ຍູ້ແຮງການປ່ອຍແຫລ່ງເງິນລົງທຶນພາກລັດເພື່ອກະຕຸກຊຸກຍູ້ການເຕີບໂຕເສດຖະກິດ

(VOVWORLD) - ລັດຖະບານ ຫາກໍ່ປະກາດໃຊ້ມະຕິເລກທີ 128 ກ່ຽວກັບການກຳນົດຊົ່ວຄາວ “ການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ -19 ຢ່າງມີປະສິດທິຜົນ”. ປະຈຸບັນ ໂລກລະບາດ ໄດ້ຮັບການຄວບຄຸມໃນເບື້ອງຕົ້ນຢູ່ຈຸດຮ້ອນເຮັ່ງ ແມ່ນເຂດເສດຖະກິດພາກໃຕ້, ນີ້ໄດ້ຮັບຖືວ່າ ແມ່ນກາລະໂອກາດເພື່ອໃຫ້ເຂດນີ້ ກັບຄືນມາສູ່ບົດບາດນຳຫນ້າ, ນຳປະເທດຊາດກ້າວເຂົ້າສູ່ຊີວິດປົກກະຕິແບບໃຫມ່. ໃນນັ້ນ ສຸມໃສ່ປ່ອຍແຫງ່ເງິນລົງທຶນ, ຈຸດສຸມແມ່ນການລົງທຶນພາກລັດ ໂດຍໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກລັດຖະບານ ແລະ ຖືນີ້ແມ່ນໄມ້ງັດໃຫ້ແກ່ການຟື້ນຟູເສດຖະກິດຂອງປະເທດຊາດ.

ຍູ້ແຮງການປ່ອຍແຫລ່ງເງິນລົງທຶນພາກລັດເພື່ອກະຕຸກຊຸກຍູ້ການເຕີບໂຕເສດຖະກິດ - ảnh 1ພາບປະກອບ

ການຕັດສິນໃຈປ່ອຍເງິນລົງທຶນພາກລັດໃຫ້ໝົດເພື່ອສ້າງກຳລັງຫນູນຮັກສາການເຕີບໂຕ ແລະ ຟື້ນຟູເສດຖະກິດ ກໍ່ແມ່ນຄວາມຮຽກຮ້ອງຕ້ອງການຊຶ່ງບັນດາທ້ອງຖິ່ນມີຄວາມເອົາໃຈໃສ່ເປັນພິເສດ. ຢູ່ ແຂວງ ກວ໋າງນີງ, ແຂວງນີ້ໄດ້ຮຽກຮ້ອງການປ່ອຍ 100% ເງິນລົງທຶນພາກລັດໃນປີນີ້, ຊ່ວຍນຳຍອດການລົງທຶນທົ່ວສັງຄົມຢູ່ທ້ອງຖິ່ນນີ້ ໃຫ້ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີກາຍ, ສູ້ຊົນປະຕິບັດສຳເລັດຄາດໝາຍການເຕີບໂຕ ຍອດຜະລິດຕະພັນພາຍແຂວງ (GRDP) ປີນີ້ ຢູ່ໃນລະດັບ ສອງຕົວເລກ. ທ່ານ ກາວເຕື່ອງຮູຍ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນ ແຂວງ ກວ໋າງນີງ ເນັ້ນຫນັກວ່າ: ກວ໋າງນີງ ຜັນຂະຫຍາຍບັນດາໂຄງການລົງທຶນພາກລັດຢ່າງຂ້ຽວຂາດ, ເປັນຕົ້ນແມ່ນບັນດາກິດຈະກຳຈຸດສຸມ ແລະ ສ້າງທຸກເງື່ອນໄຂເພື່ອໃຫ້ບັນດາໂຄງການນີ້ໄດ້ຮັບການຜັນຂະຫຍາຍຖືກຕາມແຜນການທີ່ວາງອອກ.

    “ເດັດດ່ຽວຍູ້ແຮງການປ່ອຍເງິນລົງທຶນພາກລັດ. ກວ໋າງນີງ ໄດ້ວາງຄາດໝາຍແມ່ນຮອດວັນທີ 31 ທັນວາ ປີ 2021 ຕ້ອງປ່ອຍເງິນລົງທຶນພາກລັດໃຫ້ໄດ້ 100%. ນອກຈາກສືບຕໍ່ປະຕິຮູບລະບຽບການບໍລິຫານ, ການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ແຂວງ ກວ໋າງນີງແລ້ວ ກໍ່ຍູ້ແຮງວຽກງານຊົດເຊີຍ, ບຸກເບີກຫນ້າພຽງ ແລະ ຖືນີ້ແມ່ນມາດຕະການຫນູນຊ່ວຍສຳຄັນທີ່ສຸດສຳລັບບັນດານັກລົງທຶນ”

ໃນສະພາບການພື້ນຖານເສດຖະກິດຖືກຜົນກະທົບຢ່າງຫນັກຫນ່ວງຍ້ອນໂລກລະບາດໂຄວິດ -19, ການລົງທຶນພາກລັດສວມບົດບາດແມ່ນແຫລ່ງເງິນສຳຄັນ, ຫນູນຊ່ວຍການຟື້ນຟູພື້ນຖານເສດຖະກິດຢ່າງມີປະສິດທິຜົນເມື່ອບັນດາກະແສເງິນລົງທຶນອື່ນຖືກຊຸດໂຊມ. ທ່ານ ຟ້າມເທແອງ, ຫົວຫນ້າພາກວິຊາເສດຖະກິດມະຫາພາກ, ມະຫາວິທະຍາໄລເສດຖະກິດແຫ່ງຊາດຖືວ່າ:

ກ່ຽວກັບກົນໄກນະໂຍບາຍ, ທ່ານນາຍົກລັດຖະມົນຕີ ໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນເຈົ້າການ, ສົມທົບກັບບັນດາກະຊວງ ແລະ ອົງການທີ່ກ່ຽວຂ້ອງ, ສືບຕໍ່ສຳຫລວດກວດຄືນຂໍ້ຕິດຂັດ, ຂໍ້ຂາດຕົກບົກຜ່ອງໃນການກຳນົດກົດໝາຍທີ່ກ່ຽວຂ້ອງເຖິງການລົງທຶນພາກລັດ ເພື່ອສະເຫນີໃຫ້ປັບປຸງ, ເພີ່ມເຕີມ, ແນໃສ່ຍູ້ໄວຄວາມຄືບຫນ້າການປ່ອຍເງິນ, ຍົກສູງປະສິດທິຜົນການນຳໃຊ້ແຫລ່ງເງິນລົງທຶນພາກລັດ. ນີ້ບໍ່ພຽງແຕ່ແມ່ນຄຳຮຽກຮ້ອງຕ້ອງການກ່ຽວກັບການຮັກສາກຳລັງຫນູນຟື້ນຟູເສດຖະກິດໃນປີນີ້ເທົ່ານັ້ນ ຫາກຍັງແມ່ນສ້າງພື້ນຖານການເຕີບໂຕໃຫ້ແກ່ໄລຍະແຕ່ປີ 2021 – 2025 ອີກດ້ວຍ.

 “ຍອດເງິນລົງທຶນທົ່ວສັງຄົມໃນ 6 ເດືອນຕົ້ນປີ 2021 ເພີ່ມຂຶ້ນ 7%, ພາກລັດເພີ່ມຂຶ້ນ 7,3%, ນອກລັດເພີ່ມຂຶ້ນ 7,4%, ການລົງທຶນຕ່າງປະເທດແມ່ນປະມານ 6,8%.  ນະໂຍບາຍທີ່ພວກຂ້າພະເຈົ້າວາງອອກນັ້ນແມ່ນ ຕ້ອງຍູ້ແຮງບັນດາໂຄງການພື້ນຖານໂຄງລ່າງລະດັບຊາດ, ຍູ້ແຮງຄວາມຄືບຫນ້າບັນດາໂຄງການພື້ນຖານໂຄງລ່າງຂອບຂະຫນາດໃຫຍ່”

ຍູ້ແຮງການປ່ອຍແຫລ່ງເງິນລົງທຶນພາກລັດເພື່ອກະຕຸກຊຸກຍູ້ການເຕີບໂຕເສດຖະກິດ - ảnh 2ພາບປະກອບ

ເຖິງວ່າ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19 ເກີດຂຶ້ນຮອບທີ 4, ແຕ່ການປ່ອຍແຫລ່ງເງິນລົງທຶນໃຫມ່ ບັນລຸປະມານ 47% ແຜນການທີ່ໄດ້ວາງອອກ. ຕາມທ່ານ ເຈີນຊວນຮ່າ, ຮອງລັດຖະມົນຕີກະຊວງການເງິນ ແລ້ວ, ໃນສະພາບການປົກກະຕິແບບໃຫມ່ ປະຈຸບັນ, ເພື່ອສືບຕໍ່ເສີມຂະຫຍາຍບົດບາດແຫລ່ງເງິນລົງທຶນສຳລັບການເຕີບໂຕເສດຖະກິດ, ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ຄວນຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ, ຂ້ຽວຂາດເພື່ອຊຸກຍູ້ການປ່ອຍເງິນລົງທຶນພາກລັດ.

 “ສາຍເຫດອັດຕະວິໄສຂອງຄະນະຄຸ້ມຄອງໂຄງການ ແລະ ອົງການມີຫນ້າທີ່ຮັບຜິດຊອບ ແມ່ນສຳຄັນທີ່ສຸດ. ໃນວຽກງານຊົດເຊີຍ, ບຸກເບີກຫນ້າພຽງ, ການປະມູນ, ກຳນົດປະລິມານວຽກງານໃຫ້ສຳເລັດ, ລະບຽບການຊຳລະ, ຄວາມຮັບຜິດຊອບຕົ້ນຕໍຂອງເຈົ້າຂອງການລົງທຶນ, ຄະນະຄຸ້ມຄອງໂຄງການ ຄວນເອົາໃຈໃສ່ເຖິງການຍູ້ໄວໂຄງການຮັບປະກັນຄວາມຄືບຫນ້າ”

  ປະຈຸບັນ ບັນດາທ້ອງຖິ່ນໃນທົ່ວປະເທດ ໄດ້, ພວມສຸມໃສ່ແກ້ໄຂຂໍ້ຕິດຂັດໃນການລົງທຶນເພື່ອປ່ອຍແຫລ່ງເງິນລົງທຶນພາກລັດໃຫ້ວ່ອງໄວ. ນອກນັ້ນ ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ຄວນເປັນເຈົ້າການ ສຳຫລວດກວດຄືນບັນດາໂຄງການຊື່ງມາຮອດປະຈຸບັນ ປ່ອຍເງິນຍັງບໍ່ຮອດ 60% ແຜນການທຶນ, ເພື່ອຈັດແບ່ງໃຫ້ບັນດາໂຄງການທີ່ມີຄວາມຄືບຫນ້າປ່ອຍເງິນດີກວ່າ ແລະ ສາມາດປ່ອຍເງິນໃຫ້ໝົດຕາມແຜນການທີ່ວາງອອກໃນປີນີ້. ລັດຖະບານກໍ່ໄດ້ຢັ້ງຢືນ ຈະລວບລວມ ແລະ ລາຍງານຄະນະ ປະຈຳ ສະພາແຫ່ງຊາດ ກ່ຽວກັບການຫລຸດຜ່ອນ, ຈັດແບ່ງແຜນການທຶນ ປີ 2021 ຈາກບັນດາກະຊວງ, ອົງການ, ທ້ອງຖິ່ນ ທີ່ປ່ອຍເງິນຊັກຊ້າ ມາໃຫ້ບັນດາກະຊວງ, ອົງການ, ທ້ອງຖິ່ນປ່ອຍເງິນໄດ້ດີ ແລະ ມີຄວາມຕ້ອງການເພີ່ມເຕີມເງິນຕາມການກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ