ຍູ້ແຮງການສົ່ງອອກອາຫານປຸງແຕ່ງໄປຍັງຕະຫລາດເອີລົບ

(vovworld)-ຊື່ງ​ແມ່ນ​ປະ​ເທດ​ມີ​ແຫລ່ງວັດ​ຖ​ຸ​ດິບ​ຜະ​ລິດ​ຕະ​ພັນ​ກະ​ເສດ, ອາ​ຫານ, ສົດ ແລະ ​ອຸ​ດົມ​ສົມ​ບູນຕະ​ຫລອດ​ປີ, ຫວຽດ​ນາມ ໄດ້​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​, ອາ​ຫານ​ປຸງ​ຫລາຍປະ​ເພດ ເຂົ້າ​ຕະ​ຫລາດ​ໂລກ​ສຳ​ເລັດ​ຜົນ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ, ມີ​ຜະ​ລິດ​ຕະ​ພັນ​ຂອງ​ຫວຽດ​ນາມ​ຫລາຍ​ປະ​ເພດ​ພວມ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ເປັນ​ຕົ້ນ​ແມ່ນຕ​ະ​ຫລາດ​ເອີ​ລົບ(EU), ຊື່ງ​ແມ່ນ​ຕະ​ຫລາດຍາມ​ໃດ​ກໍ​ມີ​ຄວາມຮຽກ​ຮ​ອ້ງ​ຕ້ອງ​ການ​ສູງ. ເພື່ອ​ສ້າງ​ເງື່ອນ​ໄຂ​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ແຊກຊືມ​ເຂົ້າ​ຕະ​ຫລາດ​ເອີ​ລົບ​ຢ່າງ​ໝັ້ນ​ຄົງ, ກົມ​ສົ່ງ​ເສີມ​ການ​ຄ້າ ສັງ​ກັດ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ຫາ​ກໍ​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ​ສົ່ງ​ເສີມ​ການ​ສົ່ງ​ອອກ​ອາ​ຫານ​ປຸງ​ແຕ່ງ​ຂອງ​ຫວຽດ​ນາມ​ໄປ​ຍັງ​ຕະ​ຫລາດ​ເອີ​ລົບ(2013-2016).

        ໃນ 20 ກວ່າ​ປີ​ແຫ່ງ​ການ​ພັດ​ທະ​ນາ, ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​ອາ​ຫານ​​ຂອງຫວຽດ​ນາມ ໄດ້​ສ​້າງ​​ບາງ​ຂົງ​ເຂດ​ປຸງ​ແຕ່ງ ດ້ວຍ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ທີ່ມີ​ທ່າ​ແຮງ​ຄື: ເຄື່ອງ​ດືມ, ນ້ຳ​ນົມ, ຜະ​ລິດ​ຕະ​ພັນ​ອານ​ກົນ, ຜະ​ລິດ​ຕະ​ພັນ​ຈາກນ້ຳ​ນົມ, ນ້ຳ​ມັນ​ພືດ, ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​ອາ​ຫານ; ປຸງ​ແຕ່ງ​ແປ້ງ ແລະ …ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ໄດ້​ຈັດ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​ອາ​ຫານ​ເຂົ້າ​ໝວດ​ຂະ​ແຫນງ​ມີ​ທ່າ​ໄດ້​ປຽບ​ໃນ​ການແກ້ງ​ແຍ້ງ, ມີ​ການ​ກຳ​ນົດ​ທິດ​​ຍຸດ​ທະ​ສາດພັດ​ທະ​ນາ​ບົນ​ພື້ນ​ຖານ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ກ້າວ​ຫ​ນ້າ, ທັນ​ສະ​ໄຫມ, ຂຸດ​ຄົ້ນ​ກ​ານ​ນຳ​ໃຊ້​ວັດ​ຖຸ​ດິບ​ພາຍ​ໃນ​ປະ​ເທດ​ຢ່າງ​ສຸດ​ຂີດ. ປະ​ຈຸ​ບັນ, ເອີ​ລົບ​ຍັງ​ຄົງ​ແມ່ນ​ຕະ​ຫລາດ​ອາ​ຫານ ແລະ ເຄື່ອງ​ດືມໃຫ​ຍ່​ກວ່າ​ໝູ່​ຢູ່​ໃນ​ໂລກ​ ແລະ ກໍ​ແມ່ນ​ຕະ​ຫລາດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ຫວຽດ​ນາມ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ທ້າ​ທາຍ​ໃຫ​ຍ່​ສຸດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ປຸງ​ແຕ່ງ​ອາ​ຫານ​​ຢູ່ຫວຽດ​ນາມ​ ປະ​ຈຸ​ບັນ ຍັງຄົງ​​ແມ່ນການ​ສຳ​ພັດ​ກັບ​ຕະ​ຫລາດ​ເອີ​ລົບ. ທ່ານ​ນາງ ຫງວຽນ​ທິ​ມີງ​ຖູຍ, ຮອງ​ຫົວ​ຫ​ນ້າ​ສູນ​ໃຫ້​ຄຳ​ປຶກ​ສາ ບຳ​ລຸງ​ສ້າງ​ທຸ​ລະ​ກຳ ຂຶ້ນ​ກັບ​ກົມ​ສົ່ງ​ເສີມ​ການ​ຄ້​າ- ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ​ຫວຽດ​ນາມ​ໃຫ້​ຮູ້​ວ່າ:

        “ຄວາມ​ຫ​ຍຸ້ງ​ຍາກ​ສຳ​ລັບ​ຂະ​ແຫນງ​ປຸງ​ແຕ່ງ​ອາ​ຫານ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ນັ້ນ​ແມ່ນ​ຄວາມຮຽກ​ຮ້ອງ​ຕ້ອງ​​ການຄຸນ​ນະ​ພາບ​ສູງ​ຂອງ​ຫລາຍ​ປະ​ເທດ​ໃນ​ເອີ​ລົບ​ມີລັກ​ສະ​ນະ​ກົດ​ໝາຍ. ຕົວ​ຢ່າງ​ຄື: ຮຽກຮ້ອງໃຫ້ຜະ​ລິດ​ຕະ​ພັນ​ຂອງ​ຫວຽດ​ນາມ​ຕ້ອງບັນລຸມາດຖານ​ຕາມ​​ຂັ້ນ​ຕອນ​ການ​ຜະ​ລິດ​ແບບ​ຍືນ​ຍົງ ແລະ ຫລາຍ​ມາດ​ຖານ​ເຕັກ​ນິກ​ອື່​ນ. ນອກນັ້ນ ​ຮຽກ​ຮ້ອງ​ຕ້ອ​ງການ​ລວມ​ທີ່ມີ​ລັກ​ສະ​ນະ​ຮົ້ວ​ກີດ​ຂວາງ​ດ້ານ​ເຕັກ​ນິກ, ກົດ​ໝາຍແລ້ວ, ບໍ​ລິ​ສັດ​ນຳ​ເຂົ້າ​ແຕ່​ລະ​ແຫ່ງ​ກໍ​ມີ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສະ​ເພາະ, ມາດ​ຖານ​ສະ​ເພາະ, ຊ້ຳ​ບໍ່​ຫ​ນຳ​ຕ້ອງ​ຕອບ​ສະ​ຫນອງ​ບັນ​ດາ​ມາ​ດ​ຖານ​ກ່ຽວ​ກັບ​ດ້ານ​ສັງ​ຄົມ, ສິ່ງ​ແວດ​ລ້ອມ.”

        ເພື່ອ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ອາ​ຫານ​ປ​ຸ​ງ​ແຕ່ງ​ພັດ​ທະ​ນາ​ຢ​ູ່ຕະ​ຫລາດ​ເອີ​ລົບ​ສຳ​ເລ​ັດ​ຜົນ, ສິ່ງ​ສຳ​ຄັນ​ທີ່​ສຸດນັ້ນ​ແມ່ນ ຕ້ອງ​ສະ​ຫນອງ​ຂ​ໍ້​ມູນ​ຂ່າວ​ສານ​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ລະ​ບອບ​ກົດ​ໝາຍ, ຄວາມຕ​ອ້ງ​ການ​ຂອງ​ຕະ​ຫລາດ​ບັນ​ດາ​ປະ​ເທດ​ເອີ​ລົບ. ຄຽງ​ຄູ່​ກັນ​ນັ້ນ ບັນ​ດາ​ວິ​ສາ​ຫະ​ກິດ​ເອງ​ຕ້ອງ​ຍົກ​ສູງ​ຄວາ​ມ​ຮັບ​ຮູ້, ​ປ່ຽນ​ແປງ​ຈີນ​ຕະ​ນາ​ການ​ດຳ​ເນີນ​ທຸ​ລະ​ກິດ​ເພື່ອ​ສາ​ມາດ​ສຳ​ພັດ ແລະ ເປີດກ​ວ້າງ​ຕະ​ຫລາດ. ດ​ຣ ຟ້າມ​ວັນ​ຈັດ ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ຖື​ວ່າ:

        “ມີ​ວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ​ຂາດ​ຕະ​ຫລາດຈຳຫນ່າຍ, ແຕ່​ເມື່ອ​ມີ​ຕະ​ຫລາດ​ ແລະມີ ​ສັນ​ຍາ​ສົ່ງອອກສິນ​ຄ້າແລ້ວ ​ພັດ​ບໍ່​ເອົາ​ໃຈ​ໃສ່​ເຖິງ​ລັກ​ສະ​ນະ​ເຄ່ັງຄັດຂອງ​ກົດ​ໝາຍ​ໃນ​ສັນ​ຍາ ສະ​ນັ້ນ ນີ້​ແມ່ນ​ບັນ​ຫາ​ຕ້ອງ​ໄດ້​ຮັບ​ການ​ຫ​ນູນ​ຊ່ວຍ​ກ່ຽວ​ກັບ​ດ້ານ​ການ​ຄ້າ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ຕ້ອງ​ມີ​ແຫລ່ງ​ຂໍ້​ມູນ​ຂ່າວ​ສານ​​ຢ່າງ​ຊັດ​ເຈນໃຫ້​ແກ່ວິ​ສາ​ຫະ​ກິດ. ​ ​. ທີ​ສອງ​ແມ່ນຕ້ອງ​ໄດ້​ຮັບ​ການ​ຫ​ນູນ​ຊ່ວຍ​ຈາກ​ບັນ​ດາ​ອົງ​ການ​ການ​ຄ້າ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ປະ​ຕິ​ບັດ​ວຽກ​ງານ​ດັ່ງ​ກ່າວ​ເປັນ​ຢ່າງ​ດີ.”

ຍູ້ແຮງການສົ່ງອອກອາຫານປຸງແຕ່ງໄປຍັງຕະຫລາດເອີລົບ - ảnh 1
ພາບປະກອບ:internet

        ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ອາ​ຫານ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ກ້າວ​ໄປ​ເຖິງ​ຢືດ​ຄອງ​ຕະ​ຫລາດເທື່ອ​ລະ​ກ້າວ, ກົມ​ສົ່ງ​ເສີມ​ການ​ຄ້າ ແລະ ສູນ​ຫ​ນູນ​ຊ່ວຍ​ການ​ສົ່ງ​ອອກ​ຈາກ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ຂອງ ໂຮນ​ລັງ ຫາ​ກໍ​ສົມ​ທົບ​ກັນ​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ​ສົ່ງ​ເສີມ​ການ​ສົ່ງ​ອອກ​ໃຫ້​ແກ່​ຂະ​ແຫນງ​ປຸງ​ແຕ່ງ​ອາ​ຫານ​ຂອງຫວຽດ​ນາມ ​ແຊກຊືມ​ເຂົ້າ​ຕະ​ຫລາດ​ເອີ​ລົບ ດ້ວຍຍອດ​ງົບ​ປະ​ມານ​ຫ​ນູ​ນ​ຊ່ວຍ​ວິ​ສາ​ຫະ​ກິດ​ແມ່ນ 1.5 ລ້ານ ເອີ​ໂຣ. ຈ​ຸດ​ໝາຍ​ຕົ້ນ​ຕໍຂອງໂຄງ​ການ​ແມ່ນ​ຫ​ນູນ​ຊ່ວ​ຍ​ຂະ​ແຫນງ​ປຸງ​ແຕ່ງ​ອາຫານຫວຽດ​ນາມ ເຂົ້າ​ຕະ​ຫລາດ​ເອີ​ລົບ, ສຸ​ມ​ໃສ່​ຫ​ນູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ມູ​ນ​ຄ່າ​ເພີ່​ມ​ສູງ​ຄື: ເຄື່ອງ​ດືມ, ກາ​ເຟ, ຊາ, ນ້ຳ​ເຜີ້ງ, …. ທ່ານ​ນາງ ຫງວຽນ​ມີງ​ຖູຍ ໃຫ້​ຮູ້​ຕື່ມ​ອີກວ່າ:

        “ໂຄງ​ການ​ຈະ​ເລືອ​ກ​ເຟັ້ນ​ວິ​ສາ​ຫະ​ກິດ 30 40 ແຫ່ງ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ການ​ປຸງ​ແຕ່ງ​ອາ​ຫານ​ເພື່ອ​ເຂົ້າ​ຮ່ວມ​ບັນ​ດາ​ຊຸດ​ບຳ​ລູງ​ສ້າງ, ກຳ​ນົດ​ບັນ​ດາ​ຕະ​ຫລາດ​ຈຸດ​ໝາຍ, ພົບ​ປະ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ. ບັນ​ດາ​ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ໂຄງ​ການ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫລາຍ​ຢ່າງ​ຈາກ​ໂຄງ​ການ, ພິ​ເສດ ແມ່ນ​ການ​ຫ​ນູນ​ຊ່ວຍ​ດ້ານ​ເຕັກ​ນິກ. ເມື່ອ​ວິ​ສາ​ຫະ​ກິດ​ໝັ້ນ​ໝາຍ​ຮ່ວມ​ກັບ​ໂຄງ​ການ, ໂຄງ​ການ​ຈະ​ຫ​ນູນ​ຊ່ວຍ​ຂັ້ນ​ຕອ​ນ​ທັງ​ໝົດ, ຮັບ​ປະ​ກັນ​ໃຫ້​ວິ​ສາ​ຫະ​ກິດ​ສາ​ມາດ​ ສ​ົ່ງ​ ຜະ​ລິດ​ຕະ​ພ​ັນ​ໄປ​ຂາຍ​ຢູ່ຕະ​ຫລາດ​ເອີ​ລົບ​ຢ່າງ​ສຳ​ເລັດ​ຜົນ.”

        ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ໂຄງ​ການ​ແມ່ນ​ສຸມ​ໃສ່​ຫ​ນູນ​ຊ່ວຍ​ຝຶກ​ອົບ​ຮົມ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ສົ່ງ​ອອກ ຈາກ​ການ​ຜະ​ລິດ, ປຸງ​ແຕ່ງ​ຜ​ະ​ລິດ​ຕະ​ພັນ​ຕະ​ຫລອດ​ຮອດ​ເວລາທີ່ວິ​ສາ​ຫະ​ກິດ​ບັນ​ລຸ​ຈຸດ​ໝາຍ​ສົ່ງ​ອອກ​ຂອງ​ຕົນ. ໂຄງ​ການ​ຍັງ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ maketing, ລັກ​ສະ​ນະ​ໝັ້ນ​ຄົງ ແລະ ປັບ​ປຸງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ, ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອ​ງ​ການ​ຂອງ​ການ​ສົ່ງ​ອອກ ແລະ ​ແຊກຊ​ື​ມເຂົ້​າ​ຕະ​ຫລາດ. ໂຄງ​ການ​ຈະ​ໃຫ້​ຄຳ​ປຶກ​ສາ​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ​ສາ​ກົນ​ສະ​ເພາະ​ຂະ​ແຫນງ​ປຸງ​ແຕ່ງ​ອາ​ຫານ​ໃນ​ທ້າຍ​ປີ 2014 ຢູ່​ຫວຽດ​ນາມ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ