ດົງນາຍ- ສະຖານທີ່ຕອບສະຫນອງຄວາມຕ້ອງການຂອງນັກລົງທຶນເປັນຢ່າງດີ

(VOVWORLD) -ດ້ວຍແຜນນະໂຍບາຍບໍ່ດຶງດູດການລົງທຶນຂອງຕ່າງປະເທດ (FDI) ດ້ວຍທຸກວິທີທາງ, ໃນຊຸມປີຜ່ານມາ, ແຂວງ ດົງນາຍ ເລີ່ມຕົ້ນການ “ຫັນທິດ”, ດຶງດູດການລົງທຶນໂດຍມີການເລືອກເຟັ້ນ ດ້ວຍບັນດາມາດຖານເຄັ່ງຄັດກວ່າ. ເຖິງວ່າ ໄດ້ມີການຄັດເລືອກແລ້ວກໍຕາມ ແຕ່ໝາກຜົນການດຶງດູດການລົງທຶນຈາກຕ່າງປະເທດຢູ່ ແຂວງ ດົງນາຍຍັງຄົງສືບຕໍ່ບັນລຸໝາກຜົນດີສົມຄວນ.

ດົງນາຍ- ສະຖານທີ່ຕອບສະຫນອງຄວາມຕ້ອງການຂອງນັກລົງທຶນເປັນຢ່າງດີ - ảnh 1ດົງນາຍກາຍເປັນສະຖານທີ່ດຶງດູດການລົງທຶນຈາກຕ່າງປະເທດ

ພາບ:news.zing.vn

ດົງນາຍ ປະຈຸບັນ ແມ່ນແຂວງຫນຶ່ງມີເຂດອຸດສາຫະກຳຫລາຍແຫ່ງກວ່າໝູ່ໃນທົ່ວປະເທດ ດ້ວຍ 30 ເຂດ ໄດ້ນຳເຂົ້າເຄື່ອນໄຫວ, ໃນນັ້ນ ເນື້ອທີ່ດິນຢູ່ເຂດອຸດສາຫະກຳຫລາຍແຫ່ງໂດຍວິສາຫະກິດ FDI ເຊົ່ານຳໃຊ້ໝົດແລ້ວ. ເປັນຫນ້າສົນໃຈ ໃນຊຸມປີຜ່ານມາ ແຂວງ ດົງນາຍ ມີແຜນນະໂຍບາຍບໍ່ດຶງດູດການລົງທຶນຕ່າງປະເທດ (FDI) ດ້ວຍທຸກວິທີທາງ ໝາຍຄວາມວ່າ ດຶງດູດການລົງທຶນໂດຍມີການຄັດເລືອກ, ໃຫ້ບຸລິມະສິດຄັດເລືອກໂຄງການເຕັກໂນໂລຊີສູງ, ແຮງງານມີສີມື, ໂຄງການຜະລິດອຸດສາຫະກຳຫນູນຊ່ວຍ, ໂຄງການເປັນມິດກັບສິ່ງແວດລ້ອມ. ເຖິງແນວໃດກໍຕາມ ໝາກຜົນດຶງດູດການລົງທຶນ FDI ຢູ່ ແຂວງ ດົງນາຍ ຍັງສືບຕໍ່ສະແດງໃຫ້ເຫັນບັນດາຕົວເລກຫນ້າປະທັບໃຈ.

ລະອຽດຄື ປີ 2017 ແຂວງ ດົງນາຍ ວາງຄາດໝາຍດຶງດູດ 1 ຕື້ USD ເງິນລົງທຶນຂອງຕ່າງປະເທດ, ແຕ່ທ້າຍປີນັ້ນ ຈຳນວນເງິນລົງທຶນ FDI ເຂົ້າແຂວງນີ້ບັນລຸກວ່າ 1,25 ຕຶ້ USD ແມ່ນລື່ນກາຍແຜນການກວ່າ 250 ລ້ານ USD. ສືບຕໍ່ທ່າເປັນຫນ້າປະທັບໃຈນັ້ນ, 8 ເດືອນຕົ້ນປີ 2018, ຍອດການດຶງດູດເງິນລົງທຶນຂອງຕ່າງປະເທດເຂົ້າແຂວງ ດົງນາຍ ບັນລຸກວ່າ 1,2 ຕື້ USD, ລື່ນກາຍ 20% ເມື່ອທຽບໃສ່ແຜນການທັງປີ. ໃນນັ້ນ ມີ 79 ໂຄງການໃຫມ່ໄດ້ຮັບຫນັງສືອະນຸຍາດ ດ້ວຍຍອດຈຳນວນເງິນລົງທຶນ 585 ລ້ານ USD, 70 ໂຄງການດັດປັບທຶນ ເພີ່ມຂຶ້ນ 622,7 ລ້ານ USD.

ບັນດາໂຄງການລົງທຶນດັດປັບແມ່ນມີເນື້ອໃນຫລາຍຮູບແບບ ຄື ປ່ຽນນັກລົງທຶນ, ເພີ່ມຈຸດໝາຍເຄື່ອນໄຫວ, ເປີດກວ້າງຂອບຂະຫນາດໂຄງການ, ຍ້າຍສະຖານທີ່ປະຕິບັດໂຄງການ, ດັດປັບຄວາມຄືບຫນ້າປະຕິບັດໂຄງການ, ເພີ່ມເງິນລົງທຶນ ແລະ ປະກອບທຶນ…

ບໍລິສັດ Woosung ຫວຽດນາມ ຈຳກັດ (100% ທຶນຂອງ ສເກົາຫລີ, ຕັ້ງຢູ່ເຂດອຸດສາຫະກຳ ເບົາແຊ່ວ, ເມືອງ ຈ໋າງບອມ, ເຄື່ອນໄຫວໃນຂົງເຂດຜະລິດ, ປຸງແຕ່ງຫົວອາຫານສັດ) ໄດ້ເລືອກເຟັ້ນແຂວງ ດົງນາຍ ແມ່ນສະຖານທີ່ລົງທຶນນັບແຕ່ປີ 2005. ເມື່ອເຫັນໄດ້ບັນດາກາລະໂອກາດພັດທະນາຕະຫລາດ, ຫວ່າງແລ້ວນີ້,ບໍລິສັດ Woosung ຫວຽດນາມ ສືບຕໍ່ລົງທຶນຈຳນວນເງິນ 2 ລ້ານ USD ຍົກຍອດຈຳນວນເງິນລົງທຶນຢູ່ແຂວງ ດົງນາຍ ຂອງບໍລິສັດນີ້ຂຶ້ນເຖິງ 18,6 ລ້ານ USD. ທ່ານ Kim Seung Hee, ຜູ້ອຳນວຍການໃຫຍ່ ບໍລິສັດ ໃຫ້ຮູ້ວ່າ: ທາງບໍລິສັດເລືອກເຟັ້ນແຂວງ ດົງນາຍ ມາລົງທຶນ ເພາະ ແຂວງນີ້ມີຫລາຍເງື່ອນໄຂສະດວກເພື່ອລົງທຶນພັດທະນາ, ຈາກລາຄາເຊົ່າທີ່ດິນຖືກຕະຫລອດຮອດຕະຫລາດເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ. ທ່ານ Kim Seung Hee ຜູ້ອຳນວຍການໃຫຍ່ ບໍລິສັດ Woosung ຫວຽດນາມ ເວົ້າວ່າ:

“ໃນໄລຍະທຳອິດ ເມື່ອພວກຂ້າພະເຈົ້າເລີ່ມເຂົ້າມາລົງທຶນກໍ່ສ້າງ, ລັດຫວຽດນາມ ໄດ້ຊ່ວຍເຫລືອພວກຂ້າພະເຈົ້າຫລາຍຢ່າງ. ຕົວຢ່າງຄື ການສຳຫລວດຊອກຮູ້ຕະຫລາດ ຫລື ການຮ່ວມມືທົດລອງ. ລາຄາເຊົ່າທີ່ດິນຢູ່ເຂດອຸດສາຫະກຳແມ່ນຖືກ. ສຳລັບພວກຂ້າພະເຈົ້າແລ້ວ ນີ້ແມ່ນສະພາບແວດລ້ອມແຫ່ງການລົງທຶນດີຫລາຍ.”

ໃນຊຸມປີຜ່ານມາ, ແຜນນະໂຍບາຍດຶງດູດ ທຶນ FDI ຂອງແຂວງ ດົງນາຍ ໄດ້ມີການຜັນປ່ຽນ. ແທນທີ່ດຶງດູດໂຄງການລົງທຶນນັບມື້ນັບຫລາຍ ປະຈຸບັນ ແຜນນະໂຍບາຍຂອງແຂວງ ດົງນາຍ ແມ່ນດຶງດູດທຶນ FDI ໂດຍມີການຄັດເລືອກດ້ວຍມາດຖານເຄັ່ງຄັດກວ່າ, ໃຫ້ບຸລິມະສິດບັນດາໂຄງການມີເຕັກໂນໂລຊີສູງ, ແຮງງານມີສີມື, ໂຄງການຜະລິດອຸດສາຫະກຳຫນູນຊ່ວຍ, ໂຄງການເປັນມິດກັບສິ່ງແວດລ້ອມ, ມີຄວາມສາມາດຖ່າຍທອດເຕັກໂນໂລຊີ… ຊ້ຳບໍ່ໜຳ ຄະນະຄຸ້ມຄອງບັນດາເຂດອຸດສາຫະກຳຢູ່ແຂວງ ດົງນາຍ ໃຫ້ຮູ້ວ່າ: ໄລຍະຜ່ານມາ ແຂວງ ດົງນາຍ ໄດ້ປະຕິເສດບາງວິສາຫະກິດຕ່າງປະເທດມາຈົດທະບຽນລົງທຶນ ເພາະຂົງເຂດການເຄື່ອນໄຫວບໍ່ເໝາະສົມ.

ໂດຍບໍ່ຫົວຊາຕໍ່ບັນດາເງື່ອນໄຂເຄັ່ງຄັດ, ຈຳນວນທຶນ FDI ເຂົ້າແຂວງ ດົງນາຍ ຍັງຄົງສືບຕໍ່ເພີ່ມຂຶ້ນລື່ນກາຍແຜນການວາງອອກ, ອັດຕາສ່ວນການປ່ອຍເງິນແມ່ນຢູ່ໃນລະດັບສູງ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ດົງນາຍສືບຕໍ່ແມ່ນຫນຶ່ງໃນບັນດາສະຖານທີ່ດູດດື່ມຂອງບັນດານັກລົງທຶນຕ່າງປະເທດ.

ດົງນາຍ- ສະຖານທີ່ຕອບສະຫນອງຄວາມຕ້ອງການຂອງນັກລົງທຶນເປັນຢ່າງດີ - ảnh 2LDG Group ເລີ່ມລົງມືກໍ່ສ້າງເຮືອນຢູ່ 200 ຫລັງ ຢູ່ເຂດ  Viva Park

ພາບ:news.zing.vn

ຕາມຄະນະຄຸ້ມຄອງບັນດາເຂດອຸດສາຫະກຳແຂວງ ດົງນາຍແລ້ວ, ເລື່ອງເລືອກເຟັ້ນໂຄງການ ໂດຍແຂວງປະຕິບັດມາໃນຫລາຍປີແລ້ວ, ສອດຄອ່ງກັບທ່າອ່ຽງລວມຂອງໂລກ ກ່ຽວກັບການຜະລິດສະອາດ, ເປັນມິດກັບສິ່ງແວດລ້ອມ. ເພື່ອກະກຽມໃຫ້ແຜນນະໂຍບາຍນີ້, ທາງແຂວງ ກໍ່ໄດ້ແຈ້ງໃຫ້ບັນດາວິສາຫະກິດຄູ່ຮ່ວມມື ແລະ ວິສາຫະກິດທີ່ໄດ້ລົງທຶນມາເປັນເວລາຫລາຍປີເພື່ອຮັບຊາບ. ຍ້ອນເຫດນັ້ນ ແຜນນະໂຍບາຍຂອງແຂວງ ແມ່ນໄດ້ຮູ້ຈັກເຖິງ ແລະ ໄດ້ຮັບການຮັບຮູ້. ທ່ານ ມາຍວັນເຍີນ ຮອງຫົວຫນ້າຄະນະຄຸ້ມຄອງບັນດາເຂດອຸດສາຫະກຳແຂວງ ດົງນາຍ ເວົ້າວ່າ:

“ທີ່ເວທີປາໄສວິສາຫະກິດ ທ່ານນາຍົກລັດຖະມົນຕີ ໄດ້ເວົ້າວ່າ: ເງິນລົງທຶນຂອງນັກລົງທຶນຄືດັ່ງບັດສະຫນັບສະຫນູນລັດຖະບານສ້າງສັນ. ຢູ່ ແຂວງ ດົງນາຍ ພວກຂ້າພະເຈົ້າກໍ່ເຫັນໄດ້ສິ່ງນັ້ນ. ເມື່ອນັກລົງທຶນເອົາເງິນມາລົງທຶນຢູ່ທີ່ນີ້ ພວກຂ້າພະເຈົ້າຄິດວ່າ ນັກລົງທຶນມີຄວາມເຊື່ອໝັ້ນຕໍ່ວິທີເຮັດວຽກ, slogan ແມ່ນ ຮ່ວມເດີນທາງພ້ອມກັບວິສາຫະກິດ ຂອງແຂວງ ດົງນາຍ”

ເຖິງວ່າ ໄດ້ສ້າງບັນດາຮົ້ວກີດຂວາງ ເພື່ອເລືອກເຟັ້ນໂຄງການ, ແຕ່ວິສາຫະກິດ FDI ສືບຕໍ່ມີຄວາມເຊື່ອໝັ້ນເພື່ອເພີ່ມເງິນລົງທຶນ ຫລື ມາລົງທຶນຢູ່ແຂວງ ດົງນາຍ. ສິ່ງດັ່ງກ່າວສະແດງໃຫ້ເຫັນແຜນນະໂຍບາຍດຶງດູດການລົງທຶນໂດຍມີການຄັດເລືອກຂອງແຂວງ ດົງນາຍ ພວມໄປຖືກທິດ, ສອດຄອ່ງກັບທ່າອ່ຽງລວມ.

ຕອບກັບ

ຂ່າວ/ບົດ​ອື່ນ