ດັດຊະນີ PCI - ໄມ້ວັດແທກຄວາມສາມາດບໍລິຫານແລະສະພາບແວດລ້ອມແຫ່ງການລົງທຶນ

(vovworld) - ບົດ​ລາຍ​ງານ​ຄວາມ​ສາ​ມາດ​ແກ່ງ​ແຍ້ງຂັ້ນ​ແຂວງ​ປີ 2015 (PCI) ​ທີ່​ຫ້ອງ​ການ​ການ​ຄ້າ ອຸດ​ສາ​ຫະ​ກຳ​ຫວຽດ​ນ​ນາມ (VCCI) ຫາ​ກ​ໍ່​ປະ​ກາດ​ຂຶ້ນ. ນີ້​ບໍ່​ພຽງ​ແຕ່​​ເປັນ​ການ​ຄົ້ນ​ຄວ້າ, ສຳ​ຫຼວດ​ມີ​ລັກ​ສະ​ນະ​ທາບ​ທາມ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ຖື​ວ່​າ​ ເປັນ​ໄມ້​​ຫຼາວັດ​ແທກ​​ຢ່າງ​ຈະ​ແຈ້ງ​ທີີ່​ສຸດໃຫ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງອ​ຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໃນ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ຍົກ​ສ​ູງ​ກຳ​ລັງ​ແກ່ງ​ແຍ້ງ​ຂັ້ນ​ແຂວງ. ໝາກ​ຜົນ​ທີ່​ປະ​ກາດ​ໃນ​ປີນີ້​ໄດ້​ຊີ້​ໃຫ​້​ເຫັນ​ວ່າ, ມີ​ບາງ​ທ້ອງ​ຖິ່ນ​ໄດ້​​ບືນ​ຕົວ​ຂຶ້ນ​ທີ່​ຕັ້ງ​ສູງ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ. ນັກ​ຂ່າວ ຫວຽດ​ຮ່າ ມີ​ບົດເຕື້ອງ​ເຖິງ​ບັນ​ຫານີ້.


ດັດຊະນີ PCI - ໄມ້ວັດແທກຄວາມສາມາດບໍລິຫານແລະສະພາບແວດລ້ອມແຫ່ງການລົງທຶນ - ảnh 1
ບໍ​ລິ​ສັດ Samsung
(ພາບ: baodautu)


ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ປີ​ນີ້, ເປັນ​ຄັ້ງ​ທຳ​ອິດ​ທີ່​ແຂວງ ວິ້ງ​ຟຸ​ກ ນອນ​ໃນ top 5 ທ້ອງ​ຖິ່ນ​ທີ່​ມີ​ກຳ​ລັງ​ແກ່ງ​ແຍ້ງ, ດຶງ​ດູດ​ການ​ລົງ​ທຶນ​ສູງກວ່າ​ໝູ່​ໃນ​ທົ່​ວ​ປະ​ເທດ. ​ເມື່ອຫວນ​ຄືນ​ໄລ​ຍະ​ທາງ​ຂອງ​ທ້ອງ​ຖິ່ນ ອາດ​ຈະ​ເຫັນ​ໄດ້​ການ​​ບຸກ​ທະ​ລຸ​ຢ່າງ​ແຮງ. ປີ 2012, ແຂວງ ວິ້ງ​ຟຸກ ​ຢືນ​ອັນ​ດັບ​ທີ 10 ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ, ແຕ່​ປີ​ 2013 ​ຖືກ​ຕົກ​ລົງ​ອັນດັບ​ທີ 34. ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ຍົກ​ສູງ​ທີ່​ຕັ້ງອັນ​ດັບ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ, ຍາດ​ແຍ່ງສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ທີ່​ດີ​ໃຫ້​ວິ​ສາ​ຫະ​ກິ​ດ​ຄືນ​ໃໝ​່, ຮອດ​ປີ 2013, ວິ້ງ​ຟຸກ ​ຖືກ​ຈັດ​ອັນ​ດັບ​ທີ 26 ແລະ ປີ 2015 ​ຖືກ​ຈັດ​ໃນ top ທຳ​ອິດ. ທ່ານ ເດື່ອງ​ຈ້ອງ​ຄາງ, ຮອງ​ປະ​ທານ​ສະ​ມາ​ຄົມ​ວ​ິ​ສາ​ຫະ​ກິດວິ້ງ​ຟຸກ ໃຫ້​ຮ​ູ້​ກ່ຽວ​ກັບ​ການ​ກຳ​ນົດ​ບົດ​ບາດ​ສຳ​ຄັນ​ຂອງວິ​ສາ​ຫະ​ກິດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່​ທ້ອງ​ຖິ່ນ, ການ​ນຳ​ແຂວງ​ຍາ​ມ​ໃດ​ກໍ່ໃກ້​ຊິດ​ແກ້​ໄຂ​ຂໍ້​ຕິດ​ຂັດ, ຄວາມ​ຫຍຸ້ງ​ຍາກ​ໃຫ້​ວິ​ສາ​ຫະ​ກິດ​ທຳ​ການ​ເຄື່ອນ​ໄຫວ​ຢ່າງ​ທັນ​ການ.

“ເພື່ອ​ໃຫ້​ສະ​ພາບ​ແວດ​ລ້ອ​ມ​ແຫ່ງ​ການ​ລົງ​ທຶນ​ນັບ​ມື້​ນັບ​​ມີ​ຄວາມ​ດູດ​ດຶ່ມກ​ວ່າ, ການ​ນຳ​ແຂວງ ວິ້ງ​ຟຸກ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ໄດ້​ເ​ອົາ​ໃຈ​ໃສ່​ເຖິງວິ​ສາ​ຫະ​ກິດ​ເປັນ​ປະ​ຈຳ. ແຕ່​ລະ​ງວດ​ລ້ວນ​ແຕ່​ສຳ​ຫຼວດວິ​ສາ​ຫະ​ກິດ​ແຕ່ 50 – 90 ແຫ່ງ ເພື່ອ​​ຮັບ​ຟ​ັງເຂົາ​ເຈົ້າ​​ສ່ອງ​ແສງ​ຫຍັງ​ແດ່​ກ່ຽວ​ກັບ​ຂໍ້​ຫຍຸ້ງ​ຍາກ, ຕິດ​ຂັດ, ບັນ​ດາ​ຂໍ້​ສະ​ເໜີ, ບັນ​ດາ​ອົງ​ການ​ຂອງ​ລັດ​ໄດ້​ຮັບ​ໃຊ້​ວິ​ສາ​ຫະ​ກິດ​ຮອດ​​ລະ​ດັບໃດ. ແລ້ວ​ເງື່ອນ​ໄຂ​ໃຫ້ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທ​ດ, ບັນ​ດາ​ນະ​ໂຍ​ບາຍ​ກ່ຽວ​ກັບ​ທີ່​ດິນ, ​ບັນ​ດາລະ​ບຽບ​ການ​ບໍ​ລິ​ຫານ… ຍາມ​ໃດ​ທາງ​ແຂວງ​ກໍ​ຮັບ​ຟັງ​ຄຳ​ເຫັນ​ຈາກ​ຝ່າຍວິ​ສາ​ຫະ​ກິດ ​ຕໍ່​ຈາກນັ້ນ​​ກໍ່​ມີ​ທິດ​ທາງ​ການ​ແກ້​ໄຂ”.

ແຂວງ ທ໋າຍ​ງວຽນ ກໍ່​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ນັບ​ແຕ່​​ຖືກ​ຈັດ​ອັນ​ດັບ​ທີ 57/63 ແຂວງ, ນະ​ຄອນ ໃນ​ປີ 2011, ປີ 2015 ທ໋າຍງວຽນ ໄດ້​​ບືນ​ຕົວ​ຂຶ້ນ​ໃນອັນ​ດັບ​ທີ​​ 7/63 ແຂວງ, ນະ​ຄອນ. ທ່ານ ຍື້​ວັນ​ເຕີມ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ທ໋າຍງວຽນ ຖື​ວ່າ, ຜ່ານ​ບັນ​ດາ​ດັດ​ຊະ​ນີ PCI, ອ​ຳ​ນາດ​ການ​ປົກ​ຄອງ​ທ້​ອງ​ຖິ່ນ​ເຫັນ​ໄດ້​ບັນ​ດາ​ສິ່ງ​ຈຳ​ກັດ, ອ່ອນດ້ອຍ​ເຊິ່ງ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ, ປ່ຽນ​ໃໝ່​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ. ກົງ​ກັນ​ຂ້າມ, ດັດ​ຊະ​ນີ PCI ​ສູງ​ຂຶ້ນ ຈະ​ຊ່ວຍ​ໃຫ້​ທ້ອງ​ຖິ່ນ​ດຶງ​ດູດ​ນັກ​ລົງ​ທຶນ​ໄດ້​ຫຼາ​ຍ. ຄື​ປ​ີ 2015, ພາຍ​ຫຼັງ​​ບືນ​ຕົວ​ຂຶ້ນໃນອັນ​ດັບ​ທີ 8 ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ PCI (ປີ 2014), ເສດ​ຖະ​ກິດ​ທ໋າຍງວຽນ ໄດ້​ມີ​​ບ​າດ​ກ້າວ​ພັດ​ທະ​ນາ​ກະ​ໂດດ​ຂັ້​ນ, ດ້ວຍ​ລະ​ດັບ​ເຕີບ​ໂຕ​ບັນ​ລຸກວ່າ 25%. ການ​ດຶງ​ດູດ​​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ກໍ່ໄດ້​ເພີ່ມ​ຂ​ຶ້ນ​ຢ່າງ​ແຮງ. ມາ​ຮອດ​ປ​ະ​ຈຸ​ບັນ, ນອກ​ຈາກ​ກຸ່ມ​ບໍ​ລິ​ສັດ Samsung ແລ້ວ, ທ໋າຍງວຽນ ຍັງ​ມີກວ່າ 80 ໂຄງ​ການ​​ໄດ້ຈົດ​ທະ​ບຽນ​ລົງ​ທຶນ ແລະ ຍົກ​ຍອດຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ຢູ່​ທ້ອງ​ຖິ່ນ​ຂຶ້ນ​ເຖິງ 7,1 ຕື້ USD. ທ່ານ ຍື້​ວັນ​ເຕີມ ໃຫ້​ຮູ້​ວ່າ.

“ປະ​ຈຸ​ບັນ, ​ກຸ່ມ​ບໍ​ລິ​ສັດ Samsung ໄດ້​ລົງ​ທຶນ​ຢູ່​ທ໋າຍງ​ວຽນ 6 ຕື້ USD, ປ່ອຍ​ເງິນ​ໄດ້​ກວ່າ 5 ຕື້ USD. ປະ​ຈຸ​ບັນ, ເຂົາ​ເຈ​ົ້າ​ນຳ​ໃຊ້​ຄົນ​ງານກວ່າ 70.000 ຄົນ, ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂ​ອງ​ທ໋າຍງວຽນ. ປະ​ຈຸ​ບັນ, ທ໋າຍງວຽນ ພວມ​ປະ​ຕິ​ບັດ​ກົນ​ໄກ​ປະ​ຕູ​ດຽວ ແລະ ປະ​ຕ​ູ​ດຽວ​ໃນ​ການ​ເຊື່ອມ​ຕໍ່, ພວກ​ຂ້າ​ພ​ະ​ເຈົ້າ​ໄດ້​ປະ​ຕິ​ບັດ​ດີ​ພໍ​ສົມ​ຄວນ ແລະ ໃນ​ແຕ່​ລະ​ປີ​ລ້ວນ​ແຕ່​ມີ​ການ​ຕີ​ລາ​ຄາ​ເພື່ອ​ຖອດ​ຖອນ​ບົດ​ຮຽນ. ທັດ​ສະ​ນະ​ຂອງ​ການ​ນຳ​ແຂວງ ແມ່ນ ຫັນ​ບັນ​ດາ​ລະບຽບ​ການ​ບໍ​ລິ​ຫານ​ເປັນ​ງ່າຍ​ດ່າຍ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້ແກ່​ວິ​ສາ​ຫະ​ກິດ”.


ດັດຊະນີ PCI - ໄມ້ວັດແທກຄວາມສາມາດບໍລິຫານແລະສະພາບແວດລ້ອມແຫ່ງການລົງທຶນ - ảnh 2
(ພາບ​ປະ​ກອບ)

ຄຽງ​ຂ້​າງ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ຄຸນ​ນະ​ພາບ​ການ​ບໍ​ລິ​ການ​ຂອງ​ບັນ​ດ​າ​ທ້ອງ​ຖິ່ນ​ແລ້ວ, ບົດ​ລາຍ​ງານ​ກຳ​ລັງ​​ຄວາມ​ສາ​ມາດແກ່ງ​ແຍ້ງ​ຂັ້ນ​ແຂວງ​ 2015 ຍັງ​ໄດ້​ຍົກ​ອອກ​​ສະ​ພາບ​ລວມ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ. ຕາມນັ້ນ​ແລ້ວ, ຫວຽດ​ນາມ ໄດ້​ມີ​ຈຸດ​ພົ້​ນ​ເດັ່ນ​ກ່ຽວ​ກັບ​ການ​​ປະ​ຕ​ິ​ຮູບ​ລະບຽບ​ການ​ບໍ​ລິ​ຫານ, ​ຫຼຸດ​ເວ​ລາ​​ຈົດ​ທະ​ບຽນ ແລະ ສະ​ໜອງ​ໜັງ​ສື​ອະ​ນຸ​ຍາດ​ໃຫ້​ວິ​ສາ​ຫະ​ກິດ​ລົງ. ໃນ​ແງ່​ມູມ​ອື່ນ, ກຸ່ມ​ວິ​ສາ​ຫະ​ກິດ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ກໍ​ແບ່ງ​ປັນຄວາມ​ຮູ້​ສຶກ​ກ່ຽວ​ກັບ​​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຫວຽດ​ນາມ ແມ່ນ​ມີ​ຄວາມ​ປອດ​ໄພ​ພໍ​ສົມ​ຄວ​ນ​ເມື່ອ​ທຽບ​ໃສ່​ສະ​ຖານ​ທີ່​ແຫ່ງ​ອື່ນໆ, ແຕ່​​ຄວາມ​ດູດ​ດ​ຶ່ມ​​ພັດ​ໜ້ອຍກວ່າ​ບັນ​ດາ​ປະ​ເທດ​ອ​ື່ນໆ​ກ່ຽວ​ກັບ​ຄວາມ​ສາ​ມາດແກ່ງ​ແຍ້ງ​​ດ້ານ​ລາຍ​ຈ່າຍ, ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ, ຄຸນ​ນະ​ພາບ​ການ​ບໍ​ລິ​ຫານລັດ… ນອກນັ້ນ, ເຖິງວ່າ ວິ​ສາ​ຫະ​ກິດ FDI ແມ່ນ​ປັດ​ໃຈ​ສຳ​ຄັນ, ປະ​ກ​ອບ​ສ່ວນ​ສ້າງວຽກ​ເຮັດ​ງານ​ທຳ, ປະ​ລິ​ມານ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ ແລະ ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ກໍ່​ຕາມ, ແຕ່​ຫວຽດ​ນາມ ຍັງ​ບໍ່​ທັນ​​ໝູນໃຊ້​ບັນ​ດາ​ຜົນ​ປະ​ໂຫຍດ​ຈາກ​ແຫຼ່ງ​ທຶນ FDI ໄດ້​​ໝົດເທື່ອ. ​ການເຊື່ອມ​ຕໍ່​ການ​ດຳ​ເນີນ​ທຸ​ລະ​ກິດ​ລະ​ຫວ່າງ​ບັນ​ດາ​ນັກ​ລົງ​ທຶນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຍັງ​ບໍ່​ທັນ​ຈະ​ແຈ້ງ​ເທື່ອ.

ປີນີ້, ອ​ີກ​ຄັ້ງ​ໜຶ່ງ, ບັນ​ດາ​ແຂວງ, ນະ​ຄອນ​ນຳ​ໜ້າ​ທົ່ວ​ປະ​ເທດ​ດ້ານ​ເສດ​ຖະ​ກິດ​ຄື ຮ່າ​ໂນ້ຍ, ນະ​ຄອນ​ໂຮ່​ຈິ​ມິນ… ​ບັນ​ດາ​ທ້ອ​ງ​ຖິ່ນ​ທີ່​ໄດ້​ຈັດ​ອັນ​ດັບ​ສູງ​ສຸດ​ໃນ​ບົດ​ລາຍ​ງານ​ກຳ​ລັງ​​ຄວາມ​ສາ​ມາດ​ໃນ​ການແກ່ງ​ແຍ້ງ​ຂັ້​ນ​ແຂວງ. ຄຽງ​ຂ້າງນັ້ນ, ມີ​ຫຼາຍ​ທ້ອ​ງ​ຖິ່ນບໍ່​ທັນ​ປ່ຽນ​ແປງ​ທີ່​ຕັ້ງ​ຂອງ​ຕົນໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ໃນ​ຫຼາຍ​ປີ​ຜ່ານ​ມາ. ໃນ​ສະ​ພາບ​ທີ່​ຫວຽດ​ນາມ ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂ​ວາງ ດ້ວຍ​ການ​ເຂົ້າ​ຮ່ວມ​ບັນ​ດາ​ສັນ​ຍາ​ການ​ຄ້າ​ສຳ​ຄັນ, ຮຽກ​ຮ້ອງ​ໃຫ້​ບັນ​ດາ​ແຂວງ, ນະ​ຄອນ​ດັ່ງ​ກ່າວ ຕ້ອງປະ​ຕິ​ຮູບ​ໂດຍ​ໄວ, ປ່ຽນ​ໃໝ່​ຄຸນ​ນະ​ພາບ​ການ​ບໍ​ລິ​ຫານ, ​ຮີບ​ເຮັ່ງປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ສະ​ດວກ​ສະ​ບາຍໃຫ້​ບັນ​ດາ​ວິ​ສາ​ຫ​ະ​ກິດ​, ​ເພາະ​ວ່ານີ້​ແມ່ນ​ກຳ​ລັງ​ໜູນ​​ທີ່ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຢູ່​ແຕ່​ລະ​ທ້ອງ​ຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ