ຊຸກຍູ້ວິສາຫະກິດສົ່ງອອກຂອງຫວຽດນາມໃຫ້ພັດທະນາແບບຍືນຍົງ

(vovworld) - ປະ​ຈຸ​ບັນ, ກຸ່ມ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ທີ່​ມີ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (ວິ​ສາ​ຫະ​ກິດ FDI) ຢູ່​ຫວຽດ​ນາມ ​ແມ່ນ​ກຸ່ມ​ວິ​ສາ​ຫະ​ກິດ​ທີ່​ໄດ້​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເພື່ອ​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຫວຽດ​ນາມ ພວມ​ມີ​ບັນ​ດາ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ພາຍ​ໃນ​ປ​ະ​ເທດ, ​ເຮັດ​ໃຫ້ເຄື່ອງ​ໝາຍ​ການ​ຄ້າ​ຫວຽດ​ນາມ ເຕີບ​ໃຫຍ່​ເຂັ້ມ​ແຂງ. ບົດ​ຂຽນ, “ຊ​ຸກ​ຍູ້​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ໃຫ້​ພັດ​ທະ​ນາ​ແບບ​ຍືນ​ຍົງ” ຂອງ ຈຸງ​ຖຸຍ, ນັກ​ຂ່າວ VOV.

ຊຸກຍູ້ວິສາຫະກິດສົ່ງອອກຂອງຫວຽດນາມໃຫ້ພັດທະນາແບບຍືນຍົງ - ảnh 1
(ພາບ​ປະ​ກອບ: fistenet.gov.vn)

ຜ່ານ​ໄລ​ຍະ 10 ເດືອນ​ຂອງ​ປີ 2016, ບັນ​ດາ​ວິ​ສາ​ຫະ​ກິດ FDI ​ສົ່ງ​ອອກ​ບັນ​ລຸ​ມູນ​ຄ່າກວ​່າ 100 ຕື້ USD, ເພີ່ມ​ຂຶ້ນ​ 8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2015, ກວມ​​ກວ່າ 70% ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດ​ນາມ. ບັນ​ດາ​ການ​ປະ​ກອບ​ສ່ວນນີ້​ໄດ້​ຊ່ວຍ​ໃຫ້​ຫວຽດ​ນາມ ສົ່ງ​ອອກ​ເກີນ​ດູນ​ປະ​ມ​ານ 3,52 ຕື້ USD ໃນ​ໄລ​ຍະ 10 ເດືອນ​ຜ່ານ​ມາ, ພ້ອມ​ທັງ​ຫຼ​ຸ​ດ​ຜ່ອນ​ອັດ​ຕາ​ນຳ​ເຂົ້າ​ເກີນ​ດູນ, ດຸ່ນ​ການ​ຄ້າລະ​ຫວ່າງ​ການ​ສົ່ງ​ອອກ ແລະ ນຳ​ເຂົ້າ​​ສົມ​ດຸນ​ພໍ​ສົມ​ຄວນ, ຮັບ​ປະ​ກັນ​ລັກ​ສະ​ນະ​ກົມ​ກຽວ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ໃນ​ໄລ​ຍະ​ຈະ​ມ​າ​ເຖິງ, ເມື່ອ​ບັນ​ດາ​ສັນ​ຍາ​ການ​ຄ້າ​ທີ່​​ຮັບ​ການໄດ້​ລົງ​ນາມ​ມີ​ຜົນ​ສັກ​ສິດ ຈະ​ດຶງ​ດ​ູດ​ແຫຼ່ງ​ເງິນ​ລົງ​ທຶນ​ຢ່າງ​ຫຼວງ​ຫຼາຍ​ເຂົ້າ​ຫວຽດ​ນາມ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ຊຸກ​ຍູ້​​ການ​ສົ່ງ​ອອກ​ເຕີບ​ໂຕໃນ​ອະ​ນາ​ຄົດຫຼາຍກວ່າ​ອີກ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ສິ່ງ​ດັ່ງ​ກ່າວ​ກ່​ໍ​ວາງ​ອອກ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ໃນ​ການ​ເຊື່ອມ​ໂຍງ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ການ​ຜະ​ລິດ ແລະ ສົ່ງ​ອອກ. ນັກ​ຊ່ຽ​ວ​ຊານ​ດ້ານ​ເສດ​ຖະ​ກິດ ລິວ​ບິ໋ກ​ໂຮ່ ຖື​ວ່າ, ວິ​ສາ​ຫະ​ກິດ​​ຢູ່ພາຍ​ໃນ​ປະ​ເທດ​​ຕ້ອງ​ຖື​ວິ​ສາ​ຫະ​ກິດ FDI ແມ່ນ​ກຳ​ລັງ​ໜູນ​ເພື່ອ​ພັດ​ທະ​ນາ. ຈາກນັ້ນ, ​ຈຳ​ກັດ​​​ການຂຶ້ນ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​​ທີ່ມີ​ເງິນ​ລ​ົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ໃຫ້​​ໃນລະ​ດັບຕ່ຳ​ສຸດ​ເພື່ອ​ພັດ​ທະ​ນາ, ຮັບ​ປະ​ກັບ​​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດເຕີບ​ໂຕ​ແບບ​ຍືນ​ຍົງ.

        “ບົດ​ບາດ​ຂອງ FDI ສຳ​ລັບ​ການ​ສົ່ງ​ອອກ, ອຸດ​ສາ​ຫະ​ກຳ​ຂອງ​ຫວຽດ​ນາມ ແມ່ນ ສຳ​ຄັນ​​ທີ່​ສຸດ. ສິ່ງ​ດັ່ງ​ກ່າວ​ມີ​ຄວາມ​ຕັ້ງ​ໜ້າ 2 ດ້ານ, ຍ້ອນ​ມີ FDI ເປັນ​ກຳ​ລັງ​ໜູນ ພວກ​ເຮົາ​ຈຶ່ງ​ຮັກ​ສາ​ລະ​ດັບການ​ສົ່ງ​ອອກ​ເຕີບ​ໂຕ​​ໄດ້​ຄື​ແນວນັ້ນ, ຍ້ອນ​ເຫດ​ນັ້ນ​ພວກ​ເຮົາ​ຈຶ່ງ​ມີ​ຄວາມ​ສາ​ມາດ​ພັດ​ທະ​ນາ​ໃຫ້​ຫຼາຍກວ່າ​ອີກ ແລະ ພື້ນ​ຖານ​ເສດ​ຖະ​ກິດ​ເວົ້າ​ລວມ​ແມ່ນ​ຜ່ານ​ການ​ສົ່ງ​ອອກ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ດ້​ານ​ໜຶ່ງ ພວກ​ເຮົາ​ຍັງ​ດຶງ​ດູດເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ເພື່ອ​ຍູ້​ແຮງ​ການ​ສົ່ງ​ອອກ ແລະ ຜະ​ລິດກວ່າ​ອີກ ໂດຍ​ສະ​ເພາະ​ແມ່ນ​ອຸດ​ສາ​ຫະ​ກຳ, ກະ​ສິ​ກຳ, ດ້ານ​ໜຶ່ງ​ຕ້ອງ​ພະ​ຍາ​ຍາມ​ຍູ້​ແຮງ​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຜະ​ລິດ​ພາຍ​ໃນ​ປະ​ເທດ​ໃນ​ການ​ຜະ​ລິດ, ສົ່ງ​ອອກ​ໃຫ້​ຫຼາຍກວ່າ”.

        ບໍ່​ສາ​ມາດປະ​ຕິ​ເສດ​ບັນ​ດາ​ປັດ​ໄຈ​ທີ່​ຕັ້ງ​ໜ້າເຊິ່ງວິ​ສາ​ຫະ​ກິດ FDI ນຳ​ມາ​ໃຫ້ແຕ່​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຮັກ​ສາ​ລະ​ດັບ​ການ​ເຕີບ​ໂຕ, ໃນ​ໄລ​ຍະ​ຍາວ​​ຄວນຫຼີກ​ລ້ຽງ​ການ​​ຂຶ້ນ​ກັບ​ກຸ່​ມ​ວິ​ສາ​ຫະ​ກິດນີ້. ຕາມ​ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ຫງວຽນ​ມິງ​ຟອງ ແລ້ວ, ຫວຽດ​ນາມ ​ຄວນ​ສ້າງ​ກຳ​ລັງ​ຊຸກ​ຍູ້​ຢ່າງ​ຄົບ​ຊຸດ ເພື່ອ​ຊ່ວຍ​ໃຫ້ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດມີ​ຄວາມ​ເຂັ້ມ​ແຂງ​ຕື່ມ, ຈາກນັ້ນ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ FDI. ພິ​ເສດ, ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຕ້ອງ​ມີ​ການ​ປ່ຽນ​ໃໝ່, ຊອກ​ຫາ​ທິດ​ທາງ, ມາ​ດ​ຕະ​ການ​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຢ່າງເຄັ່ງ​ຄັດ​​ຂອງບັນ​ດາ​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດ ກ​ໍ​ຄື​ຕອບ​ສະ​ໜອງ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​​ຕ້ອງ​ການໃນ​ສະ​ພາບ​​ການເຊື່ອມ​ໂຍງ​ຄື​​ໃນປະ​ຈຸ​ບັນ.

        “ຖ້າ​ຫາກ​ພວກ​ເຮົາຂຸດ​ຄົ້ນເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດໄດ້​ດີ, ຈະ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ເສົ້າ​ຄ​້ຳ​, ​ເປັນໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານເພື່ອ​ໃຫ້​ເສດ​ຖະ​ກິດ​​ປະ​ເທດ​ພັດ​ທະ​ນາ​ໄປ​ຕາມ, ພັດ​ທະ​ນາ​ໃນ​ລະ​ບົບການ​ຕອບ​ສະ​ໜອງ​ທົ່ວ​ໂລກ​​ໃຫ້​ດີກວ່າ. ​ເຮັດ​ໄດ້​ຄື​ແນວນັ້ນ​ຈະ​ສ້າງ​ລະ​ບົບ​ເຄືອ​ຂາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ​ກ່ຽວ​ກັບ​ບັນ​ຫາ​ມົນ​ລະ​ຜິດ​​ສິ່ງ​ແວດ​ລ້ອມ, ບັນ​ດາ​ການ​ຂັດ​ແຍ້ງແຮງ​ງານ​ສ​ັງ​ຄົມ… ຮຽກ​ຮ້ອງ​ໃຫ້​ບັນ​ດາ​ອົງ​ກາ​ນ​ຄຸ້ມ​ຄອງ​ລັດ, ລະ​ບົບ​ກົດ​ໝາຍ​ຕ້ອງ​ໄດ້​​ຮັບ​ການ​ປັບ​ປຸງ ເພື່ອ​ສະ​ກັດກັ້ນ​ບັນ​ດາ​ໄພ​ດັ່ງ​ກ່າວ ກ​ໍ​ຄື​ເພື່ອ​ກຳ​ນົດ​ທິດ​​ໃຫ້ບັນ​ດາ​ແຫຼ່ງ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ໃຫ້​ຖືກ​ກັບ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ, ຈາກນັ້ນ​ຈະ​ຫຼຸດ​ຜ່ອນ​ບັນ​ດາ​ຄວາມ​ດັ່ນ​ພາ​ໃຫ້ຂາດ​ຄວາມ​ໝັ້ນ​​ຄົງ.”

        ​ການດຶງ​ດູດ​ແຫຼ່ງ​ເງິນ​ລົງ​ທຶນ​​ໂດຍ​ກົງຈາກ​ຕ່າງ​ປະ​ເທ​ດ ​ແມ່ນ​ທ່າ​ອ່ຽງ​ລວມ​ຂອງ​ບັນ​ດາ​ປ​ະ​ເທດ​ພວມ​ພັດ​ທະ​ນາ. ຢູ່​ຫວຽດ​ນາມ, ພາກ​​ສ່ວນ​ມີ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ໄດ້ ແລະ ພວມ​ຮັກ​ສາ​ທີ່​ຕັ້ງ​ສຳ​ຄັນ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ. ທ່ານ ຫງວຽນ​ວັນ​ຕ່​ວານ, ຮອງ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ນັກ​ລົງ​ທຶນ​​ຕ່າງ​ປະ​ເທດ ຖື​ວ່າ, ເພື່ອ​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຕ້ອງ​ປັບ​ປຸງການ​ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ໃຫ້​ຖືກ​ຕາມ​ຈຸດໝາຍຍ​ຸດ​ທະ​ສາດ. ຈາກນັ້ນ​ມີ​ບັນ​ດາ​ນະ​ໂຍ​ບາຍ​ຢ່າງ​ໝັ້ນ​ຄົງ, ກົມ​ກຽວ​ໃຫ້​ແກ່​ການ​ພັດ​ທະ​ນາ, ການ​ເຊື່ອມ​ຕໍ່​ຂອງ 2 ກຸ່ມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ແລະ ວິ​ສາ​ຫະ​ກິດ FDI.

        “ຖ້າ​ຫາກວິ​ສາ​ຫະ​ກິດ FDI ທຳ​ມາ​ຫາ​ກິນ​ຢ່າງ​ຍາວ​ນານ​ຢູ່​ຫວຽດ​ນາມ ​ແລະ ບັນ​ດາວ​ິ​ສາ​ຫະ​ກິດ​ທີ່​ມີ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ເສີມ​ຂະ​ຫຍາຍ​ຜົນ​ສະ​ທ້ອນ​ເຖິງ​ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​​ໄດ້​ເປັນ​ຢ່າງ​ດີ, ບັນ​ດາ​ວິ​ຫະ​ກິດ​ຢູ່​ພາຍ​ໃນ​ປະ​ເທດ ພ້ອມ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​​ທີ່ມີ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ເຂົ້າ​ຮ່ວມລະ​ບົບ​ມູນ​ຄ່າ​ສົ່ງ​ອອກ​ຂອງ​ບັນ​ດາ​ວິ​ສ​າ​ຫະ​ກິດທີ່ມີ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ​ແມ່ນດີ​ທີ່​ສຸດ. ກົງ​ກັນ​ຂ້າມ, ຖ້າ​ຫາກ​ບັນ​ດາວ​ິ​ສາ​ຫະ​ກິດມີ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ​ຢູ່​ຫວຽດ​ນາມ ບໍ່​ສົ່ງ​ຜົນ​ທະ​ທ້ອນ​ເຖິງບັນ​ດາ​ວິ​ສາ​ຫະ​ກິດ​ຢູ່​ພາຍ​ໃນ​ປະ​ເທດ​ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດຈະ​ບໍ່​ເຂົ້າ​ຮ່ວມ​ລະ​ບົບ​ມູນ​ຄ່​າ​ສິນ​ຄ້າ​ສົ່ງ​ອອກ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່ມີ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດດັ່ງ​ກ່າວ​ຈະ​ບໍ່​ມີ​ຄຸນ​ຄ່າ​ສຳ​ລັບ​ເລື່ອງ​ພວກ​ເຮົາ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ຫວ​ຽດ​ນາມ​”.

        ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ໄດ້ ແລະ ພວມ​ກາຍ​ເປັນ​ແຫຼ່ງກ​ຳ​ລັງ​ທີ່​​ຂາດບໍ່​ໄດ້​ໃຫ້​ແກ່​ການ​ພັດ​ທະ​ນາ​​ເສດ​ຖະ​ກິດ​​ຂອງຫວຽດ​ນາມ​, ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ເພື່ອ​ພັດ​ທະ​ນາ​ແບ​ບ​ຍືນ​ຍ​ົງ​ໄດ້, ຫວຽດ​ນາມ ຄວນ​ມີ​ການ​ປັບ​ປຸງ​ນະ​ໂຍ​ບາຍ​ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ, ພ້ອມ​ທັງ​ເປັນ​ເຈົ້າ​ການ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ພາຍ​ໃນ, ຕັ້ງ​ໜ້າ​ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິ​ດ​ພາຍ​ໃນ​ປະ​ເທດ​ພັດ​ທະ​ນາ, ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ