ຊາວ ຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ

(vovworld) - ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ ຫວຽດນາມ ນັບ​ມື້​ນັບ​ຕີ​ລາຄາ​ສູງ ​ແລະ ບຸລິມະສິດ​ຊົມ​ໃຊ້​ສິນຄ້າ​ຜະລິດ​ພາຍ​ໃນ​ປະ​ເທດ, ປະກອບ​ສ່ວນ​ຊຸກຍູ້​ການ​ພັດທະນາ​ຜະລິດ ​ແລະ ຈຳຫນ່າຍ​ສິນຄ້າ​ພາຍ​ໃນ​ປະ​ເທດ. ນີ້​ແມ່ນ​ຂໍ້​ສັງ​ເກດ​ທີ່​ຍົກ​ອອກ​ມາ​ໃນກອງ​ປະຊຸມ​ສະຫລຸບ 3 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ການປະຕິບັດ​ບັ້ນ​ຂົນຂວາຍ  “ຊາວ ຫວຽດນາມ ບຸລິມະສິດ​ຊົມ​ໃຊ້​ສິນຄ້າ ຫວຽດນາມ” ຊຶ່ງຫາ​ກໍ່​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ.

ຊາວ ຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ - ảnh 1
ພິທີໄຂງານຕະຫລາດນັດສົ່ງສິນຄ້າ ຫວຽດນາມ ລົງໄປຂາຍຢູ່ເຂດຊົນນະບົດ
ພາບ:laocai.com.vn

        ສິ່ງ​ທີ່​ເປັນ​ຫນ້າ​ຊື່ນ​ຊົມ​ນັ້ນ​ແມ່ນ ພາຍຫລັງ 3 ປີ​ແຫ່ງ​ການ​ຜັນ​ຂະຫຍາຍການປະຕິບັດ​ບັ້ນ​ຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດ​ຊົມ​ໃຊ້​ສິນຄ້າ ຫວຽດນາມ” ນັບ​ມື້​ນັບ​ມີ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ​ຫຼາຍ​ຄົນ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຈຸດປະສົງ ​ແລະ ຄວາມ​ໝາຍ​ຂອງ​ບັ້ນ​ຂົນຂວາຍ​ທີ່​ມີລັກສະນະ​ຮັກ​ຊາດນີ້ ​ແລະ ​ໄດ້​ຫັນປ່ຽນ​ການ​ໃຊ້​ສອຍ​ຕາມ​ທິດ​ບຸລິ​ມະ​ສິດສິນ​ຄ້າ​ຫວຽດນາມ​​. ​​ຄວາມ​ຈິງ​ສະ​ແດງໃຫ້​ເຫັນ​ວ່າ ​ໃນ​ໄລຍະ​ມໍ່ໆມາ​ນີ້ ຜູ້​ອຸປະ​ໂພ​ກບໍລິ​​ໂພ​ກ ຫວຽດນາມ ນັບ​ມື້​ນັບ​ຕີ​ລາຄາ​ສູງ​ສິນຄ້າ​ຂອງ​ຫວຽດນາມ​. ປະ​ຈຸ​ບັນ ມີຜູ້​ອຸປະ​ໂພ​ກບໍລິ​ໂພ​ກກວ່າ 70% ເຊື່ອ​ໝັ້ນ​ວ່າ ສິນຄ້າ ຫວຽດນາມ ມີ​ຄຸນ​ນະພາ​ບສູງ. ຕາມ​ການ​ຄົ້ນ​ຄ້ວາ​ຂອງ​ບໍລິສັດ Nielsen ຊຶ່ງ​ແມ່ນ​ບໍລິສັດ​ໄຈ້​ແຍກຕະຫລາດ​ແລ້ວ: ປີ 2011 ມີ 90% ຈຳນວນ​ຜູ້​ອຸປະ​ໂພ​ກບໍລິ​​ໂພ​ກ ຢູ່ ນະຄອນ​ໂຮ່ຈິ​ມິນ ​ເລ​ືອ​ກ​ເຟັ້ນຊົມ​ໃຊ້ສິນຄ້າ ຫວຽດນາມ​, ສ່ວນ​ຢູ່ ຮ່າ​​ໂນ້ຍ ​​ແມ່ນ 83%. ຢູ່ ທ້ອງ​ຖິ່ນ​ຫລາຍ​ແຫ່ງ, ບັນດາ​ປະ​ເພດສິນຄ້າ​ຄື: ​ເຄື່ອງ​ຕຳ​ແຜ່ນ​ຕັດ​ຫຍິບ, ​ເກີບ​ຫນັງ ມີ​ 80% ຈຳນວນຜູ້​ອຸປະ​ໂພ​ກບໍລິ​ໂພ​ກ​ນິຍົມ​ຊົມ​ໃຊ້. ໝາກຜົນ​ຂອງ ບັ້ນ​ຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດ​ຊົມ​ໃຊ້​ສິນຄ້າ ຫວຽດນາມ” ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​​​ເຂົ້າ​​ໃນການ​ຊຸກຍູ້ການ​ຜະລິດ ​ແລະ ການ​ໃຊ້ສອຍ​ພາຍ​ໃນ​ປະ​ເທດ, ​ເພີ່ມ​ຂອບ​ຂະຫນາດ​ການ​ສະຫນອງ ​ແລະ ຄວາມ​ຕ້ອງການ​ຂອງ​ພື້ນຖານ​ເສດຖະກິດ, ​ເປີດ​ກວ້າງ​ຕະຫລາດ​ສົ່ງ​ອອກ ​ແລະ ຫລຸ​ດຜ່ອນ​ສິນຄ້າ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ. ​ໃນ 10 ​ເດືອນ​ຂອງ​ປີ​ນີ້, ​ສິນຄ້າ​ຂາຍຍ່ອຍ ​ແລະ ລາຍ​ຮັບ​ຈາກ​ການບໍ​ລິ​ການ​ໃຊ້​ສອຍ​ພາຍ​ໃນ​ປະ​ເທດທັງ​ໝົດ ຄາດ​ວ່າ​ບັນລຸກວ່າ 2.117 ຕື້​ດົ່ງ, ​ເພີ່ມ​ຂຶ້ນ​ກວ່າ 17% ​ເມື່ອ​ທຽບ​ໃສ່​ປີ​ກາຍ. ທີ່​ກອງ​ປະຊຸມ​ສະຫລຸບ 3 ປີ​ແຫ່ງ​ການ​ປະຕິບັດ ບັ້ນ​ຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດ​ຊົມ​ໃຊ້​ສິນຄ້າ ຫວຽດນາມ”, ທ່ານ ຮູ່ນດ໋າມ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຢັ້ງຢືນ​ວ່າ:

        “ບັ້ນ​ຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດ​ຊົມ​ໃຊ້​ສິນຄ້າ ຫວຽດນາມ ມີ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງ, ມີ​ຄວາມ​ສຳຄັນ​ໃນ​​ໄລຍະ​ສະ​ເພາະ​ຫນ້າ ​ແລະ ຍາວ​ນານ, ປະກອບສ່ວນ​ຍົກ​ສູງ​ສະຕິ​ຄວາມ​ຮັບຜິດຊອບ​ໃນ​ການ​ຜະລິດ ​ແລະ ບຸລິມະສິດ​ຊົມ​ໃຊ້​ສິນຄ້າ​ຫວຽດນາມ. ​ໃນ​ສະພາບ​ການ​ເສດຖະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຍິ່ງ​ກວ່າ​ເວລາ​ໃດ​ໝົດ, ການ​ຜັນ​ຂະຫຍາຍ​ບັ້ນ​ຂົນຂວາຍ​ນີ້ແມ່ນ​ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ, ມາດ​ຕະການ​ສຳ​ຄັນ​ເພື່ອ​ພັດທະນາ​ເສ​ດຖະກິດ​ຂອງ​ປະ​ເທດ​ຊາດ.”

ຊາວ ຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ - ảnh 2
ສະຖານທີ່ຂາຍສິນຄ້າຜະລິດພາຍໃນປະເທດ
ພາບ:internet

        ​ໄປ​ຄຽງ​ຄູ່​ກັບ​ການ​ເພີ່ມ​ທະວີ​ບັນດາ​ສະຖານ​ທີ່​ຂາຍ​ສິນຄ້າ ຫວຽດນາມ, ຈຳນວນ​ວິ​ສາ​ຫະກິດ​ຜະລິດ, ດຳ​ເນີນ​ທຸລະ​ກິດ ສິນຄ້າ​ຫວຽດນາມ ​ມີ​ຄຸນ​ນະພາ​ບສູງ​ກໍ​ນັບ​ມື​ນັບ​ເພີ່ມ​ຂຶ້ນ. ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ໄດ້​ເພີ່ມ​ທະວີ​ການ​ສົ່ງ​ສິນຄ້າ​ໄປ​ຂາຍ​ຢູ່​ເຂດ​ຊົນນະບົດ, ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ ​ແລະ ຕະຫລາ​ດນັດ,​ ສິນຄ້າ​ຜະລິດ​ພາຍ​ໃນ​ປະ​ເທດ​ກໍ​ໄດ້ຮັບ​​ ຄວາມ​ເຊື່ອ​ໝັ້ນຈາກຜູ້​ອຸປະ​ໂພ​ກບໍ​ລິ​ໂພ​ກ. ລະບົບ​ສັບພະ​ສິນຄ້າ, ສິນຄ້າ​ຜະລິດ​ພາຍ​ໃນ​ປະ​ເທດ​ຍັງ​ຄົງ​ກວມ​ອັດຕາ​ສ່ວນ​ຫລາຍ ຈາກ 80 - 90%. ​ທີ່​ກອງ​ປະຊຸມ,​ ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫ໋າຍ ຊີ້​ແຈງ​ວ່າ:

        “ຈຸດປະສົງ​ຂອງ ບັ້ນ​ຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດ​ຊົມ​ໃຊ້​ສິນຄ້າ ຫວຽດນາມ ​ແມ່ນ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​ຊາດ​ຢ່າງ​ແຂງ​ແຮງ, ສ້າງ​​ວັດທະນະທຳ​ໃຊ້​ສອຍ​ໃຫ້​ແກ່ ຊາວ​ຫວຽດນາມ ​ແລະ ຊຸກຍູ້​ການ​ຜະລິດ​ສິນຄ້າ​ທີ່​ມີ​ຄຸນ​ນະພາ​ບສູງ​ ມີ​ກຳລັງ​​ແກ້ງ​ແຍ້​ງສູງ ​ແລະ ​ຕອບ​ສະຫນອງ​ຄວາມ​ຕ້ອງການພາຍ​ໃນ​ປະ​ເທດ ​ແລະ ສົ່ງ​ອອກ. ຈຸດ​ໝາຍດັ່ງກ່າວ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ອັນ​ໃຫຍ່​ຫລວງ ພິ​ເສດ​​ແມ່ນໃນ​ໄລຍະ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ​ປະຈຸ​ບັນນີ້.”

        ຈຸດໝາ​ຍຂອງ​ບັ້ນ​ຂົນຂວາຍ “ຊາວ​ຫວຽດນາມ ບຸລິມະສິດ​ຊົມ​ໃຊ້​ສິນຄ້າ​ຂອງ​ຫວຽດນາມ” ທີ່​ວາງ​ອອກ​ຮອດ​ປີ 2015 ​ນັ້ນ​ແມ່ນ: ມີ 80% ຈຳນວນ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ ຫວຽດນາມ ບຸລິມະສິດ​ຊົມ​ໃຊ້​ສິນຄ້າ​ຜະລິດ​ພາຍ​ໃນ​ປະ​ເທດ; 90% ຈຳນວນ​ຕາ​ແສງ​ຢູ່​ເຂດຊົນນະບົດ, ​ເຂດ​ພູດ​ອຍ, ​ເຂກ​ຫ່າງ​ໄກ​ສອກຫລີກ ມີ​ຮ້ານ​ຂາຍ​ສິນຄ້າ ຫວຽດນາມ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ​ຊື້​ເຄື່ອງ​ຂອງ​ຂອງ​ປະຊາຊົນ. ຄາດ​ຄະ​ເນ​ວ່າ ຕະຫລາດ​ຈໍລະ​ຈອນ​ສິນຄ້າ​ໄລຍະ​ທ້າຍ​ປີ​ຍັງ​ປະສົບ​ກັບ​ຄວາ​ມຫຍຸ້ງຍາກ​ຫລາຍ​ຢ່າງ, ສິນຄ້າ​ຄ້າງ​ສາງ​ຍັງ​ເພີ່ມ​ຂຶ້ນ​ສູງ, ການຈຳຫນ່າຍ​ສິນຄ້າ​ຍັງ​ຊັກ​ຊ້າ. ​ເພາະສະ​ນັ້ນ ຈຸດໝາຍ​ຂອງ​ບັ້ນ​ຂົນຂວາຍ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ປະກອບສ່ວນ​ກະຕຸກ​ຊຸກຍູ້​ການ​ໃຊ້​ສອຍ, ຍູ້ແຮງ​ການຈຳຫນ່າຍ​ຜະລິດ​ຕະພັນ​ເພື່ອ​ແກ້​ໄຂ​ສິນຄ້າ​ຄ້າງ​ສາງ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ