ດົງນາຍ: ທ້ອງຖິ່ນທີ່ພົ້ນເດັ່ນໃນການດຶງດູດທຶນ FDI

(vovworld)-​ໃນ​ສະພາບ​ການ​ດຶງ​ດູດ​ເງິ​ນລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ(ຫລື FDI) ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ບໍ່​ແມ່ນ​ຫນ້ອຍ​ຄື​ປະຈຸ​ບັນ, ​ແຂວງ ດົງ​ນາຍ​ສືບ​ຕໍ່​ແມ່ນ​ທ້ອງ​ຖິ່ນ​ພົ້ນ​ເດັ່ນ​ໃນ​ຂົງ​ເຂດ​ນີ້.  ​ໃນ 6 ​ເດືອນ​ຕົ້ນ​ປີ, ດົງ​ນາຍ ​ໄດ້​ສຳ​ເລັດ​ຄາດໝາຍ​ດຶງ​ດູດ​ທຶນ FDI ຂອງ​ທັງ​ປີ ດ້ວຍ 826 ລ້ານ USD, ຖື​ກຈັດ​​ໃນ​ກຸ່ມ 3 ທ້ອງ​ຖິ່ນ​ນຳ​ຫນ້າ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ດຶງ​ດູດ​ທຶນ FDI.

ດົງນາຍ: ທ້ອງຖິ່ນທີ່ພົ້ນເດັ່ນໃນການດຶງດູດທຶນ FDI - ảnh 1
ແຂວງດົງນາຍແມ່ນທ້ອງຖິ່ນພົ້ນເດັນໃນການດຶງດູດທຶນ FDI
photo:baodautu.vn

        ຢູ່​ເຂດ​ອຸດສາຫະກຳ ລອງດຶກ, ​ເມືອງ ລອງ​ແທງ, ບໍລິສັດ PEGASUS-SHIMAMOTO AUTO PARTS VIETNAM ຈຳກັດ ພວມ​ຜະລິດ​ເຄື່ອງ​ອາ​ໄຫລ່​ລົດໂອ​ໂຕ. ​ແຕ່​ລະ​ເດືອນ, ບໍ​ລິ​ສັດ​ນີ້​ສົ່ງ​ອອກ​ 1,75 ລ້ານ​ຜະລິດ​ຕະພັນ​ໄປ​ຍັງ ​ໄທ,​ອິນ​ໂດ​ເນ​ເຊຍ ​ແລະ ຍີ່​ປຸ່ນ. ​ເພື່ອ​ລົງທຶນ​ຢູ່​ທີ​ນີ້, PEGASUS-SHIMAMOTO ​ເສຍ​ເວລາ​ພຽງ 10 ວັນ ​ເພື່ອ​​ເຮັດ​ລະບຽບ​ການ​ຂໍ​ຫນັງສື​ອະນຸຍາດ​ການ​ລົງທຶນ. ຫລັງ​ຈາກ​ນັ້ນ, ຄະນະ​ຄຸ້ມ​ຄອງ​ບັນດາ​ເຂດ​ອຸດສາຫະກຳ​ແຂວງ ​ແລະ ບັນດາ​ຂະ​ແຫນງ​ການ​ກ່ຽວຂ້ອງ​ກໍໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​​ໃຫ້ແກ່ບໍລິ​ສັດ ​ເພື່ອນຳ​ໂຄງການ​ເຂົ້າ​ເຄື່ອນ​ໄຫວ​ໂດຍ​ໄວ​ໃນຊຸມ​ເດືອນ​ຕົ້ນ​ປີ. ທ່ານ Masamichi Mina, ຜູ້ອຳນວຍ​ການ​ໃຫຍ່​ບໍລິສັດ PEGASUS-SHIMAMOTO AUTO PARTS VIETNAM ຈຳກັດ ​ໃຫ້​ຮູ້​ວ່າ:

        “ຄະນະ​ຄຸ້ມ​ຄອງ​​ເຂດ​ອຸດສາຫະກຳ​ແຂວງ ດົງ​ນາຍ ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ພວກ​ຂ້າພະ​ເຈົ້າ​ໃນ​ການ​ເຮັດລະບຽບການ​ຂໍ​ຫນັງສື​ອະນຸຍາດ​ລົງທຶນ. ວິ​ສາ​ຫະກິດ​ພວກ​ຂ້າພະ​ເຈົ້າ​ໄດ້​ເລືອກ​ເຟັ້ນ​ແຂວງ​ດົງ​ນາຍ​ເພື່ອ​ລົງທຶນ ​ເພາະວ່າ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່​ທີ່​ນີ້​ສະດວກ​ພໍ​ສົມຄວນ, ​ໄລຍະ​ຈະ​ມາ​ເຖິງ ຢູ່​ທີ​່ນີ້ ຈະ​ມີ​ສະຫນາມ​ບິນ, ພື້ນຖານ​ໂຄງ​ລ່າງ, ບຳບັດ​ນຳ້​ເສຍ ​ແລະ ສິ່ງ​ແວດ​ລ້ອມ​ຢູ່​ບັນດາ​ເຂດ​ອຸດສາຫະກຳ ​ດີ​ພໍ​ສົມຄວນ.”

        ​ໂຄງການ​ຂອງ​ບໍລິສັດ PEGASUS-SHIMAMOTO AUTO PARTS VIETNAM ຈຳກັດ ​ແມ່ນ​ຫນຶ່ງ​ໃນ​ຈຳນວນ 37 ​ໂຄງການ​ໃຫມ່​ໄດ້​ຮັບ​ຫນັງສື​ອະນຸຍາດ​ລົງທຶນຢູ່​ແຂວງ ດົງ​ນາຍ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້. ບັນດາ​ໂຄງການ​ໃຫມ່​ໄດ້​ຮັບ​ຫນັງສື​ອະນຸຍາດ​ໃນ 6 ​ເດືອນ​ຜ່ານ​ມາ​ຢູ່​ແຂວງ ດົງ​ນາຍສ່ວນຫລາຍ​ແມ່ນ: ຂອງຍີ່ປຸ່ນ, ສ​ເກົາຫລີ ​ແລະ ​ໄຕ້​ຫວັນ(ປະ​ເທດ​ຈີນ), ເຊິ່ງຂຶ້ນ​ກັບ​ບັນດາ​ຂະ​ແຫນງ​​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ອຸດສາຫະກຳ​ຫນູນ​ຊ່ວຍ. ​ເພື່ອ​ດຶງ​ດູດ​ບັນດາ​ໂຄງການ​ລົງທຶນ​ຕ່າງປະ​ເທດ, ​ໃນ​ໄລຍະ​ຜ່ານ​ມາ, ​ແຂວງ ດົງ​ນາຍ ​ເພີ່ມ​ທະວີ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ຈາກ​ການ​ອອກຫນັງສື​ອະນຸຍາດ​ການ​ລົງທຶນ​ຕະຫລອດ​ຮອດ​ລະບຽບ​ການ​ພາສີ​ອາກອນ.. ຍ້ອນ​ເຫດ​ນັ້ນ ​​ເວລາ​ອອກ​ຫນັງສື​ອະນຸຍາດ​​ໃຫ້​ບັນດາ​ໂຄງການ FDI ລົງທຶນ​ເຂົ້າ​ບັນດາ​ເຂດ​ອຸດສາຫະກຳ​ຂອງ​ແຂວງ​ນີ້ ປະຈຸ​ບັນ ​​ເສຍ​ເວລາພຽງ 9-25 ວັນ. ຄຽງ​ຄູ່​ການ​ສຸມ​ໃສ່​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ​ໃນ​ໄລຍະ​ຜ່ານ​ມາ, ​ແຂວງ​ດົງ​ນາຍ ສືບ​ຕໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ​ຢູ່​ບັນດາ​ເຂດ​ອຸດສາຫະກຳ​ ​ແລະ ລະບົບ​ຄົມມະນາຄົມ​​ເຊື່ອມ​ຕໍ່​ແຂວງ​ອື່ນໃຫ້​ສຳ​ເລັດຜົນ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ. ທ່ານ ມາຍ​ວັນ​ເຍີນ, ຮອງ​ຫົວຫນ້າ​ຄະນະ​ຄຸ້ມ​ຄອງ​ບັນດາ​ເຂດ​ອຸດສາຫະກຳ​ແຂວງ ດົງ​ນາຍ ​ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ຕ້ອງ​ພິສູດ​ໃຫ້​ບັນດາ​ນັກ​ລົງທຶນ​ເຫັນ​ໄດ້​ວ່າ ​ເມື່ອ​ລົງທຶນ​ເຂົ້າ​​ທີ່​ນີ້ ​ ແຫ​ລ່ງທຶນ​ຂອງ​ເຂົາ​ເຈົ້າ​ຈະ​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ. ​ເພື່ອ​​ເຮັດ​​ໄດ້ຄື​ແນວ​ນັ້ນ ຕ້ອງ​ມີ​ຫລາຍ​ມາດ​ຕະການ​ຢ່າງ​ຄົບ​ຊຸດ ຈາກ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ບັນດາ​ບໍລິການ​.. ​ເສັ້ນທາງ​ຄົມມະນາຄົມ​ຕ້ອງ​ເຊື່ອມ​ຕໍ່​ລະຫວ່າງດົງ​ນາຍ​ກັບ​ນະຄອນ ​ໂຮ່ຈິ​ມີນ ​ແລະ ບັນດາ​ແຂວງ ​ໃກ້​ຄຽງ, ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ ​ບັນດາເສັ້ນທາງ​​ໃຫມ່​ຢູ່​ແຂວງ​ດົງ​ນາຍ​ ກໍ​ໄດ້​ນຳ​ເຂົ້າ​​ເຄື່ອນ​ໄຫວ ​ແລະ ​ເຊື່ອມ​ຕໍ່​ກັບບັນດາ​ເສັ້ນທາງ​ອ່ືນ​ນອກ​ແຂວງຢ່າງ​ລຽນຕິດ.”

        ສິ່ງ​ພົ້ນ​ເດັ່ນ​ຂອງ​ແຂວງ​ດົງ​ນາຍ ນັ້ນ​ແມ່ນການ​ນຳ ​ແລະ ຂະ​ແຫນງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ ຍາມ​ໃດ​ກໍ​ຮ່ວມ​ກັບ​ບັນດາ​ວິ​ສາ​ຫະກິດ​, ແກ້​ໄຂ​ຄວາມຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ​ຢ່າງ​ທັນ​ການ​ໃນ​ຕະຫລອດ​ວິວັດ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ. ສິ່ງ​ດັງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຜ່ານ​ເລື່ອງ ຕົ້ນ​ເດືອນ 4/​ປີ 2014, ​ເມື່ອ​ກຳມະ​ກອນ​ຖືກ​ພວກ​ຄົນ​ບໍ່​ດີ​ຍຸ​ແຍ່​ກໍ່​ຂາດ​​ສະຖຽນ​ລະ​ພາບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ, ການ​ນຳ​ແຂວງ ​ໄດ້​ເປັນ​ເຈົ້າ​ການ​ພົບ​ປະ​ກັບ​ບັນດາ​ວິ​ສາ​ຫະກິດ​ທີ່​ຖືກ​ເສຍ​ຫາຍ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ. ສ່ວນ​ບັນດາ​ຂະ​ແຫນງ​ການ​ກ່ຽວຂ້ອງ​ກໍ​ແນະນຳ​​ໃຫ​​້ວິ​ສາ​ຫະກິດ​ເຮັດ​ລະບຽບ​ການ​ຊົດ​​ເຊີຍ​ຢ່າງ​ວ່ອງ​ໄວ, ຫລຸດຜ່ອນ, ຍົກ​ເວັ້ນພາສີ ​ແລະ ຫນູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ເຮັດ​ບັນດາ​ລະບຽບ​ການພາສີ. ຍ້ອນ​ເຫດ​ນັ້ນ ບັນດາ​ວິ​ສາ​ຫະກິດ​ດັ່ງກ່າວໄດ້​ກັບ​ຄືນ​ສູ່​ສະພາບ​ການ​ຜະລິດ​ເປັນ​ປົກກະຕິ​ໂດຍ​ໄວ. ທ່ານ ຢາງ​ຈີ​ໝີງ, ປະທານ​ສະມາຄົມ​ວິ​ສາ​ຫະກິດ ​ໄຕ້​ຫວັນ ປະ​ເທດ​ຈີ​ນ ຢູ່ ​ແຂວງ​ດົ່ງ​ນາຍ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ພຶງ​ພໍ​ໃຈ​ຕໍ່​ການ​ແກ້​ໄຂຢ່າງ​ທັນ​ການ​ຂອງ​ບັນດາ​ຂະ​ແຫນງ​ການ​ກ່ຽວຂ້ອງ​ຂອງ​ແຂວງ ດົງ​ນາຍ, ຫນູນ​ຊ່ວຍ​ພວກ​ຂ້າພະ​ເຈົ້າ​ແກ້​ໄຂ​ເຫດການ​ທີ່​ເກີດ​ຂຶ້ນ​ຜ່ານ​ມາ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ກັບ​ຄືນ​ສູ່​ການ​ຜະລິດ​ເປັນ​ປົກກະຕິ ​ເປັນ​ຕົ້ນ​ແມ່ນ​​ເຮັດລະບຽບ​ການ​ພາສີ​ອາກອນ.”

                ດ້ວຍ​ຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ​ຂອງ​ວິ​ສາ​ຫະກິດ, ມາ​ຮອດ​ປະຈຸ​ບັນ, ດົງ​ນາຍ ມີ​ກວ່າ 1.430 ​ໂຄງການ FDI ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ຂຶ້ນ​ເຖິງ 25 ຕື້ USD. ບໍ່​ພຽງ​ແຕ່​ດຶງ​ດູດ​ທຶນ FDI ນັບ​ມື້​ນັບ​ຫລາຍ​​ເທົ່າ​ນັ້ນ ຫາກ​ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ພວມ​ເຄື່ອນ​ໄຫວ​ຢູ່ ດົງ​ນາຍ ສືບ​ຕໍ່​ເປີດ​ກວ້າງ​ການ​ຜະລິດ, ​ເພີ່ມ​ແຫ​ລ່ງທຶນ​ຕື່ມ​ອີກ. ສະ​ເພາະ 6 ​ເດືອນ​ຕົ້ນ​ປີ, ຈຳນວນ​ທຶນ​ເປີດ​ກວ້າງ​ການ​ຜະລິດ​ຂອງ​ບັນດາ​ວິ​ສາ​ຫະກິດ FDI ຢູ່​ບໍລິ​ເວນ​ແຂວງ ດົງ​ນາຍ ສະ​ເລ່ຍ​ແມ່ນ 16 ລ້ານ USD/​ໂຄງການ.

        ​ເພ່ືອ​ເພີ່ມ​ທະວີ​ການ​ດຶງ​ດູດ​ແຫ​ລ່ງທຶນ​ເຂົ້າ​ທ້ອງ​ຖິ່ນ, ​ໄລຍະ​ຈະມາ​ເຖິງ, ດົງ​ນາຍ ​ເພີ່​ມທະວີ​ວຽກ​ງານ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຢູ່​ບັນ​ເຂດ​ອຸດສາຫະກຳ, ສຸມ​ໃສ່​ບຳລຸງ​ສ້າງ​                  ແຫ​ລ່ງຊັບພະຍາກອນ​ມະນຸດ ຕອບ​ສະຫນອງ​ໃຫ້​ແກ່​ຂະ​ແຫນງ​ເຕັກ​ໂນ​ໂລ​ຊີ​ສູງ, ອຸດສາຫະກຳ​ສຳຮອງ. ທ່ານ ​ເຈີ​ນມີ​ງຟຸກ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດົງ​ນາຍ ​ໃຫ້​ຮູ້​ວ່າ:

        “ບັນຫາ​ທີ່ພວກ​ຂ້າພະ​ເຈົ້າ​​ເອົາ​ໃຈ​ໃສ່​ຕົ້ນຕໍ ນັ້ນ​ແມ່ນ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ​ໃນ​ນັ້ນ ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ປະຕິ​ຮູບ​ຕາມ​ທິດ​ປະຕູ​ດຽວ. ບັນຫາ​ນີ້ ພວກ​ຂ້າພະ​ເຈົ້າ​ໄດ້​ເຮັດ​ແລ້ວ ​ແລະ ປະຈຸ​ບັນ ສືບ​ຕໍ່​ປະຕິບັດ, ​ເປັນ​ຕົ້ນ​ຢູ່​ຂັ້ນ​ເມືອງ.ພວກ​ເຮົາປະຕິບັດ​ຕາມ​ທິດ​​ເປີດ​ເຜີຍໂປ່​ງ​ໃສ, ​ເຮັດ​ແນວ​​ໃດ​ແກ້​ໄຂ​ລະບຽບ​ການ​​ໃຫ້​ວ່ອງ​ໄວ. ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ຈັດ​ຕັ້ງ​ກາ​ນພົບ​ປະ​ສັງ​ສັນ ​ເພື່ອ​​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ.”

        ຍາມ​ໃດ​ກໍ​ຮ່ວມ​ກັບ​ວິ​ສາ​ຫະກິດ ດ້ວຍ​ບັນດາ​ວຽກ​ງານ​ທີ່​ແທດ​ຈິງ, ລະອຽດ​ຄື: ຍູ້​ແຮງ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ປັບປຸງ​ພື້ນຖານ​ໂຄງ​ລ່າງ​, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ​ຢ່າງ​ທັນ​ການ ນັ້ນ​ແມ່ນ​ພື້ນຖານ​ເພື່ອ​ໃຫ້ ດົງ​ນາຍ ສືບ​ຕໍ່​ດຶງ​ດູດ​ນັກ​ລົງທຶນ​ຕ່າງປະ​ເທດ​​ເຂົ້າມາ​ລົງທຶນ​ຢູ່​ແຂວງ​ນີ້​ຕື່ມ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ