ານນິງ ທາງທິດເໜືອແຂວງ ແຄ໋ງຮ່ວາ. ນີ້ແມ່ນເຂດເສດຖະກິດສັງລວມຫລາຍຂະແໜງ, ຫລາຍຂົງເຂດ ດ້ວຍທ່າກ່ຳປັ່ນທາງຜ່ານສິນຄ້າ ຄອນເທນເນີສາກົນ, ອຸດສາຫະກຳກັ່ນຕອງນ້ຳມັນ, ທາງຜ່ານນ້ຳມັນບໍ່ ແລະ ຜະລິດຕະພັນນ້ຳມັນບໍ່, ສົມທົບການພັດທະນາເສດຖະກິດການທ່ອງທ່ຽວ - ການບໍລິການ, ອຸດສາຫະກຳ, ລ້ຽງປູກສິນໃນນ້ຳ ແລະ ບັນດາຂະແໜງເສດຖະກິດອື່ນໆ…ປັດຈຸບັນ, ເຂດເສດຖະກິດ ເວີນຟອງ ດຶງດູດໄດ້ 145 ໂຄງການລົງທຶນ, ດ້ວຍຍອດເງິນທຶນຈົດທະບຽນ 1,47 ຕື້ USD, ທຶນປະຕິບັດແມ່ນເກືອບ 630 ລ້ານ USD. ດ້ວຍບັນດາທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ, ເວີນຟອງ ໄດ້ຮັບການເລືອກເຟັ້ນບຸລິມະສິດພັດທະນາກາຍເປັນຫົວໜ່ວຍບໍລິຫານ - ເສດຖະກິດພິເສດ (ເອີ້ນຫຍໍ້ວ່າ ເຂດພິເສດ) ຈາກລັດຖະບານ ດ້ວຍເປົ້າໝາຍຈະກາຍເປັນແກ່ນສານ, ມີກຳລັງແຜ່ຂະຫຍາຍ ແລະ ສ້າງກຳລັງໜູນການເຕີບໂຕເສດຖະກິດຂອງທົ່ວເຂດທາງທິດໃຕ້ພາກກາງ. ທ່ານ ເລດຶກວິງ ປະທານຄະນະກຳມະການປະຊາຊົນແຂວງ ແຄ໋ງຮ່ວາ ໃຫ້ຮູ້ວ່າ:

        “ ບັກເວີນຟອງ ແມ່ນເຂດທີ່ມີທ່າໄດ້ປຽບຫລາຍຢ່າງ. ນີ້ແມ່ນອ່າວປ້ານລົມໄດ້ດີ, ມີເງື່ອນໄຂດິນຟ້າອາກາດດີ, ທິວທັດທຳມະຊາດສວຍສົດງົດງາມ ແລະ ກໍ່ມີນັກລົງທຶນສົນໃຈຫລາຍ. ແຂວງພວມກະກຽມກໍ່ສ້າງເຂດເສດຖະກິດພິເສດ ດຶງດູດບັນດານັກລົງທຶນເຂົ້າມາລົງທຶນຢູ່ອ່າວແຫ່ງນີ້. ສະເພາະບັນຫາການປ້ອງກັນຊາດປ້ອງກັນຄວາມສະຫງົບ ທາງແຂວງຈະມີບັນດາຂໍ້ກຳນົດສະເພາະ ກ່ຽວກັບການປ້ອງກັນຊາດປ້ອງກັນຄວາມສະຫງົບ ຍ້ອນເຂດນີ້ ແມ່ນທີ່ຕັ້ງຍຸດທະສາດ.

ຄວາມສາມາດບົ່ມຊ້ອນຂອງເຂດເສດຖະກິດພິເສດ ບັກເວີນຟອງ - ảnh 2ອ່າວເວີນຟອງ (ພາບ: (http://cafef.vn)

        ຕາມທ່ານ ເລດຶກວິງ ແລ້ວ, ກຳລັງໜູນການເຕີບໂຕຕົ້ນຕໍຂອງ ເວີນຟອງ ແມ່ນມາຈາກທ່ານ້ຳເລິກ, ເສດຖະກິດທາງທະເລ ແລະ ເສັ້ນທາງທະເລສາກົນ. ດັ່ງນັ້ນ, ແຄ໋ງຮ່ວາ ກຳນົດທິດການພັດທະນາເຂດເສດຖະກິດພິເສດດ້ວຍ 4 ກຸ່ມຂະແໜງອາຊີບທີ່ເປັນເອກະລັກສະເພາະຄື: ທ່າກ່ຳປັ່ນ ແລະ ການບໍລິການ Logistics; ການຄ້າ - ການບໍລິການການເງິນສາກົນ; ສູນບໍລິການ - ການທ່ອງທ່ຽວບັນເທິງ, casino ລະດັບພາກພື້ນ ແລະ ສາກົນ; ພັດທະນາວິທະຍາສາດເຕັກນິກເຕັກໂນໂລຢີສູງ, ສາທາລະນະສຸກ, ການສຶກສາ, ການບໍລິການຊັບສິນທາງປັນຍາ.

        ທ້າຍປີ 2017, ຮ່າງກົດໝາຍວ່າດ້ວຍຫົວໜ່ວຍບໍລິຫານ - ເສດຖະກິດພິເສດ ກໍ່ໄດ້ຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນທ້າຍປີຂອງສະພາແຫ່ງຊາດ. ຕາມນັ້ນແລ້ວ, ບັກເວີນຟອງ ໄດ້ຮັບການເລືອກເຟັ້ນແມ່ນ 1 ໃນ 3 ສະຖານທີ່ໄດ້ຮັບການພິຈາລະນາກໍ່ສ້າງເຂດເສດຖະກິດພິເສດ. ການປຶກສາຫາລືກ່ຽວກັບເນື້ອໃນດັ່ງກ່າວ, ບັນດາສະມາຊິກສະພາແຫ່ງຊາດສ່ວນຫລາຍເຫັນດີນຳກັນວ່າ ມອບສິດ, ກຳນົດລະບອບລະບຽບການພິເສດໃຫ້ບັນດາເຂດເສດຖະກິດພິເສດ. ທ່ານ ຫງວຽນສີດົ່ງ ສະມາຊິກສະພາແຫ່ງຊາດແຂວງ ກວາງຈິ້ ຖືວ່າ: ບັນດາເຂດເສດຖະກິດພິເສດຈະກາຍເປັນເຂດນຳໜ້າໃນການພັດທະນາ, ມີລັກສະນະແຜ່ຂະຫຍາຍສູງ, ດັ່ງນັ້ນ ຕ້ອງສ້າງກົດໝາຍດັດປັບສະເພາະ ເພື່ອສ້າງພື້ນຖານນິຕິກຳໝູນໃຊ້ສຳລັບມາດຕະຖານຮູບແບບໃໝ່ນີ້. ທ່ານ ຫງວຽນສີດົ່ງ ກ່າວວ່າ:

        “ກົດໝາຍກ່ຽວກັບເຂດເສດຖະກິດພິເສດແມ່ນຈຳເປັນທີ່ສຸດ ເພື່ອສ້າງກຳລັງດຶງດູດ, ບາດກ້າວບຸກທະລຸ, ຈຸດທີ່ເປັນໜ້າສົນໃຈ, ສ້າງກຳລັງໜູນຊຸກຍູ້ໃຫ້ພື້ນຖານເສດຖະກິດພັດທະນາ. ໃນຊຸມປີຜ່ານມາ ບັນດາເຂດເສດຖະກິດເຄືຶ່ອນໄຫວຢ່າງມີປະສິດທິຜົນສົມຄວນ, ແຕ່ຫາກເອີ້ນວ່າ ແມ່ນເຂດເສດຖະກິດພິເສດ ຕ້ອງມີບັນດານະໂຍບາຍທີ່ໂດດເດັ່ນ ແລະ ສ້າງໃຫ້ມັນມີກົນໄກທີ່ເຂັ້ມແຂງ ຈຶ່ງດຶງດູດການລົງທຶນເພື່ອພັດທະນາ.

        ທ່ານ ເລຊວນເທີນ ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ, ຮອງປະທານສະພາປະຊາຊົນແຂວງ ແຄ໋ງຮ່ວາ ກໍ່ຖືວ່າ: ການກໍ່ສ້າງເຂດເສດຖະກິດພິເສດຢູ່ ຫວຽດນາມ ແມ່ນຊັກຊ້າກ່ວາບັນດາປະເທດອ້ອມຂ້າງ. ເພາະສະນັ້ນ, ຖ້າຫາກຍັງສືບຕໍ່ຊັກຊ້າ ຈະພາດໂອກາດໄປຫລາຍຢ່າງ. ຕາມທ່ານ ເລຊວນເທີນ ແລ້ວ, ແຂວງ ແຄ໋ງຮ່ວາ ໄດ້ລໍຖ້າມາເປັນເວລາຫລາຍປີ ເພື່ອກໍ່ສ້າງເຂດເສດຖະກິດພິເສດ ບັກເວີນຟອງ. ດ້ວຍທ່າໄດ້ປຽບໂດດເດັ່ນ ພ້ອມກັບບັນດາກົນໄກ - ນະໂຍບາຍພິເສດ ພວມໄດ້ຮັບການຄົ້ນຄວ້າກໍ່ສ້າງ, ຫວັງວ່າ ເຂດດິນແດນທີ່ຮົກເຮື້ອວ່າງເປົ່ານີ້ ຈະກາຍເປັນເຂດດຶງດູດບັນດານັກລົງທຶນໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ