ດາວທຽມ Vinasat 2 ຕອບສະຫນອງຄວາມຕ້ອງການພັດທະນາ ເສດຖະກິດ ສັງຄົມ ຂອງປະເທດຊາດ

(vovworld) - ດາວ​ທຽມ​ໂທລະ​ຄົມ​ຫນ່ວຍ​ທີ 2 ຂອງ ຫວຽດນາມ (Vinasat 2) ຫາ​ກໍ​ຖືກຍິງຂຶ້ນ​ສູ່ວົງ​ໂຄ​ຈອນ​ ຈາກ​ສູນຍິງ ດາວທຽມ Kouru (Guyana, ອາ​ເມ​ລິ​ກາ​ໃຕ້). ​ຮອດເດືອນ 7/2012, ພາຍຫລັງ​ໄດ້​ຮັບ​ການ ຖ່າຍທອດ​ເຕັກ​ໂນ​ໂລ​ຊີ ຈາກ ອາ​ເມ​ລິ​ກາ ​ ຫວຽດນາມ ຈະ​ນຳ​​ໃຊ້, ຂຸດ​ຄົ້ນ​ດາວ​ທຽ​ມ Vinasat 2 ຢ່າງ​ເປັນ​ທາງ​ການ. ດ້ວຍ​ປະລິມານ​ຫລາຍ​ກວ່າ ​ແລະ ສັນຍານ​​ປ​ົກຄຸມ​ຢ່າງກວ້າງ​ຂວາງກວ່າ ດາວ​ທຽ​ມ Vinasat 1, ດາວ​ທຽມ Vinasat 2 ຈະ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ ຢ່າງ​ມີ​ປະສິດທິ​ຜົນ.

ດາວທຽມ Vinasat 2 ຕອບສະຫນອງຄວາມຕ້ອງການພັດທະນາ ເສດຖະກິດ ສັງຄົມ ຂອງປະເທດຊາດ - ảnh 1
Vinasat 2  ຢູ່​ສູນຍິງດາວທຽມ Kouru (Guyana, ອາ​ເມ​ລິ​ກາ​ໃຕ້)
ພາບ:internet

        ​ໂຄງການ Vinasat 2 ​ໄດ້​ຮັບ​ການ​ອະນຸມັດ​ຈາກນາຍົກ​ລັດຖະມົນຕີເມື່ອ​ເດືອນ 12/2009 ​ແລະ ມອບ​ໃຫ້​ກຸ່ມ​ບໍລິສັດ​​ໄປສະນີ​ໂທລະ​ຄົມ ຫວຽດນາມ ​ເປັນ​ເຈົ້າ​ຂອງ​ການ​ລົງທຶນ ດ້ວຍ​ງົບປະມານ​ແຕ່ 260 - 280 ລ້ານ USD. ດາວ​ທຽ​ມ Vinasat 2 ​ໂດຍ​​ແມ່ນ​ກຸ່ມ​ບໍລິສັດ Lockheed Martin ປະ​ເທດ ອາ​ເມ​ລິ​ກາ ຜະລິດ, ມີ​ອາຍຸ​ການ​ໃຊ້​ງານ​ຕາມ​ການອອກແບບ​ແມ່ນ 15 ປີ ​ແລະ ສັນຍາ​ນປົກຄຸມ​ທົ່ວ​ພື້ນ​ທີ່ ຫວຽດນາມ, ລາວ, ກຳປູ​ເຈຍ, ​ໄທ ​ແລະ ພາກສ່ວນ​ຫນຶ່ງ​ຂອງ​ປະ​ເທດມ້ຽນ​ມາ. ​ເລື່ອງ ຫວຽດນາມ ມີ​ດາວ​ທຽມ​ຕ່າງຫາກ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້ ຫວຽດນາມ ​ເປັນ​ເຈົ້າ​ການ​ໃນ​ຂົ​ງ​ເຂດ​ຖະ​ແຫລ​ງຂ່າວ​ໂທລະ​ຄົມ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​​ໃນ​ການປະຢັດ​ງົບ​ປະມານ​ແຫ່ງ​ລັດ​ ​ແລະ ບັນດາ​ຫົວຫນ່ວຍ​ດຳ​ເນີນ​ທຸລະ​ກິດ​ດ້ານ​ໂທລະ​ຄົມ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ພາຍ​ໃນ​ປະ​ເທດໄດ້​ຫລາຍ​ພໍ​ສົມຄວນ. ດາວ​ທຽ​ມ Vinasat 1 ​ແລະ Vinasat 2 ລ້ວນ​​ແຕ່​ມີ​​​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄຫມ​ທີ່​ສຸດ​ໃນ​ປະຈຸ​ບັນ, ​ແຕ່​ດາວ​ທຽມ Vinasat 2  ມີປະລິມານ​ບັນຈຸ​ຫລາຍ ​ກວ່າ 20% ​ເມື່ອ​ທຽບ​ກັບ​ Vinasat 1 ​ແລະ  ​ສັນຍານ​ກໍ​ຖືກປົກ​ຄຸມ​ກວ້າງ​​ກວ່າ Vinasat 1. ສະ​ນັ້ນ Vinasat 2 ຈະ​ນຳ​ມາ​ຊຶ່ງປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ​ສັງຄົມຫລາຍ​ກວ່າ Vinasat 1. ບົດບາດ​ຂອງ Vinasat 2 ບໍ່​ພຽງ​ແຕ່​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ລະບົບ​ຕິດ​ຕໍ່​ສື່ສານ​ເທ່ົາ​ນັ້ນ ຫາກ​ຍັງ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ນຳ​ໃຊ້​ບັນດາ​ການບໍລິການ​ໂທລະ​ຄົມ, ກະຈາຍສຽງ, ​ໂທລະພາບ​ຜ່ານ​ດາວ​ທຽມ​ອີກ​ດ້ວຍ, ​ເປັນ​ຕົ້ນ​ໃນ​ຍຸກ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ພວມ​ພັດທະນາ​ຢ່າງ​ແຂງ​ແຮງ​ຄື​ປະຈຸ​ບັນ. ທີ່​ການ​ຕິດຕາມ​ໂດຍ​ກົງ​ການ​ຍິງ​ດາວ​ທຽມ​ຂຶ້ນ​ສູ່ວົງ​ໂຄຈອນ, ທ່ານ​ນາຍົກລັດ​ຖະມົນຕີ ຫວຽດນາມ Nguyen Tan Dung ​ໄດ້​ເນັ້ນ​ຫນັກ​ວ່າ:

        “ພ້ອມ​ກັບ​ດາວ​ທຽມ Vinasat 1, ດາວ​ທຽມ Vinasat 2 ປະກອບສ່ວນ​ສ້າງ​ພື້ນຖານ​ໂຄງ​ລ່າງ​ໃຫ້​ສົມບູນ​ແບບ, ຍົກ​ສູງ​ຄຸນ​ນະພາ​ບຂໍ້​ມູນ​ຂ່າວສານ ​ແລະ ​ໂທລະ​ຄົມ​ແຫ່ງ​ຊາດ, ນຳ​ສົ່ງຂໍ້​ມູນ​ຂ່າວສານ​ໄປສູ່​ທຸກ​ເຂດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ຊາຍ​ແດນ, ໝູ່​ເກາະ, ຫນູນ​ຊ່ວຍ​​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ, ຕ້ານ​ພາຍຸ​ນ້ຳ​ຖ້ວມ ​​ແລະ ຫລຸດຜ່ອນ​​ໄພ​ທຳ​ມະ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ. ​ເລື່ອງ​ຍິງ​ດາວ​ທຽມ Vinasat 2 ສຳ​ເລັດ​ຜົນ ​ແມ່ນ​ບາ​ດກ້າວ​ສຳຄັນ​ໃນ​ວິວັດ​ການ​ປະຕິບັດ​ແຜ​ນຮ່າງ​​ໂດຍ​ໄວ ​ແລະ ​ເຮັດ​ໃຫ້​ ຫວຽດນາມ ກາຍ​ເປັນ​ປະ​ເທດ​ມີ​ຄວາມ​ເຂັ້ມແຂງ​​ທາງ​ດ້ານ​ເຕັ​ກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ​ໂທລະ​ຄົມ.”

        ສ່ວນ​ທ່ານ Phan Hoang Duc ຮອງ​ຜູ້ອຳນວຍ​ກຸ່ມ​ບໍລິສັດ​ໄປສະນີ​ໂທລະ​ຄົມ ຫວຽດນາມ​ ຢືນຢັນ​ລັກສະນະ​ຖືກຕ້ອງ​ໃນ​ການ​ກຳນົດ​ທິດ​ພັດທະນາ​ໄປສະນີ​ໂທລະ​ຄົມ​ ຫວຽດນາມ ຮອດ​ປີ 2020. ທ່ານ Phan Hoang Duc ​ເວົ້າ​ວ່າ:

        “​ໂຄງການ​ດາວ​ທຽມ Vinasat 2​ ​​ແມ່ນເພື່ອ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ພື້ນຖານ​ໂຄງ​ລ່າງ​ໂທລະ​ຄົມ, ຕອບ​ສະຫນອງ​ຄວາມ​ຕ້ອງການ​ນຳ​ໃຊ້​ດາວ​ທຽມ​ຂອງ​ຕະຫລາດ​ພາຍ​ໃນ​ປະ​ເທດ. Vinasat 2 ປະກອບສ່ວນ​ຢືນຢັນ​ທີ່​ຕັ້ງ​ບົດບາດ​ຂະ​ແຫນງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ຫວຽດນາມ​ນັບ​ມື້​ນັບ​ແຂງ​ແຮງ​”.

        ​ໂດຍ​ແມ່ນ​ປະ​ເທດ​ທີ່​ມີ​ຝັ່ງທະ​ເລຍາວກວ່າ 3000 ກິ​ໂລ​ແມດ. ຂະ​ແຫນງ​ເສດຖະກິດ​ ທະ​ເລ ​ນັບ​ມື້​ນັບ​ຢືນຢັນວ່າ​ແມ່ນ​ຂະ​ແຫນງ​ເສດຖະກິດ​ຍຸດ​ທະ​ສາດ, ປາຍ​ແຫລມ​ຂອງ​ປະ​ເທດ​ຊາດ. ​ເລື່ອງ​ຍິງ​ດາວ​ທຽມ Vinasat 2 ກໍ​ແມ່ນ​ນອນ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ທະ​ເລ ຂອງ​ຫວຽດນາມ ຮອດ​ປີ 2020. ດາວ​ທຽມ Vinasat 2 ຈະ​ສະຫນອງ​ບັນດາ​ບໍລິການ​ຂໍ້​ມູນ​ຂ່າວສານ​ຢ່າງ​ຊັດ​ເຈນ, ວ່ອງ​​ໄວ​ໃຫ້​ແກ່​ກຳ​ປັ່ນ, ​ເຮືອ​ຫາ​ປາ​ຢູ່​ນອກ​ຝັ່ງ, ຊ່ວຍ​ກຳນົດ​ທີ່​ຕັ້ງ, ກູ້​ໄພກຸູ້ຊີບ​ຢ່າງ​ຮີບ​ດ່ວນ​ໃນ​ກໍລະນີ​ກຳ​ປັ່ນ, ​ເຮ​ືອຫາ​ປາປະສົບ​ກັບ​ໄພ​ທຳ​ມະ​ຊາດ, ລົມພະຍຸ​ຢູ່ກາງ​ທະ​ເລ ພ້ອມ​ທັງ​ຊ່ວຍ​ສຳ​ຫລວດ, ຂຸດ​ຄົ້ນ​ຊັບພະຍາກອນ​ທຳ​ມະ​ຊາດ​ນ້ຳມັນ​ອາຍ​ແກ​ສຢູ່​ທະ​ເລ.

ດາວທຽມ Vinasat 2 ຕອບສະຫນອງຄວາມຕ້ອງການພັດທະນາ ເສດຖະກິດ ສັງຄົມ ຂອງປະເທດຊາດ - ảnh 2
Vinasat 2 ພວມຖືກຍິງຂຶ້ນວົງໂຄຈອນ
ພາບ:internet

        ທ່ານ ​Ho Cong Lam ຮອງ​ຜູ້ອຳນວຍການ​ບໍລິສັດ​ໂທລະ​ຄົມ​ສາກົນ, ຊຶ່ງ​ແມ່ນ​ຫົວຫນ່ວຍທີ່​ກຸ່ມ​ບໍລິສັດ​ໂທລະ​ຄົມ ຫວຽດນາມ​ ມອບ​ໝາຍ​ຫນ້າ​ທີ່​ດຳ​ເນີນ​ທຸລະ​ກິດ​ບໍລິການ Vinasat 2 ​ໃຫ້​ຮູ້​ວ່າ: ​ໂຄງການ Vinasat 2 ບໍ່​ພຽງ​ແຕ່​ມຸ່ງ​ໄປ​ເຖິງ​ຕະຫລາດ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ມຸ່ງ​ໄປ​ເຖິງ​ຕະຫລາດ​ຢູ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ອີກ​ດ້ວຍ, ກ່ອນອື່ນ​ໝົດແມ່ນ​ຕະຫລາດ ກຳປູ​ເຈຍ ​ແລະ​ລາວ.

        “ກ່ອນ​ອື່ນ​ໝົດ Vinasat 2 ​ແມ່ນ​ຮັບ​ໃຊ້​ໃຫ້​ແກ່​ປະ​ເທດ​ຊາດ, ຮັບ​ໃຊ້​ລູກ​ຄ້າ​ພາຍ​ໃນ​ປະ​ເທດ. ພວກ​ຂ້າພະ​ເຈົ້າ​​ຈະ​ເປີດ​ກວ້າງ​ບໍລິການ​ໄປ​ຍັງ​ປະ​ເທດ​​ເພື່ອນບ້ານ​ໃກ້​ຄຽງ ນັບ​ທັງ​ຮູບ​ການ​ຮ່ວມ​ທຸລະ​ກິດ ​ເຮັດ​ແນວ​​ໃດ​ເພີ່ມ​ກຳລັງ​ແກ້ງ​ແຍ້​ງ, ຮັບປະກັນ​ການ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ​ສູງ​ສຸດ.”

        ມີ​ບໍລິສັດ​ພາຍ​ໃນ ​ແລະ ຕ່າ​ງປະ​ເທດ ຫລາຍ​ແຫ່ງ​ໄດ້​ດຳ​ເນີນ​ການ​ເຈລະຈາ​​ກັບ​ກຸ່ມ​ບໍລິສັດ​ໄປສະນີ​ໂທລະ​ຄົມ ຫວຽດນາມ ກ່ຽວ​ກັບ​ຄວາມ​ຕ້ອງການ​ຊົມໃຊ້​ບໍລິການ​ຂອງ Vinasat 2.  ດາວ​ທຽມ Vinasat 2 ສືບ​ຕໍ່​ຫັນ​ຄວາມ​ໄຝ່ຝັນ​ເປັນ​ເຈົ້າ​ຂອງ ດາວ​ທຽມ​ໂທລະ​ຄົມ​ຕ່າງຫາກຂອງ ຫວຽດນາມ ​ໃຫ້ປະກົດ​ຜົນ​ເປັນ​ຈິງ, ຢືນຢັນ​ອະທິ​ປະ​ໄຕ​ແຫ່ງ​ຊາດ​ໃນ​ອາ​ວະ​ກາດ. ດາວ​ທຽມ Vinasat 2 ບໍ່​ພຽງ​ແຕ່​ນຳ​ມາ​ຊຶ່ງ​ປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ ສັງຄົມ ​ເທົ່າ​ນັ້ນ ຫາກ​ຍັງ​ເພີ່ມ​ທະວີ​ການປ້ອງ​ກັນຊາ​ດ ​ປ້ອງ​ກັນ​ຄວາມ​ສະຫງົບ​ ​ໃຫ້​ແກ່​ປະ​ເທດ​ຊາດ​ອີກ​ດ້ວຍ.

ນັກ​ຂ່າວ Ngoc Anh

ຕອບກັບ

ຂ່າວ/ບົດ​ອື່ນ