ຄາດຄະເນຕັ້ງຫນ້າຫລາຍຢ່າງກ່ຽວກັບການເຕີບໂຕເສດຖະກິດປີ 2015


(vovworld)- ປີ 2014, ເສດ​ຖະ​ກິດ​ຫວຽດ​ນາມ ບັນ​ລຸ​ລະ​ດັບ​ເຕີບ​ໂຕ 5,98%, ລື່ນ​ກາຍ​ຄາດ​ໝາຍ​ຊື່ງ​ສະ​ພາ​ແຫ່ງ​ຊາດ​ໄດ້ວາ​ງອອກ​ແມ່ນ 5,8%. ປີ 2015, ລັດ​ຖະ​ບານ​ໄດ້​ວາງ​ຄາດ​ໝາຍການ​ເຕີບ​ໂຕ​ເສດ​ຖະ​ກິດ​ບັນ​ລຸ​ປະ​ມານ 6,2%. ເຖິງວ່າ​ເສດ​ຖະ​ກິດ​ໂລກ​ກໍ​ຄື​ພາຍ​ໃນ​ປະ​ເທດ ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກບໍ່​ແມ່ນ​ຫນ​ອ້ຍ ແຕ່​ມາ​ຮອດ​ປະ​ຈຸ​ບັນ ປະ​ກົດ​ອອກ​ບັນ​ດາ​ປັດ​ໄຈ​ຕັ້ງ​ຫນ້າ, ສ້າງ​ເງື່ອນ​ໄຂ​ເພື່ອ​ບັນ​ລຸ​​ລະ​ດັບ​ເຕີບ​ໂຕ​ດັ່ງ​ກ່າວ​ໃຫ້​ໄດ້.
ຄາດຄະເນຕັ້ງຫນ້າຫລາຍຢ່າງກ່ຽວກັບການເຕີບໂຕເສດຖະກິດປີ 2015  - ảnh 1
ພາບ​ປະ​ກອບ:internet

        ປີ 2014 ແມ່ນ​ປີ​ທີ່​ຫວຽດ​ນາມ ສຳ​ເລັດ ແລະ​ລື່ນ​ກາຍ​ຫລາຍ​ຄາດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ສຳ​ຄັນ. ໄພ​ເງິນ​ເຟີ້​ຫລຸດ​ລົງ​ພໍ​ສົມ​ຄວນ, ອັດ​ຕາ​ດອກ​ເບ້ຍ​ສິນ​ເຊື່ອ​ຫລຸດ​ລົງ, ການ​ສົ່ງ​ອອກ​ຮັກ​ສາ​ລະ​ດັບ​ເຕີບ​ໂຕ​ສູງ, ມີ​ການ​ສົ່ງ​ອ​ອກ​ເກີນ​​ດຸ່ນ. ຍອດ​ວົງ​ເງິນ​ສົ່ງ​ອອກ​ບັນ​ລຸ​ລະ​ດັບ 150 ຕື້ USD, ຊື່​ງ​ແມ່ນ​ລະ​ດັບ​ສູງ​ສຸດ​ນັບ​ແຕ່ກ​ອ່ນ​ມາ​ຮອດ​ປະ​ຈຸ​ບັນ. ບົນ​ພື້ນ​ຖານ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້ ພ້​ອມ​ກັບ​ຫລາຍ​ປັດ​ໄຈ​ສະ​ດວກ​ໃນ​ປີ​ໃຫມ່, ບັນ​ດາ​ຜູ້​ຊ່ຽວ​ຊານ​ເສດ​ຖະ​ກິດ​ຖື​ວ່າ: ການ​ສົ່ງ​ອອກ​ຍັງ​ສືບ​ຕໍ່​ແມ່ນ​ກຳ​ລັງ​ຫນູນ​ສຳ​ຄັນ​ໃຫ້​ແກ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ. ໄລ່​ມາ​ຮອດ​ປະ​ຈຸ​ບັນ, ນອກ​ຈາກ​ສັນ​ຍາ​ຫລາຍ​ຝ່າຍ​ກັບ​ອົງ​ການ​ການ​ຄ້າ​ໂລກ (WTO), ຫວຽດ​ນາມ ໄດ້​ກາຍ​ເປັນ​ສະ​ມາ​ຊິກ​ຂອງ 7 ສັນ​ຍາ​ການ​ຄ້າ​ເສ​ລີ​ສອງ​ຝ່າຍ ແລະ ຫລາຍ​ຝ່າຍ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ. ໃນ​ປີ 2015, ຫວຽດ​ນາມ ຈະ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຕາ​ມ​ບັນ​ດາ​ສັນ​ຍາ​ຫາ​ກໍ​ລົງ​ນາມ​ໂດຍ​ໄວ​ຄື: ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ- ສ​ເກົາ​ຫລີ, ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ ຫວຽດ​ນາມ ແລະ ພັນ​ທະ​ມິດ​ພາ​ສີ ລັດ​ເຊຍ- ເບ​ລາ​ຣຸດ - ກາ​ຊັກ​ສະ​ຖານ. ພ້ອມ​ກັນ​ນັ້ນ, ສືບ​ຕໍ່​ເຈ​ລ​ະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ອີ​ຢູ, ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຍຸດ​ທະ​ສາດ​ຂ້າມ​ປາ​ຊີ​ຟີກ (TPP) ແລະ ເຂົ້າ​ຮ່ວມ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ. ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​​ເສດ​ຖະ​ກິດ​ໂລກ ນັບ​ມື້​ນັບ​ເລິກ​ເຊິ່ງ ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ເພີ່ມ​ວົງ​ເງິນ​ສົ່ງ​ອອກ, ຈາກນັ້ນ ຊຸກ​ຍູ້​ການ​ເຕີບ​ໂຕຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ GDP. ດ​ຣ ຟ້າມ​ເຕີດ​ທັງ, ຜູ້​ຊ່ຽວ​ຊານ​ຂັ້ນ​ສູງ ສະ​ຖາ​ບັນ​ຄົ້ນ​ຄ້ວ​າ​ດ້ານ​ການ​ຄ້າ, ສັງ​ກັດ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ຖື​ວ່າ:

        “ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ຟົດ​ຟື້ນກວ່າ ຍ້ອນ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ທີ່​ໄດ້​ລົງ​ນາມ​ກັບ​ຄູ່​ຮ່ວມ​ມື  ແລະ ຄາດ​ວ່າ​ໃນ​ໄຕ​ມາດ​ທີ 1 ປີນີ້, ສັນ​ຍາ  TPP ອາດ​ຈະ​ໄດ້​ຮັບ​ການ​ລົງ​ນາມ. ສິ່ງ​ດັ່ງ​ກ່າວ​ຈະ​ຊ່ວຍ​​​ໃຫ້ການສົ່ງ​ອອກຂອງ​ຫວຽດ​ນາມ ກ້າວ​ເດີນ​ອີກບາດ​ຫນຶ່ງ”

        ປັດ​ໄຈ​ຫນຶ່ງ​ທີ່ສຳ​ຄັນ​ ​ແມ່ນ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຫວຽດ​ນ​າມ ໃນ​ປີ 2015 ນັ້ນ​ແມ່ນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກ​ສາ​ເປັນ​ປົກ​ກະ​ຕິ. ຕາມນັ້ນ​ແລ້ວ, ໄພ​ເງິນ​ເຟີ້ ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ ຍັງ​ຢູ່​ໃນ​ລະ​ດັບ​ຕ່ຳ, ປ​ະ​ມານ 4%, ຮັບ​ປະ​ກັນ​ການ​ດຸ່ນ​ດ່ຽງ​ເສດ​ຖະ​ກິດ​ເປັນ​ປົກ​ກະ​ຕິ ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ປະ​ຕິ​ບັດ​ຈຸດ​ໝາຍ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່. ນີ້​ກໍ​ແມ່ນ​ກາ​ລະ​ໂອ​ກາດ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ, ພິ​ເສດ ແມ່ນ​ການ​ລົງ​ທຶນ​ຕ່າງ​ປະ​ເທດ. ຄາດ​ຄະ​ເນ​ວ່າ ເງິນ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ FDI ອາ​ດ​ຈະ​ເພີ່ມ​ຈຳ​ນວນ​ການ​ປ່ອຍ​ເງິນ​ຂຶ້ນ​ເຖິງ 17 ຕື້ USD. ດ້ວຍ​ກາ​ນ​ປ່ອຍ​ເງິນ FDI ນີ້, ການ​ເຕ​ີບ​ໂຕ​ໃນ​ຊຸມ​ປີ​ຕໍ່​ໄປ​ຂອງ​ຫວຽດ​ນາມ ຈະ​ໄດ້​ຮັບ​ການ​ປັ​ບ​ປຸງ. ດ​ຣ ຫງວຽນ​ງອກ​ຕວຽນ, ຫົວ​ຫນ້າ​ສະ​ຖາ​ບັນ​ເສດ​ຖະ​ກິດ - ການ​ເງິນ, ສະ​ຖາ​ບັນ​ການ​ເງິນ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ເມື່ອໄພ​ເງິນ​ເຟີ້​​ຢູ່​ໃນ​ລະ​ດັບຕ່ຳ, ພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ສະ​ດວກ, ນອກນັ້ນ ພື້ນ​ຖານ​ເສດ​ຖະ​ກິດ​ນັບ​ມື້​ນັບ​ເຊື່ອມ​ໂຍງ​ຢ່າງກວ້າງ​ຂວາງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ ການ​ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ໃນ​ປີ 2015 ນັບ​ມື້​ນັ​ບ​ເພີ່ມ​ຂຶ້ນ. ພວກ​ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ວ່າ ທຶນ FDI ໃນ​ 5 ປີ​ຈະ​ມາ​ເຖິງ ແມ່ນ​ແຫລ່ງ​ກຳ​ລັງ​ຫລັກ​ແຫລ່ງ​ໃຫ້​ແກ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຫວຽດ​ນາມ. ໄພ​ເງິນ​ເຟີ້​ຮັບ​ປະ​ກັນ​ການ​ດຸ່ນ​ດ່ຽງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ນັກ​ລົງ​ທຶນ​ກັບ​ຄືນ​ຫວຽດ​ນາມ.”

        ຈຸດ​ທີ່​ພົ້ນ​ເດັ່ນ​ອີກ​ໃນ​ປີ 2015 ນັ້ນ​ແມ່ນ ມີ​ຮ່າງ​ກົດ​ໝາຍ​​ສະ​ບັບ​ປັບ​ປຸງຫລາຍ​ສະ​ບັບ ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດຕົວ​ຈິງ. ລະ​ອຽດ​ແມ່ນ ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ບັນ​ດາ​ກົດ​ໝາຍ​ວ່າ​ດ້ວຍ​ພາ​ສີ​, ກົດ​ໝາຍ​ວ່າ​ດ້ວຍ​ອາ​ກອນ, ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ.. ຈະ​ສົ່ງ​ຜົນ​ກະ​ທົບ​ໃຫຍ່​ເຖິງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ເວົ້າ​ລວມ ກໍ​ຄື ກາ​ລະ​ໂອ​ກາດ​ເພື່ອ​ດຶງ​ດູດ​ກະ​ແສ​ເງິນ​ລົງ​ທຶນ​ເວົ້າ​ສ​ະ​ເພາະ. ທ່ານ ເລ​ດັງ​ຢ​ວານ, ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ໄຈ້​ແຍກວ່າ:

        “ການ​ເຕີບ​ໂຕ​ປີນີ້​ອາ​ດ​ຈະ​ບັນ​ລຸ ແຕ່ 5,5%-6%. ​ສຳ​ລັບ​ຄ​າດ​ໝາຍ​ວາງ​ອອກ 6,2% ພວກ​ເຮົາ​ຕ້ອງ​ພະ​ຍາ​ຍາມ​ຈຶ່ງ​ບັນ​ລຸ. ນັ້ນ​ແມ່ນ ລັດ​ຖະ​ບານ​ຕ້ອງ​ຍູ້​ແຮງ​ກິດ​ຈະ​​ການປະ​ຕິ​ຮູ​ບດ້ານ​ບໍ​ລິ​ຫານ, ຫລຸດ​ຜ່ອນ​ລາຍ​ຈ່າຍ, ລະ​ບຽບ​ການ​ໃຫ້​ແກ່​ວິ​ສາ​ຫະ​ກິດ ເພື່ອ​ສາ​ມາດ​ຍູ້​ແຮງ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ. ຄວນ​ມີ​ການ​ກະ​ທຳ​ລະ​ອຽດ ຈຶ່ງ​ສາ​ມາດ​ບັນ​ລຸ​ໄດ້​ຄາດ​ໝ​າຍ​ເຕີບ​ໂຕ 6,2%, ເພາະ​ວ່າ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລກ ຍັງ​ມີ​ການ​ຜັນ​ແປ​ຫລາຍ​ຢ່າງ​ຍາກ​ທີ່​ຄາດ​ຄະ​ເນ​ໄດ້. ປີ 2015 ແມ່ນ​ປີ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ, ບັນ​ດາ​ວິ​ສາ​ຫະ​ກິດ​ຕ້ອງ​ແກ້​ງ​ແຍ້ງ​ຢ່າງ​ແຮງ​ຈຶ່ງ​ຮັກ​ສາ​ຕະ​ຫລາດ​ໄດ້.”

        ຄວາມ​ຈິງ​ໃນ​ໄລ​ຍະ​ຜ່ານ​ມາ, ເສດ​ຖະ​ກິດ​ຫວຽດ​ນາມ ຍັງ​ຄົງ​ອີງ​ໃສ່​ສ່​ວນ​ຫລາຍ​ຈາກ​ເງິນ​ລົງ​ທຶນ, ຈ້າງ​ຄ່າ​ແຮງ​ງານ​ຕ່ຳ, ສະ​ມັດ​ຕະ​ພາບ​ຕ່ຳ ແລະ ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ. ເພື່ອ​ບັນ​ລຸ​ບາດ​ກ້າວ​ບຸກ​ທະ​ລຸ, ຫວຽດ​ນາມ ພວມ​ຫັນ​ໄປ​ສູ່​ຮູບ​ແບບ​ເຕີບ​ໂຕ​ໃຫມ່, ອີ​ງ​ໃສ່​ສະ​ມັດ​ຕະ​ພາບ​ແຮງ​ງານ, ສ້າງ​ມູນ​ຄ່າ​ເພີ່ມ​ຜະ​ລິດ​ຕະ​ພັນ​ສິນ​ຄ້າ​ໃຊ້​ສອຍ​ພາຍ​ໃນ​ປະ​ເທດ ແລະ ເພີ່ມ​ທະ​ວີ​ການ​ສົ່ງ​ອອກ. ນີ້​ແມ່ນ​ທິດ​ກ້າວ​ເດີນ​ຕັ້ງ​ຫນ້າ, ສ້າງ​ທ່ວງ​ທ່າ​ໃຫ້​ແກ່​ພື້​ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ກວ່າ​ໃນ​ອະ​ນາ​ຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ