ຍູ້ແຮງການຫັນເປັນຫຸ້ນສ່ວນໃນວິວັດການສ້າງໂຄງປະກອບລັດວິສາຫະກິດຄືນໃຫມ່

(vovworld) - ​ຂະ​ບວນວິວັດ​ໄລຍະ10 ປີ ​ແຫ່ງ​ການ​ຊັບຊ້ອນ​ປ່ຽນ​ໃຫມ່​ລັດ​ວິ​ສາ​ຫະກິ​ດຄືນ​ໃຫມ່​ (2001-2011)​ ໄດ້ປະກອບສ່ວນ​ຊຸກຍູ້​ບັນດາ​ລັດວິ​ສາ​ຫະກິດພັດທະນາ, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ມີ​ການປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ພື້ນຖານ​​ເສດຖະກິດ. ​ໃນ​ປີ 2012 ​ແລະ ຊຸມ​ປີ​ຕໍ່​ໄປ, ​ເລື່ອງ​ຍູ້​ແຮ​ງການ​ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ​ຍັງ​ຄົງ​ແມ່ນ​ຫນ້າ​ທີ່​ຈຸດ​ສຸມ​ຂອງ​ລັດຖະບານ​ຫວຽດນາມ.

ຍູ້ແຮງການຫັນເປັນຫຸ້ນສ່ວນໃນວິວັດການສ້າງໂຄງປະກອບລັດວິສາຫະກິດຄືນໃຫມ່ - ảnh 1
ວິສາຫະກິດແຫ່ງຫນຶ່ງຢູຫວຽດນາມ
ພາບປະກອບ:internet

        ​ໃນ​ໄລຍະ 10 ປີ ຜ່ານ​ມາ, ນັບ​ແຕ່​ເມື່ອ​ທົົ່ວ​ປະ​ເທດມີ ລັດວິ​ສາ​ຫະກິດ 5.655 ​ແຫ່ງເຄື່ອນ​ໄຫວ​ໃນ​ບັນດາ​ຂະ​ແຫນງ, ຂົງ​ເຂດ​ເສດຖະກິດ​ເກືອບ​ທັງ​ໝົດ, ມາ​ຮອດ​ປີ 2010 ຍັງ​ເຫລືອ​ພຽງ​ເກືອບ 1.500 ວິ​ສາ​ຫະກິດ ​ແລະ ໝົດ​ປີ 2011 ຍັງ​​ເຫລືອ​ພຽງ​ປະມານ 1.300 ລັດ​ວິ​ສາ​ຫະກິດ​ເຄື່ອນ​ໄຫວຕົ້ນຕໍ​​ໃນ​ຂົງ​ເຂດ​ຫລັກ​ແຫລ່ງ ​ເພື່ອ​ຮັບປະກັນ​ການ​ດຸນ​ດ່ຽງ​ເສດຖະກິດ​ມະຫາ​ພາກ, ປະ​ໂຫຍ​ດສ່ວນ​ລວມ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​. ພິ​ເສດ ​ໃນ​ໄລຍະ 2003 - 2006,​ ວິວັດ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ​ໄດ້​ດຳ​ເນີນ​ໄປ​ຢ່າງ​ແຂງ​ແຮງ​ທີ່​ສຸດ, ປະກອບສ່ວນ​ພໍ​ສົມຄວນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພັດທະນາ, ​ການ​ເຕີບ​ໂຕ​ລວມຂອງ​ພື້ນຖານ​ເສດຖະກິດ. ກະຊວງ​ການ​ເງິນ​ຫວຽດນາມໃຫ້​ຮູ້​ວ່າ: ຜ່ານ​ໄລຍະ​ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນນັ້ນ​ໄດ້ລະດົມ​ເງິນຈຳນວນ​ກວ່າ​ກ​ວ່າ 47.000 ຕຶ້ດົ່ງ ຮັບ​ໃຊ້​ການ​ເຄ່ືອນ​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ບັນດາ​ວິ​ສາ​ຫະຫິດ. ​ເຖິງ​ຢ່າງ​​ໃດກໍ​ຕາມ,​​ ​ໃນ​ສາມ​ປີ​ມາ​ນີ້, ວິວັດ​ການ​ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນມີ​ທ່າ​ອ່ຽງຊັກ​ຊ້າ​ລົງ​ ສາຍ​​ເຫດ​ແມ່ນ ສ່ວນ​ຫນຶ່ງ​ຍ້ອນ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ເສດຖະກິດ​ໂລກ, ດ້ານ​ອື່ນ​ບັນດາ​ຄວາມ​ຫຍຸ້ງຍາກ​ພາຍ​ໃນ​ຍ້ອນ​ວິ​ທີ​ການ​ຄຸ້ມ​ຄອງ​ຍັງ​ບໍ່​ທັນ​​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ພັດທະນາ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ. ​ໃນ​ສະພາບ​ການ​ຄື​ແນວ​ນັ້ນ, ​ແຜນ​ນະ​ໂຍບາຍ​ສ້າງ​ໂຄງ​ປະກອບ​ຄືນ​ໃຫມ່, ຍູ້​ແຮງວຽກ​ງານ​ຫັນ​​ເປັນ​ຫຸ້ນ​ສ່ວນ​ຂອງ​ລັດຖະບານ​ບໍ່ພຽງ​ແຕ່​ເພື່ອ​ປ່ຽນ​ແປງ​ບັນດາ​ວິ​ສາ​ຫະກິດ​ທີ່​ພວມ​ຖືກ​ລົ້ມ​ລະລາຍ​ເທົ່າ​ນັ້ນ ຫາກ​ຍັງ​ສືບ​ຕໍ່​ແກ້​ໄຂ​ຄວາມ​ອ່ອນ​ດ້ອຍ ​ເປັນ​ຕົ້ນ​ແມ່ນ​ບັນດາ​ລັດ​ວິ​ສາ​ຫະກິດອີກ​ດ້ວຍ. ດອກ​ເຕີ Tran Dinh Thien ຫົວຫນ້າສະ​ຖານ​ບັນ​ເສດຖະກິດ​ສູນ​ກາງ​ຖື​ວ່າ:

        “ຕ້ອງ​ປ່ຽນ​ແປງ​ບົດບາດ​ຫນ້າ​ທີ່​ຂອງ​ພາກສ່ວນ​ເສດຖະກິດ​ນີ້​ໃນ​ພື້ນຖານ​ເສດຖະກິດ​ເວົ້າ​ລວມ. ​ເມື່ອມີ​ການ​ປ່ຽ​​ນ​ແປງ​ແລ້ວ ຈຶ່ງ​ກຳນົດ​ທິດຢ່າງ​ຖືກຕ້ອ​ງ​ໄດ້. ຍ້ອນ​ວ່າ ​ໃນ​ໄລຍະ​ຜ່ານ​ມາ ມີ​ລັດ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ພັດທະນາ​​ເກີນ​ຂອບ​ເຂດ​ ​ຂອງ​ຕົນ. ​ໄລຍະ​ຈະ​ມາ​ເຖິງ ບັນດາ​ວິ​ສາ​ຫະກິດ​ພຽງ​ແຕ່ປະຕິບັດ​ພາລະ​ບົດບາດ​​ໃນ​ຂົງ​ເຂດຂອງ​ຕົນ, ກ້າວ​ໄປ​ເຖິງ​ເລື່ອງ​ລັດ​ວິ​ສາ​ຫະກິດ​ພຽງ​ປະຕິບັດ​ຫນ້າ​ທີ່​ມີ​ລັກສະນະ​ເສດຖະກິດ​ການ​ເມືອງ, ຮັບ​ໃຊ້​ການ​ພັດທະນາ...”

ຍູ້ແຮງການຫັນເປັນຫຸ້ນສ່ວນໃນວິວັດການສ້າງໂຄງປະກອບລັດວິສາຫະກິດຄືນໃຫມ່ - ảnh 2
ການຫັນເປັນຫຸ້ນສ່ວນນຳມາໃຫ້ວິສາຫະກິດຫລາຍແຫ່ງດຳເນີນທຸລະກິດ
ຢ່າງມີປະສິດທິຜົນ
ພາບ:internet


        ​ເພື່ອ​ປະຕິບັດ​ຈຸດໝາຍ​ນີ້, ນາຍົກ​ລັດຖະ​ມົນຕີ​ຫວຽດນາມໄດ້​ອອກ​ຄຳ​ສັ່ງ​ສະ​ເຫ​ນີ​ໃຫ້​ບັນດາ​ກະຊວງ​ຈົ່ງ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່, ຍູ້​ແຮງ​ວິວັດ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ ດ້ວຍ​ບັນດາ​ຂໍ້​ກຳນົດ​ໃຫມ່​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ຫັນ​ລັດ​     ວິ​ສາ​ຫະກິດ ມີທຶນ 100% ຂອງ​ລັດ​ກາຍ​ເປັນ​ບໍລິສັດ​ຫຸ້ນ​ສ່ວນ(ມີ​ຜົນ​ສັກສິດ​ປະຕິບັດ​ນັບ​ແຕ່​ເດືອນ 9/2011​ເປັນ​ຕົ້ນ​ໄປ). ນັ້ນ​ແມ່ນການ​ເປີດ​ກ້ວາງ​ວິ​ທີ​ການ​ຂາຍ​​ຫຸ້ນ​ ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ຍຸດ​ທະ​ສາດ,​ ພິ​ເສດ​ແມ່ນ​ເລື່ອງ​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ຍຸດ​ທະ​ສາດມາຊື້​​​ຫຸ້ນ​ເພື່ອ​​ເຂົ້າ​ຮ່ວມ​ການ​ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​​ໃຫມ່. ​ໄລ່​ມາ​ຮອດ​ຈຸດ​ເວລາ​ນີ້ ມີ ລັດ​ວິ​ສາ​ຫະກິດ, ກຸ່ມ​ບໍລິສັດ,​ ບໍລິສັດ​ໃຫຍ່​ 7 ​ແຫ່ງ ໄດ້​ຜັນ​ຂະຫຍາຍ​ບັນດາ​ບາດກ້າວທຳ​ອິດ​ໃນ​ກິດຈະກາ​ນຊັບຊ້ອນ, ສ້າງ​ໂຄງ​ປະກອບ​ການ​ເຄື່ອນ​ໄຫວ​ຄືນ​​ໃຫມ່. ວັນ​ທີ 22/2 ຜ່ານ​ມາ, ກຸ່ມ​ບໍລິສັດ​​ອຸດສາຫະກຳ​ຖ່ານ​ຫີນ ​​ແຮ່​ທາດຫວຽດນາມ (Vinacomin) ​ໄດ້​ປຸກ​ລະດົມ​ການຜັນ​ຂະຫຍາຍ​ໂຄງການ​ຫລຸດຜ່ອນ​ລາຍ​ຈ່າຍ​, ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່​ໃນ​ປີ 2012. ຕາມ​ນັ້ນ​ແລ້ວ, ກຸ່ມ​ບໍລິສັດສືບ​ຕໍ່​ປະຕິບັດ​ການ​ຫັນບັນດາ​ບໍລິສັດ​ຈຳກັດ​ຜູ້​ດຽວຫລື​ວິ​ສາ​ຫະກິດ​ຂຶ້ນ​ກັບບໍລິສັດ​ຈຳກັດ​ຜູ້​ດຽວເປັນ​ຫຸ້ນ​ສ່ວນ. ສຳລັບ​ບັນດາ​ບໍລິສັດຮ່ວມ​ທຸລະ​ກິດທີ່​ມີ​ເງິນ​ລົງທຶນ​​ໄລຍະຍາ​ວ ກຸ່ມ​ບໍລິສັດ​ພຽງ​ຮັກສາ​ການປະກອບ​​ເງິນ​ລົງທຶນ​ເຂົ້າ​​ບັນດາ​ການ​ເຄື່ອນ​ໄຫວ​ໃນ​​ຂົງ​ເຂດ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ຂະ​ແຫນງ​ອາຊີບ​ຜະລິດ​ດຳ​ເນີນ​ທຸລະ​ກິດຕົ້ນຕໍ, ສ່ວນ​ຍັງ​ເຫລືອ​ຈະຖອນ​ທຶນອອກ. ກ່ອນ​ຫນ້າ​ນັ້ນ, ກຸ່ມ​ບໍລິສັດ​ໄຟຟ້າ​ຫວຽດນາມ (EVN) ​ແລະ ກຸ່ມ​ບໍລິສັດ​ພັດທະນາ​ເຮືອນ​ຢູ່ ​ແລະ ຕົວ​ເມືອງ (HUD) ກໍ​ຜັນ​ຂະຫຍາຍ​ວິທີ​ການ​ຊັບຊ້ອນ, ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ຄືນ​ໃຫມ່. ຕາມ​ນັ້ນ​ແລ້ວ, EVN ກໍ​ໃຫ້​ຮູ້​ວ່າ: ຈະ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ຕົ້ນຕໍ ​ນັ້ນແມ່ນການຜະລິດ​ດຳ​ເນີນ​ທຸລະ​ກິດ​ພະລັງງານ​ໄຟຟ້າ ​ແລະ ການ​ລົງ​ທຶນ​ພັດທະນາ​ຕາມ​ການວາງ​ແຜນ​ກຳນົດ​ພັດທະນາ​ໄຟຟ້າ​ແຫ່ງ​ຊາດ, ສ່ວນ​ບັນດາ​ຂົງ​ເຂດ​ດຳ​ເນີນ​ທຸລະ​ກິດ​ນອກ​ຂະ​ແຫນງ​​ໃນ​ໄລຍະກ່ອນ​ນີ້ ຈະ​ຖອນ​ອອກ​ທັງໝົດ. ​ໃນ​ກາງ​ເດືອນ 2/2012 ຜ່ານ​ມາ, ບັນດາ​ກຸ່ມ​ບໍລິສັດ​ຄື: BaoViet, ກຸ່ມ​ບໍລິສັດ​ຕຳ​ແຜ່ນ​ຕັດຫຍິບ ຫວຽດນາມ, ບໍລິສັດ​ໃຫຍ່​ການ​ເດີນ​ທະ​ເລ​ຫວຽດນາມ (Vinalines) ກໍ​ໄດ້​ເລີ່​ມກິດຈະການ​ສ້າງ​ໂຄງ​ປະກອບ​ຄືນ​ໃຫມ່, ປະຕິບັດ​ບັນດາ​ບາດກ້າວ​ຫັນ​ວິ​ສາ​ຫະກິດ​ຂອງ​ຕົນ​ເປັນ​ຫຸ້ນ​ສ່ວນ. ຕາມ​ທ່ານ ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ແລ້ວ,​​ ​ເລື່ອງ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ​ບໍ່​ພຽງ​ແຕ່​ແມ່ນຫນ້າ​ທີ່​ຮີບ​ດ່ວນ ​ເພື່ອ​ນຳ​ມາ​ຊຶ່ງການ​ປ່ຽນ​ແປງ​ຢ່າງ​ຕັ້ງຫນ້າ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ລັດ​ວິ​ສາ​ຫະກິດ​ມີ​ບົດບາດ​ພຽງພໍ​ເພື່ອ​ຊັກ​ຈູງ​ພື້ນຖານ​ເສດຖະກິດ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ນັບ​ມື້​ນັບ​​ເລິກ​ເຊິ່ງ ​ແລະ ກວ້າງຂວາງ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຊີ້​​ແຈງ​ວ່າ:

        “ພວກ​ເຮົາ​ຕ້ອງ​ສ້າງ​ບັນດາ​ກຸ່ມ​ບໍ​ລິ​ສັດ​ຢ່າງແຂງ​ແຮງ ​ເພື່ອ​ເຮັດ​ຫນ້າ​ທີ່​ຊຶ່ງ​ລັດ​ມອບ​ໝາຍ​ໃຫ້, ພ້ອມ​ກັນ​ນັ້ນ ບັນດາ​ກຸ່ມ​ບໍລິສັດ​ນີ້ ຕ້ອງ​ປະຕິບັດ​ຫນ້າ​ທີ່​ຫຍຸ້ງຍາກ ທັງ​ຕ້ອງ​ເຮັດສຳ​ເລັດ​ຫນ້າ​ທີ່​ໂດຍ​ລັດ​ມອບ​ໃຫ້​ກ່ຽວ​ກັບ​ການ​ດຸນ​ດຽງ, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ​ເພ່ືອ​ເປັນ​ພື້ນຖານ​ຊຸກຍູ້​ການ​ພັດທະນາ​ ແຕ່​ຕ້ອງ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ.​ໃນ​ໄລຍະ​ຈະ​ມາ​ເຖິງ ພວກ​ເຮົາ​ຕ້ອງ​ສ້າງ​ໂຄງ​ປະກອບ​ຄືນ​​ໃຫມ່, ສືບ​ຕໍ່ຊັບ​ຊ້ອນ​ປ່ຽນ​ໃຫມ່​ວິ​ສາ​ຫະກິດ​ຕາມ​ຈິດ​ໃຈ​ດັ່ງກ່າວ.”

        ​ອາດ​ຈະ​ເຫັນ​ໄດ້​ວ່າ, ​ເລື່ອງ​ຊັບຊ້ອນ, ສ້າງ​ວິ​ສາ​ຫະກິດ​ຄືນ​ໃຫມ່, ຍູ້​ແຮງ​ວິວັດ​ການ​ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ​ໂດຍ​ແມ່ນ​ລັດຖະບານ​ປະຕິບັດ​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ພັດທະນາ​ຢ່າງ​ຖືກ​ທິດ​ເທົ່າ​ນັ້ນ ຫາກ​ຍັງ​ຕອບ​ສະຫນອງ​ຄຳ​ຮຽກຮ້ອງ​ຕ້ອງການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່​ໃນ​ໄລຍະ​ເຊື່ອມ​ໂຍງ​ເຂົ້າ​ເສດຖະກິດ​ສາກົນ ​ເພາະ​ວ່າ ວິວັດ​ການ​ນີ້​ແມ່ນ​ຕິດ​ພັນ​ກັບ​ຍຸດ​ທະ​ສາດ​ສັງ​ລວມ​ມີລວງ​ເລີກ​ເພື່ອ​ສ້າງ​ທ່ວງທ່າ​ພັດທະນາ​ຢ່າ​ງສູງ​ກວ່າ ​ແລະ ໝັ້ນຄົງ​ກວ່າ.

​ໂຕ​ຕວັນ

ຕອບກັບ

ຂ່າວ/ບົດ​ອື່ນ