ງານຕະຫລາດນັດທ່ອງທ່ຽວ,ປະກອບສ່ວນນຳທ່ອງທ່ຽວກາຍເປັນຂະແຫນງປາຍແຫລມ

(VOVWORLD) -ງານຕະຫລາດນັດທ່ອງທ່ຽວສາກົນຫວຽດນາມ (VITM) ຮ່າໂນ້ຍປີ 2018 ດຳເນີນພຽງໃນເວລາ 4 ວັນ ແຕ່ວັນທີ 29 ມີນາຫາວັນທີ 1 ເມສາ ແຕ່ໄດ້ດຶງດູດການເຂົ້າຮ່ວມຂອງກວ່າ 70.000 ເທື່ອຄົນ ພ້ອມກັບ ວິສາຫະກິດທ່ອງທ່ຽວຫວຽດນາມ ແລະ ສາກົນນັບພັນໆແຫ່ງໄດ້ເຂົ້າຮ່ວມບັນດາກອງປະຊຸມສຳມະນາ, ການໂອ້ລົມສົນທະນາ, ຈ່າວຂາຍຜະລິດຕະພັນໃຫ້ແກ່ແຂກທ່ອງທ່ຽວ. ງານຕະຫລາດນັດທ່ອງທ່ຽວສາກົນຫວຽດນາມ ປີ 2018 ໄດ້ນຳມາເຊິ່ງກາລະໂອກາດໂຄສະນາບັນດາບັນຫາຫລັກແຫລ່ງກ່ຽວກັບນະໂຍບາຍ, ການກະທົບຢ່າງແຮງເຖິງການພັດທະນາຂອງຂະແຫນງເສດຖະກິດປາຍແຫລມ.

ງານຕະຫລາດນັດທ່ອງທ່ຽວ,ປະກອບສ່ວນນຳທ່ອງທ່ຽວກາຍເປັນຂະແຫນງປາຍແຫລມ - ảnh 1 ງານຕະຫລາດນັດທ່ອງທ່ຽວVITM ຮ່າໂນ້ຍ ປີ 2018

ພາບ:vnexpress.net

VITM ຮ່າໂນ້ຍ ປີ 2018 ໄດ້ກາຍເປັນວັນບຸນຂອງບັນດາວິສາຫະກິດທ່ອງທ່ຽວຫວຽດນາມ. ດ້ວຍ 502 ຮ້ານວາງສະແດງຂອງ 675 ວິສາຫະກິດ, ໃນນັ້ນ ມີ 112 ຮ້ານວາງສະແດງຂອງບັນດາວິສາຫະກິດ ແລະ ອົງການສົ່ງເສີມການທ່ອງທ່ຽວຂອງ 21 ປະເທດ ແລະ ເຂດແຄ້ວນ. ງານຕະຫລາດນັດປີນີ້ ໄດ້ເລືອກເຟັ້ນຫົວເລື່ອງ “ທ່ອງທ່ຽວອອນລາຍ, ທ່ອງທ່ຽວຫວຽດນາມມຸ່ງໄປເຖິງອຸດສາຫະກຳຄັ້ງທີ 4” ດ້ວຍການເຄື່ອນໄຫວຫລາຍຢ່າງ ແລະ ເຂດວາງສະແດງຕ່າງໆ ເພື່ອແນໃສ່ສົ່ງເສີມ ແລະ ຫນູນຊ່ວຍບັນດາວິສາຫະກິດຍູ້ແຮງການຮ່ວມທຸລະກິດ, ສຳຜັດ ແລະ ກຳແຫນ້ນບັນດາກາລະໂອກາດດຳເນີນທຸລະກິດໃນສັງກາດດີຈີທອນ, ເຕັກນິກ ຈາກນັ້ນ ຍູ້ແຮງການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການດຳເນີນທຸລະກິດຂອງບັນດາວິສາຫະກິດທ່ອງທ່ຽວ. ທ່ານຫວູເທບີງ, ປະທານສະມາຄົມທ່ອງທ່ຽວຫວຽດນາມ, ຫົວຫນ້າຄະນະຈັດຕັ້ງງານຕະຫລາດນັດຫວຽດນາມ ໃຫ້ຮູ້ວ່າ:

        “ເລື່ອງບັນດາຫົວຫນ່ວຍນຳຫນ້າໃນການຮ່ວມສຳພັນບັນດາການບໍລິການ ແມ່ນສິ່ງທີ່ຄວນສົ່ງເສີມ. ບັນດາວິສາຫະກິດຫວຽດນາມ ຍັງບໍ່ທັນປະຕິບັດໄດ້ ສ່ວນວິສາຫະກິດຕ່າງປະເທດແມ່ນປະຕິບັດເປັນຢ່າງດີແລ້ວ. ພວກເຮົາຕ້ອງຝືກອົບຮົມໃຫ້ວິສາຫະກິດຮູ້ຈັກເຖິງການຮ່ວມສຳພັນ.”

        ທີ່ງານຕະຫລາດນັດທ່ອງທ່ຽວສາກົນປີນີ້ ມີວິສາຫະກິດເກືອບ 700 ແຫ່ງຢູ່ພາຍໃນປະເທດ ແລະ ສາກົນ ຄື: ສເກົາຫລີ, ຍີ່ປຸ່ນ, ຝລັ່ງ, ອັງກິດ, ເຢຍລະມັນ, ອົດສະຕາລີ… ເຂົ້າຮ່ວມ. ຕາມການສະຖິຕິແລ້ວ, ມີປີ້ຍົນ 40.000 ປີ້ ດ້ວຍລາຄາຕ່ຳ ແລະ ກວ່າ 15.000 tour ທ່ອງທ່ຽວຄົບບໍລິການໄດ້ຮັບການຫລຸດລາຄາ ຖືກນຳມາຂາຍຢູ່ງານຕະຫລາດນັດຄັ້ງນີ້ ໄດ້ສ້າງເງື່ອນໄຂໃຫ້ລູກຄ້າສຳຜັດກັບບັນດາບໍລິການຢູ່ພາຍໃນປະເທດ ແລະ ສາກົນ. ບັນດາການເຄື່ອນໄຫວຊື້ຂາຍຜະລິດຕະພັນໃນລາຍການກະຕຸ້ນຄວາມຕ້ອງການທ່ອງທ່ຽວໄດ້ເພີ່ມຂຶ້ນຢ່າງແຮງນັບທັງຄຸນນະພາບ ແລະ ຈຳນວນ ຜ່ານງານຕະຫລາດນັດ, ນຳມາເຊິ່ງຜົນປະໂຫຍດຢ່າງຈະແຈ້ງ, ແທດຈິງໃຫ້ແກ່ມວນຊົນກໍ່ຄືບັນດາຫົວຫນ່ວຍເຂົ້າຮ່ວມຮ້ານວາງສະແດງ. ອ້າຍ ຫງວຽນແທ່ງລອງ, ລູກຄ້າ ຢູ່ ເມືອງ ບາດີງ ຮ່າໂນ້ຍ ແບ່ງປັນວ່າ:

        “ຂ້າພະເຈົ້າເຂົ້າຮ່ວມງານຕະຫລາດນັດເພື່ອມີປະສົບການ ແລະ ເພື່ອຊອກຫາກາລະໂອກາດໄດ້ຊື້ປີ້ດ້ວຍລາຄາເໝາະສົມ, ສອດຄ່ອງເພື່ອໃຫ້ບັນດາຄອບຄົວໄປທ່ອງທ່ຽວລະດູແລ້ງຢ່າງສະດວກກວ່າ.”

        ທຸງຊາດຂອງ 21 ປະເທດ ໄດ້ປີວສະບັດໃນຕະຫລອດ 4 ມື້ດຳເນີນງານຕະຫລາດນັດ, ເປັນການສະແດງໃຫ້ເຫັນການເຊື່ອມໂຍງ ແລະ ທີ່ຕັ້ງຂອງຫວຽດນາມ ໃນພາກພື້ນ ແລະ ສາກົນ. ນີ້ແມ່ນຜົນສຳເລັດນອກເຫນືອຄວາມມຸ່ງຫວັງ ຊື່ງ VITM 2018 ໄດ້ນຳມາໃຫ້ຂະແຫນງທ່ອງທ່ຽວຫວຽດນາມ.

ງານຕະຫລາດນັດທ່ອງທ່ຽວ,ປະກອບສ່ວນນຳທ່ອງທ່ຽວກາຍເປັນຂະແຫນງປາຍແຫລມ - ảnh 2ຮ້ານວາງສະແດງຂອງອິນໂດເນເຊຍ 

ພາບ:vnexpress.net

        ປີ 2017 ທ່ອງທ່ຽວຫວຽດນາມ ໄດ້ຕ້ອນຮັບແຂກສາກົນເກືອບ 13 ລ້ານເທື່ອຄົນ, ບັນລຸລະດັບເຕີບໂຕເກືອບ 30%, ຮັບໃຊ້ແຂກທ່ອງທ່ຽວຢູ່ພາຍໃນປະເທດປະມານ 73 ລ້ານເທື່ອຄົນ, ຍອດລາຍຮັບຈາກການທ່ອງທ່ຽວບັນລຸປະມານ 500.000 ຕື້ດົງ. ເຖິງວ່າ ການທ່ອງທ່ຽວຫວຽດນາມ ໄດ້ເຕີບໂຕ 30% ແຕ່ເມ່ືອທຽບໃສ່ບັນດາປະເທດໃກ້ຄຽງຄື: ໄທ, ສິງກະໂປ, ມາເລເຊຍ, ອິນໂດເນເຊຍ ກຳລັງແກ້ງແຍ້ງຂອງຂະແຫນງທ່ອງທ່ຽວຫວຽດນາມ ຍັງຈຳກັດຢູ່, ຊັບພະຍາກອນທຳມະຊາດ ແລະ ຄວາມສາມາດບົ່ມຊ້ອນຍັງບໍ່ທັນໄດ້ເສີມຂະຫຍາຍຢ່າງແທ້ຈິງ, ການພັດທະນາການທ່ອງທ່ຽວບໍ່ທັນລົງເລິກ. ປີ 2018, ຂະແຫນງທ່ອງທ່ຽວຫວຽດນາມ ສູ້ຊົນບັນລຸຄາດໝາຍຕ້ອນຮັບແຂກທ່ອງທ່ຽວເກືອບ 94 ລ້ານເທື່ອຄົນ, ໃນນັ້ນ ແຂກທ່ອງທ່ຽວສາກົນ ປະມານ 15 – 17 ລ້ານເທ່ືອຄົນ, ຍອດລາຍຮັບຈາກແຂກທ່ອງທ່ຽວບັນລຸ 620.000 ຕື້ດົງ. ຕາມນັ້ນແລ້ວ, ໄລຍະຈະມາເຖິງ ຂະແຫນງທ່ອງທ່ຽວຫວຽດນາມ ສຸມໃສ່ຜັນຂະຫຍາຍ 5 ໝວດຫນ້າທີ່, ໃນນັ້ນ ຈຸດສຸມແມ່ນເພີ່ມທະວີຜົນສັກສິດການຄຸ້ມຄອງຢູ່ບັນດາທ້ອງຖິ່ນ, ຄວບຄຸມ, ຄຸ້ມຄອງບັນດາສະຖານທີ່ທ່ອງທ່ຽວເປັນຢ່າງດີ ເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ແຂກທ່ອງທ່ຽວ, ຮັບປະກັນຄຸນນະພາບບໍລິການ, ຜັນຂະຫຍາຍແຜນການເພີ່ມທະວີວຽກງານຄຸ້ມຄອງ, ປັບປຸງບັນດາການເຄື່ອນໄຫວດຳເນີນທຸລະກິດການທ່ອງທ່ຽວ ແລະ ແນະນຳການທ່ອງທ່ຽວ, ກວດກາບັນດາວິສາຫະກິດທ່ອງທ່ຽວຢູ່ບັນດາທ້ອງຖິ່ນ. ຍູ້ແຮງການສົ່ງເສີມ, ໂຄສະນາພາບພົດທ່ອງທ່ຽວຫວຽດນາມ ຢູ່ພາຍໃນປະເທດ ແລະ ຕ່າງປະເທດຜ່ານບັນດາເຫດການງານຕະຫລາດນັດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ