ຊຸກຍູ້ການຮ່ວມມືລະຫວ່າງພາກລັດແລະເອກະຊົນເພື່ອແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ພື້ນຖານເສດຖະກິດ

(vovworld)-ໃນ​ສະ​ພາບ​ການ​ພື້ນ​ຖານ​ເສດ​ຖະ​ກິດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ, ເລື່ອງ​ຍູ້​ແຮງ​ການ​ສົ່ງ​ເສີມ​ການລົງ​ທຶນ ແລະ ຜັນ​ຂະ​ຫຍາຍ​ໂຄງ​ການ​ຮ່ວມ​ມື​ລົງ​ທຶນຄູ່​ຮ່ວມ​ມື​ພາກ​ລັດ​ແລະ​ເອ​ກະ​ຊົນ(PPP) ມີ​ຄວາມ​ໝາຍ​ສຳ​ຄັນ. ການ​ກະ​ທົບ​ຢ່າງ​ຕັ້ງ​ຫນ້າ​ຂອງ​ການ​ຮ່ວມ​ມື​ພາກ​ລັດ ແລະ ເອ​ກະ​ຊົນ ໄດ້​ເປີດ​ກາ​ລະ​ໂອ​ກາດ, ລະ​ດົມ​ແຫລ່ງ​ທຶນ​ຂອງ​ພາກ​ເອ​ກະ​ຊົນ​ລົງ​ທຶນ​ໃຫ້​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ຫລຸດ​ຜ່ອນ​ລາຍ​ຈ່າຍ​ຈາກ​ງົບ​ປະ​ມານ​ແຫ່ງ​ລັດ. ເລື່ອງ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ PPP ຍັງ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ​ອີກ​ດ້ວຍ.

ຊຸກຍູ້ການຮ່ວມມືລະຫວ່າງພາກລັດແລະເອກະຊົນເພື່ອແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ພື້ນຖານເສດຖະກິດ - ảnh 1
ພາບ​ປະ​ກອບ:baomoi.com

        ປີ 2010, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽ​ນ​ເຕີນ​ຢູງ ໄດ້​ເຊັນ​ຂ​ໍ້​ຕົກ​ລົງ​ເລກ​ທີ 71 ປະ​ກາດ​ໃຊ້ “ກົດ​ລະ​ບຽບ​ປະ​ຕິ​ບັດ​ທົດ​ລອງ​​ການລົງ​ທຶນ​ຕາມ​ຮູບ​ການ​ຄູ່​ຮ່ວ​ມ​ມື ພາກ​ລັດ ແລະ ເອ​ກະ​ຊົນ. ນີ້​ແມ່ນ​ພື້​ນ​ຖານ​ດ້ານ​ກົດ​ໝາຍ​ທຳ​ອິດ, ສ້າງ​ເງື່ອນ​ໄຂ​ໃຫ້​ການ​ຮ່ວມ​ມື ພາກ​ລັດ ແລະ ເອ​ກະ​ຊົນ ໄດ້​ຮັບ​ການ​ປະ​ຕິ​ບັດ​ຢູ່​ຫວຽດ​ນາມ. ຕາມ​ຂໍ້​ຕົກ​ລົງ​ນີ້, ບັນ​ດາ​ນັກ​ລົງ​ທຶນ, ນັກ​ປະ​ມູນ​ເຂົ້າ​ຮ່ວມ​ໂຄງ​ການ​ຈະ​ໄດ້​ຮັບ​ບຸ​ລິ​ມະ​ສິດ​ກ່ຽວ​ກັບ​ພາ​ສີ​ອາ​ກອນ​ຈຳ​ນວນ​ຫນຶ່ງ, ມີ​ສິດ​ຊື້​ເງິນ​ຕາ​ຕ່າງ​ປະ​ເທດ, ໄດ້​ຮັບ​ປະ​ກັນ​ການ​ສະ​ຫນອງ​ບັນ​ດາ​ບໍ​ລິ​ການສາ​ທາ​ລະ​ນະ ແລະ ໄດ້​ຮັບ​ບຸ​ລິ​ມະ​ສິດ​ໃນ​ການ​ກູ້​ຢືມ​ທຶນ, ທຶນ​ຊ່ວຍ​ເຫລືອ​ລ້າ. ພາຍ​ຫລັງ 4 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ, ມາ​ຮອດ​ປະ​ຈຸ​ບັນ ມີ​ຫລາຍ​ໂຄງ​ການ​ທົດ​ລອງ​ຢູ່​ຫວຽດ​ນາມ ດຶງ​ດູດ​ແຫລ່ງ​ທຶນ​ຫລາຍ​ສົມ​ຄວນ​ຈາກ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢູ່​ຫວຽດ​ນາມ.

        ໂຄງ​ການ​ເສັ້ນ​ທາງ​ຄວາມ​ໄວ​ສູງ​ຈາກ ເຢົາ​ໄຢ ແຂວງ ດົງ​ນາຍ ເຖິງ ຟານ​ທຽດ ແຂວງ ບີງ​ທ້ວນ ແມ່ນ​ໂຄງ​ການ​ທຳ​ອິດ​ໄດ້​ຮັບ​ການ​ລົງ​ທຶນ​ຕາມ​ຮູບ​ການ​ຮ່ວມ​ມື​ລະ​ຫວ່າງ ພາກ​ລັດ ແລະ ເອ​ກະ​ຊົນ. ໂຄງ​ການ​ເສັ້ນ​ທາງ​ຄວາມ​ໄວ​ສູງ ເຢົາ​ໄຢ- ຟານ​ທຽດ ມີ​ຄວ​າມ​ຍາວ​ປະ​ມານ 100 ກິ​ໂລ​ແມັດ, ​ໄລ​ຍະ 1 ດ້ວຍ 4 ລານ​ລົດ  ແລະ ໄລ​ຍະ 2 ແມ່ນ 6 ລານ, ເມື່ອ​ນຳ​ເຂົ້າ​ເຄື່ອນ​ໄຫວ​ຈະ​ຕອບ​ສະ​ຫນອງ​ການ​ສັນ​ຈອນຂອງ​ຍານ​ພາ​ຫະ​ນະ​​ໃນ​ລະ​ດັບ​ສູງ​ສຸດ, ຫລຸດ​ຜ່ອນ​ຄວາມ​ຍາວ​ຈາກ​ນະ​ຄອນ ໂຮ່​ຈິ​ມີນ ເຖິງ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ, ທ່າ​ກຳ​ປັ່ນ, ສະ​ຫນາມ​ບິນ ແລະ ເຊື່ອມ​ຕໍ່​ບັນ​ດາ​ສູນ​ເສດ​ຖະ​ກິດ, ທ່ອງ​ທ່ຽວ​ເຂດ​ທາງ​ທິດ​ໃຕ້​ພາກ​ກາງ. ໂຄງ​ການ​ມີ​ຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ເກືອບ 15.900 ຕື້​ດົ່ງ(757 ລ້ານ USD), ນັກ​ລົງ​ທຶນ​ທີ​ຫນຶ່ງ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ແມ່ນ​ກຸ່ມ​ບໍ​ລິ​ສັດ Bitexco, ນັກ​ລົງ​ທຶນ​ທີ 2 ແມ່ນ​ຄັດ​ເລືອກ​ຜ່ານ​ການ​ປະ​ມູນ​ແກ້ງ​ແຍ້ງ​ສາ​ກົນ. ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ໂຄງ​ການນີ້​ຈະ​ໄດ້​ຮັບ​ການກໍ່​ສ້າງສຳ​ເລັດ​ໃນ​ປີ 2018. ຕາມ​ທ່ານ ຫງວຽນ​ງອກ​ດົງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຄົມ​ມະ​ນາ​ຄົມ ຂົນ​ສົ່ງ ຫວຽດ​ນາມ​ແລ້ວ, ນີ້​ເປັນ​ຄັ້ງ​ທຳ​ອິດທີ່​ຈັດ​ຕັ້ງ​ການ​ປະ​ຕິ​ບັດ​ທົດ​ລອງ​ການ​ຮ່ວມ​ມື ພາກ​ລັດ ແລະ ເອ​ກະ​ຊົນ ສຳ​ລັບ​ໂຄງ​ການ​ເສັ້ນ​ທາງ​ຄວາມ​ໄວ​ສູງ, ສະ​ນັ້ນ ບັນ​ດາ​ຂັ້ນ​ຕອນ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າ​ງ​ຮີບ​ດ່ວນ, ເຂັ້ມ​ງວດ​ຈາກ​ການ​ສ້າງ​ສຳ​ເນົາ​ເຊີນ​ເຂົ້າ​ຮ່ວມ​ການປະ​ມູນ.

       “ວຽກ​ງານ​ການ​ປະ​ມູນ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕົ້ນ​ປີ 2014. ຂັ້ນ​ຕອນ​ຄັດ​ເລືອກ​ທັງ​ໝົດ ລ້ວນ​ແຕ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ. ການ​ປະ​ມູນ​ດຳ​ເນີນ​ໄປ​ຢ່າງ​ເຂັ້ມ​ງວດ, ໂປ່ງ​ໃສ. ນັບ​ທັງ​ການ​ບຸກ​ເບີກ​ຫນ້າ​ພຽງ​ຕ້ອງ​ຜັນ​ຂະ​ຫຍາຍ​ຢ່າງ​ຂ້ຽວ​ຂາດ, ຮັບ​ປະ​ກັນ​ຫນ້າ​ພຽງ​ສະ​ອາດ​ເພື່ອມອບ​ໃຫ້​ນັກ​ລົງ​ທຶນ​ກ່ອນ​ປະ​ຕິ​ບັດ​ການກໍ່​ສ້າງ​ເພື່ອ​ຫລີກ​ລ້ຽງ​ຄວາມ​ສ່ຽງ ຕາມ​ການ​ກຳ​ນົດ​ຂອງ​ການ​ປະ​ມູນ​ສາ​ກົນ PPP ແລະ ຂໍ້​ກຳ​ນົດ​ຂອງ​ທະ​ນາ​ຄານ​ໂລກ.”

        ໃນ​ໂຄງ​ການນີ້, ລັດ​ຖະ​ບານ ຮັບ​ຜິດ​ຊອບ​ວຽກ​ງານ​ບຸກ​ເບີກ​ຫນ້າ​ພຽງ ດ້ວຍ​ລາຍ​ຈ່າຍ​ຂຶ້ນ​ເຖິງ 107 ລ້ານ USD, ພ້ອມ​ກັນ​ນັ້ນ ນາ​ຍົກ​ລັດ​ຖະ​ມົນ​ຕີ ເຊັນ​ຂໍ້​ຕົກ​ລົງ​ກ່ຽວ​ກັບ “ກົນ​ໄກ​ຄຸ້ມ​ຄອງ ແລະ ປະ​ຕິ​ບັດ​ໂຄງ​ການ​ລົງ​ທຶນກໍ່​ສ້າງ​ທົດ​ລອງເສັ້ນ​ທາງ​ຄວາມ​ໄວ​ສູງ ເຢົາ​ໄຢ - ​ຟານ​ທຽດ ຕາມ​ຮູບ​ການ​ຄູ່​ຮ່ວມ​ມື ພາກ​ລັດ ແລະ ເອ​ກະ​ຊົນ. ທ່ານ​ປະ​ທານ​ກຸ່ມ​ບໍ​ລິ​ສັດ Bitexco, ຫວູກວາງ​ໂຮ້ຍ ໃຫ້​ຮູ້​ວ່າ: ໂຄງ​ການ​ທົດ​ລອງ​ທຳ​ອິດ ແມ່ນ​ກາ​ລະ​ໂອ​ກາດ​ທີ່​ດີ​​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ໃນ​ອະ​ນາ​ຄົດ. ນີ້​ຍັງ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ເປີດ​ແຫລ່ງ​ລະ​ດົມ​ທຶນ​ເຂົ້າ​ຫວຽດ​ນາມ ເພື່ອ​ພັດ​ທະ​ນາ​ບັນ​ດາ​ຂົງ​ເຂດ​ຍັງ​ດ້ອຍ​ພັດ​ທະ​ນາ, ຈາກນັ້ນ ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.  ທ່ານ ຫວູກວາງ​ຫລາມ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ບໍ​ລິ​ສັດ​ລົງ​ທຶນ​ການ​ເງິນ ນະ​ຄອນ​ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

        “ຄວາມ​ຈິງ ບໍ່​ມີ​ແຫລ່ງ​ທຶນ​ງົບ​ປະ​ມານ​ທ້ອງ​ຖິ່ນ​ໃດ​ສາ​ມາດຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ທຶນ​ພັດ​ທະ​ນາ. ຄວນ​ມີ​ນະ​ໂຍ​ບາຍ​ລະ​ດົມ​ທຶນ​ສັງ​ຄົມ​ພ້ອມ​ກັນ​ລົງ​ທຶນ, ພ້ອມ​ກັນ​ພັດ​ທະ​ນາ. ປະ​ຈຸ​ບັນ ​ພວກ​ຂ້າ​ພະ​ເຈົ້າພວ​ມ​ປະ​ຕິ​ບັດ​ສິ່ງ​ດັ່ງ​ກ່າວ ແລະ ພະ​ຍາ​ຍາມ​ເປີດກວ້າງ​ຫລາຍ​ຮູບ​ການ​ເພື່ອ​ດຶງ​ດູດ​ແຫລ່ງ​ທຶນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ສຳ​ຄັນ​ກວ່າ​ໝູ່​ປະ​ຈຸ​ບັນ ແມ່ນ​ຕ້ອງ​ປັບ​ປຸງກອບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ​ຢ່າງ​ຈະ​ແຈ້ງ. ສິ່ງ​ທີ່​ເປັນ​ຫນ້າ​ຊື່ນ​ຊົມ ນັ້ນ​ແມ່ນ ແຕ່​ປີ 2011, ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ອອກ​ຄຳ​ສັ່ງ​ຮຽກ​ຮ້ອງ​ການ​ລົງ​ທຶນ ພາກ​ລັດ ແລະ ເອ​ກະ​ຊົນ ຄືນ​ໃຫມ່. ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ກໍ​ໄດ້​ສ້າງກອບ​ກົດ​ໝາຍ​ໃຫ້​ແກ່​ການ​ຮ່ວມ​ມື ພາກ​ລັດ ແລະ ເອ​ກະ​ຊົນ. ບັນ​ດາ​ນະ​ໂຍ​ບາຍ, ກອບ​ກົດ​ໝາຍນີ້​ຈະ​ເຮັດ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ອຸ່ນ​ອ່ຽນ​ໃຈ.”

        ຕາມ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ແລ້ວ, ຄວາມ​ຕ້ອງ​ການ​ດ້ານ​ທຶນ​ຮອນ​ເພື່ອກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​​ຄົມ​ມະ​ນາ​ຄົມຢູ່​ຫວຽດ​ນາມ ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ຖ້າ​ຫາກ​ໄລ​ຍະ 2011-2015 ຕ້ອງ​ການປະ​ມານ 480.000 ຕື້​ດົງ, ໄລ​ຍະ 5 ປີ​ຕໍ່​ໄປ (2016-2020) ແມ່ນ 730.000 ຕື້​ດົ່ງ. ໃນ​ເງື່ອນ​ໄຂ​ຫຍຸ້ງ​ຍາກ​ຂອງ​ເສດ​ຖະ​ກິດ​ປະ​ຈຸ​ບັນ, ເລື່ອງ​ດຶງ​ດູດ​ແຫລ່ງ​ທຶນ​ໃຫຍ່​ຈາກ​ງົບ​ປະ​ມານ​ຄື​ດັ່ງ​ກ່າວ​ແມ່ນ​ສິ່ງບໍ່​ອາດ​ປະ​ຕິ​ບັດ​ໄດ້, ສະ​ນັ້ນ ບັນ​ຫາ​ເປີດກວ້າງ​ການ​ຮ່ວມ​ມື ພາກ​ລັດ ແລະ ເອ​ກະ​ຊົນ ຄວນ​ໄດ້​ຮັບ​ການ​ຍູ້​ແຮງກວ່າ​ອີກ. ນອກ​ຈາກ​ໂຄງ​ການ​ເຢົາ​ໄຢ- ຟານ​ທຽດ, ​ຍັງມີ​ໂຄງ​ການ​ຄົມ​ມະ​ນາ​ຄົມຂະ​ຫນາດ​ໃຫຍ່​ຈຳ​ນວນ​ຫນຶ່ງ​ອີກ​ຄື:  ເສັ້ນ​ທາງ​ຄວາມ​ໄວ​ສູງ ບຽນ​ຮ່​ວາ- ຫວູງ​ເຕົາ, ເສັ້ນ​ທາງ​ຄວາມ​ໄວ​ສູງ ຈູງ​ເລືອງ- ໝີ​ທ້ວນ, ໂຄງ​ການ​ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ລອງ​ແທ່ງ ຊື່ງ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​​ໄດ້ສະ​ເຫນີ​​ລັດ​ຖະ​ບານ​ເພື່ອ​ຍື່ນ​ສະ​ເຫນີຕໍ່​ສະ​ພາ​ແຫ່ງ​ຊາດ​ໝູນ​ໃຊ້​ຕາມ​ຮູບ​ການ​ຮ່ວມ​ມື ພາກ​ລັດ ແລະ ເອ​ກະ​ຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ