ຈຸດພົ້ນເດັ່ນໃນການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ ໃນ 6 ເດືອນຕົ້ນປີ 2013

(vovworld)- ກົມ​ລົງທຶນ​ຕ່າງປະ​ເທດ ສັງກັດ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ຫາ​ກໍ່​ປະກາດ​ຕົວ​ເລກສະ​ແດງ​ໃຫ້​ເຫັນ​ວ່າ: ​ເງິ​ນລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ(FDI) ​ເຂົ້າ​ຫວຽດນາມ​ໃນ 6 ​ເດືອນ​ຕົ້ນ​ປີ 2013 ​ໄດ້​ມີ​ສັນຍານ​ຕັ້ງຫນ້າ. ບັນດາ​ປັດ​ໄຈ​ພື້ນຖານ​ຄື: ທຶນ​ຈົດ​ທະບຽນ, ທຶນ​ຈາກ​ການ​ປ່ອຍ​ເງິນ ​ແລະ ​ໂຄງ​ປະກອບ​ທຶນ​ລ້ວນ​ແຕ່​ມີ​ການ​ຫັນປ່ຽນ ​ນັ້ນແມ່ນ​ບັນດາ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ດຶງ​ດູດ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ. ​

        ​​ໃນ 6 ​ເດືອນ​ຕົ້ນ​ປີ, ກຸ່ມ​ບໍລິສັດ​ເອ​ເລັກ​ໂຕ​ນິກ Samsung ຂອງ ສ​ເກົາຫລີ ແມ່ນ​ນັກ​ລົງທຶນ​ຕ່າງປະ​ເທດ​ຢືນ​ອັນ​ດັບ​ຫນຶ່ງ​ຢູ່​ຫວຽດນາມ ດ​​້ວຍທຶນ​ໝັ້ນ​ໝາຍ​​ແກ່​ການລົງທຶນ​ຂຶ້ນ​ເຖິງ​ກວ່າ 3 ຕື້ USD. ​ໃນ​ນັ້ນ 2 ຕື້ USD ​ແມ່ນ​ລົງທຶນ​ຢູ່​ເຂດ​ອຸດສາຫະກ​ຳ​ເຕັກ​ໂລ​ໂນ​ຊີ​ສູງ​ປະສົມ Samsung ທີ່​​ເຂດ​ອຸດສາຫະກຳ ອຽນ​ບີ່​ງ ​ແຂວງ ທາຍ​ງວຽນ ​ແລະ ​ 1 ຕື້ USD​ ​ແມ່ນ​ທຶນ​ເພີ່ມ​ຂຶ້ນໃຫ້​ແກ່​ໂຄງການ​ຢູ່​ແຂວງ ບັກ​ນີງ. ​ໂຄງການ Samsung ຢູ່​ບັກ​ນິງ ພຽງ​ແມ່ນ​ຫນຶ່ງ​ໃນ 217 ​ໂຄງການ​ທີ່​ຈົດ​ທະບຽນ​ເພີ່​ມທຶນ​ໃນ 6 ​ເດືອນ​ຕົ້ນ​ປີ 2013, ຍົກ​ຈຳນວນ​ທຶນ​​ເປີດ​ກວ້າງ​ການ​ຜະລິດ​ຂອງ​ບັນດາ​ວິ​ສາ​ຫະກິດ FDI ຢູ່ ຫວຽດນາມ ​ເພີ່ມ​ຂຶ້ນ 35,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2012. ຈຳນວນ​ທຶນ​ຈົດ​ທະບຽນລົງທຶນເພີ່ມ​ຂຶ້ນ​ຢ່າງ​ແຮງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຈຸດ​ພົ້​ນ​ເດັ່ນ​​ໃນ​ການ​ດຶງ​ດູດ​ທຶນ FDI ​ໃນ 6 ​ເດືອນ​ຕົ້ນ​ປີ, ​ຍ້ອນສະພາບ​ແວດລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ສະດວກ, ບັນດາ​ວິ​ສາ​ຫະກິດ​ຈຶ່ງ​ຄິດ​ໄລ່​ເຖິງ​ການ​ເປີດ​ກວ້າງການ​ຜະລິດ​ດ​ຳ​ເນີນ​ທຸລະ​ກິດ ​ແລະ ຂໍອະນຸຍາດ​ເພີ່ມ​ທຶນ. ສິ່ງ​ດັ່ງກ່າວ​ກໍ​ໝາຍ​ຄວາມ​ວ່າ ບັນດາ​ວິ​ສາ​ຫະກິດ  FDI ​ ​​ເຫັນ​ໄດ້​ວ່າ ສະພາບ​ແວດ​ລ້ອມ​​ແຫ່ງ​ການ​ລົງທຶນ​ຢູ່​ຫວຽດນາມ ​ແມ່ນ​ສະດວກ. ທ່ານ ຫງວຽນ​ມີນຟອງ, ຜູ້​ຊ່ຽວຊານ​ເສດຖະກິດ ຖື​ວ່າ:

        “ທຶນ​ຈົດ​ທະບຽນ​ເພີ່ມ​ເຕີມ, ​​ເພີ່ມ​ຂຶ້ນ ສະ​ແດງ​ໃຫ້​ເຫັນ​ສັນຍານ​ຕັ້ງຫນ້າ, ນັ້ນ​ແມ່ນ ບັນດາ​ນັກ​ລົງທຶນ​​ເຫັນ​ໄດ້​ຄວາມ​ສະດວກ ​ແລະ ຢາກ​ລົງທຶນ​ຍາວ​ນານ​ຢູ່​ ຫວຽດນາມ. ​ທຶນ​ເພີ່ມ​​ເຕີມ ​ແລະ ​ເປີດ​ກ້ວາງ​ການ​ຜະລິດ​ເພີ່ມ​ຂຶ້ນແມ່ນ​ຄາດໝາຍ​ຄຸນ​ນະພາ​ບຊື່​ງຫວຽດນາມ​​ປາດ​ຖະຫນາ​ໃນ​ການ​ດຶງ​ດູດ​ທຶນ FDI”

ຈຸດພົ້ນເດັ່ນໃນການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ ໃນ 6 ເດືອນຕົ້ນປີ 2013 - ảnh 1
ພາບປະກອບ:internet

        ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້ ມີ 554 ​ໂຄງການ​ລົງທຶນ​​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ໄດ້​ຮັບ​ຫນັງສື​ອະນຸຍາດ​ລົງທຶນ​ເຂົ້າ​ຫວຽດນາມ ດ້ວຍ​ຍອດ​ຈຳນວນ​ທຶນ​ເພີ່ມ​ຂຶ້ນ 3,7%. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ ສິ່ງ​ເປັນ​ຫນ້າ​ເວົ້າ​ເຖິງ​ແມ່ນໂຄງ​ປະກອບ​ທຶນ​. ​ເລື່ອງ​ເພີ່ມ​ທຶນ​ ສ່ວນ​ຫລາຍ​​ສຸມ​ໃສ່​ຂົງ​ເຂດ​ອຸດສາຫະ​ກຳ​ປະດິດ​ສ້າງ ​ແລະ ພະລັງງານ​ແມ່ນ​ສັນຍານ​ຕັ້ງຫນ້າ. ບັນດາ​ຕົວ​ເລກ​ໃຫ້​ເຫັນ​ວ່າ: ທຶນ​ສະຫນອງ​ໃຫມ່ ​ແລະ ​ເພີ່ມ​ເຕີມ​ເຂົ້າ​ຂົງ​ເຂດ​ນີ້​​ແມ່ນ​ກວມ​ເກືອບ 90% ​ໃນ​ຈຳນວນ 10 ຕື້ USD ທຶນ​ຈົດ​ທະບຽນ​ຂອງ​ຕ່າງປະ​ເທດ​ໃນ 6 ​ເດືອນ​ຜ່ານ​ມາ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ​ແຫລ່ງທຶນ​ຕ່າງປະ​ເທດ​ໄດ້ ​ແລະ ພວມ​ລົງທຶນ​ເຂົ້າ​ຂົງ​ເຂດ​ທີ່ຈຳ​ເປັນ, ສ້າງ​ການ​ຈະ​ເລີ​ນ​ເຕີບ​ໂຕ​ຢ່າງ​ແທດ​ຈິງ ​ແລະ ​ເພີ່ມ​ຄວາມ​ມຸ້ງ​ຫວັງ​ຕໍ່​ການ​ຮັກສາ​ພື້ນຖານ​ເສດຖະກິດ​ຫວຽດນາມ​ໃຫ້​ເປັນ​ປົກກະຕິ.

        ມີ​ສັນຍານ​ຕັ້ງຫນ້າ​ຫນຶ່ງ​ອີກ​ນັ້ນ​ແມ່ນ ​ໃນ​ສະພາບ​ເສດຖະກິດ​ທົ່ວ​​ໂລກ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເລື່ອງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ຍັງ​ຍູ້​ແຮງ​ການ​ປ່ອຍ​ເງິນ, ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຢູ່​ຫວຽດນາມ. ຄາດ​ວ່າ 6 ​ເດືອນ​ຜ່ານ​ມາ, ຈຳ​ນວນ​ເງິນ​ລົງທຶນ FDI ປະຕິບັດ​ບັນລຸ 7,5 ຕຶ້ USD ​ເພີ່ມ​ຂຶ້ນ 5,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ໃນ​ສະພາບ​ພື້ນຖານ​ເສດຖະກິດ​ໂລກ​ເວົ້າ​ລວມພວມ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ, ​ເລື່ອງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ຍັງ​ຄົງ​ຮັກສາລະດັບ​ລົງທຶນ​ເຂົ້າ​ຫວຽດນາມ ​​ເປັນ​ປົກກະຕິ ​ແລະ ​ເພີ່ມ​​ແຫ​ລ່ງທຶນ​ໃນ​ໄລຍະ​ຜ່ານ​ມານັ້ນ ​ແມ່ນ​ໝາກຜົນ​ເປັນ​ຫນ້າ​ຊື່ນ​ຊົມ. ນີ້​ກໍ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສັນຍານ​ສຳຄັນ​ສະ​ແດງ​​ໃຫ້​ເຫັນ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່​ຫວຽດນາມ​ພວມ​ເຂົ້າ​ສູ່​ສະພາບເປັນ​ປົກກະຕິ. ທ່ານ ບູ່​ຍກວາງ​ວີ​ງ, ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ສະ​ເພາະ 6 ​ເດືອນ​ຕົ້ນ​ປີ 2013, ກຸ່ມ​ວິ​ສາ​ຫະກິດ​ລົງທຶນ​ຕ່າງປະ​ເທດ ​ໄດ້​ປະກອບ 66% ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດນາມ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໂດຍ​ກົງ​ໃຫ້​ແກ່​ຄົນ​ງານ 2 ລ້ານ​ຄົນ ​ແລະ​ໃນ​ໄລຍະ​ຈະ​ມາ​ເຖິງ ອາດ​ຈະ​ເພີ່ມ​ຂຶ້ນ 3 ລ​້ານຄົນ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ນີ້​ແມ່ນ​ຂົງ​ເຂດ​ສຳຄັນ​ໃນ​ພື້ນຖານ​ເສດຖະກິດ. ຄຽງ​ຄູ່​ກັນ​ນັ້ນ ຍັງ​ນຳ​ມາ​ເຊິ່ງ​ເຕັກ​ໂນ​ໂລ​ຊີ​ໃຫມ່​, ວິທີ​ຄຸ້ມ​ຄອງ​ໃຫມ່ໃຫ້​ແກ່​ຫວຽດນາມ ​ແລະ ວິທີ​ປ່ຽນ​ໃຫມ່​ໂຄງ​ປະກອບ​ເສດຖະກິດ​ຂອງ​ຫວຽດນາມ​ຕາມ​ທິດ​ອຸດສາຫະກຳ​ທັນ​ສະ​ໄຫມ.”

        ມາ​ຮອດ​ປະຈຸ​ບັນ, ຂົງ​ເຂດ​ລົງທຶນ​ຂອງ​ຕ່າງປະ​ເທດ​ພວມ​ກວມ​ອັດຕາ​ສ່ວນ​ສຳຄັນ​ໃນ​ໂຄງ​ປະກອບ​ເສດ​ຖະກິດ​ຫວຽດນາມ, ນັ້ນ​ແມ່ນ​ແຫ​ລ່ງກຳລັງ​ແຮງ​ທີ່​​ຂາດ​ບໍ່ໄດ້, ​ເປັນ​ຕົ້ນ​ໃນ​ສະພາບ​ໂລກ​ພວມ​ຖືກ​ຊຸດ​​ໂຊມ ​ແລະ ຢູ່ ຫວຽດນາມ ພວມ​ປະສົບ​ຄວາມ​ຫຍຸ້ງຍາກ​ຄື​ປະຈຸ​ບັນ. ຍອດ​ຈຳນວນເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ FDI ຢູ່ ຫວຽດນາມ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​​ກວມ​ປະມານ 1/4 ຍອດ​ເງິນ​ລົງທຶນ​ທົ່ວ​ສັງຄົມ ​ແລະ ກວ່າ 60% ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ຫວຽດນາມ. ​ແຫ​ລ່ງ​ເງິນ​ລົງ​ທຶນຂອງ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ ພວມ​ຟື້ນ​ຕົວຢ່າ​ງວ່ອງ​ໄວ ​ແລະ ພວມ​ປະກອບສ່ວນ​ຫນູນ​ຊ່ວຍ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ