ຍຸດທະຍາດພັດທະນາຂະແຫນງກົນຈັກຫວຽດນາມ

(vovworld)- ກົນ​ຈັກ​ແມ່ນ​ຂະ​ແຫນງ​ອຸດສາຫະກຳ​ພື້ນຖານ, ມີ​ບົດ​ບາດ​ສຳຄັນ​ພິ​ເສດ​ໃນ​ການ​ປະຕິບັດ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ​ຢູ່​ຫວຽດນາມ. ຍຸດ​ທະ​ສາດ​ພັດທະນາ​ຂະ​ແຫນງ​ກົນ​ຈັກ​ຫວຽດນາມ ​ໄດ້​ຮັບ​ການ​ເຊັນອະນຸມັດ​ຈາກ​ນາຍົກລັດຖະມົນຕີ​ໃນຂໍ້​ຕົກລົງ​ເລກທີ186/2002/ຕລ-ນຍ ລົງ​ວັນ​ທີ 26/12/2002. ​ໂດຍ​ປະຕິບັດ​ຍຸດ​ທະ​ສາດ​ນີ້, ​ໃນ 10 ປີຜ່ານມາ ຂະ​ແຫນງ​ກົນ​ຈັກ​ຫວຽດນາມ ​ໄດ້​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ ​ແລະ ພັດທະນາ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຂະ​ແຫນງ​ກົນ​ຈັກ​ໂລກ​ເທື່ອ​ລະ​ກ້າວ. ນີ້​ແມ່ນ​ເນື້ອ​ໃນ​ບົດ​ຂຽນ​ຂອງ​ນັກ​ຂ່າວ ​ແທ່ງ​ຈູງ ທີ່​ມີ​ຫົວ​ຂໍ້​ວ່າ: ຍຸດ​ທະ​ຍາດ​ພັດທະນາ​ຂະ​ແຫນງ​ກົນ​ຈັກ​ຫວຽດນາມ.​

ຍຸດທະຍາດພັດທະນາຂະແຫນງກົນຈັກຫວຽດນາມ - ảnh 1
ພາບປະກອບ:internet

        ​ໃນ​ກິດຈະການ​ພັດທະນາ​ປະ​ເທດ​ຊາດ, ລັດຖະບານ​​ເອົາ​ໃຈ​ໃສ່ທີ່​ສຸດ​ເຖິງ​ການ​ພັດທະນາ​ຂະ​ແຫນງ​ກົນ​ຈັກ, ພິ​ເສດ ​ແມ່ນ​ກົນ​ຈັກ​ປະດິດ​ສ້າງ. ​ໃນ 10 ປີ​ຜ່ານ​ມາ, ຂະ​ແຫນງ​ກົນ​ຈັກບັນລຸ​ໄດ້ຜົນ​ງານ​ຫລາຍ​ຢ່າງ, ​ເປັນ​ຕົ້ນ​ແມ່ນ​ກົນ​ຈັກ​ປະດິດ​ສ້າງ, ການສົ່ງ​ອອກ​​ເພີ່ມ​ຂຶ້ນ​ຢ່າ​ງລຽນຕິດ, ກຳລັງ​ແກ້​ງ​ແຍ້​ງຂອງ​ບັນດາ​ຜະລິດ​ຕະພັນ​ກົນ​ຈັກ​ຢູ່​ຕະຫລາດ​ພາຍ​ໃນ​ປະ​ເທດ ​ແລະ ຕະຫລາດ​ສົ່ງ​ອອກ​ກໍນັບ​ມື້ນັບ​ເພີ່ມ​ຂຶ້ນ. ປີ 2013, ມູນ​ຄ່າ​ການຜະລິດ​ອຸດສາຫະກຳ​ຂອງ​ຂະ​ແຫນງ​ກົນ​ຈັກ​ບັນລຸ​ກວ່າ 251.000 ຕື້​ດົ່ງ, ​ເພີ່ມ​ຂຶ້ນ​ທົບ 7 ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2000. ມູນ​ຄ່າ​ການ​ສົ່ງ​ອອກ​ກົນ​ຈັກ​ກໍ​ບັນລຸ​ເກືອບ 35%​ ຍອດ​​ມູນ​ຄ່າ​ຂອງ​ຂະ​ແຫນງ​ກົນ​ຈັກ ​ແລະ ສູງ​ກວ່າ​ຄາດໝາຍ​ທີ່ຍຸດ​ທະ​ສາດ​ໄດ້​ວາງ​ອອກ. ບັນດາ​ຂົງ​ເຂດ​ລະອຽດ​ຄື: ການຜະລິດ, ການປະກອບລົດ​ໂອ​ໂຕ, ຜະລິດ​ລົດຈັກ, ອຸປະກອນ​ໃຫ້​ແກ່​ໂຮ​ງງານ​ໄຟຟ້າ​ໃຊ້​ພະລັງ​ຄວາມ​ຮ້ອນ, ອຸດສາຫະກຳ​ ສຳຮອງ ລ້ວນ​ແຕ່​ມີ​ບາດກ້າວ​ພັດທະນາ ​ແລະ ບັນລຸ​ໝາກຜົນ​ອັນ​ຕັ້ງຫນ້າ. ກ່ຽວ​ກັບ​ການ​ສົ່ງ​ອອກ, ປີ 2013,​ມູນ​ຄ່າ​ການ​ສົ່ງ​ອອກ​ກົນ​ຈັກ​ບັນລຸ​ກວ່າ 13 ຕື້ USD, ນຳ​ຂະ​ແຫນງ​ກົນ​ຈັກ​ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ຂະ​ແຫນງ​ສົ່ງ​ອອກ​ສຳຄັນ​ຂອງ​ປະ​ເທດ​ຊາດ. ຖ້າ​ກ່ອນ​ນີ້, ບັນດາ​ວິ​ສາ​ຫະກິດ​ກົນ​ຈັກ​ຫວຽດນາມ ຜະລິດ​​ກົນ​ຈັກ​ປະ​ດິດສ້າງ, ​ແຕ່​ໄລຍະ​ມໍ່ໆ​ມາ​ນີ້ ມີ​ວິ​ສາ​ຫະກິດ​ກົນ​ຈັກ​ຫລາຍ​ແຫ່ງ​ໄດ້​ບັນລຸ​ຄວາມ​ຄືບ​ຫນ້າ​ໃນ​ການ​ຜະລິດ​ອຸປະກອນ​ຢ່າງ​ຄົບ​ຊຸດ, ສະ​ຫນອງ​ໃຫ້​ແກ່​ບັນດາ​ຂະ​ແຫນ​ງອຸດສາຫະກຳ​ສຳຄັນ​ຄື: ​ໄຟຟ້າ, ຊີມັງ, ອຸດສາຫະກຳ​ອ້ອຍ,ນ້ຳຕານ, ​ເຈ້ຍ, ຟຸ່ນ​ເຄມີ…​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຂະ​ແຫນງ​ກົນ​ຈັກ​ປະດິດ​ສ້າງ​​ພວມຢູ່ໃນ​ທ່າ​ພັດທະນາ, ​ເປັນ​ຕົ້ນ​ແມ່ນບັນດາ​ຂະ​ແຫນງ​ຜະລິດ​ກົນ​ຈັກ, ອຸປະກອນ, ປະ​ກອບ​ສ່ວນ​ຍົກ​ສູງ​ອັດຕາ​ນຳ​ໃຊ້​ກົນ​ຈັກ​ຜະລິດ​ພາຍ​ໃນ​ປະ​ເທດ​ ຢູ່ບັນດາ​ຂະ​ແຫນງ​ອຸດສາ​ຫະກຳ ​ແລະ ຂະ​ແຫນງ​ອຸດສາຫະກຳ​ສຳຮອງ​, ຮັບ​ໃຊ້​ການ​ສົ່ງ​ອອກ​​. ທ່ານ ລ້າຍ​ວັນ​ດາມ​, ປະທານ​ສະພາ​ບໍລິຫານ​ບໍລິສັດ​ກົນ​ຈັກ ດົງ​ແອ​ງ ​ແບ່ງປັນ​ວ່າ:

        “​ແຕ່ລະ​ປີ, ການ​ຜະລິດ​ອຸປະກອນລ້ວນ​ແຕ່​ພັດທະນາ, ສຳລັບ​ການ​ຜະລິດ​ພາຍ​ໃນ​ປະ​ເທດ, ​ເລື່ອງ​ປະດິດ​ສ້າງ​ບັນດາ​ກົນ​ຈັກ, ອຸປະກອນ​ແມ່ນ​ສຳຄັນ​ທີ່​ສຸດ, ມັນ​ທັງຮັບປະກັນ​ໃຫ້​ສະມັດ​ຕະພາບ​ຄຸນ​ນະພາ​ບຜະລິດ​ຕະພັນ​ດີກ​ວ່າ ​ແລະ ຢາກ​ເຂົ້າ​ຮ່ວມ​ຕະຫລາດ​ໂລກ ມັນຮຽກຮ້ອງ​ໃຫ້ມີ​ກົນ​ຈັກ​ທັນ​ສະ​ໄຫມ, ກ້າວຫນ້າ ຈຶ່ງ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ພັດທະນາ​, ຍົກ​ສູງ​ກຳລັງ​ແກ້ງ​ແຍ້​ງ​ໃນ​ການ​ເຊື່ອມ​ໂຍງ.”

        ​ເຖິງ​ວ່າ ບັນລຸ​ໄດ້​ບາດກ້າວ​ໃຫຍ່​ໃນ​ການ​ສຳ​ພັດ​ກັບ​ເຕັກ​ໂນ​ໂລ​ຊີ​ໃຫມ່​ກໍ​ຕາມ, ​ແຕ່​ຈຸດໝາຍ​ຊື່​ງຂະ​ແຫນງ​ກົນ​ຈັກຕ້ອງ​ຕອບ​ສະຫນອງໃຫ້ໄດ້ແຕ່​​ 40-50% ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ​ມາ​ຮອດ​ປະຈຸ​ບັນ ຍັງ​ບໍ່​ທັນ​ບັນລຸ​ໄດ້​ເທື່ອ. ​ເບິ່ງລວມ​ແລ້ວ, ອັດຕາ​ການ​ນຳ​ເຂົ້າ​ເກີນ​ດຸນ​ຍັງ​ສູງ​ກວ່າ​ເມ່ືອ​ທຽບ​ໃສ່ອັດຕາ​ການ​ສົ່ງ​ອອກ, ​ໃນ​ຂະນະ​ນັ້ນ ຄຸນ​ນະພາ​ບຜະລິດ​ຕະພັນ​ກົນ​ຈັກ​ຍັງ​ຈຳກັດ​ຢູ່, ວິ​ສາ​ຫະກິດ​ບໍ່​ທັນ​ເປັນ​ເຈົ້າ​ການ​ໃນ​ວຽກ​ງານ​ອອກ​ແບບ​ສຳລັບ​ບັນດາ​ໂຄງການ​ໃຫຍ່, ນັ້ນ​ບໍ່​ທັນ​ເວົ້າ​ເຖິງ​ກຳລັງ​ຄວາມ​ສາມາດ, ບໍລິຫານ​ວິ​ສາ​ຫະກິດ, ການ​ສົມທົບ​, ​ຮ່ວມ​ສຳພັນ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ນຳ​ກັນ​ຍັງ​ຈຳກັດ​ຢູ່. ທີ່​ກອງ​ປະຊຸມ​ສະຫລຸບ 10 ປີ​ແຫ່ງ​ການ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ຂະ​ແຫນງ​ກົນ​ຈັກ​ຫວຽດນາມ​ ​ໂດຍ​ກະ​ຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຈັດ​ຕັ້ງ​ຂຶ້ນ​ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ: ກົນ​ຈັກ​ແມ່ນ​ຂະ​ແຫນງ​ອຸດສາຫະກຳ​ພື້ນຖານ​ໃນ​ວິວັດການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ, ​ເພາະສະ​ນັ້ນ ລັດຖະບານ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ຂະ​ແຫນງ​ກົນ​ຈັກ, ​ເປັນ​ຕົ້ນ​ແມ່ນ​ກົນ​ຈັກປະດິດ​ສ້າງ. ທ່ານ​ນາຍົກລັດຖະ​ມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ:

        “ຍຸດ​ທະ​ສາດ​ຕ້ອງ​ຕິດ​ພັນ​ກັບ​ການວາງ​ແຜນ​ກຳນົດ, ​ໃນ​ນັ້ນ ກຳນົດ​ຢ່າງ​ຈະ​ແຈ້ງ​ບັນດາ​ຜະລິດ​ຕະພັນ ​ແລະ ຂົງ​ເຂດ​ບຸລິ​ມະ​ສິດ ຕິດ​ພັນ​ກັບ​ກົນ​ໄກ​ນະ​ໂຍບາ​ຍລະອຽດ​ເພື່ອ​ປະຕິບັດ.  ການ​ສ້າງ​ຍຸດ​ທະ​ສາດ​ວາງ​ແຜນ​ກຳນົດ ຕ້ອງ​ເອົາ​ໃຈ​ໃສ່​ທີ່​ສຸດ ​ໃນ​​ເງື່ອນ​ໄຂ​ໃຫມ່​, ​ເງື່ອນ​ໄຂ​ເສດຖະກິດ​ກາ​ນຕະຫລາດ, ການ​ເຊື່ອມ​ໂຍງ ​ແລະ ​ແກ້ງ​ແຍ້​ງ ຫາກ​ບໍ່​ແມ່ນ​ການວາງ​ແຜນ​ຄື​ໃນໄລຍະ​ເກື້ອກູນ​ກ່ອນ​ນີ້.”

         ທ່ານ​ນາຍົກລັດຖະມົນຕີ ສະ​ເຫ​ນີ ຄະນະ​ຊີ້​ນຳ​ລາຍການ​ຜະລິດ​ຕະພັນ​ກົນ​ຈັກ​ຈຸດ​ສຸມ ຄວນ​ສຸມ​ໃສ່​ຫນ້າ​ທີ່​ສ້າງ​ກົນ​ໄກ​ນະ​ໂຍບາຍ. ຈາກ​ນະ​ໂຍບາຍ​ຕະຫລອດ​ຮອດ​ພຶດຕິ​ກຳ ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​​ເຊື່ອມ​ຕໍ່​ລະຫວ່າງ​ວິ​ສາ​ຫະກິດ​ກົນ​ຈັກ ​ແລະ ອົງການ​ຄຸ້ມ​ຄອງ​ລັດ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ວິ​ສາ​ຫະກິດ ​ແລະ ຂະ​ແຫນງ​ກົນ​ຈັກ​ພັດທະນາ​ຢ່າງ​ວ່ອງ​ໄວ​ໃນ​ເງື່ອນ​ໄຂ​ໃຫມ່.

ຂ່າວ/ບົດ​ອື່ນ