ຍູ້ແຮງການຫັນລັດວິສາຫະກິດເປັນຫຸ້ນສ່ວນ

(vovworld)- ວິວັດທະນາ​ການ​ຫັນ​ບັນດາ​ວິ​ສາ​ຫະກິດ​ຢູ່​ຫວຽດນາມ​ເປັນ​ຫຸ້ນ​ສ່ວນ ​ໄດ້​ຮັບ​ການ​ປະຕິບັດ​ໃນ​ຫລາຍ​ປີ​ມາ​ນີ້, ພິ​ເສດ ​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້ ​ໃນ​ທ່າ​ອ່ຽງ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ ດ້ວຍ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ, ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟີ​ກ TPP ນັ້ນ, ​ເລື່ອງ​ຍູ້​ແຮງ​ການ​ຫັນ​ບັນດາ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ລັດ​ວິ​ສາ​ຫະກິດ ຍິ່ງມີຄວາມຈຳ​ເປັນ. ນີ້​ກໍ​ແມ່ນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ຫວຽດນາມ ​ເພື່ອ​ຈຸດໝາຍ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິ​ດຄືນ​ໃຫມ່ ຕາມ​ທິດ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ໝັ້ນຄົງ, ກຽມພ້ອມ​ໃຫ້​ວິວັດທະນາ​ການ​ເຊື່ອມໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ. ​

ຍູ້ແຮງການຫັນລັດວິສາຫະກິດເປັນຫຸ້ນສ່ວນ - ảnh 1
ພາບປະກອບ:internet


        ປີ 2014, ເປັນ​ຄັ້ງ​ທຳ​ອິດ ມີ​ລັດ​ວິ​ສາ​ຫະກິດ​ໃຫຍ່​ຫລາຍ​ແຫ່ງ​ ​ໄດ້​ດຳ​ເນີນ​ການ​ຂາຍ​​​ຫຸ້ນ​ສ່ວນ​, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ ​ໄດ້ປະກາດ​ມູນ​ຄ່າ​​ໃບ​ຫຸ້ນ, ​ໃນ​ນັ້ນ ​​ມີ​​ວິ​ສາ​ຫະກິດ​ໃຫຍ່​ຫລາຍ​ແຫ່ງ​ກ່ອນ​ນີ້​ປະຕິບັດ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ​ຢ່າງ​ຊັກ​ຊ້າ ​ກໍ​ໄດ້​ປະກົດ​ອອກ​ໃນ​ຕະຫລາດ​ຫລັກ​ຊັບ. ສະ​ເພາະ​ 6 ເດືອນຕົ້ນ​ປີ ​ມີ​ວິ​ສາ​ຫະກິດ 58 ​ແຫ່ງ ​ໄດ້ຮັບ​ການ​ສັບ​ຊ້ອນ​, ​ໃນ​ນັ້ນ 38 ​ແຫ່ງ​ໄດ້ຫັນ​ເປັນ​ຫຸ້ນ​ສ່ວນ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ ​ແມ່ນ​ຍູ້​​​​ໄວວິວັດ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ​. ທີ່​ກອງ​ປະຊຸມ​ຜັນ​ຂະຫຍາຍ​ຫນ້າ​ທີ່​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່ ຊື່​ງຖືກ​ຈັດ​ຂຶ້ນ​ໃນ​ໄລຍະ​ຕົ້ນ​ປີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ສະ​ເຫ​ນີບັນດາ​ກະຊວງ, ຂະ​ແຫນງ​ການ,​ ທ້ອງ​ຖິ່ນ, ລັດ​ວິ​ສາ​ຫະກິດ ປະຕິບັດ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ ​ເພື່ອ​ສ້າງ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ ​ແລະ ໄດ້​ຮັບຜົນງານໃນແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່.

        “ຫັນລັດ​ວິ​ສາ​ຫະກິດ 432 ​ແຫ່ງ ​ ເປັນ​ຫຸ້ນ​ສ່ວນໃຫ້ໄດ້ ​ແລະ ຂັ້ນ​ທີ່ມີອຳນາດ ໄດ້​ເຊັນ​ອະນຸມັດ​ແລ້ວ. ປະຈຸ​ບັນ ພວກ​ເຮົາ​ຕ້ອງ​ກຳນົດ​ວ່າ ນີ້​ແມ່ນ​ຫນ້າ​ທີ່​ການ​ເມືອງ​ຈຸດ​ສຸມ​ຂອງ​ລັດຖະບານ.”

        ​ເພື່ອ​ຍູ້​​​ໄວວິວັດ​ການ​ຫັນ​ວິ​ສາ​ຫະກິດເປັນ​ຫຸ້ນ​ສ່ວນ​, ລັດຖະບານ ​ໄດ້​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແຫນງ​ການ​ ປະຕິບັດ​ຫລາຍ​ມາດ​ຕະການ​ລະອຽດ ມີ​ລັກສະນະ​ບຸກທະລຸ​ຄື: ລົບ​ຫນີ້​ໃຫ້​ແກ່ 4 ໝວດ​ເປົ້າ​ໝາຍ​ລັດ​ວິ​ສາ​ຫະກິດ, ອະນຸຍາດ​ຖອນ​​ແຫ​ລ່ງທຶນດ້ວຍ​ມູນ​ຄ່າ​ຕຳ່​ກວ່າ​ມູນ​ຄ່າ​ໃບ​ຫຸ້ນ ຫລື​ຕຳ່​ກວ່າ​ມູນ​ຄ່າ​ໃນ​ປື້​ມ​ໄລ່​ລຽງ​ບັນຊີ, ຫລຸດຜ່ອນ​ມູນ​ຄ່າ​ເພດານ​ຫຸ້ນ​ສ່ວນ​ໂດຍ​ລັດ​​ຖືຫຸ້ນ​ໃນ​ວິ​ສາ​ຫະກິດຫັນເປັນ​ຫຸ້ນ​ສ່ວນ. ນີ້​ແມ່ນ​ບັນດາ​ມາດ​ຕະການ​ມີ​ລັກສະນະ​ຮີ​ບດ່ວນ ທັງ​ປະກອບສ່ວນ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ໃນ​ວິວັດທະນາ​ການ ຫັນ​ເປັນ​ຫຸ້ນ​ສ່ວນ. ທ່ານ​ນາຍົກລັດຖະມົນຕີ ກໍ​ໄດ້​ຊີ້​ນຳ​ມອບ​ຫນ້າ​ທີ່​ລະອຽດ​ໃຫ້​ແກ່​ບັນດາ​ທ່ານ​ລັດຖະມົນຕີ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ, ປະທານ​ສະພາ​ສະມາຊິກ​ກຸ່ມ​ບໍລິ​ສັດ​ເສດຖະກິດ ຕ້ອງ​ຮັບຜິດຊອບ​ຕໍ່ຫນ້າ​ທ່ານ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ວິວັດທະນາ​ການສ້າງ​ໂຄງ​ປະກອບ ຫັນ​ວິ​ສາ​ຫະກິດເປັນ​ຫຸ້ນ​ສ່ວນ ​ທີ່​ຂຶ້ນ​ກັບ​ຂອບ​ເຂດ​ຕົນ​ເອງ​ຮັບຜິດຊອບ, ​ແກ້​ໄຂ​ຢ່າງ​ເຂັ້ມ​ງວດ, ປົດ​ຕຳ​ແຫນ່​ງ, ພົ້ນ​ຕຳ​ແຫນ່​ງ ການ​ນຳ​ທີ່ບໍ່​ປະຕິບັດ​ຢ່າງ​ເຂັ້ມ​ງວດ, ປະຕິບັດ​ການ​ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ ບໍ່​ໄດ້​ຮັບ​ຜົນ. ກະ​ຊວງ​ຄົມມະນາຄົມ​ຂົນ​ສົ່ງ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫົວຫນ່ວຍ​ນຳ​ຫນ້າ​ໃນ​ວິວັດທະນາ​ການ ຫັນລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ. ​ໃນ​ຮອບ​ເວລາ 3 ປີ, ກະ​ຊວງ​ຄົມມະນາຄົມ​ຂົນ​ສົ່ງ​ໄດ້​ຍູ້​ແຮງ​ການ​ຫັນ​ວິ​ສາ​ຫະກິດນອກ​ລັດ​ແຕ່​ຖື​ທຶນ​ດຳລັດ 100% ເປັນ​ຫຸ້ນ​ສ່ວນ, ສຸມ​ໃສ່​ສ້າງສຳ​ເລັດ​ບັນດາ​ລະບຽບ​ການ ຫັນບັນດາ​ວິ​ສາ​ຫະກິດ​ຂົນ​ສົ່ງ​ທາງ​ລົດ​​ໄຟ​ເປັນ​ຫຸ້ນ​ສ່ວນ. ທ່ານ ດີງລາ​ທັງ, ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ ​ແລະ ຂົນ​ສົ່ງ ​ໃຫ້​ຮູ້​ວ່າ:

        “ບົນ​ພື້ນຖານ​ບັນດາ​ໝາກຜົນ​ຂອງ​ການ ຫັນ​ເປັນ​ຫຸ້ນ​ສ່ວນ, ສ້າງ​ໂຄງ​ປະກອບວິ​ສາ​ຫະກິດ​ຄືນ​ໃຫມ່​ໃນ 3 ປີຜ່ານມາ, ພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ປະຕິບັດການ​ຊີ້​ນຳ​ຂອງ​ລັດຖະບານ,​ ຂອງ​ທ່ານ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ສັບ​ຊ້ອນ ​ແລະ ຫັນ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ ​ໃຫ້ຂ້ຽວຂາດ​ກວ່າ. ພວກ​ຂ້າພະ​ເຈົ້າ​ຈະ​ຕັດສິນ​ໃຈ​ສຳ​ເລັດ​ຫນ້າ​ທີ່​ຫັນ​ບັນດາ​ວິ​ສາ​ຫະກິດ​ທີ່​ຍັງ​ເຫລືອ​ເປັນ​ຫຸ້ນ​ສ່ວນ​ໃນ​ປີ 2014-2015. ອາດ​ຈະ​ເວົ້າ​ໄດ້​ວ່າ ສຳລັບ​ບັນດາ​ລັດ​ວິ​ສາ​ຫະກິດ​ສັງກັດກະຊວງ​ຄົມມະນາ​ຄົມ​ຂົນ​ສົ່ງ, ລັດ​ບໍ່ຄວນ​ຖື​ຫຸ້ນ​ ​ແນ່ນອນ​ວ່າ ຈະ​ບໍ່ຄົງ​ຕົວ​ລັດ​ວິ​ສາ​ຫະກິດ ຫາກ​ຫັນ​ມາ​ເຄື່ອນ​ໄຫວ​ຕາມ​ຮູບ​ແບບ​ບໍລິສັດ​ຫຸ້ນ​ສ່ວນ​ທັງ​ໝົດ.”

        ສຳລັບ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ, ມາຮອດ​ປະຈຸ​ບັນ ມີ​ຫລາຍ​ຫົວ​ຫນ່ວຍ​ໄດ້​ຕັ້ງຫນ້າ​ຜັນ​ຂະຫຍາຍ​ວິວັດທະນາ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ​ຄື: ກະຊວງ​ຄົມມະນາ​ຄົມ​ຂົນ​ສົ່ງ, ກະຊວງ​ກໍ່ສ້າງ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ. ​ໃນ​ໄຕ​ມາດ 1/2014, ຄວາມ​ຄືບ​ຫນ້າ​ໃນ​ການ​ຫັນ​ເປ​ັນຫຸ້ນສ່ວນ​ໄດ້​ຮັບ​ການ​ປັບປຸງ​ດີ​ພໍ​ສົມຄວນ ຢູ່ ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່ ​ແລະ ລັດ​ວິ​ສາ​ຫະກິດ 16 ​ແຫ່ງ ​​ໂດຍ​ນາຍົກລັດຖະມົນຕີ ​ເຊັນ​ອະນຸມັດ​ວິທີ​ການ​ ຫັນ​ເປັນ​ຫຸ້ນ​ສ່ວນ.

        ​ເພື່ອ​ປະຕິບັດ​ຈຸດໝາຍ​ຫັນ​ວິ​ສາ​ຫະກິດ 400 ​ແຫ່ງ ຫັນ​ເປັນ​ຫຸ້ນ​ສ່ວນ ​ໃນ​ໄລຍະ 2 ປີ ຄື​ປີ 2014-2015, ຮຽກຮ້ອງ​​ໃຫ້ບັນດາ​ກະຊວງ​ຕ້ອງ​ປະຕິບັດ​ບັນດາ​ມາດ​ຕະການ​ຢ່າງ​ຂ້ຽວຂາດ​ກວ່າ ​ເພື່ອ​ຍູ້​ແຮງ​ວິວັດ​ການ ຫັນ​ເປັນ​ຫຸ້ນ​ສ່ວນ ຕາມ​ວິວັດທະນາ​ການ. ຄຽງ​ຄູ່​ກັນ​ນັ້ນ ລັດຖະບານ ​ໄດ້​ຊີ້​ນຳ​ໃຫ້​ບັນດາ​ກະຊວງ, ຂະ​ແຫນງ​ການ ​ເປັນ​ເຈົ້າ​ການ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ທີ່​ຫາ​ກໍ​ເກີດ​ຂຶ້ນ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ວິວັດ​ການ ຫັນ​ເປັນ​ຫຸ້ນ​ສ່ວນ​ກາຍ​ເປັນ​ຈຸດໝາຍທີ່​ວາງ​ອອກ, ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ