ຍົກສູງສະມັດຕະພາບແຮງງານເພື່ອເຊື່ອມໂຍງເຂົ້າກັບເສດຖະກິດສາກົນ


(vovworld)- ຫວຽດ​ນາມ ແມ່ນ​ປະ​ເທດ​ທີ່ມີ​ແຫລ່ງ​ແຮງ​ງານ​ອຸ​ດົມ​ສົມ​ບູນ, ໃນ​ບັນ​ດາ​ການ​ແຂ່ງ​ຂັນ​ສີ​ມື​ແຮງ​ງານ ອາ​ຊຽນ, ຍາມ​ໃດ​ຫວຽດ​ນາມ ກໍ​ຖືກ​ຈັດ​ອັນ​ດັບ​ສູງ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ໃນ​ຄວາມ​ຈິງ ສະ​ມັດ​ຕະ​ພາບ​ແຮງ​ງານ​ເວົ້າ​ລວມ​ຂອງ​ຫວຽດ​ນາມ ຍັງ​ຕ່ຳ​ເມື່ອ​ທຽບ​ໃສ່​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ. ເຮັດ​ແນວ​ໃດ​ເພື່ອ​ຍົກ​ສູງ​ສະ​ມັດ​ຕະ​ພາບ​ແຮງ​ງານ​ແມ່ນ​ບັນ​ຫາ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ຈາກ​ທຸກ​ຂັ້ນ, ຂະ​ແຫນງ​ການ, ເປັນ​ຕົ້ນ​ໃນ​ສະ​ພາ​ພາບ​ທີ່ຫວຽດ​ນາມ ເຂົ້າ​ຮ່ວມ​ປະ​ຊາ​ຄົມ​ເສດ​ຖ​ະ​ກິດ ອາ​ຊຽນ. ບົດ​ຂຽນ ຂອງ​ນັກ​ຂ່າວ ກີມ​ແທງ ທີ່ມີ​ຫົວ​ຂໍ້​ວ່າ: “ຍົກ​ສູງ​ສະ​ມັດ​ຕະ​ພາບ​ແຮງ​ງານ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ”.

        ຕາມ​ບັນ​ດາ​ຕົວ​ເລກ​ໃນ​ການ​ຄົ້ນ​ຄ້​ວາ​ຂອງ​ອົງ​ການ​ແຮງ​ງານ​ສາ​ກົນ (ILO), ສະ​ມັດ​ຕະ​ພາບ​ແຮງ​ງານ​ຂອງ​ຫວຽດ​ນາມ ​ໃນປະ​ຈຸ​ບັນ ​ແມ່ນຍັງ​ຕ່ຳ​ເມື່ອ​ທຽບ​ໃສ່​​ປະ​ເທດ​ຈຳ​ນວນ​ຫ​ນຶ່ງ​ໃນ​ພາກ​ພື້ນ. ໃນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ, ກະ​ສິກຳ​ ມີລະ​ດັບ​​ມູນ​ຄ່າ​ເພີ່ມຍັງ​ຕ່ຳ, ກວມ​ອັດ​ຕ​າ​ສ່ວນພຽງ 18,4% ໃນ GDP ​ເມົ່າ​ນັ້ນ, ແຕ່​ນຳ​ໃຊ້​ເຖິງ 47% ຍອດ​ຈຳ​ນວນແຮງ​ງານ​ໃນ​ສັງ​ຄົມ. ສາຍ​ເຫດ​ນັ້ນ​ແມ່ນ ເລື່ອງ​ຄົ້ນ​ຄ້​ວາ, ໝ​ູນ​ໃຊ້​ວິ​ທະ​ຍາ​ສາດ​ແລະ​ປ່ຽນ​ໃຫມ່​ເຕັກ​ໂນ​ໂລ​ຊີ​ໃນ​ການ​ອອກ​ແຮ​ງ​ງານ​ທຳ​ການ​ຜະ​ລິດ​ຍັງ​ຈຳ​ກັດ​ຢູ່, ອັດ​ຕາ​ສ່ວນ​ຄົນ​ງານ​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ​ກວມ​ພຽງ 20%. ນີ້​ແມ່ນ​ສາຍ​ເຫດ​ຕົ້ນ​ຕໍ​ເຮັດ​ໃຫ້​ສະ​ມັດ​ຕະ​ພາບ​ແຮງ​ງານ​ຂອງ​ຫວຽດ​ນາມບໍ່​ທັນ​ສູງ.

ຍົກສູງສະມັດຕະພາບແຮງງານເພື່ອເຊື່ອມໂຍງເຂົ້າກັບເສດຖະກິດສາກົນ - ảnh 1
ສະ​ມັດ​ຕະ​ພາບ​ແຮງ​ງານ​ຂອງ​ຫວຽດ​ນາມ ​ໃນປະ​ຈຸ​ບັນ
 ຍັງ​ຕ່ຳ​
ພາບ:chinhphu.vn

        ເພື່ອ​ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຢ່າງ​ແຮງ ແລະ ຮອບ​ດ້ານ, ຕ້ອງ​ປ່ຽນ​ໃຫມ່​ຮູບ​ການ ແລະ ຍົກ​ສູງ​ປ​ະ​ສິດ​ທິ​ຜົນ​ການ​ສອນ​ວິ​ຊາ​ຊີບ​ໃຫ້​ແກ່​ຄົນ​ງານ ແລະ ຮ່ວມ​ມື​ກັບ​ຮາກ​ຖານ​ສອນ​ວິ​ຊາ​ຊີບ. ທ່ານ ດົງ​ວັນ​ງອກ, ຜູ້ອຳ​ນວຍ​ການ​ວິ​ທະ​ຍາ​ໄລ​ວິຊາ​ກົນ​ຈັກໄຟ​ຟ້າ ຮ່າ​ໂນ້ຍ, ຖື​ວ່າ:

        “ບັນ​ດາ​ວິ​ສາ​ຫະ​ກິດ​ຄວນ​ພ້ອມ​ກັບ​ບັນ​ດາ​ໂຮງ​ຮຽນ​ສອນ​ວິ​ຊາ​ຊີບ. ຫລື​ເວົ້າ​ແນວ​ອື່ນ ຕ້ອງ​ມີ​ຍຸດ​ທະ​ສາດ​ນຳ​ໃຊ້​ຄົນ​ງານ. ຄວນ​ເລືອກ​ເຟັ້ນ​ໂຮ​ງ​ຮຽນ​ໃດ​ຫ​ນຶ່ງ​ມີ​ກຳ​ລັງ​ຄວາມ​ສາ​ມາດ​ພຽງ​ພໍ​ເພື່ອ​ສອນ​ວິ​ຊາ​ຊີບ​ໃຫ້​ແກ່​ຄົນ​ງານ. ສະ​ນັ້ນ ​ໃນຫລັກ​ສູດ​ການ​ສິດ​ສອນ ຕ້ອງພະ​ຍາ​ຍາມ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຫລາຍ​ແຫ່ງສາ​ມາດ​ນຳ​ໃຊ້ຄົນ​ງານໄດ້,​ ເຮັດ​ໃຫ້​ນັກ​ສຶກ​ສາ​ມີ​ວຽກ​ເຮັດ​ງານ​ທຳ​ຫຼາຍ​ກວ່າ.”

        ແຕ່​ປີ 2012, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ໄດ້​ຜັນ​ຂະ​ຫ​ຍາຍ​ໂຄງ​ການ​ແຫ່ງ​ຊາດ ຍົກ​ສູງ​ສະ​ມັດ​ຕະ​ພາບ​ສິນ​ຄ້າ ແລະ ຜະ​ລິດ​ຕະ​ພັນ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ ຮອດ​ປີ 2020, ໃນ​ນັ້ນ ສຸມ​ໃສ່​ຊຸກ​ຍູ້​ບັນ​ດາ​ມາດ​ຕະ​ການ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ, ຄຸນ​ນະ​ພາບ​ຢູ່ ວິ​ສາ​ຫະ​ກິດ, ສົ່ງ​ເສີມ ແລະ ຫ​ນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ປ່ຽນ​ໃຫມ່​ເຕັກ​ໂນ​ໂລ​ຊີ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ ແລະ ຄົ້ນ​ຄ້​ວາ​ພັດ​ທະ​ນາ. ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ລົງ​ທຶນ​​ເຂົ້າ​ໃນ​ການ​ຜະລິດ​ບັນດາຜະ​ລິດ​ຕະພັນເຕັກ​ໂນ​ໂລ​ຊີ​ສູງ ແລະ ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ. ທ່ານ ຫງວຽນ​ແອງ​ຕ໋ວນ, ຫົວ​ຫ​ນ້າ​ສະ​ຖາ​ບັນ​ສະ​ມັດ​ຕະ​ພາບ, ກົມ​ໃຫ​ຍ່​ມາດຕະ​ຖານ​ວັດ​ແທກ​ແລະ ຄຸນ​ນະ​ພາບ ໃຫ້​ຮູ້​ວ່າ:

        “ສຳ​ລັບ​ບັນ​ດາ​ໂຄງ​ການ​ຂອງ​ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ໃນ​ໄລ​ຍະ​ຜ່ານ​ມາ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສ້າງ 200 ຮູບ​ແບບ​ທີ່​ເປັນ​ແບບຢ່າງ​ກ່ຽວ​ກັບ​ວິ​ສາ​ຫະ​ກິດ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ຄຸ້ມ​ຄອງ​ກ້າວ​ຫ​ນ້າ​ເພື່ອ​ຊ່ວຍ​ຍົກ​ສູງ​ສະ​ມັດ​ຕະ​ພາບ, ຫລຸດ​ຜ່ອນ​​ໄລ​ຍະ​ປະ​ຕິ​ບັດ​ຂັ້​ນ​ຕອນ, ຫລຸດ​ຜ່ອນ​ລາຍ​ຈ່າຍ ແລະ ພິ​ເສດ​ຫລຸດ​ຜ່ອນ​ຄວາມ​ຟຸມ​ເຟືອຍ. ຜ່ານ​ບັນ​ດາ​ມາດ​ຕະ​ການນີ້, ບັນ​ດາ​ໂຄງ​ການ​ດັດ​​ແປງຢູ່​ບັນ​ດາ​ວິ​ສາ​ຫະ​ກິດ ລ້ວນ​ແຕ່​ສາ​ມາດ​ເພີ່ມ​ສະ​ມັດ​ຕະ​ພາບ​​ໄດ້ປະ​ມານ 15-20% ຫລື ສູງກວ່າ. ນອກນັ້ນ ພວກ​ຂ້າ​ພ​ະ​ເຈົ້າ​ກໍ​ຫ​ນູນ​ຊ່ວຍ​ເພື່ອ​ທະ​ວີ​ຄູນ​ໝາກ​ຜົນ​ດັ່ງ​ກ່າວ​ໃຫ້​ແກ່​ປະ​ມານ 500 ວິ​ສາ​ຫະ​ກິດ.”

        ສະ​ມັດ​ຕະ​ພາບ​ແຮງ​ງານ​ຂອງ​ປະ​ເທດ​ຫ​ນຶ່ງ ແມ່ນ​​ລວ​ບລວມ​ສະ​ມັດ​ຕະ​ພາບ​ແຮງ​ງານ​ຂອງ​ທຸກ​ຂະ​ແຫນງ​ການ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ຊາດ. ສະ​ນັ້ນ ຢາກ​ເພີ່ມ​ສະ​ມັດ​ຕະ​ພາບ​ແຮງ​ງານ​ຂອງ​ທັງ​ພື້ນ​ຖານ​ເສດ​ຖະ​ກິດ ກ່ອນ​ອື່ນ​ໝົດ​ຕ້ອງ​ເພີ່ມ​ສະ​ມັດ​ຕະ​ພາບ​ຂອງ​ແຕ່​ລະຂົງ​ເຂດ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ຄື: ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ, ກໍ່​ສ້າງ ແລະ ບໍ​ລິ​ການ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ປະ​ກາດ​ໃຊ້​ຂໍ້​ຕົກ​ລົງ​ວາງ​ແຜນ​ກຳ​ນົດ​ພັດ​ທະ​ນາ 45 ໂຮງ​ຮຽນ​ຄຸນ​ນະ​ພາບ​ສູງ ແລະ ມີ​ຫລາຍ​ນະ​ໂຍ​ບາຍ​ລົງ​ທຶນ​ໃຫ້​ຂະ​ແຫນງ​ຈຸດ​ສຸມ, ພິ​ເສດ​ແມ່ນ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ສຳ​ຮອງ.

        ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ຄວນ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ ປ່ຽນ​ໃຫມ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ. ດຶງ​ດູດ​ວິ​ສາ​ຫະ​ກິດ​ລົງ​ທຶນ​ເຂົ້າ​ເຂດ​ຊົນ​ນະ​ບົດ​ເພື່ອ​ຫັນ​ປ່ຽນ​ແຮງ​ງານ​ຢູ່​ເຂດ​ຊົນ​ນະ​ບົດ​ມາ​ສູ່​ເຂດ​ອຸດ​ສາ​ຫະ​ກຳ, ບໍ​ລິ​ການ ແລະ ຊຸກ​ຍູ້​ພັດ​ທະ​ນາ​ການ​ຜະ​ລິດ, ຍົກ​ສູງ​ສະ​ມັດ​ຕະ​ພາບ​ແຮງ​ງານ​​ໃນຂົງ​ເຂດກະ​ສິ​ກຳ. ພິ​ເສດ ​ແມ່ນ​ປັບປຸງ​ລະ​ບອບ​ ​ເສດ​ຖ​ະ​ກິດ​ການ​ຕະ​ຫລາດ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ ແລະ ຖື​ວ່າ: ນີ້​ແມ່ນ​ກຳ​ລັງ​ຫ​ນູນ​ເພື່ອ​ຮີບ​ເຮັ່ງ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ສະ​ມັດ​ຕະ​ພາບ​ແຮງ​ງານ, ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ, ​ເພື່ອພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ໝັ້ນ​ຄົງ, ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ​ກັບ​ບັນ​ດາ​ປະ​ເທດ​ອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ