ດັດປັບຄາດໝາຍເຕີບໂຕເພື່ອສ້າງທ່ວງທ່າພັດທະນາກະໂດດຂັ້ນ

(VOVWORLD) - ລກລະບາດໂຄວິດ 19 ຈະສົ່ງຜົນສະທ້ອນຮ້າຍແຮງ ແລະ ແກ່ຍາວເຖິງຊຸມປີຕົ້ນຂອງແຜນການໄລຍະ 5 ປີ ຄືແຕ່ປີ 2021-2025, ການວາງອອກຄຳຮຽກຮ້ອງຕ້ອງການບໍ່ພຽງແຕ່ແກ້ໄຂຄວາມສ່ຽງ, ຜ່ານຜ່າຄວາມຫຍຸ້ງຍາກ ສິ່ງທ້າທາຍເທົ່ານັ້ນ ຫາກແຕ່ລະທ້ອງຖິ່ນຕ້ອງຕັ້ງຫນ້າ ເປັນເຈົ້າການໃນກາລະໂອກາດໃຫມ່. ເຖິງວ່າ ແມ່ນບັນດາແຂວງດີເດັ່ນກ່ຽວກັບການພັດທະນາເສດຖະກິດໃນຕົ້ນປີ 2021 ກໍຕາມ ແຕ່ບັນດາແຂວງຄື ແຄງຮ່ວາ, ກວ໋າງນາມ, ກວ໋າງຫງ໋າຍ ແລະ ນະຄອນ ດາຫນັງ ກໍ່ລ້ວນແຕ່ດັດປັບຄາດໝາຍພັດທະນາເສດຖະກິດ ເພື່ອແນໃສ່ສ້າງທ່ວງທ່າພັດທະນາກະໂດດຂັ້ນ.
 
ດັດປັບຄາດໝາຍເຕີບໂຕເພື່ອສ້າງທ່ວງທ່າພັດທະນາກະໂດດຂັ້ນ - ảnh 1ໂຮງງານກັ່ນຕອງນ້ຳມັນ ຢູງກວັດ (ພາບ:baoquangngai.vn)

ຜົນສະທ້ອນຈາກໂລກລະບາດໂຄວິດ 19 ເຮັດໃຫ້ທຸກການເຄື່ອນໄຫວບໍລິການ ການທ່ອງທ່ຽວ ຢູ່ ແຂວງ ແຄງຮ່ວາ ລ້ວນແຕ່ຖືກຢຸດສະງັກ. ອຸດສາຫະກຳກາຍເປັນເສົາຄ້ຳເພື່ອໃຫ້ແຂວງ ດຸ່ນດ່ຽງງົບປະມານ, ແກ້ໄຂວຽກງານເຮັດງານທຳ, ຮັບປະກັນຊີວິດສັງຄົມ ແລະ ມຸ່ງໄປເຖິງເປົ້າໝາຍຍາວໄກກວ່າ ນັ້ນແມ່ນ ກໍ່ສ້າງແຂວງ ໃຫ້ກາຍເປັນ “ສູນເສດຖະກິດທະເລ, ສູນການທ່ອງທ່ຽວ, ບໍລິການໃຫຍ່ຂອງທົ່ວປະເທດ”. ທ່ານ ຫງວຽນເຕີນຕວັນ, ປະທານ ຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ ໃຫ້ຮູ້ວ່າ: ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ແຄງຮວ່າ ກຳນົດເປົ້າໝາຍກໍ່ສ້າງພື້ນຖານເສດຖະກິດແບບຍືນຍົງໃນການປ້ອງກັນ ສະກັດກັ້ນໂລກລະບາດຢ່າງຈະແຈ້ງ.

 “ກຳນົດ, ພັດທະນາເສດຖະກິດແບບຍືນຍົງ, ປອດໄພຢ່າງແທ້ຈິງ. ແຂວງແຄງຮ່ວາ ກຳແຫນ້ນໄດ້ກາລະໂອກາດສະດວກ, ຫັນເປັນກາລະໂອກາດ ດ້ວຍວິທີຮຽກຮ້ອງບັນດານັກລົງທຶນ ຍ້າຍແຫລ່ງທຶນຈາກບັນດາປະເທດພວມປະສົບກັບຄວາມຫຍຸ້ງຍາກ ໃນການລົງທຶນຊ່ວງເວລາເກີດໂລກລະບາດໂຄວິດ 19. ແຂວງ ແຄງຮ່ວາ ແລະ ຍາຈາງ, ເວີນຟອງ ພ້ອມແລ້ວ ທີ່ຈະຮຽກຮ້ອງບັນດານັກລົງທຶນເຂົ້າມາຕະຫລາດໃຫມ່ອ່ຽມນີ້

ດັດປັບຄາດໝາຍເຕີບໂຕເພື່ອສ້າງທ່ວງທ່າພັດທະນາກະໂດດຂັ້ນ - ảnh 2ປະຕູເຂົ້າເຂດເຕັກໂນໂລຊີສູງ ດາຫນັງ (ພາບ:Báo Công Thương)

 ຢູ່ ແຂວງ ກວ໋າງຫງ໋າຍ ໃນຫລາຍປີມານີ້ ແຫລ່ງລາຍຮັບງົບປະມານຂອງແຂວງ ສ່ວນຫລາຍແມ່ນອີງໃສ່ການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງໂຮງງານກັ່ນຕອງນ້ຳມັນ ຢູງກວັດ ດ້ວຍອັດຕາສ່ວນແມ່ນ 45%. ປີ 2020 ຍ້ອນລາຄານ້ຳມັນດິບຫລຸດລົງຢ່າງແຮງ, ຜົນສະທ້ອນຈາກໂລກລະບາດໂຄວິດ 19 ແລະ ການເຄື່ອນໄຫວຮັກສາໂຮງງານໄດ້ເຮັດໃຫ້ ງົບປະມານຂອງແຂວງ ຂາດປະມານ 3.055  ຕື້ດົ່ງ.

ທ່ານ ດັ້ງວັນມີງ ປະທານ ຄະນະກຳມະການປະຊາຊົນ ແຂວງ ກວ໋າງຫງາຍ ໃຫ້ຮູ້ວ່າ: ແຂວງ ໄດ້ປຶກສາຫາລືຫລາຍມາດຕະການສຸມໃສ່ດຶງດູດບັນດາໂຄງການອຸດສາຫະກຳຂະຫນາດໃຫຍ່, ມຸ່ງໄປເຖິງຄາດໝາຍປີ 2025 ກາຍເປັນແຂວງບັນລຸການເຕີບໂຕດີສົມຄວນ, ລາຍຮັບສະເລ່ຍຕໍ່ຫົວຄົນແມ່ນເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ລະດັບ 2.200 USD ຄືປະຈຸບັນ.

 “ຢາກຫລຸດຜ່ອນການອີງໃສ່ແຫລ່ງລາຍຮັບຂອງໂຮງງານກັ່ນຕອງນ້ຳມັນຢູງກວັດ ພວກເຮົາໄດ້ດຶງດູດບັນດາວິສາຫະກິດໃຫຍ່ເຂົ້າມາລົງທຶນພັດທະນາອຸດສາຫະກຳຢູ່ບໍລິເວນແຂວງ, ຍູ້ແຮງການປະຕິຮູບດ້ານບໍລິຫານ, ສ້າງສະພາບແວດລ້ອມການລົງທຶນສະດວກ, ບຸກເບີກຫນ້າພຽງ... ເພື່ອໃຫ້ວິສາຫະກິດມີເງື່ອນໄຂພຽງພໍເຂົ້າມາລົງທຶນ

ຢູ່ບໍລິເວນແຂວງ ກວ໋າງນາມ, ຜົນສະທ້ອນຈາກໂລກລະບາດໂຄວິດ 19 ແລະ ພາຍຸນ້ຳຖ້ວມ ໄພທຳມະຊາດເກີດຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ຫລາຍຂົງເຂດເສດຖະກິດຂອງທ້ອງຖິ່ນຖືກຫລຸດລົງຢ່າງແຮງ. ທ່ານ ເລວັນຢູງ ຮອງເລຂາຜູ້ປະຈຳການຄະນະພັກແຂວງ  ກວ໋າງນາມ ໃຫ້ຮູ້ວ່າ: ທ້ອງຖິ່ນ ຕ້ອງຊອກຫາມາດຕະການປ່ຽນແທນ ເພື່ອຮັບປະກັນໃຫ້ພື້ນຖານເສດຖະກິດພັດທະນາແບບຍືນຍົງ, ມີຄວາມປອດໄພໃນຊ່ວງເວລາເກີດໂລກລະບາດ.

ກຳນົດທິດພັດທະນາກ່ຽວກັບກະສິກຳເຕັກໂນໂລຊີສູງ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບກະສິກຳຂອງແຂວງ ສືບຕໍ່ຮັກສາທ່າໝັ້ນຄົງໃນຊ່ວງເວລາເກີດໂລກລະບາດ. ພ້ອມກັນນັ້ນ ກໍ່ສຸມໃສ່ພັດທະນາອຸດສາຫະກຳ, ສຸມໃສ່ປະຕິບັດບາງໂຄງການໃຫຍ່ ເພື່ອໃຫ້ພວກເຮົາສາມາດຈຳກັດຜົນເສຍຫາຍຍ້ອນໂລກລະບາດໂຄວິດ 19 ກໍ່ຂຶ້ນ

ນະຄອນ ດາຫນັງ ແມ່ນເຂດເກີດໂລກລະບາດໂຄວິດ 19 ຢ່າງຮ້າຍແຮງ ສະນັ້ນ ໄດ້ວາງອອກ 3 ຫນ້າທີ່ຈຸດສຸມ, ບຸກທະລຸ, ປະຕິບັດ ບັນດາມາດຕະການຢ່າງຄົບຊຸດເພື່ອແກ້ໄຂຜົນສະທ້ອນຈາກໂລກລະບາດໂຄວິດ 19, ຟື້ນຟູທ່າເຕີບໂຕເສດຖະກິດສັງຄົມຂອງທ້ອງຖິ່ນຄືນໃຫມ່.

ບັນດາທ້ອງຖິ່ນ ພາກກາງ ຫວຽດນາມ ໄດ້ດັດປັບບັນດາມາດຕະການໃຫ້ເໝາະສົມເພື່ອຮັບມືກັບໂລກລະບາດໂຄວິດ 19, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ພັດທະນາແບບຍືນຍົງ ປອດໄພ ພ້ອມທັງສຸມກຳລັງເຫື່ອແຮງກໍ່ສ້າງພື້ນຖານເສດຖະກິດພັດທະນາແບບຍືນຍົງໃນທ່າອ່ຽງໂລກາພິວັດໃຫ້ນັບມື້ນັບເລິ່ງເຊິ່ງກວ້າງຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ