ຍູ້ແຮງດຶງດູດການລົງທຶນເຂົ້າອຸດສາຫະກຳຫນູນຊ່ວຍ


(vovworld)-ຍູ້​ແຮງ​ດຶງ​ດູ​ດ​ການ​ລົງ​ທຶນ​ເຂົ້​າ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ​ແມ່ນ​ຈຸດ​ສຸມ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ໃຫ​ຍ່​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ​ໃນ​ປີ 2015. ເພື່ອກໍ່​ສ້າງ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ແທ້​ຈິງ, ຄຽງ​ຄູ່​ການ​ສ້າງກອບ​ກົດ​ໝາຍ​ທີ່​ສະ​ດວກ, ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ​ເພື່ອ​ດຶງ​ດູດ​ສ້າງ​ກຳ​ລັງ​ຫນູນໃຫ້​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຍູ້ແຮງດຶງດູດການລົງທຶນເຂົ້າອຸດສາຫະກຳຫນູນຊ່ວຍ - ảnh 1
​ພ​າບ​ປະ​ກອບ:internet

        ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຂະ​ແຫນງ​ຜະ​ລິດ​ພື້ນ​ຖານ​ຂອງ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ຫລາຍ​ປີ​ຜ່ານ​ມາ, ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ ຂອງ​ຫວຽດ​ນາມ ບໍ່​ທັນ​ພັດ​ທະ​ນາ. ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ ພຽງ​ແຕ່​ສະ​ຫນອງ​​ຄວາມ​ຕ້ອງ​ການຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍພາຍ​ໃນ​ປະ​ເທດ​ໄດ້​ສ່ວນ​ຫ​ນຶ່ງ, ໃນ​ນັ້​ນ ສ່ວນ​ຫລາຍ​ແມ່ນ​ເຄື່ອງ​ອາ​ໄລ່, ວັດ​ສະ​ດຸ​ມີ​ມູນ​ຄ່າ​ຕ່ຳ.

ປະ​ຈຸ​ບັນ, ຫວຽດ​ນາມ ມີ​ປະ​ມານ 30 ຂະ​ແຫນງ​ເສດ​ຖະ​ກິດ, ເຕັກ​ນິກ ຕ້ອງ​ການ​ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ. ໃນ​ນັ້ນ, ມີ​ຫລາຍ​ຂະ​ແຫນງ​ຜະ​ລິດ​ສິນ​ຄ້າ​ນຳ​ມາ​ເຊິ່ງວົງ​ເງິນ​ນັບ​ສືບ​ຕື້​ USD/ປີ ແຕ່​ພັດ​ນ​ຳ​ເຂົ້າ​ອຸ​ປະ​ກອນ​ແຕ່ 80-85%, ເຮັດ​ໃຫ້​ອັດ​ຕາສ່ວນ​ມູນ​ຄ່າ​ເພີ່ມກວມ​ສ່ວນ​ຫ​ນ້ອຍ​ໃນ​ໂຄງ​ປະ​ກອບ​ຜະ​ລິດ​ຕະ​ພັນ, ພົ້ນ​ເດັ່ນ​ຄື: ການ​ຜະ​ລິດ, ຕິດ​ຕັ້ງ​ລົດ​ໂອ​ໂຕ, ລົດ​ຈັກ, ຕ່ຳ​ແຜ່ນ​ຕັດ​ຫ​ຍິບ, ເກີບ​ຫ​ນັງ. ກ່ຽວ​ກັບ​ສິ່ງ​ດັ່ງ​ກ່າວ, ທ່ານ ເຈີນ​ຕວນ​ແອງ, ປະ​ທານ​ສະ​ພາ​ບໍ​ລິ​ຫານ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ກົນ​ຈັກ 19-8 ຖື​ວ່າ: ນັ້ນ​ແມ່ນ ຍ້ອນ​ຫວຽດ​ນາມ ພວມ​ຂາດ​ການ​ຮ່ວມ​ສຳ​ພັນ ແລະ ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ​ຂອງ​ຫວຽດ​ນາມ ບໍ່​ທັນ​ຕອບ​ສະ​ຫນອງ​ຄຸນ​ນະ​ພາບ​ຕາມ​ຄວາມ​​ຮຽກ​ຮ້ອງຕ້ອງ​ການ​ບັນ​ດາ​ມາດ​ຖານ​ສາ​ກົນ.

                “ປະ​ຈຸ​ບັນ ​ຢູ່ ຫວຽດ​ນາມ ບໍ​ລິ​ສັດ​ຜະ​ລິດ​ເຄື່ອງ​ອາ​ໄລ່​ ບໍ່​ມີ​ຫລາຍ. ເຂົາ​ເຈົ້າ ບໍ່​ທັນ​ຢາກ​ເຂົ້າ​ຮ່ວມ​ລະ​ບົບ​ສະ​ຫນອງ​ເຄື່ອງ​ອາ​ໄລ່ ຍ້ອນ​ສົ້ນ​ອອກ​ຜະ​ລິດ​ຕະ​ພັນ​ຂອງ​ຫວຽດ​ນາມ ບໍ່​ທັນ​ຕອບ​ສະ​ຫນອງ​ຄຸນ​ນະ​ພາບ​ໄດ້, ກໍ່​ຄວາມ​ຫ​ຍຸ້ງ​ຍາກ​ໃນ​ການ​ສຳ​ພັດ​ກັບ​ບັນ​ດາ​ບໍ​ລິ​ສັດ​ຜະ​ລິດ​ໃຫ​ຍ່. ທຳ​ມະ​ດາ ຢູ່ ປະ​ເທດ​ອື່ນ, ນອກ​ຈາກ​ບໍ​ລິ​ສັດ​ຜະ​ລິດ​ເຄື່ອງ​ອາ​ໄລ່​ແລ້ວ ເຂົາ​ເຈົ້າ​ຍັງ​ມີ​ບັນ​ດາ​ບໍ​ລິ​ສັດ​ການ​ຄ້າ​ເພື່ອ​ຫ​ນູນ​ຊ່ວຍ​ໃນ​ການ​ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ ​ສ່ວນຢູ່​ຫວຽດ​ນາມ ການ​ພັດ​ທະ​ນາ​ບໍ​ລິ​ສັດ​ການ​ຄ້າ​ຫ​ນູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ໂຮງ​ງານ​ຜະ​ລິດ​ບໍ່​ມີ​ຫລາຍ.”

        ເມື່ອ​ການ​ເປີດ​ປະ​ຕູ​ເຊື່ອມ​ໂຍງ​ຂອງ​ຫວຽດ​ນາມ ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງ​ຂວາງ, ພິ​ເສດ ເມື່ອ​ປະ​ຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ທ້າຍ​ປີນີ້ ເວ​ລານັ້ນ​​​ສະ​ພາບ​ແກ້ງ​ແຍ້ງ​ກ່ຽວ​ກັບການ​ດຶງ​ດູດ​ການ​ລົງ​ທຶນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ ອາ​ຊຽນ ຈະ​ແຮງກວ່າ, ຖ້າ​ຫາກ​ຫວຽດ​ນາມ ບໍ່​ຍູ້​ແຮງ​ການ​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ຂົງ​ເຂດນີ້ ຍາກ​ທີ່​ຈະ​ຍາ​ດ​ແຍ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ປະ​ຕິ​ບັດ​ຈຸດ​ໝາຍ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ໃນ​ປີ 2020 ໄດ້.

        ໂດຍ​ກຳ​ນົດ​ການ​ບຸ​ລິ​ມະ​ສິດ​ຍູ້​ແຮງ​ການ​ພັດ​ທະ​ນາ​ບັນ​ດາ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ ແມ່ນ​ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ ເພື່ອ​ແກ້​ໄຂ​ດ້ານ​ອ່ອນ​ຂອງ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ປະ​ກາດ​ໃຊ້​ຫລາຍ​ນະ​ໂຍ​ບາຍ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ອຸດ​ສ​າ​ຫະ​ກຳ​ຫ​ນູນ​ຊ່ວຍ. ກ່ອນ​ອື່ນ​ໝົດ​ແມ່ນ​ສ້າງກອບ​ກົດ​ໝາຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວນີ້. ເດືອນ 10/2014, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້​ມີ​ຂໍ້​ຕົກ​ລົງ​ອະ​ນຸ​ມັດ​ແຜນ​ກຳ​ນົດ​ສັງ​ລວມ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ​ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030. ຈຸດ​ໝາຍ​ລວມ​ຂອງ​ແຜນ​ກຳ​ນົດ ແມ່ນ​ເພື່ອ​ຮັບ​ປະ​ກັນ​ຮອດ​ປີ 2020, ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ໂດຍ​ພື້ນ​ຖານ. ທ່ານ ຫງວຽນ​ແມ້ງກວນ, ຫົວ​ຫ​ນ້າ​ກົມ​ອຸດ​ສາ​ຫະ​ກຳ​ຫ​ນັກ, ສັງ​ກັດ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ຢືນ​ຢັນ​ວ່າ:

        “ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ໄດ​້​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ ສືບ​ຕໍ່​ກວດ​ກາ ແລະ ສະ​ເຫ​ນີ​ຕໍ່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເພື່ອ​ດັດ​ປັບ​ຂໍ້​ຕົກ​ລົງ​ຫັນ​ບັນ​ດາ​ການ​ບຸ​ລິ​ມະ​ສິດ​ເປັນ​ລະ​ອຽດ ເພື່ອ​ສົ່ງ​ເສີມ, ພັດ​ທະ​ນາ​ຂະ​ແຫນງ​ວາງ​ແຜນ​ກຳ​ນົດ​ອຸດ​ສາ​ຫະ​ກຳ​ນ​ຫ​ນູນ​ຊ່ວຍ. ດ້ວຍ​ຈິດ​ໃຈ​ຫ​ນູນ​ຊ່ວຍ​ຢ່າງ​ສູງ​ສຸດ ແລະ ຮັບ​ປະ​ກັນ​ຄວາມ​ເປັນ​ປົກ​ກະ​ຕິ​ໃນ​ນະ​ໂຍ​ບາຍ, ພວກ​ຂ້າ​ພະ​ເຈົ້າ​ຈະ​ປະ​ຕິ​ບັດ​ຕາມ​ທິດ​ທາງນີ້​.”

        ຄຽງ​ຄູ່​ກັນ​ນັ້ນ, ລັດ​ຖະ​ບານ ກໍ​ໄດ້​ປະ​ກາດ​ໃຊ້​ຫລາຍ​ກົນ​ໄກ, ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ໃຫມ່ ສຳ​ລັບ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ​ມີ​ລັກ​ສະ​ນະ​ໄຫວ​ພິບກວ່າ. ຕົວ​ຢ່າງ​ຄື: ຍົກ​ເວັ້ນ, ຫລຸດ​ຜ່ອນ​ຄ່າ​ເຊົ່າ​ທີ່​ດິນ, ບຸ​ລິ​ມະ​ສິດ​ກ່ຽວ​ກັບ​ເວ​ລາ​ເຊົ່າ​ທີ່​ດິ​ນ​ຄືນ, ຍົກ​ເວັ້ນ ແລະ ຫລຸດ​ຜ່ອນ​ອາ​ກອນ​ລາຍ​ຮັບ​ວິ​ສາ​ຫະ​ກິດ, ຍົກ​ເວັ້ນ​​ພາ​ສີ​ນຳ​ເຂົ້າ​ສຳ​ລັບ​ອຸ​ປະ​ກອນ, ວັດ​ສະ​ດຸ, ເຄື່ອງ​ອາ​ໄລ່​ນຳ​ເຂົ້າ​​ເພື່ອຮັບ​ໃຊ້​ການ​ຜະ​ລິດ​ສຳ​ລັບ​ແຕ່​ລະ​ໂຄງ​ການ​ລົງ​ທຶນ. ພ້ອມ​ກັນ​ນັ້ນ​, ບັນ​ດາ​ທ້ອງ​ຖິ່ນ​ກໍ​ເພີ່ມ​ທະ​ວີ​ລັກ​ສະ​ນະ​ເປັນ​ເຈົ້າ​ການ, ເພື່ອ​ຕ້ອນ​ຮັບ​ກະ​ແສ​ເງິນ​ລົງ​ທຶນ​ຈາກ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເຂົ້າ​ຂົງ​ເຂດ​ນີ້. ທ່ານ ໂຮ່ກວກ​ຢູງ, ປະ​ທານ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ບີງດີ້ງ ໃຫ້​ຮູ້​ວ່າ: 

        “ແຂວງ ບີງດີ້ງ ໄດ້​ເປັນ​ເຈົ້າ​ການ​ເພື່ອ​ກະ​ກຽມ​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ. ຫວ່າງ​ແລ້ວນີ້, ກຸ່ມ​ບໍ​ລິ​ສັດ ຫວຽດ​ນາມ - ສິງ​ກະ​ໂປ ໄດ້​ຊອກ​ຮູ້ ແລະ ຢາກ​ລົງ​ທຶນ​ເຂົ້າ​ເຂດ​ອຸດ​ສາ​ຫະ​ກຳ​ຢູ່ ແຂວງ ກູຍ​ເຍີນ ແລະ ຕູຍ​ເຟືອກ, ຮັບ​ໃຊ້​ໃຫ້​ແກ່​ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ.”

        ເຖິງວ່າ ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ​ຂອງ​ຫວຽດ​ນາມ ບໍ່​ທັນ​ພັດ​ທະ​ນາ ກໍ​ຕາມ ແຕ່​ດ້ວຍ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທີ່​ມີ​ຢູ່​ແລ້ວ ຄື: ແຫລ່ງ​ຄົນ​ງານ​ອຸ​ດົມ​ສົມ​ບູນ, ພິ​ເສດ ແມ່ນ​ບັນ​ດາ​ການ​ປະ​ຕິ​ຮູບ​ກ່ຽວ​ກັບ​ລະ​ບອບ​ນະ​ໂຍ​ບາຍ ນັ້ນ​ແມ່ນ​ບັນ​ດາ​ທ່າ​ໄດ້​ປຽບ​ດຶງ​ດຸດ​ແຫລ່ງ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ ສຸມ​ໃສ່​ລົງ​ທຶນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ​ຢູ່ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ຕໍ່​ຫ​ນ້າ​ຄວາມ​ຕ້ອງ​ການ​ເຊື່ອມ​ໂຍງ, ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ພ​ັດ​ທະ​ນາ​ບັນ​ດາ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ ແລະ ຖື​ວ່າ ນີ້​ແມ່ນ​ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ​ເພື່ອ​ ​ແກ້​ໄຂ​ຄວາມ​ຈຳ​ກັດ​ຂອງ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ໃນໄລ​ຍະ​ຈະ​ມາ​ເຖິງ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ