ຍູ້ແຮງການຄົ້ນຄ້ວາວິທະຍາສາດເຕັກໂນໂລຊີເພື່ອກໍ່ສ້າງຊົນນະບົດໃຫມ່

(VOVWORLD) -ໂຄງການວິທະຍາສາດເຕັກໂນໂລຊີ ຮັບໃຊ້ການກໍ່ສ້າງຊົນນະບົດໃຫມ່ ຫາກໍ່ໄດ້ຮັບການອະນຸມັດຈາກລັດຖະບານຫວຽດນາມໃນປີ 2012 ດ້ວຍຍອດງົບປະມານແມ່ນ 221 ຕື້ດົງ. ພາຍຫລັງ 5 ປີແຫ່ງການຜັນຂະຫຍາຍ, ໂຄງການດັ່ງກ່າວຕອບສະຫນອງໄດ້ສ່ວນໃດຫນຶ່ງຂອງບັນດາເປົ້າໝາຍ, ຫນ້າທີ່ທີ່ໄດ້ຮັບການມອບໝາຍ, ປະກອບສ່ວນຢ່າງແທດຈິງນັບທັງພື້ນຖານທິດສະດີ, ກົນໄກ, ນະໂຍບາຍ ແລະ ຖ່າຍທອດວິທະຍາສາດເຕັກໂນໂລຊີຢ່າງມີປະສິດທິຜົນເພື່ອພັດທະນາກະສິກຳຢູ່ຫວຽດນາມ.

ຍູ້ແຮງການຄົ້ນຄ້ວາວິທະຍາສາດເຕັກໂນໂລຊີເພື່ອກໍ່ສ້າງຊົນນະບົດໃຫມ່ - ảnh 1 ປູກຜັກຢູ່ໃນເຮືອນຮົ່ມ ຢູ່ ຕາແສງ ໝີທັງ ນາມດີ້ງ

ພາບ:nhandan.com

ຈຸດເດັ່ນໃນບັນດາໝາກຜົນຄົ້ນຄ້ວາວິທະຍາສາດ ແລະ ໝູນໃຊ້ໃນພຶດຕິກຳຕົວຈິງຂອງໂຄງການ ນັ້ນແມ່ນ ສະເຫນີຫລາຍມາດຕະການມີລັກສະນະລະຫວ່າງຂະແຫນງ, ບັນດາຮູບແບບຮ່ວມສຳພັນຢ່າງລະອຽດໃນການຜະລິດ, ບັນດາມາດຕະການວິທະຍາສາດສັງຄົມ ແລະ ວິທະຍາສາດເຕັກໂນໂລຊີ ຈາກການວາງແຜນຜັງ, ສະຖາປັດຕະຍະກຳ, ກໍ່ສ້າງພື້ນຖານໂຄງລ່າງເຂດຊົນນະບົດ, ຊີວິດດ້ານວັດທະນະທຳ, ຕະຫລອດຮອດການປະສານສົມທົບບັນດາຄວາມກ້າວຫນ້າເຕັກນິກເຂົ້າໃນການຜະລິດ ແລະ ປັບຕົວໃຫ້ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອແນໃສ່ຊຸກຍູ້ການປະຕິບັດບັນດາມາດຖານຊົນນະບົດໃຫມ່. ຜ່ານນັ້ນ ໄດ້ຊ່ວຍໃຫ້ຄອບຄົວຊາວກະສິກອນ 5000 ຄອບຄົວ ຢູ່ ເກືອບ 100 ຕາແສງ ໃນ 40 ແຂວງ ໄດ້ຊົມໃຊ້, ຊ່ວຍໃຫ້ບັນດາທ້ອງຖິ່ນ, ສະຫະກອນ ຫັນປ່ຽນອົງປະກອບຜົນລະປູກ, ສັດລ້ຽງ, ບັນລຸປະສິດທິຜົນດ້ານເສດຖະກິດສັງຄົມຢ່າງເຫັນໄດ້ຊັດ. ທ່ານນາງ ເຈີນກີມລຽນ ສັງກັດບໍລິສັດຫຸ້ນສ່ວນແນວພັນປູກ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ:

“ໂຄງການຜັນຂະຫຍາຍປະຕິບັດການນຳໃຊ້ກົນຈັກ ແລະ ບັນດາມາດຕະການປູກຝັງແບບຍືນຍົງ ເພື່ອຜະລິດອອກບັນດາຜະລິດຕະພັນປອດສານພິດ ຍົກສູງສະມັດຕະພາບແຮງງານ ປະກອບສ່ວນຫັນປ່ຽນການຈັດແບ່ງແຮງງານໃນສັງຄົມ, ປ່ຽນແປງຈີນຕະນາການການຜະລິດ ຈາກການຜະລິດພຽງກຸ້ມຕົນເອງຫັນມາຜະລິດເປັນສິນຄ້າຮັບໃຊ້ໃຫ້ການສ້າງໂຄງປະກອບການຜະລິດກະສິກຳຄືນໃຫມ່. ຜະລິດຕະພັນເກັບກູ້ມາໄດ້ກໍ່ໄດ້ຈຳຫນ່າຍ ແລະ ສ້າງເປັນເຄື່ອງໝາຍການຄ້າໃຫ້”

ເພື່ອຜັນຂະຫຍາຍປະສິດທິຜົນໂຄງການໄລຍະ 2018 – 2020, ທ່ານ ຫງວຽນຊວນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຖືວ່າ: ຄວນສ້າງບັນດາເອກະສານນິຕິກຳໃຫ້ສອດຄອ່ງກັບເປົ້າໝາຍໃຫມ່.

ຕາມທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ, ຫົວຫນ້າຄະນະຊີ້ນຳບັນດາໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃຫມ່ແລ້ວ, ບັນດາສະຖາບັນຄົ້ນຄ້ວາຄວນສຸມໃສ່ເຂົ້າໃນການຄົ້ນຄ້ວາວິທະຍາສາດໃນການສ້າງລະບອບກົດໝາຍ, ນະໂຍບາຍປະຕິບັດບັນດາບັນຫາຫລາຍກວ່າອີກ. ເພາະວ່າ ການກໍ່ສ້າງຊົນນະບົດໃຫມ່ແມ່ນໂຄງການຄົ້ນຄ້ວາ ແລະ ໝູນໃຊ້, ການລວບລວມລະຫວ່າງຂະແຫນງ, ຕ້ອງເລີ່ມມາຈາກຈຸດພິເສດຂອງພຶດຕິກຳຕົວຈິງ ແລະ ຄວາມຕ້ອງການໃນຊີວິດດ້ານເສດຖະກິດສັງຄົມເພື່ອກໍ່ສ້າງຮູບແບບ.

        “ການກໍ່ສ້າງຊົນນະບົດໃຫມ່ ມີຈຸດເລີ່ມຕົ້ນ ແຕ່ບໍ່ມີການສິ້ນສຸດ, ພາຍຫລັງການກໍ່ສ້າງຊົນນະບົດໃຫມ່ ພວກເຮົາຕອ້ງມີຊົນນະບົດໃຫມ່ເປັນແບບຢ່າງ. ປະຈຸບັນ ກະຊວງກະສິກຳ ແລະ ພັດທະນາຊົນນະບົດພວມຈັດຕັ້ງການປະຕິບັດທົດລອງຢູ່ 5 ເມືອງ ແລະ ຢູ່ບາງຕາແສງ”

ບັນດາຜູ້ຊ່ຽວຊານ ແລະ ນັກວິທະຍາສາດກໍ່ຖືວ່າ ໄລຍະຈະມາເຖິງ ເລື່ອງລົງທຶນດ້ານວິທະຍາສາດເຕັກໂນໂລຊີເຂົ້າໃນການກໍ່ສ້າງຊົນນະບົດໃຫມ່ ຄວນສຸມໃສ່ບັນດາຫົວເລື່ອງກະສິກຳ ແລະ ປອດກະສິກຳ, ບຸລິມະສິດແກ້ໄຂບັນດາບັນຫາໃຫຍ່ ດ້ວຍບັນດາກິດຈະການຄົ້ນຄ້ວານັບທັງພື້ນຖານທິດສະດີ, ພຶດຕິກຳ, ມາດຕະການວິທະຍາສາດເຕັກໂນໂລຊີ ແລະ ຜັນຂະຫຍາຍບັນດາຮູບແບບໝູນໃຊ້. ພ້ອມກັນນັ້ນ ການໝູນໃຊ້ກົນໄກຕ້ອງມີການຄັດເລືອກ ພິຈາລະນາ, ມອບຫນ້າທີ່ໂດຍກົງໃນກໍລະນີຈຳເປັນເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຈຸດພິເສດສະເພາະຂອງການກໍ່ສ້າງຊົນນະບົດໃຫມ່ຢ່າງທັນການ. ທ່ານ ກາວດຶກຟາດ, ຮອງຫົວຫນ້າຄະນະເສດຖະກິດສູນກາງໃຫ້ຮູ້ວ່າ:

“ຄວນເອົາໃຈໃສ່ເຖິງການສ້າງຊີວິດດ້ານວັດທະນະທຳຢູ່ເຂດຊົນນະບົດກວ່າອີກ ສະນັ້ນ ຄຽງຂ້າງບັນດາຫົວເລື່ອງກ່ຽວກັບກົນໄກນະໂຍບາຍ, ຮູບແບບເຕັກນິກກໍ່ຄວນຄົ້ນຄ້ວາບັນຫາສັງຄົມຢູ່ເຂດຊົນນະບົດ, ການກໍ່ສ້າງຊົນນະບົດໃຫມ່ຫລາຍກວ່າ ເພາະນີ້ແມ່ນວັດຖຸດ້ານຈິດໃຈຂອງປະຊາຊົນດຳລົງຊີວິດຢູ່ເຂດຊົນນະບົດ.”

ໝາກຜົນການຄົ້ນຄ້ວາ, ໝູນໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນຂົງເຂດຜະລິດກະສິກຳ, ຊົນນະບົດ ບໍ່ພຽງແຕ່ນຳມາເຊິ່ງຫລາຍຄຸນຄ່າຢ່າງແທດຈິງກ່ຽວກັບດ້ານເສດຖະກິດເທົ່ານັ້ນ ຫາກຍັງປະຕິບັດວຽກງານເພີ່ມຄວາມຮູ້ຜ່ານການຝືກຊ້ອມ, ແນະນຳການປະຕິບັດຕົວຈິງບັນດາຫົວເລື່ອງສະເພາະ, ໂຄງການວິທະຍາສາດເຕັກໂນໂລຊີ, ຊ່ວຍປະຊາຊົນມີເງື່ອນໄຂເພື່ອໝູນໃຊ້ບັນດາຄວາມກ້າວຫນ້າໃຫມ່ເຂົ້າໃນການຜະລິດ ແລະ ຊີວິດການເປັນຢູ່. ເພາະສະນັ້ນ ເພື່ອໃຫ້ວິທະຍາສາດເຕັກໂນໂລຊີສືບຕໍ່ເສີມຂະຫຍາຍບົດບາດຢ່າງມີປະສິດທິຜົນໃນກິດຈະການກໍ່ສ້າງເຂດຊົນນະບົດໃຫມ່, ທຸກຂັ້ນ, ຂະແຫນງການຄວນປະຕິບັດບັນດາມາດຕະການຢ່າງຄົບຊຸດ ເພື່ອຖ່າຍທອດບັນດາຄວາມກ້າວຫນ້າວິທະຍາສາດເຕັກນິກໃຫມ່ເຂົ້າໃນຊີວິດຕົວຈິງ, ການຜະລິດຢ່າງທັນການ, ເພື່ອແນໃສ່ຕອບສະຫນອງຄວາມຮຽກຮ້ອງຕ້ອງການການຫັນກະສິກຳ, ຊົນນະບົດເປັນອຸດສາຫະກຳ ແລະ ທັນສະໄຫມ.

ຕອບກັບ

ຂ່າວ/ບົດ​ອື່ນ