ດຶງດູດການລົງທຶນຂອງຕ່າງປະເທດເຂົ້າບັນດາເຂດອຸດສາຫະກຳທາງພາກເຫນືອຫວຽດນາມ

(vovworld)- ເຖິງ​ວ່າ ຖືກ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ເສດຖະກິດ​ໂລກ​ກໍ​ຕາມ, ​ແຕ່​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ເຂົ້າ​ບັນດາ​ແຂວງ​ພາ​ກ​ເຫນືອ​ຫວຽດນາມ​ຫລາຍ​ພໍ​ສົມຄວນ, ​ໃນ​ນັ້ນ ມີ​ຫລາຍ​ໂຄງການ​ລົງທຶນ​​ເຂົ້າ​ບັນດາ​​ເຂດ​ອຸດສາຫະກຳ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ: ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ເຫັນ​ໄດ້​ກາລະ​ໂອກາດ​ທີ່ສະດວກ​ຢູ່​ບັນດາ​ແຂວງ​ທາງພາກ​ເຫນືອ​ເພື່ອ​ລົງທຶນ​ໃຫມ່ຫລື​ເປີດ​ກວ້າງ​ການ​ລົງທຶນ. ​

        ປີ 2012, ບັນດາ​ແຂວງ​ທາງ​ພາກ​ເຫນືອ​ຫວຽດນາມ ​ໄດ້​ດຶງ​ດູດ​ເງິນລົງທຶນ​​ໂດຍ​ກົງ​ຂອງ​ຕ່າງປະ​ເທດ (FDI) ປະມານ 6 ຕື້ USD​ ໃນ​ຈຳນວນ​ທຶນ FDI 13 ຕື້ USD ຂອງ​ທັງ​ປະ​ເທດ. ​ໃນ​ຈຳນວນ 10 ​ແຂວງ​ນຳ​ຫນ້າ​ໃນ​ການ​ດຶງ​ດູດ​ທຶນ FDI, ມີ 6 ​ແຂວງ​ທາງ​ພາກ​ເຫນືອ, ຊື່​ງລວມມີ: ຮ່າ​ໂນ້ຍ, ຫາຍ​ຟ່ອງ, ບັກ​ນີງ, ບັກ​ຢາງ, ກວ໋າງນີງ ​ແລະ ຮື​ງອຽນ ​ດຶງ​ດູດ​ທຶນ FDI ກວ່າ 5 ຕື້ USD. ບາງ​ແຂວງ​ພູດ​ອຍທາງ​ພາກ​ເຫນືອ ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ​ຕາມ ​ແຕ່​ກໍ່ມີ​ການ​ຫັນປ່ຽນ​ເມື່ອ​ດຶງ​ດູດ​ທຶນ​ຈົດ​ທະບຽນ​ໃຫມ່ ​ແລະ ທຶນ​ເພີ່ມ​ເຕີມຕື່ມ​ອີກ​ເກືອບ 1 ຕື້ USD. ​ເປັນອັນ​ກວ່າ ​ໃນ​ປີ 2012, ບັນດາ​ແຂວງ​ທາງ​ພາກ​ເຫນືອ​​ລ້ວນ​ແຕ່​ດຶງ​ດູດ​ໂຄງການ​ລົງທຶນ​ຂອງ​ຕ່າງປະ​ເທດ ​ແລະ ທຶນ FDI ​ໃຫມ່​. ​​ເພື່ອ​ບັນລຸ​ໄດ້​ໝາກຜົນ​ດັ່ງກ່າວ, ​ໃນ​ໄລຍະ​ຜ່ານ​ມາ, ລັດຖະບານ​ຫວຽດນາມໄດ້​ຊີ້​ນຳ​ໃຫ້​ບັນດາ​ກະຊວງ, ຂະ​​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ປະຕິບັດ​ວຽກ​ງານ​ວາງ​ແຜນ​ກຳນົດ, ສ້າງ​ການ​ພັດທະນາຕິດ​ພັນກັບ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ສັງຄົມ​ເປັນ​ຢ່າງ​ດີ. ນອກ​ຈາກສ້າງບັນດາ​ເອກະສານ​ນິຕິ​ກຳ​​ເພີ່ມ​ສິດ​ເປັນ​ເຈົ້າ​ການ​ສຳລັບ​ບັນດາ​ເຂດ​ອຸດສາຫະກຳໃຫ້​ສົມບູນ​ແບບ, ລັດ​ຍັງ​ຍູ້​ແຮງ​ການ​ຫນູນ​ຊ່ວຍດ້ານທຶນ​ຮອນເຂົ້າ​ຂົງ​ເຂດ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ສ້າງ​ເງື່ອນ​ໄຂ​ເພື່ອດຶງ​ດູດ​ການ​ລົງທຶນ​ເຂົ້າ​ບັນດາ​ເຂດ​ອຸດສາຫະກຳ​ອີກ​ດ້ວຍ. ທ່ານ ບູ່​ຍກວາງ​ວີ​ງ, ລັດຖະມົນຕີ​ແຜນການ ​ແລະ ການ​ລົງທຶນ​ ຫວຽດນາມໃຫ້​ຮູ້​ວ່າ:

        “ລັດ ຫນູນ​ຊ່ວຍ​ສ່ວນ​​ໃດ​ສ່ວນ​ຫນຶ່ງ​ເທົ່າ​ນັ້ນ, ບັນດາ​ນັກ​ຄຸ້ມ​ຄອງ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່​ບັນດາ​ເຂດ​ອຸດສາຫະກຳ​ຕ້ອງ​ມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ​ກວ່າ​ໃນ​ການ​ແກ້​ໄຂ​ບັນດາ​ແຫ​ລ່ງທຶນ​ອື່ນ ນອກຈາກ​ທຶນ​ຂອງ​ລັດ​​ເພື່ອ​ລົງທຶນ, ຈາກ​ນັ້ນ​ສ້າງ​ບາດກ້າວ​ບຸກທະລຸ​​ໃນ​ການ​ດຶງ​ດູດ​ການ​ລົງທຶນ.”

ດຶງດູດການລົງທຶນຂອງຕ່າງປະເທດເຂົ້າບັນດາເຂດອຸດສາຫະກຳທາງພາກເຫນືອຫວຽດນາມ - ảnh 1
ບໍລິສັດ Kyocera ຂອງຍີ່ປຸ່ນ ຢູ່ເຂດອຸດສາຫະກຳ VSIP ຫາຍຟ່ອງ
ພາບ: HPO

        ການ​ຫັນປ່ຽນ​ຢ່າງ​​ຈະ​ແຈ້ງທີ່​ສຸດ​ພາຍຫລັງ​ຜັນ​ຂະຫຍາຍ​​ບັນດານະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ​ເຂົ້າ​ບັນດາ​ເຂດ​ອຸດສາຫະກຳ​ໃນ​ໄລຍະ​ຜ່ານ​ມາ, ນັ້ນ​ແມ່ນ ມີ​ຫລາຍ​ໂຄງການ​ໃຫຍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ວ່ອງ​ໄວ. ພົ້ນ​ເດັ່ນ​ແມ່ນ​ໂຮງງານ Kyocera ຢູ່​ເຂດ​ອຸດສາຫະກຳ VSIP ຫາຍ​ຟ່ອງ. ພາຍຫລັ​ງ​ໄດ້​ຮັບ​ຫນັງສື​ອະນຸຍາດ​ລົງທຶນ ​ແລະ ນຳ​ເຂົ້າ​ເຄື່ອນ​ໄຫວ​ກວ່າ 1 ປີ, ​​ໂຮງງານ​ໄດ້​ຜະລິດ​ເຄື່ອງພິມ​ຫລາຍ​ເຄື່ອງ​ທີ່ມີ​ຍີ່​ຫໍ້ Kyovera Made in Viet Nam ທຳ​ອິດ. ນອກ​ນັ້ນການ​ຫັນປ່ຽນ​ອີກ​ອັນ​ຫນຶ່ງ​ທີ່​ເປັນ​ຫນ້າ​ສົນ​ໃຈນັ້ນ​ແມ່ນ ​ໂຄງການ​ລົງທຶນ​ເຂ​ົ້າ​ເຂດ​ອຸດສາຫະກຳ​ຢູ່ພາກ​ເຫນືອສ່ວນ​ຫລາຍ​ແມ່ນ​ບັນດາ​ໂຄງການ​ນ​ຳ​ໃຊ້​ເຕັກ​ໂລ​ໂລ​ຊີ​ປອດ​ໄພ, ​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ບໍ່​ກໍ່ມົນ​ລະ​ພິດ​ຕໍ່ສິ່ງ​ແວດ​ລ້ອມ​ ຕົວຢ່າງ​ຄື: ​ໂຄງການ Nipro Pharma ​ເຂົ້າ​ເຂດ​ອຸດສາຫະກຳ VSIP ຫາຍ​ຟ່ອງ ຜະລິດ​ຢຸກຢາ ​ແລະ ອຸປະກອນ​ການ​ແພດ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ໃຫມ່​ສຸດ ​ແລະ ​ທັນ​ສະ​ໄຫມ​ທີ່​ສຸດຂອງ​ຍີ່​ປຸ່ນ ຫລື​ໂຄງການ​ຂອງ​ກຸ່ມ​ບໍລິສັດ​ຊັ້ນ​ນຳ​ຂອງ​ໂລກ Bridgestone ຜະລິດ​ຢາງ​ລົດ​ໂອ​ໂຕຢູ່​ເຂດ​ອຸດສາຫະກຳ ດີງຫວູ ນະຄອນ​ຫາຍ​ຟ່ອງ. ຕາມ​ທ່າ​ອ່ຽງນີ້, ​ແຂວງ​ກວ໋າງນີງ ຊື່​ງ​ແມ່ນ​ແຂວງ​ທີ່​ມີ​ທີ່​ຕັ້ງ​ສຳຄັນ​ໃນ​ເຂດ​ສາມ​ຫລ່ຽມ​ພັດທະນາ​ເສດຖະກິດ​ທາງ​ພາກ​ເຫນືອ​ຫວຽດນາມ ກໍ​ມານະ​ພະຍາຍາມ​ຊອກ​ຫາ, ດຶງ​ດູດ​ການ​ລົງທຶນ​ຕ່າງປະ​ເທດ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ບໍ່​ກໍ່​ມົນ​ລະ​ພິ​ດ​ເຖິງ​ສິ່ງ​ແວດ​ລ້ອມ, ພິ​ເສດ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ຍີ່​ປຸ່ນລົງທຶນ​ເຂົ້າ​ບັນດາ​ເຂດ​ອຸດສາຫະກຳ​ຈຸດ​ສຸມ​ຄື​: ​ເຂດ​ອຸດສາຫະກຳ ຫວຽດຮື​ງ, ​ເຂດ​ອຸດສາຫະກຳ​ ດົງ​ມາຍ. ປີ 2013 ​ແຂວງ​ກວ໋າງນີງສູ້​ຊົນ​ດຶງ​ດູດ 7 ​ໂຄງການ FDI ດ້ວຍ​ຍອດ​ຈຳນວນ​​ທຶນ​ຄາດ​ວ່າ 500 ລ້ານ USD, ​ໃນ​ນັ້ນ ມີ 2 ​ໂຄງການ​ພວມ​ຊຸກຍູ້ການປະຕິບັດ​ນັ້ນ​ແມ່ນ ​ໂຄງການ​ລົງທຶນ​ເປີດ​ກວ້າງ​ທ່າ​ກຳ​ປັ່ນ​ທະ​ເລ ຫາຍ​ຫ່າ ດ້ວຍ​ເງິນ​ລົງທຶນ 150 ລ້ານ USD ​ແລະ ​ໂຮງງານ​ຜະລິດ​ດິນ​ຫາ​ຍາກດ້ວຍ​ເງິນ​ລົງທຶນ 35,5 ລ້ານ USD. ນອກ​ນັ້ນ ​ແຂວງ​ກວ໋າງນີງ ພວມ​ກະກຽມ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ສຳຄັນ​ອື່ນ​ຄື: ​ໂຄງການ​ເສັ້ນທາງ​ຄວາມ​ໄວ​ສູງ ຫ້າ​ລອງ-ມອງ​ກາຍ, ​ໂຄງການ​ເສັ້ນທາງ​ສຳຮອງ ​ແລະ ຂົວ​ບັກ​ລວນ 2, ​ໂຄງການ​ສະຫນາມ​ບິນ​ສາກົນ ​ເວີນ​ດົນ… ​ເພື່ອ​ດຶງ​ດູດ​ກະ​ແສລົງທຶນ​ໃຫມ່.

        ມີ​ການ​ຫັນປ່ຽນ​ອີກ​​ອັນ​ຫນຶ່ງໃນ​ການ​ດຶງ​ດູດ​ທຶນ FDI ຂອງ​ບັນດາ​ເຂດ​ອຸດສາຫະກຳ​ທາງ​ພາກ​ເຫ​ນືອ ນັ້ນ​ແມ່ນ ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ໄດ້​ເອົາ​ໃຈ​ໃສ່​ການເປັນ​ເຈົ້າ​ການ​ໃນ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ເປັນ​ຢ່າງ​ດີ, ຮັບປະກັນ​ວຽກ​ງານ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ມາ​ລົງທຶນ ຕົວ​ຢ່າງ​ຄື: ເຂດ​ອຸດສາຫະກຳ ນາມ​ແຊກ​(Nam Sách) ຂຶ້ນ​ກັບ​ແຂວງ ຫາຍ​ເຢຶອງ. ​ເຖິງ​ວ່າ​ບໍ່​ມີ​ທ່າ​ແຮງ​ກ່ຽວ​ກັບ​ທາງ​ທະ​ເລ​ຄື​ຫາຍ​ຟ່ອງ ຫລື ກວ໋າງນີງ ກໍ​ຕາມ, ​ແຕ່​ເຂດ​ອຸດສາຫະກຳ ນາມ​ແຊກ ພັດ​ມີ​ທ່າ​ໄດ້​ປຽບ​ຍ້ອນ​ມາດຕະຖານ​ການ​ລົງທຶນ​ກໍ່ສ້າງ​ເຂດ​ອຸດສາຫະກຳ​ລະດັບ​ສາກົນ. ​ເພາະສະ​ນັ້ນ ​ເຂດ​ອຸດສາຫະກຳ​ນີ້​ມີ​ອັດຕາ​ສ່ວນ​ນຳ​ໃຊ້​ເນື້ອ​ທີ່​ດິນ 100% ດ້ວຍ 19 ​ໂຄງການ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ກວ່າ 230 ລ້ານ USD. ທ່ານ ຟ້າ​ມວັນ​ຮົ່ງ, ຜູ້ອຳນວຍການ​ເຂດ​ອຸດສາຫະກຳ ນາມ​ແຊກ ຖື​ວ່າ​:

        “​ໃນ​ການວາງ​ແຜນ​ກຳນົດ ຕ້ອງ​ຄິດ​ໄລ່​ຢ່າງ​ຄົບ​ຊຸດ, ຮອບດ້ານ, ບໍ່​ພຽງ​ແຕ່​ພື້ນຖານ​ດ້ານ​ເຕັກນິກ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ພື້ນຖານ​ໂຄງ​ລ່າງ​ສັງຄົມ ​ແລະ ບັນຫາ​ກ່ຽວ​ກັບ​ແຮງ​ງານ​ອີກ​ດ້ວຍ, ​ເພາະວ່າ ​ເມື່ອ​ບັນດາ​ນັກ​ລົງທຶນ​ເຂົ້າ​ເຂດ​ອຸດສາຫະກຳ​ນີ້, ​ເຂົາ​ເຈົ້າ​ໄດ້​ຄິດ​ໄລ່​ຊັ່ງ​ຊາ​ຢ່າງ​ລະອຽດ ​ແລະ ພວກ​ຂ້າພະ​ເຈົ້າ​​ ​ຫນູນ​ຊ່ວຍ​ເຂົາ​ເຈົ້າ​ຢ່າງ​ທັນ​ການ, ຈາກ​ການ​ສ້າງ​ໂຄງການ​ທຳ​ອິດ​ຕະຫລອດ​ຮອດ​ບັນຫາ​ກະກຽມ​ລະບຽບ​ການ​ດ້ານ​ນິຕິ​ກຳທີ່​ກ່ຽວຂ້ອງ​​ ​ແລະ ​ເມື່ອ​ໂຄງການ​ນຳ​ເຂົ້າ​ເຄື່ອນ​ໄຫວ, ພວກ​ຂ້າພະ​ເຈົ້າ​ຍັງ​ຈັດ​ພາກສ່ວນ​ຫນຶ່ງ​ໃຫ້​ຄຳ​ປຶກສາ, ​ແກ້​ໄຂ​ທຸກ​ບັນຫາ​ທີ່​ກ່ຽວຂ້ອງ​ເພື່ອ​ໃຫ້​ເຂົາ​ເຈົ້າ​ອຸ່ນ​ອຽນ​ໃຈ​ໃນ​ວິວັດ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ.”

ດຶງດູດການລົງທຶນຂອງຕ່າງປະເທດເຂົ້າບັນດາເຂດອຸດສາຫະກຳທາງພາກເຫນືອຫວຽດນາມ - ảnh 2
ແຂວງກວ໋າງນີງ ພວມດຶງດູດທຶນ FDI ຈາກຕ່າງປະເທດ
ພາບ:internet

        ຄວາມ​ຈິງ​ໃນ​ໄລຍະ​ຜ່ານ​ມາ​ໃຫ້​ເຫັນ​ວ່າ, ການ​ດຶງ​ດູດ​ທຶນ FDI ​ເຂົ້າ​ເຂດ​ອຸ​ດສາ​ຫະກຳ​ບໍ່​ພຽງ​ແຕ່​ປະກອບສ່ວນ​​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກິດ​ລວມ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ຫວຽດນາມ ປັບປຸງ​ແຫ​ລ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບດີ​ພໍ​ສົມຄວນອີກ​ດ້ວຍ. ບັນດາ​ຜົນງານ​ໃນ​ການ​ດຶງ​ດູດ​ການ​ລົງທຶນ​ຕ່າງປະ​ເທດ​ເຂົ້າ​ໃນ​ຂະ​ແຫນງ​ອຸດສາຫະກຳ​ຈຳນວນ​ຫນຶ່ງ​ຢູ່​ບັນດາ​ແຂວງ​ພາກ​ເຫນືອ ​ແມ່ນ​ຕົວຢ່າງທີ່ພົ້ນເດັ່ນ ​ໃນ​ນະ​ໂຍບາຍ​ພັດທະນາ​ບັນດາ​ເຂດ​ອຸດສາຫະກຳ​ຫວຽດນາມ ແບບ​ຍືນ​ຍົງ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ​ທ້ອງ​ຖິ່ນ, ປະກອບສ່ວນ​ນຳ​ພື້ນຖານ​ເສດຖະກິດ​ຫວຽດນາມ ​ເຊື່ອມ​ໂຍງ​ເຂົ້າກັບສາກົນໃນ​ທ່າ​ອ່ຽງ​ໂລກາ​ພິວັດ​ຢ່າງ​ວ່ອງ​ໄວ.

ຕອບກັບ

ຂ່າວ/ບົດ​ອື່ນ