ຍູ້ແຮງການຫັນວິສາຫະກິດຂະແຫນງຄົມມະນາຄົມຂົນສົ່ງເປັນຫຸ້ນສ່ວນ


(vovworld)- ພາຍຫລັງ 3 ປີ​​ແຫ່ງ​ການ​ຜັນ​ຂະຫຍາຍ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ, ​ໃນ​ຍອດ​ຈຳນວນ​ວິ​ສາ​ຫະກິດ 99 ​ແຫ່ງ ​ໄດ້​ສຳ​ເລັດ​ການ​ຫັນ​ເປ​ັນຫຸ້ນ​ສ່ວນນັ້ນ, ມີ​ວິ​ສາ​ຫະກິດ 44 ​ແຫ່ງ​​ແມ່ນຂຶ້ນ​ກັບ ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ. ຈຸດໝາຍ​ຂອງ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຫວຽດນາມ ຮອດ​ປີ 2015 ຈະ​ຫັນ​ລັດ​ວິ​ສາ​ຫະກິດ 40 ​ແຫ່ງ​ທີ່​ຍັງ​ເຫ​ລື​ອເປັນ​ຫຸ້ນ​ສ່ວນ.  

        ຕາມ​ແຜນ​ຮ່າງ​ສ້າງ​​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ ຄືນ​ໃຫມ່ ໄລຍະ 2011-2015 ຊື່​ງ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ນາຍົກລັດຖະມົນຕີ, ທົ່ວ​ປະ​ເທດ​ມີ​ວິ​ສາ​ຫະກິດປະມານ  500 ​ແຫ່ງ ຕ້ອງ​ດຳ​ເນີນ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ. ​ເຖິງ​ຢ່າ​ງ​ໃດ​ກໍ​ຕາມ, ​ໃນ 3 ປີຜ່ານມາ, ວິວັດ​ການ​ຫັນ​ວິ​ສາ​ຫະກິດເປັນ​ຫຸ້ນ​ສ່ວນແມ່ນຊັກຊ້າ. ເພາະສະນັ້ນ ໝາກຜົນການຫັນວິສາຫະກິດຂອງຂະແຫນງຄົມມະນາຄົມ​ຂົນ​ສົ່ງເປັນຫຸ້ນສ່ວນ

​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ. ​ໃນ 3 ປີຜ່ານມາ, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ​ໄດ້​ຖື​ການຫັນວິສາຫະກິດເປັນຫຸ້ນສ່ວນ​ແມ່ນ​ບາດກ​້າວບຸກທະລຸ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ປ່ຽນ​​ໃຫມ່ກົນ​ໄກ​ຄຸ້ມ​ຄອງ, ລະດົມ​ແຫ​ລ່ງທຶນ​ຈາກ​ບັນດາ​ຜູ້​ຖື​ຫຸ້ນ, ຫລຸດຜ່ອນ​ອັດຕາ​ຫນີ້​ສິນ, ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ. ດ້ວຍ​ທິດນັ້ນ, ພຽງ​ໃນປີ 2013, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ​ໄດ້​ຫັນລັດວິສາຫະກິດ 11 ​ແຫ່ງເປັນຫຸ້ນສ່ວນ, ກາງ​ເດືອນ 2/2014, ນາຍົກລັດຖະມົນຕີຫວຽດນາມ ​ໄດ້​ອະນຸມັດ​ແຜນການ​ຫັນ​ບໍລິສັດ​ໃຫຍ່ 9 ​ແຫ່ງ​ໃນ​ຈຳ​ນວນ 10 ​ແຫ່ງ​ ທີ່​ຂຶ້ນ​ກັບ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ເປັນ​ຫຸ້ນ​ສ່ວນ. ບົນ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ເບື້ອງ​ຕົ້ນ​ນັ້ນ, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ສືບ​ຕໍ່​ຍູ້​ແຮງ​ການ​ຫັນບັນດາວິສາຫະກິດບໍ່​ສັງ​ກັດລັດ​ຖືທຶນ​ 100% ເປັນຫຸ້ນສ່ວນ, ດຳ​ເນີນ​ລະບຽບ​ການ​ຫັນ​ບໍລິສັດ​ໃຫຍ່ 11 ​ແຫ່ງ, ວິ​ສາ​ຫະກິດ, ຫົວຫນ່ວຍພາລະກິດ ​ແລະ ວິ​ສາ​ຫະກິດ​ຂົນ​ສົ່ງ​ທາງ​ລົດ​ໄຟລວມ 25 ​​ແຫ່ງ​ເປັນ​ຫຸ້ນ​ສ່ວນ. ທ່ານ ດີງລາ​ທັງ, ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ​ຫວຽດນາມໃຫ້​ຮູ້​ວ່າ:

        “ບົນ​ພື້ນຖານ​ບັນດາ​ໝາກຜົນ​ຂອງ​ວຽກ​ງານ​ຫັນ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ, ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃຫມ່ທີ່​ບັນລຸ​ໄດ້​​ໃນ 3 ປີຜ່ານມາ, ພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ປະຕິ​ບັດ​ການ​ຊີ້​ນຳ​ຂອງ​ລັດຖະບານ,​ນາຍົກລັດຖະມົນຕີກ່ຽວ​ກັບ​ການ​ສັບ​ຊ້ອນ, ປ່ຽນ​ໃຫມ່ ​ແລະ ຫັນ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນຢ່າງ​ຂ້ຽວຂາດ​ກວ່າ. ພວກ​ຂ້າພະ​ເຈົ້າ​ຈະ​ຕັດສິນ​ໃຈ​ສຳ​ເລັດຫນ້າ​ທີ່​ຫັນ​ບັນດາ​ວິ​ສາ​ຫະກິດ​ທີ່​ຍັງ​ເຫລືອ​ເປັນ​ຫຸ່ນ​ສ່ວນ​ໃນ​ປີ 2014-2015. ອາດ​ຈະ​ເວົ້າ​ໄດ້​ວ່າ ສຳລັບ​ບັນດາ​ລັດວິ​ສາ​ຫະກິດທີ່​ຂຶ້ນ​ກັບ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ຊຶ່ງລັດ​ບໍ່​ຈຳ​ເປັນ​ຖື​ຫຸ້ນ ​ແນ່ນອນ​ວ່າ​ຈະ​ບໍ່​ມີລັດ​ວິ​ສາ​ຫະກິດ​ອີກ ຫາກ​ຫັນ​​ເປັນ​ຫຸ້ນ​ສ່ວນ​ໝົດ.”

ຍູ້ແຮງການຫັນວິສາຫະກິດຂະແຫນງຄົມມະນາຄົມຂົນສົ່ງເປັນຫຸ້ນສ່ວນ - ảnh 1
ກອງ​ປະ​ຊຸມ​ຜັນ​ຂະ​ຫ​ຍາຍ​ຫ​ນ້າ​ທີ່​ສ້າງ​ໂຄງ​ປະ​ກອບ​​ລັດ
ວິ​ສາ​ຫະ​ກິດ​ຄືນ​ໃຫມ່

ພາບ:baodautu.vn

        ຕາມ​ແຜນການ​ແລ້ວ, ​ໃນ​ໄຕ​ມາດ 1/2014, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ຕ້ອງ​ຫັນ​ບໍລິສັດ​ໃຫຍ່ 10 ​ແຫ່ງ​ເປັນ​ຫຸ້ນ​ສ່ວນ, ຫລັງ​ຈາກ​ນັ້ນ ສືບ​ຕໍ່​ຫັນ​ວິ​ສາ​ຫະກິດ, ຫົວຫນ່ວຍ​ພາລະກິດ 40 ​ແຫ່ງ​ເປັນ​ຫຸ້ນ​ສ່ວນ. ຂອບ​ຂະຫນາດ​ຂອງ Vietnam Airlines  ພາຍຫລັງ​ສ້າງ​ໂຄງ​ປະກອບ​ຄືນ​ໃຫມ່ ຈະ​ລວມມີ: ບໍລິສັດ​ແມ່ ນັ້ນ​ແມ່ນ ບໍລິສັດ​ໃຫຍ່​ການ​ບິນ ຫວຽດນາມ ​ແລະ ບໍລິສັດ​ລູກ 15 ​ແຫ່ງ, ບໍລິສັດ​ຮ່ວມ​ທຸລະ​ກິດ 12 ​ແຫ່ງ. ດ້ວຍ​ການ​ຫັນວິສາຫະກິດເປັນຫຸ້ນສ່ວນ​ນັ້ນ, Vietnam Airlines ວາງ​ຈຸດໝາຍ​ຈະ​ປັບປຸງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຂອງ​ຕົນ​​ໃຫ້​ດີ​ພໍ​ສົມຄວນ ​ເພື່ອ​ຮອດ​ປີ 2015 ກາຍ​ເປັນ​ບໍລິສັດ​ການບິນ​ທີ່​ກ້າວຫນ້າ, ມີ​ຂອບ​ຂະຫນາດ​ໃຫຍ່​ທີ 3 ຂອງ​ພາກ​ພື້ນ ດ້ວຍ​ຄຸນ​ນະພາ​ບຂອງ​ບັນດາ​ບໍລິການ​ບັນລຸ​ມາດຕະຖານ​ສາກົນ. ​ໂດຍ​ກຳນົດ​ວ່າ ການ​ຫັນວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ​ແມ່ນ​ທ່າ​ອ່ຽງ​ໃນ​ວິວັດທະນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສ​ດຖະກິດ​ໂລກ, ຮຽກຮ້ອງ​ຄວາມ​ຕັດສິນ​ໃຈ​ຈາກ​ການ​ນຳ​ກະຊວງ​ຕະຫລອດ​ຮອດ​ການ​ນຳ​ວິ​ສາ​ຫະກິດ, ທ່ານ​ລັດຖະມົນຕີ ດີງລາ​ທັງ ຊີ້​ແຈງ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ໄດ້​ຈັດແບ່ງ​ວຽກ​ງານ​ໃຫ້​ບັນດາ​ສະຫາຍ​ຮອງ​ລັດຖະມົນຕີ ຊີ້​ນຳ​ໂດຍ​ກົງ​ບັນດາ​ວິ​ສາ​ຫະກິດ​ຫັນ​ເປັນ​ຫຸ້ນ​ສ່ວນ. ​ແລະ ຖ້າ​ຫາກ​ບັນດາ​ວິ​ສາ​ຫະກິດ​ບໍ່​ປະຕິບັດ​ການ​ເຫັນ​ເປັນ​ຫຸ້ນ​ສ່ວນສຳ​ເລັດ, ກ່ອນ​ອື່ນ​ໝົດຄວາມ​ຮັບຜິດຊອບ​ແມ່ນ​ຂຶ້ນ​ກັບ​ບັນດາ​ສະຫາຍ​ຮອງ​ລັດຖະມົນຕີ. ສ່ວນ​ວິ​ສາ​ຫະກິດ​ບໍ່​ສຳ​ເລັດ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ, ທ່ານ​ປະທານ​ສະພາ​ບໍລິຫານ ​ແລະ ຜູ້ອຳນວຍການ​ໃຫຍ່​ຖືກ​ສັບ​ຊ້ອນ​ໄປ​ຮັບ​ຫນ້າ​ທີ່ເຮັດ​ວຽກ​ງານ​ອື່ນ.”

        ທີ່​ກອງ​ປະຊຸມ​ຜັນ​ຂະຫຍາຍ​ຫນ້າ​ທີ່​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິ​ດຄືນ​ໃຫມ່ ຊື່​ງຫາ​ກໍ​ດ​ຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ຕີ​ລາຄາ​ສູງ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ​ຂອງ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ​ໃນ​ການ​ປະຕິບັດ​ຫັນ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ. ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ການ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ຂອງ​ຫົວ​ຫນ້າໃນ​ການ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິ​ດຄືນ​ໃຫມ່, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ:

    “​ລັດຖະມົນຕີ, ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ແຕ່ລະ​ທ່ານ ຕ້ອງ​ເຊີດຊູ​ຄວາມ​ຮັບຜິດຊອບ, ​ເພາະ​ນີ້​ແມ່ນ​ຫນ້າ​ທີ່​ຂອງພັກ, ລັດ ສະ​ນັ້ນ​ຕ້ອງ​ມີ​ຄວາ​ມຮັບຜິດຊອບ ​ແລະ ຕ້ອງຮັກສາ​ຂໍ້​ກຳນົດ​ກົດ​ລະບຽບ. ລະບອບ​ນະ​ໂຍບາຍ​ໄດ້​ຮັບ​ການສ້າງ​ແລ້ວ, ປະຈຸ​ບັນ ສິ່ງ​ສຳຄັນ​ແມ່ນ​ບັນຫາ​ຄວາມ​ຮັບຜິ​ດຊອບ, ​ເປັນ​ຕົ້ນ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງຜູ້ນຳ​ຫນ້າ, ຈາກ​ນັ້ນ ສ້າງ​ຄວາມ​ເປັນ​ເອກະ​ພາບ, ຄວາມ​ຕັດສິນ​ໃຈ​ປະຕິບັດ ​ແລະ ນີ້​ແມ່ນ​ມາດ​ຕະການ​ມີ​ຄວາມ​ໝາຍ​ຕັດສິນ​ຊີ້​ຂາດ.”

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໃຫ້​ຮູ້​ວ່າ: ລັດຖະບານ ຈະ​ປະກາດ​ໃຊ້​ມະຕິ​ກ່ຽວ​ກັບ​ບາງ​ມາດ​ຕະການ​ຍູ້​ແຮງ​ການ​ສັບ​ຊ້ອນ, ຫັນ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ ​ແລະ ຖອນ​ຄືນ​ແຫ່​ລງທຶນຮອນ​ຂອງ​ລັດ​ຢູ່​ວິ​ສາ​ຫະກິດ ​ໄລຍະ 2013-2015, ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່​ຮອດ​ປີ 2015 ​ແລະ ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ປະກາດ​ໃຊ້​ມາດຖານ, ບັນຊີ​ລາຍ​ຊື່​ຈັດ​ແບ່ງ​ປະ​ເພດ​ລັດ​ວິ​ສາ​ຫະກິດ. ນີ້​ແມ່ນ​ພື້ນຖານ​ດ້ານ​ກົດໝາຍ​ ດ້ວຍ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ສະດວກ​ກວ່າ ​​ແນ​ໃສ່​ແກ້​ໄຂ​ຂໍ້​ຕິດ​ຂັດ​ເພື່ອ​ສືບ​ຕໍ່​ປະຕິບັດ​ຢ່າງ​ມີປະສິດທິ​ຜົນ​ບໍ່​ພຽງ​ແຕ່​ກ່ຽວ​ກັບ​ຈຳນວນ ຫາກ​ນັບ​ທັງ​ຄຸນ​ນະພາ​ບການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່​ໃນ​ໄລຍະ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ